ຜູ້​ເຖົ້າຄວນ​ສະ​ສົມ​ຂອງ​ເກົ່າ 4 ຢ່າງ

(GMT+08:00) 2012-04-26 15:40:12     cri
ສະບາຍດີ​ມິດ​ຮັກ​ແຟນລາຍການ​ເບິ່ງ​ເມືອງຈີນ​ທຸ​ກໆ​ທ່ານ​ທີ່​ພວມ​ຟັງ​ຢູ່​ໃນ​ຂະນະ​ນີ້! ຮອດ​ເວລາ 19 ​ໂມງ​ຂອງ​ທຸກ​ມື້​ໜຸ່ມ​ໃຫຍ່​ອາລົມ​ດີຂໍ​ນຳພາ​ທ່ານ​ເຂົ້າສູ່​ບັນຍາກ​າດຂອງ​ລາຍການ​ເບິ່ງ​ເມື​ອງຈີນ​ທາງ​ຄື້ນ CRIFM93Mhz ແຫ່ງນີ້! ທ່ານ​ຜູ້ຟັງ​ບາງ​ທ່ານ​ອາດ​ຈະ​ເຄີຍ​ໄດ້​ຍິນຄຳເວົ້າ​ທີ່ວ່າ: " ຕຳ​ແໜ່​ງສູງ​ສູ້​ເງິນ​ເດືອນ​ສູງ​ບໍ່​ໄດ້ ​ເງິນ​ເດືອນ​ສູ​ງສູ້​ອາຍຸ​ຍືນ​ບໍ່​ໄດ້ ອາຍຸ​ຍືນ​ສູ້​ຄວາມ​ເບີກບານ​ມ່ວນຊື່ນບໍ່​ໄດ້ " ຄຳ​ເວົ້າ​ນີ້​ຕ້ອງການ​ສະທ້ອນ​​ໃຫ້​ເຫັນ​ວ່າ: ອາລົມ​ຄວາມ​ຮູ​ສຶກນັ້ນມີ​ຄວາມ​ສຳຄັນ​ຕໍ່​ສຸຂະພາບ​ກາຍ​ແລະ​ໃຈ​ຫຼາຍ. ສຳລັບ​ຜູ້​ທີ່​ສູ​ງອາຍຸ​​ແລ້ວ​ ຄວນ​ເອົາ​ໃຈ​ໃສ່​ອາລົມ​ຄວາ​ມຮູ້ສຶກ​ໃຫ້​ຕັ້ງໝັ້ນຢູ່​ໃນ​ຄວາມ​ສະຫງົບ ​ແລະ ດູ​​ແລ​ເບິ່ງ​ແຍງ​ສຸຂະພາບ​ຈິດ​ຂອງ​ຕົນ​ເອງ​ໃຫ້​ຢູ່​ເຢັນ​ເປັນ​ສຸກ. ຜູ້​ຊ່ຽວຊານ​ດ້ານ​ການ​ຮັກສາ​ສຸຂະພາບ​ຂອງ​ຈີນ​ແນະນຳ​ວ່າ: ຜູ້​ເຖົ້າຄວນ​ສະ​ສົມ​ຂອງ 4 ຢ່າງ ​ແລ້​ວສຸຂະພາບ​ຈະ​ດີຫຼາຍ. ສະນັ້ນ​ເລື່ອງ​ທີ່​ຈະ​ເອົາ​ມາ​ເວົ້າສູ່​ຟັງ​ຄືນ​ນີ້​ແນ່ນອນ​ມີ​ປະ​ໂຫຍ​ດຕໍ່​ທຸກ​ເພດ​ທຸກ​ໄວ, ຄັນ​ເປັນ​ຊາວ​ໜຸ່ມ​ຫຼື​ໄວ​ກາງຄົນ​ກໍ່​ເອົາ​ໄວ້​ເບິ່ງ​ແຍງ​ພໍ່-​ແມ່ ພໍ່​ຕູ້​-​ແມ່ຕູ້. ຄັນ​ເປັນ​ຜູ້​ເຖົ້າກໍ່​ເອົາ​ໄວ້​ເບິ່ງ​ແຍງ​ຕົນ​ເອງ. ​ເອົາ​, ຂອງ​ເກົ່າ 4 ຢ່າງ​ທີ່​ຜູ້​ເຖົ້າຄວນ​ສະ​ສົມ​ມີ​ຫຍັງ​ແດ່? ຟັງ​ເພງ​ກ່ອນ​ຈັກ​ໜ້ອຍ​ໜຸ່ມ​ໃຫຍ່​ຈະ​ກັບ​ມາ​ເວົ້າສູ່​ຟັງ

ເພງ

711477, ……………… ບັດ​ນີ້ຈະ​ເອົາ​ຄຳ​ແນ​ະນຳ​ຂອງ​ຊ່ຽວຊານ​ຈີນ​ທີ່​ເພິ່ນ​ແນ​ະນຳ​ຜູ້​ເຖົ້າວ່າ: ຄວນ​ສະ​ສົມ​ຂອງ​ເກົ່າ 4 ຢ່າງ​ມາ​ເວົ້າສູ່​ຟັງ! ຂອງ​ເກົ່າ 4 ຢ່າງ​ໄດ້​ແກ່: ຄູ່​ຄອງ​​ເກົ່າ, ​ເງິນ​ທ້ອນ​​ເກົ່າ, ​ເຮືອນ​ເກົ່າ ​ແລະ ​ເພື່ອນ​ມິດ​ເກົ່າ! ມາ​ເວົ້າ​ເຖິງ​ຄູ່​ຄອງ​​ເກົ່າ​ກ່ອນ​ເນາະ! ​ໃນ​ສະ​ໄໝ​ກ່ອນການ​ເບິ່ງ​ແຍງ​ດູ​ແລ​ກັນ​ຂອງ​ຄົນ​ຈີນ​ເປັນ​ແບບ​ລວງ​ຕັ້ງຄື​ລູກ​ດູ​ແລ​ພໍ່-​ແມ່ ພໍ່-​ແມ່​ດູ​ແລ​ລູກ ພໍ່​ຕູ້ ​ແມ່ຕູ້ ພໍ່​ເຖົ້າ​ແມ່​ເຖົ້າດູ​ແລ​ຫຼານ. ​ແຕ່ວ່າ​ມາ​ຮອດ​ດຽວ​ນີ້​ການ​ດູ​ແລ​ກັນ​ມັນ​ເປັນ​ແບບ​ລວງ​ນອນ​ຫຼາຍ​ກ່ວາຄື: ຜູ້​ເຖົ້າຜູ້​ແກ່​ດູ​ແລ​ເບິ່ງ​ແຍງ​ເຊິ່ງກັນ​ແລະ​ກັນ. ​ເມື່ອ​ເຈັບ​ໄຂ້​ໄດ້​ຊ່ວຍ​ເລັກ​ນ້ອຍ ລົ້ມໜາວ​ນອນ​ເສື່ອ ຜູ້​ເບິ່ງ​​ແຍງ​ທີ່​ດີ​ທີ່​ສຸດ​ກໍ່​ຄື​ຜົວ-​ເມຍ ຄູ່​ຄອງ​ເກົ່າ​ນິລະ ​ເພາະສະນັ້ນການ​ມີ​ຄູ່ຄອງ​ແບບ​ຢູ່​ນຳ​ກັນ​ຈົນ​ເຖົ້າຈົນ​ແກ່​ແມ່ນ​ສຳຄັນ​ຫຼາຍ. ຂອງ​ເກົ່າ​ອັນ​ທີ 2 ​ແມ່ນ​ເງິນ​ທ້ອນ​ຫອມ​​ເກົ່າ ອັນ​ນີ້​ກໍ່​ສຳຄັນ ຜູ້​ເຖົ້າຜູ້​ແກ່​ຄວນ​ມີ​ເງິນ​ທ້ອນ​ສະ​ສົມ​ໄວ້​ຈຳນວນ​ໜຶ່ງ ຢ່າ​ຟ້າວ​ມອບ​ເງິນ​ຫຼື​ຊັບ​ສົມບັດ​​ໃຫ້​ລູກ​ຫຼານ​​ໄວ​ເກີນ​ໄປ. ​ເປັນ​ຫຍັງ​ຈຶ່ງ​ຄວນ​ເຮັດ​ແນວ​ນີ້? ກໍ່​ຍ້ອນ​ວ່າ: ​ເຖິງ​ແມ່ນ​ວ່າ​ການ​ມີ​ເງິນ​ທ້ອນ​ຫອມ​ມາ​ຊົ່ວ​ຊີວິດ ອາດ​ຈະ​ບໍ່​ມີ​ໂອກາດ​ໃຊ້ ​ແຕ່ມັນ​ສາມາດ​ສ້າງ​ຄວາມ​ໝັ້ນຄົງ​ທາງ​ຈິດ​ໃຈ​ໄດ້ ຫາກ​ມີ​ເລື່​ອງຈຳ​ເປັນ​ຕ້ອງການ​ໃຊ້​ເງິນ​ກໍ່​ເອົາ​ອອກ​ມາ​ໃຊ້​ໄດ້​ໂລດ. ຈະ​ໃຊ້​ຫຼາຍ​ໃຊ້​ໜ້ອຍ​ມັນ​ກໍ່​ແມ່ນ​ເງິນ​ເຮົາ ​ເຮັດ​ແນ​ວນີ້​ມັນ​ຈະ​ມີ​ຄວາ​ມຮູ້ສຶກ​ທີ່​ແຕກ​ຕ່າງກັບ​ການ​ມອບ​ເງິນ​ໃຫ້​ລູກ​ຫຼານ​ໝົດ​ແລ້ວ. ​ແລ້ວ​ກັບ​ໄປ​ຂໍ​ເງິນ​ລູກ​ຫຼານ​ມາ​ໃຊ້! ຊ່ຽວຊານ​ຈີ​ນຍົກ​ຕົວຢ່າງ​ເລື່ອງ​ນີ້​ວ່າ: ຜົວ-​ເມຍ​ກິນ​ບຳນານ​ແລ້​ວຄູ່​ໜຶ່ງ​ຄິດ​ຢາ​ກ​ໄປ​ທ່ຽວ​ເອີຣົບ ຕ້ອງ​ໃຊ້​​ເງິນ 4 ໝື່ນ​ຢວນ. ​ໃນ​ກໍລະ​ນີທີ່​ຄູ່​ຜົວ-​ເມຍ​ນີ້ ຍັງ​ມີ​ເງິນ​ເປັນ​ຂອງ​ຕົນ​ເອງ​ຢູ່ ຈຶ່ງ​ມີ​ຄວາມ​ສາມາດ​ຈ່າຍ​ເອງ ບໍ່​ຕ້ອງ​ໄປ​ຂໍ​ກັບ​ລູກ ​ເມື່ອ​ລູກ​ຮູ້​ແລະ​ເຕືອນ​ພໍ່​-​ແມ່​ວ່າ: ຢ່າ​ໄປ​ເທາະ ສຸຂະພາບ​ກໍ່​ບໍ່​ດີ ຄັນ​​ໄປ​ກິນ​ອາຫານ​ເອີຣົບ ຢ້ານ​ບໍ່​ຖືກ​ປານ​ຖືກ​ໃຈ ທັງ​ເດີນທາງ​ເມື່ອຍ​ອີກ. ຄັນ​ເຈັບ​ປ່ວຍ​ຂື້ນ​ມາ​ຊິ​ເຮັດ​ແນ​ວ​ໃດ? ຢ່າ​ໄປ​ເທ​າະ ລູກ​ເປັນ​ຫ່ວງ ຄູ່​ຜົວ​ເມຍ​ຟັງ​ແລ້ວ​ກໍ່ຄິດ​ວ່າ​ລູກ​ເປັນຫ່ວງ ລູກ​ກະ​ຕັນ​ຍູ! ​ແຕ່​ຄັນ​ເປັນ​ກໍລະນີ​ທີ່​ໄປ​ຂໍ​ເງິນ​ລູກ​ໄປ​ທ່ຽວ​ເອີຣົບ​ແລ້ວ​ມາ​ໄດ້​ຍິນ​ຄຳ​ເຕືອນ​ແນວນີ້​ຈາກ​ລູກ ມັນ​ກໍ່​ເກີດ​ຄວາມ​ຮູ້ສຶກ​ທີ່​ແຕກ​ຕ່າງ​ກັນ​ໂລດ​ແລ້ວ ອ​າດຈະ​ເຂົ້າ​ໃຈ​ວ່າ ລູກ​ບໍ່​ມີ​ຄວາມ​ກະຕັນຍູ ຂີ້​ຖີ່ ບໍ່​ຍອມ​ເອົາ​ເງິນ​ໃຫ້​ພໍ່​ແມ່​ໄປ​ທ່ຽວ! ຕ່າງ​ກໍ​ລະ​ນີຄວາມ​ຮູ່ສຶກຕ່າງ​ກັນ​ແນວ​ນີ້​ລະ ສະນັ້ນຄວນ​ມີ​ເງິນ​ທ້ອນ​ເກົ່າ​ໄວ້​ກັບ​ຕົວ​ເອງ ​ເຮັດ​ຫຍັ​ງກໍ່​ສະບາຍ​ໃຈ. ຢ່າ​ຟ້າວ​ແບ່ງປັນ​ໃຫ້​ລູກ​ໝົດ​ໄວ​ເກີນ​ໄປ ຈັກ​ໜ້ອຍ​ຕົນ​ເອງ​ຈະ​ໄຮ້​ຄ່າ! ​ເລື່ອງນີ້​ທ່ານ​ຜູ້​ຟັງ​ເຄີ​ຍ​ໄດ້​ຍິນ​ຄຳ​ເວົ້າທີ່​ວ່າ: " ພໍ່-​ແມ່ ສາມາດ​ທຸກ​ທົນ​ທໍລະມານ ລ້ຽງ​ລູກ 7-8 ຄົນ​ຈົນ​ໃຫຍ່​ກ້າ​ໜ້າບານ ​ໄດ້​ຜົວ ​ໄດ້​ເມຍ ​ໄດ້​ລູກ ​ແຕ່​ລູກ 7-8 ຄົນ​ນັ້ນ ລ້ຽງ​ພໍ່​ແມ່ 2 ຄົນ​ຄືນ​ບໍ່​ໄດ້ ພໍ່​ແມ່​ເຖົ້າຫຼາຍ​ແລ້ວ​ກໍ່​ປ່ອຍ​ໃຫ້​ຕົກ​ລະກຳ​ລຳບາກ ທຸກ​ຍາກ​ໜັກ​ຕ້ອງ​ເບິ່ງ​ແຍງ​ຕົນ​ເອງຕາມ​ລຳພັງ​ໃນ​ບັ້ນທ້າຍ​ຊີວິດ" ບໍ່? ກໍລະນີ​ນີ້​ມັນ​ມີ​ແທ້​ໄດ໋ບໍ່​ແມ່ນ​ເວົ້າ​ຫຼິ້ນ! ພໍ່​ແມ່​​ເຖົ້າ​ແລ້ວ​ຂໍ​ເງິນ​ລູກ​ເລັກ​ໆ​ໜ້ອຍໆ​ເພື່ອ​ຊື້​ນັ້ນຊື້​ນີ້ ຫຼື ​ໄປ​ກິນ​ໄປ​ທານ ລູກ​ກໍ່​ເວົ້າ​ໃຫ້​ຈົ່ມ​ໃຫ້ ​ເຈັບ​ຊ້ຳນ້ຳ​ໃຈ ຍ້ອນ​ລູກ​​ໃພ້ ລູ​ກ​ເຂີຍ​ຂີ້​ຖີ່​ຈົນ​ເກີນ​ໄປ ​ແນວ​ນີ້​ກໍ່​ມີ. ລູກ​ຊາຍ ລູກ​ສາວ​ກໍ່​ບໍ່​ຄິດ​ອີກ​ວ່າ ກ່ວາ​ທີ່​ຕົນ​ເອງ​ຈະ​ໃຫຍ່​ກ້າ​ໜ້າບານ ຈົນ​ມີ​ຜົວ​ມີ​ເມຍ​ໄດ້​ລູກ​ໃຫຍ່​ຊ່ຳນີ້ ​ພໍ່​ແມ່ ສະຫຼະ​ຫຍາ​ດ​ເຫື່ອ​​ແຮງ​ງານ ​ເງິນ​ຄຳ​ກຳ​ແກ້ວ​ໃຫ້​​ໂຕ​ຫຼາຍ​ຊ່ຳ​ໃດ? ລືມ​ຄຶດ ຫຼື ບໍ່​ຄຶດ​ເລີຍ​ກໍ່​ມີ! ​ເອົາ, ຟັງ​ເພງ​ກ່ອນ​ເນາະ! ​ແລ້ວ​ຈຶ່ງ​ກັບ​ມາ​ເວົ້າ​ສູ່​ຟັງ​ວ່າ​ຜູ້​ເຖົ້າຄວນ​ສະ​ສົມ​ຂອງ​ເກົ່າອັນ​ທີ 3 ຄື​ເຮືອນ​​ເກົ່າ!

ເພງ

ຊ່ຽວຊານ​ຈີນ​ບອກ​ວ່າ: ຂອງ​ເກົ່າ​ອັນ​ທີ 3 ທີ່​ຜູ້​ເຖົ້າຄວນ​ມີ​ກໍ່​ຄື​ເຮືອນ​ເກົ່າ! ​ເປັນ​ຫຍັງ​ຈຶ່ງ​ວ່າ​ຊັ້ນ? ​ເພິ່ນ​ວ່າ​ເຮືອ​ນຂອງ​ຕົນ​ເອງ​ຢ່າ​ຟ້າວ​ມອບ ຟ້າວ​ໂອນ​ໃຫ້​ລູກ! ຜູ້​​ເຖົ້າບາງ​ຄົນ​ຫ່ວງ​ອັນ​ນັ້ນຫ່ວງ​ອັນ​ນີ້ ຢ່າ​ໄປ​ມະ​ລຸບປຸບປັບ ຢ້ານ​ມັນ​ຫຍຸ້ງ​ໃຫ້ລູກ ກໍ່​ຟ້າວ​ຂ້ຽວ​ເຮັດ​​ໃບ​​ມອບ​ກຳມະສິດ​ເຮືອນ​ໄວ້​ໃຫ້​ລູກ. ​​ເຮັດ​ແນວ​ນັ້ນຄັນ​ຖືກ​ຜູ້​ກະຕັນຍູ​ຮູ້​ບຸນ​ຄຸນ ບໍ່​ຂື້ນ​ກັບ​ເມຍ​ກັບຜົວ​ເກີນ​ໄປ ຫຼື ຖືກ​ລູກ​​ໃພ້​ລູ​ກ​ເຂີຍດີ​ກໍ່​ແລ້ວ​ໄປ! ​ແຕ່​ຄັນ​ມັນ​ບໍ່​ເປັນ​ແນວ​ນັ້ນ​ເດ​ລະ? ​ເມື່ອ​ພໍ່​ແມ່​ມອບ​ເຮືອນ​ໃຫ້​ໄດ້​​ໄລຍະ​ໜຶ່ງ​ອາດ​ໄລ່​ພໍ່​​ແມ່​ໜີ​ອອກ​ຈາກ​ເຮືອນ​ກໍ່​ເປັນ​ໄດ້! ຂີ້ຄ້ານ​ລ້ຽງ ຂີ້ຄ້ານ​ເບິ່ງ​ແຍງປິ່ນປົວ ລຳ​ຄານ​ຜູ້​ເຖົ້າຈົ່ມ​ດຸ​ກໍ່​ເຄີ​ຍມີ ສະນັ້ນຢ່າ​ຟ້າວ​ໄປ​ມອບ​ກຳມະສິດ​ດີ​ກ່ວາ. ອັນ​ທີ 4 ຜູ້​ເຖົ້າຄວນ​ມີ​ເພື່ອນ​ມິດ​ສະຫາຍ​ເກົ່າ​ໄວ້​ຈຳນວນ​ໜຶ່ງ! ​ເຖົ້າມາ​ແລ້ວ​ລູກ​ຫຼານບໍ່​ມີ​ເວລາ​ໃຫ້ ຜູ້​ເຖົ້າມັກ​ເຫງົາ​ຫຼາຍ​ໄດ໋ ຢູ່​ຈີນ​ດຽວ​ນີ້​ແຮ່ງ​ຮ້າຍ​, ມີ​ລູກ​ຄົນ​ດຽວ ລູກ​ກໍ່​ຫຍຸ້ງ​ແດ່ ​ໄດ້​ລູກ​​ໃພ້​ລູກ​ເຂີຍມາ​ເຂົາ​ເຈົ້າກໍ່​ຫຍຸ້ງ​ວຽກ​ຄື​ກັນ ​ເພາະວ່າ​ສັງຄົມ​ຈີນ​ດຽວ​ນີ້​ແຂ່ງ​ຂັນ ຄວາມ​ກົດ​ດັນ​ສູງຫຼາຍ ​ໂດຍ​ສະ​ເພາະ​ຄັນ​ເຮັດ​ວຽກ​ນຳ​ເອກະ​ຊົນ​​ແຮ່ງ​ໜັກ ຈົນ​ລູກ​ຫຼາຍ​ຄົນ​ໄດ້​ຊື້​ໝາຊື້​ແມວ​ມາ​​ໃຫ້​ພໍ່​​ແມ່ລ້ຽງ​ເປັນ​ໝູ່​ຢ້ານ​ເຫງົາ! ​ເພ​າະວ່າ​ມີ​ແຕ່​ຢູ່​ເຮືອ​ນ ລູກ​ກໍ່​ໄປ​ການ​ແຕ່​ເຊົ້າໆ ຄ່ຳ​ຈັ່ງ​ມາ​ຮອດ​ເຮືອນ​ແນວ​ນີ້​ນະ,! ຄັນ​ມີ​ໝາ​ແມວ​ຜູ້​ເຖົ້າກໍ່​ມີ​ຜູ້​ລົມ​ນຳ ບາງ​ຄົນ​ຮັກ​ປານ​ລູກ​ພຸ້ນ​​ແລ້ວ! ຕື່ນ​ເຊົ້າມາ​ຫຼື​ຄ່ຳ​ແລງ​ມາ​ກໍ່​ພາ​ໝາ​ໄປ​ທ່ຽວ​ຍ່າງຫຼິ້ນຕາມ​ແຄມ​ທາງ ຕາມ​ສວນສາທາລະນະ​ໄດ້​ປະ​ໂຫຍ​ດທັງ​ໝາ ທັງ​ເຮັດ​ໃຫ້​ຕົນ​ເອງ​ສົດ​ຊື່ນ ສຸຂະພາບ​ຈິດ ສຸຂະພາບ​ກາຍ​ດີ​ອີກຊັ້ນ​ເດ! ​ແຕ່ຖ້າ​ມີ​ເພື່ອນ​ມິດ​ສະຫາຍ​ເກົ່າ​ລຸ້ນລາວ​ຄາວ​ດຽວ​ກັນ​ໄວ້​ຈຳນວນ​ໜຶ່ງ​ມັນ​ກໍ່​ຍິ່ງ​ດີ ​ໄດ້​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຊ່ວຍ​ເຫຼືອ​ກັນ ​ໄດ້​ລົມ​ໄດ້​ເວົ້າ ​ໄດ້​ສ້າງ​ກິດຈະກຳ​ຮ່ວມ​ກັນ​ໃນ​ກຸ່ມ​ຜູ້​ເຖົ້າ ຢູ່​ຈີນ​ຢູ່​ຕາມ​ຕົວ​ເມືອງ​ໃຫຍ່ ຕາມ​ຄຸ້ມ​ຊຸມ​ຊົນ​ທີ່​ໜຸ່ມ​ໃຫຍ່​ໄດ້​ໄປ​ພັກ​ພາ​ອາ​ໄສ​ຢູ່​ຮ່ວມ​ກັບ​ເຂດ​ແຂວງ​ຂອງ​ເຂົາ​ເຈົ້າ​ເກືອບ 5 ປີ. ຜູ້​ເຖົ້າ​ເຂົາ​ເຈົ້າມີ​ຄວາມ​ສາມັກຄີ​ຮັກ​ແພງ​ກັນ​ເປັນ​ກ້ອນ​ເປັນ​ກຸ່ມ​ໄດ​ທ່ານ​ຜູ້​ຟັງ! ຕອນ​ເຊົ້າກໍ່​ເຕົ້າ​ໂຮມ​ກັນ​ຢູ່​​ເດີ່ນນ້ອຍ​ບ່ອນ​ໃດ​ບ່ອນ​ໜຶ່ງ​ຂອງ​ຊຸມ​ຊົນ ອອກກຳລັງ​ກາຍ​ດ້ວຍ​ວິທີ​ຕ່າງໆ ບໍ່​ວ່າ​ຈະ​ເປັນ​ຟ້ອນ​ມວຍ​ໄທ​ເກັກ, ຟ້ອນ​ວີ, ຟ້ອນ​ດາບ ຫຼື ຝຶກ​ສະ​ແດງ​ສິລະ​ປະ​ດົນຕີ​ເສບ​ຮ້ອງ ຫຼື​ຄວາມ​ສາມາດ​ອັນ​ໃດ​ອັນ​ໜຶ່ງ​ທີ່ງົດ​ງາມ ບາງ​ເທື່ອ​ຮອດ​ເຕັ້ນລີລາ​ລີລາດ​ແບບ​ຕາ​ເວັນ​ຕົກ​ພຸ້ນ​ແລ້ວ!​ ທັງ​ມ່ວນ​ທັງ​ໄດ້​ອອກກຳລັງ​ກາຍ​ ດີ​ຕໍ່​ສຸຂະພາບ​ກາຍ​ແລະ​ໃຈ​ອີກ ບາດ​ຊຳນານ​ແລ້ວ​ເຂົາ​ເຈົ້າກໍ່​ພາກັນ​ໄປສະ​ແດງຕາມ​ສວນສາ​ທາ​ລະນະ ຫຼື ບ່ອນ​ທ່ອງ​ທ່ຽວ​ທີ່​ສຳຄັນ! ​ເວລາ​ເຮົາ​ໄປ​ທ່ຽວ​ເຫັນ​ຜູ້​ເຖົ້າສົດຊື່ນ​ແນວ​ນີ້​ກໍ່​ສະອອນກໍ່​ດີ​ໃຈ​ນຳ​ເຂົາ​ເຈົ້າ​ແນ່ນອນ​ລະ! ມັນ​ດີ​ແທ້​ໄດ໋ທ່ານ​ຜູ້​ຟັງ​ທີ່​ຜູ້​ເຖົ້າຈັບ​ກຸ່ມ​ກັນ​ເຮັດ​ກິດຈະກຳ​ຕ່າງ​ໆ​ຮ່ວມ​ກັນ​ເປັນ​ປົກກະຕິ​ນິນະ! ​ເພາະວ່າ​ຈະ​ໄດ້​ມີ​ໝູ່​ເພື່ອນຫຼາຍ ບໍ່​ເຫງົາ ສົມ​ມຸດ​ເຂົາ​ເຈົ້າຕັ້ງວົງ​ດົນຕີ​ພື້ນ​ເມືອງ​ຂື້ນ​ມາ ​ແລ້ວ​ກໍ່​ເສບ​ຮ້ອງ​ເພງ ຝຶກ​ຂັບ​ລຳ​ເປັນ​ປົກກະຕິ ​ເພື່ອ​​ໄປສະ​ແດງ​ຮັບ​ໃຊ້​ສັງຄົມ ຜູ້​ໜຶ່ງ​ຕີ​ກອງ ຜູ້​ໜຶ່ງ​ສີ​ຊໍ ຜູ້​ໜຶ່ງ​ດີດ​ຂິມ ຜູ້​ໜຶ່ງ​ເປົ່າ​ແຄນ ຜູ້​ໜຶ່ງ​ຂັບ​ລຳ​ແນວ​ນີ້ ສົມ​ມຸດ​ບັງ​ເອີນ​ລຸງ​ຜູ້​ເປົ່າ​ແຄນ ບໍ່​ໄດ້​ມາ​ຊ້ອມ​ນຳ​ໝູ່ ໝູ່​ເພື່ອນ​ໃນ​ຄະ​ນະ​ກໍ່​ເກີດ​ຄວາມ​ເປັນ​ຫ່ວງ​ວ່າ​ເກີດ​ຫຍັງ​ຂື້ນ​ກັບ​ລຸງ​ລະ​ເດ! ກໍ່​ພາກັນ​ໂທ​ໄປ​ຖາມ​ຫຼື​ໄປ​ຫາ​ເອງ ຄັນ​ລຸງ​ເປັນຫວັດ​ເປັນ​ໄອ​ກໍ່​ໄດ້​ຖາມ​ຂ່າວ​ຄາວ ​ເບິ່ງ​ແຍງ​ສາລະ​ທຸກສຸກ​ດິບລະຫວ່າງ​ຜູ້​ເຖົ້ານຳ​ກັນ ຜູ້​ເຈັບ​ໂຊ​ເຫັນ​ໝູ່ຄູ່​ມາ​ຢາມ​ກໍ່​ດີ​ໃຈ ​ໄດ້​ຢາ​ກຳລັງ​ໃ​ຈກໍ່​ຊ່ວາງ​ເຊົາ​ໄວຊັ້ນ​ແລ້ວ! ອັນ​ນີ້​ກໍ່​ຄື​ປະ​ໂຫຍ​ດຂອງ​ການ​ມີ​ເພື່ອນ​ມິ​ດສະຫາຍ​ເກົ່າ! ​ເອົາ, ຟັງ​ເພງ​ກ່ອນ​ເນາະ​ແລ້ວ​ມາ​ລົມ​ກັນ​ຕໍ່!

ເພງ

​ເປັນ​ຈັ່ງ​ໃດ​ທ່ານ​ຜູ້​ຟັງ​ມື້​ນີ້​ໜຸ່​ມ​ໃຫຍ່​​ເອົາ​ຄຳ​ແນ​ະນຳ​ຂອງ​ຜູ້ຊ່ຽວຊານ​ຈີນ ທີ່​ເພິ່ນ​ແນະນຳ​ວ່າ ຜູ້​ເຖົ້າຄວນ​ມີ​ຂອງ​ສະ​ສົມ 4 ຢ່າງ​ຄື: ຄູ່​ຄອງ​ເກົ່າ, ​ເງິນ​ທ້ອນ​ເກົ່າ, ​ເຮືອນ​​ເກົ່າ ​ແລະ ໝູ່​ເພື່ອນ​ເກົ່າ ມາ​ເວົ້າສູ່​ຟັງ ກໍ່​ຫວັງ​ວ່າ​ຈະ​ເປັນ​ປະ​ໂຫຍ​ດທັງຕໍ່​ຊາວ​ໜຸ່ມ ຜູ້​ໃຫຍ່ ຫຼື ຜູ້​ເຖົ້າ​ແກ່​​ເອງ​ເນາະ! ​ເວົ້າ​ເຖິງ​ເລື່ອງ​ນີ້​ແລ້ວ​ທຽບ​ກັບວັດທະນະທຳ​ອາຊີ ກັບ​ຕາ​ເວັນ​ຕົກ​ແລ້ວ ຕ່າງ​ກັນ​ຫຼາຍ ຄົນ​ອາຊີ​ຖື​ການ​ຜູກ​ພັນ​ໃນ​ຄອບຄົວ​ຫຼາຍ ​ໂດຍ​ສະ​ເພາະ​ພໍ່-​ແມ່ ກັບ​ລູກ​ເຕົ້າ ຜູ້​ໜຸ່ມ​ນ້ອຍ​ກັບ​ຜູ້​ອາວຸ​ໂສ ຜັດ​ປ່ຽນ​ກັນ​ເບິ່ງ​ແຍງ​ກັນ ຄອບ​ຄົວ​ຈຶ່ງ​ອົບ​ອຸ່ນ ຜູ້​ເຖົ້າຈຶ່ງ​ບໍ່​ເຫງົາ​ຫຼາຍ! ​ແຕ່​ວ່າ​ຢູ່​ປ​ະ​ເທດຕາ​ເວັນ​ຕົກ​ດຽວ​ນີ້ ຄວາມ​ຜູກ​ພັນ​ລະ​ຫ່ວາ​ງພໍ່​ແມ່ ລູກ ມີ​ໜ້ອຍຫຼາຍ ​ໂດຍ​ສະ​ເພາະ​ຖ້າ​ລູກ​ໄດ້ 18 ປີ ຂື້ນ​ໄປ​ແລ້ວ​ກໍ່​ບໍ​ສົນ​ກັນ​ແລ້ວ ປານ​ລູກ​ເປັດ​​ໄປ​ໃຜ​ໄປມັນ ​ເອີ້ນ​ກັນ​ກໍ່ I You Me ​ໂລດ​ແລ້ວ! ມັນ​ກໍ່​ດີ​ໄປ​ຄົນ​ລະ​ຢ່າງ​ເນາະ!​​ ​ແຕ່​ວ່າ​ຈັ່ງ​ໃດ​ກໍ່​ຢ່າ​ວ່າ​ວັດທະນະທຳ​ຮີດຄອງ​ປະ​ເພນີ​ເຮົາ​ທີ່​ມີ​ບັນພະ​ບູລຸ​ດ ພາ​ປະ​ພຶດປະຕິບັດ​ມາ ​ເປັນ​ຮ້ອຍ​ເປັນ​ພັນ​ປີ ກໍ່​ຄວນ​ອະນຸ​ລັກ​ຮັກສາ ​ເພາະ​ຄັນ​ມັນ​ບໍ່​ດີ​ມັນ​ກໍ່​ບໍ່​ສືບ​ທອດ​ມາ​ຮອດ​ປະຈຸ​ບັນ​ນີ້​ດັອກ! ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ກະຕັນຍູ​ຮູ້​ບຸນຄຸນ​ຂອງລູກ​ທີ່​ມີ​ຕໍ່​ພໍ່-​​​​ແມ່​ນີ້​ລະ, ຫຼື​ການສະ​ແດງ​ຄວາມ​ເຄົາລົບ​ຂອງ​ຜູ້​ນ້ອຍ​ຕໍ່​ຜູ້​ໃຫຍ່ ຜູ້​ອາວຸ​ໂສ ຜູ້​ເຖົ້າຜູ້​ແກ່​ນິລະ! ການ​ເວລາ​ປ່ຽນ​ໄປ ສະພາບ​ແວດ​ລ້ອມ​ປ່ຽນ​ໄປ ສັງຄົມ​ປ່ຽນ​ໄປ ​ແຕ່​ຂໍ​ນຳ​ຢ່າ​ໃຫ້​ຄວາມ​ກະຕັນຍູ​ຮູ້​ບຸນ​ຄຸ​ນປ່ຽນ​ໄປ​ເປັນຄວາມ​ອະກະຕັນຍູ​ຕໍ່​ພໍ່​ແມ່ ຜູ້​ປົກຄອງ​ກໍ່​ແລ້ວ​ກັນ​ເນາະ! ຖ້າ​ທ່າ​ນ​ເປັນ​ລູກ​ຫຼານ​ທີ່​ອະກະຕັນຍູ ບໍ່ຮູ້​ບຸນຄຸນ​ຂອງ​ພໍ່​ແມ່​ຜູ້​ປົກຄອງ ​ເຮັດ​ໃຫ້​ເພິ່ນ​ເສຍ​ໃຈ ​ເສຍ​ນ້ຳຕາ​ຢູ່​ບໍ່​ເລີກບໍ່​ແລ້ວ​ຈັກ​ເທື່ອ ມື້​ໃດ​ມື້ໜຶ່ງ​ບາບ​ໄລ່​ເວນ​ທັນ ຫຼື ຍາມ​ທີ່​ທ່ານ​ໄດ້​ລູກ​ໄດ້​ເຕົ້າມາ ​ແລະ​ລູກ​ເຕົ້າຂອ​ງທ່ານ​ກໍ່​ເປັນ​ຄົນ​ອະກະ​ຕັນ​ຍູ​ຕໍ່​ທ່ານ ຕອນ​ນັ້ນລະ​ທ່ານ​ຈຶ່ງ​ຈະ​ຮູ້ຊຶ້ງ​ເຖິງ​ຈິດ​ໃຈ​ແລະ​ຄວາມ​ຮູ້ສຶກທີ່​ເຈັບ​ປວດ​ທໍລະມານ ທີ່​ທ່ານ​ເອງ​ເຄີຍ​ເຮັດ​​ໃຫ້​ເພິ່ນ​ເສຍ​ໃຈ! ສະນັ້ນ​ໃຜ​ທີ່​ຍັງ​ບໍ່​ທັນ​ເປັນ​ລູກ​ອະກະຕັນຍູ ກໍ່​ບໍ່​ຕ້ອງ​ຄຶດ​ເປັນ​ມັນ​ເທາະ! ມັນ​ບໍ່​ດີ​ແທ້ໆ ທັງ​ບໍ່​ດີ​ຕໍ່​ພໍ່​ແມ່ ທັງ​ບໍ່​ດີ​ຕໍ່​ຊີວິດ​ອະນາຄົດ​ໂຕ​ເອງ! ອັນ​ໃດ​ບໍ່ດີ ອັນ​ໃດ​ຈະ​ເຮັດ​ໃຫ້​ພໍ່​ແມ່​ອຸກ​ໃຈ ​ເສຍ​​ໃຈ​ ​ເຈັບ​ໃຈ ທໍລະມານ​ໃຈ​ນຳ ຫຼີກ​ໃຫ້​ໄດ້​ທໍ່​ໃດ​ຍິ່ງ​ດີ ບໍ່​ວ່າ​ຈະ​ເປັນ​ການ​ມົວ​ເມົາ ນຳ​ສິ່ງ​ເໜົ່​າ​​ເໝັນ ​ເປື່ອຍ​ເຍື່ອຍ ຕິດ​ໝູ່​ເຫຼົ້າ​ເຂົ້າໝູ່​ຢາ ຕິ​ດການ​ພະນັນ ຕິດ​ສິ່ງ​ເສບ​ຕິດ ​ເປັນ​ນັກ​ເລງ​ອັນ​ຕະພານ​ກວນ​ເມືອງ ກວນ​ສັງຄົມ ຫຼື​ຢວກ​ຫັວງລວຍ​ທາງ​ລັດ ຈົນ​ກາຍ​ເປັນ​ຄົນ​ຂີ້ລັກ ຂະ​ໂມ​ຍ ດຶງ​ກະ​ເປົາ, ລັກ​ລົດ ຂ້າ​ເຈົ້າ​ເອົາ​ຂອງ ປຸ້ນ​ຈີ້​ແນວ​ນີ້​ລ້ວນ​ແຕ່​ເປັນ​ການ​ກະທຳ​ທີ່​ບໍ່​ດີ​ຕໍ່​ຕົນ​ເອງ ​ແລະ ​ເຮັດ​ໃຫ້​ພໍ່​ແມ່​ເສຍ​ໃຈ ອັບອາຍ​ຂາຍ​ຂີ້​ໜ້າ ​ແລະ ​ເຈັບ​ປວດ​ໃຈ​ທັງ​ນັ້ນ ຫຼີກ​ສະ ​ເຊົາ​ສະ​ເນາະ ຖ້າ​ບໍ່​ຢາກ​ໃຫ້​ສັງຄົມ​ເອີ້ນ​ວ່າ: "ລູກ​ອະກະຕັນຍູ"