ກຳລັງການ​ຊື້​ຂອງ​ຄົນ​ຈີນ​​ໃນ​ໄລຍະ​ບຸນ​ກຸດ​ຈີນ

(GMT+08:00) 2012-04-26 15:41:16     cri
ສະບາຍ​ດີ​ມິດ​ຮັກ​ແຟນລາຍການ​​ເບິ່ງ​ເມືອງ​ຈີນທຸກ​ທ່ານ! ໜຸ່ມ​ໃຫຍ່​ອາລົມ​ດີ​ສົ່ງ​ສຽງ​ມາ​ທັກ​ທາຍ​ທ່ານ​ອີກ​ແລ້ວ​ເປັນ​ປະຈຳ​ທຸ​ກຄື​ນ​ໃນ​​ເວລາ 19 ​ໂມງ ທາງ CRI FM 93Mhz ​ແຫ່ງ​ນີ້! ພົບ​ກັນ​ຄືນ​ນີ້​ກໍ່​ແມ່ນ​ຄືນ​ວັນ​ພຸ​ດ ທີ 8 ກຸມພາ​ແລ້ວ! ມື້​ພັກ​ຢູ່​ຈີນ​ແທ້ໆ​ກໍ່​ແມ່ນ 7 ມື້ ​ແຕ່ 22 ຈົນ​ຮອດ 28 ​ເດືອນ​ແລ້ວ​ນີ້! ​ແຕ່​ວ່າ​ໄລຍະ​ບຸນ​ກຸດ​ຈີນ​ໝົດ​ແທ້ໆ​ກໍ່​ແມ່ນ​ວັນ​ຈັນ​ຜ່ານ​ມາ​ນີ້​ລະ!​ ທີ່​ເປັນ​ບຸນ​ໂຄມ​​ໄຟ​ຫຼື​ບຸນ​ກິນ​ຂະໜົມບົວລອຍ​ຖື​ວ່າ​ເປັນ​ມື້​ປິດ​ສາກ​ຂອງ​ການ​ຫຼິ້ນບຸນ​ກຸ​ດຈີນ​ໃນ​ໄລຍະ 15 ມື້​ແທ້ໆ​ແຕ່​ກິ່ນ​ອາຍ​ຂອງ​ບຸນ​ກຸດ​ຈີນ​ກໍ່​ຍັງ​ຫຼົງ​​ເຫຼືອ​ໃຫ້​ເວົ້າ​ເຖິງ​ຢູ່​ໄດ໋ທ່ານ​ຜູ້​ຟັງ! ມື້​ນີ້​ມີ 2-3 ​ເລື່ອງ​ທີ່​ຈະ​ເວົ້າ​ໃຫ້​ຟັງ​ກ່ຽວ​ກັບ​ກິ່ນ​ອາຍ​ຂອງ​ບຸນ​ກຸດ​ຈີນ​ທີ່​ຜ່ານ​ມາ. ​ໂດຍ​ສະ​ເພາະ​ກໍ່​ແມ່ນ​ກຳລັງ​ຊື້​ຂອງ​ຄົນ​ຈີນ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ຜ່ານ​ມາ​ທັງ​ຊື້​ຢູ່​ພາຍ​ໃນ​ປະ​ເທດ​ທັງ​ບິນ​ໄປ​ຊື້​ເຄື່ອງ​ລາຄາ​ແພງໆ​ຢູ່​ຕ່າງປະ​ເທດ​ຈົນ​ເຮັດ​ໃຫ້​ຕະຫຼາດ​ສິນຄ້າ​ຫຼູຫຼາ Brand name ຢູ່​ເອີຣົບທີ່​ຄອຍ​ເຕີຍ​ເຕະ​ເຊາະ​ຍ້ອນ​ວິ​ກິດ​ການ​ການ​ເງິນ​ຈົນ​ໄດ້​ເງີຍ​ຄໍ​ພໍ້​ວໍ້​ແພ້​ແວ້​ຂື້ນ​ມາ​ຟົດ​ຟື້ນ​ໄດ້! ​ເອົາ, ຈັກ​ໜ້ອຍ​ຟັງ​ເພງ​ມ່ວນ​ໆ​ກ່ອນ​ແລ້ວຈະ​ເວົ້າສູ່​ຟັງ

ເພງ

​   ເວົ້າ​ເລື່ອ​ງການ​ຈັບ​ຈ່າຍ​ຊື້​ເຄື່ອງ​ຂອງ​ບໍ່​ວ່າ​ຈະ​ເປັນ​ເຄື່ອງນຸ່ງ​ຂອງ​ຖື ​ເຄື່ອງ​ປະດັບ​ປະ​ມີ​ຄ່າ ອາຫາ​ນການ​ກິນ​ໄປ​ແຫຼ່ງບັນ​ເທີ​ງ, ​ເທັກ​ບາ ຫຼື ​ແມ່ນ​​ແຕ່​ລົງທຶນ​ຊື້​ປີ້​ຍົນ​ໄປ​ທ່ຽວ​ໄປ​ຊື້​ສິນ​ຄ້າ​ຫຼູຫຼາ​ຟຸມ​ເຟືອຍ​ຢູ່​ຕ່າງປະ​ເທດ​ແລ້ວ ​ເລື່ອງ​ນີ້​ສະພາບ​ຕົວຈິງ​ຂອງ​ແຕ່ລະ​ປະ​ເທດ​ມັນ​ຕ່າງ​ກັນ​ໄດ​ເນາະທ່ານ​ຜູ້​ຟັງ! ຍົກ​ຕົວຢ່າງ​ຢູ່​ຈີນ​ລັດຖະບານ​ກະ​ຕຸ້ນ​ໃຫ້​ປະຊາຊົນ​ຈ່າຍ​ເງິນ​ເພື່ອ​ໃຫ້​ສິນຄ້າ​​ແລະ​ເງິ​ນໝູນວຽນ​ຄ້ຳຊູ​ຍູ້​ກັນ ອັນ​ນັ້ນກໍ່​ແມ່ນ​ຍ້ອນ​ສະຫວັດ​ດີກາ​ນປະກັນ​ໄພ​ຂອງ​ຄົນ​ຈີນ​ດີ​ຂື້ນ​ຫຼາຍ ​ໂດຍ​ສະ​ເພາະ​ຄົນ​ໃນ​ເມືອງ​ລາຍ​ຮັບ​ແຫ່ງ​ເພີ່ມ​ຂື້ນ​ຫຼາຍ!​​ ​ແຕ່​ວ່າ​ກົງກັນຂ້າມ​ຢູ່​ລາວ​ການ​ໃຊ້​ຈ່າຍ​ຍັງ​ຕ້ອງ​ໄດ້​ລະມັດລະວັງ​ຫຼາຍ ​ເພາະວ່າ​ລາຍ​ຮັບ​ຍັງ​ຕ່ຳ​ບໍ່​ວ່າ​ຈະ​ເປັນ​ພະນັກງານ, ທະຫານ, ຕຳຫຼວດແລະປະຊາຊົນ​ທົ່ວ​ໄປຄັນ​ສະຫວັດດີ​ການ​ຫຼື​ປະກັນ​ໄພ​ຊີ​ວິດ ສຸຂະພາບ​ບໍ່​ດີ​ພໍ​ໃຜ​ກໍ່​ບໍ່​ກ້າ​ຈ່າຍ​ຢ່າງ​ມ່ວນ​ຊື່ນ​ລະ​ນໍ້ມັນ​ກໍ່​ຕ້ອງ​ມີ​ການ​ຄິດ​ໄລ່​ຄັກ​ແນ່​ວ່າ​ອັນ​ໃດ​ຄວນ​ຈ່າຍອັນ​ໃດ​ບໍ່​ຄວນ​ຈ່າຍ, ອັນ​ໃດ​ຈຳ​ເປັນອັນ​ໃດ​ບໍ່​ຈຳ​ເປັນ!​ ອັນ​ໃດ​ຈ່າຍ ອັນ​​ໃດ​ທ້ອນ​ໂຮມ​ໄວ້​ໃນ​ຍາມ​ຈຳ​ເປັນ ອັນ​​ໃດ​ເອົາ​ໄວ້​ລົງທຶນ​ເລື່ອງ​ເຫຼົ່າ​ນີ້​ຕ້ອງ​ໄດ້​ຄິດ​ຄັກໆ​ໂລດ​ລະ​ເນາະ ຄັນ​ບໍ່​ຢາກ​ເປັນ​ໜີ້​ອອ້ມຄໍ​ຫອຍ​ຫັ້ນນ່າ!​ ​ເລື່​ອງທີ່​ໜຸ່ມ​ໃຫຍ່​ຈະ​ເວົ້າສູ່​ຟັງ​ຄືນ​ນີ້​ຄື​ກັນ​ແມ່ນ​ເລື່ອງ​ການ​ໃຊ້​ຈ່າຍ​ຢ່າງ​ມັນ​ມື​ຂອງ​ຄົນ​ຈີນ​ຢູ່​ປະ​ເທດ​ຈີນ​ໃນ​ໄລຍະ​ປີ​​ໃໝ່​ແຕ່​ເອົາ​ມາ​ເວົ້າ​ໃຫ້​ຟັງ! ບໍ່​ແມ່ນ​ເພື່ອ​ສະໜັບສະ​ໜຸນ​ໃຫ້​ຄົນ​ລາວ​​ໃຊ້​ຈ່າຍ​ຫຼິ້ນກິນ​ຟຸມ​ເຟືອຍ​ໄດ​ເດີ! ກໍ່​ຄືບ​ອກຫັ້ນລະ​ວ່າ​ສະພາບ​ລາຍ​ຮັບ​ຂອງ​ແຕ່ລະ​ປະ​ເທດ​ບໍ່​ຄື​ກັນ! ຟັງ​ເພງ​ກ່ອນ​ເນາະ​ແລ້ວ​ຈຶ່ງ​ກັບ​ມາ​ເວົ້າສູ່​ຟັງ​ວ່າການ​ໃຊ້​ຈ່າຍ​ຂອງ​ຄົນ​ຈີນ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ຟົດ​ຟື້ນ​ຊ່ຳ​ໃດ?

ເພງ

ຢ່າ​ລືມ​ທ່ານ​ຜູ້​ຟັງ ມີ​ຄຳ​ຄິດ​ເຫັນ​ຫຍັງ​ກະ​ໂທ​ເຂົ້າມາ​ຫາ​ພວກ​ເຮົາ​ໄດ້ 711477 ຫຼື​ຂໍ້ຄວາມ​ສັ້ນກໍ່​ແມ່ນ  9300 ​ເອົາ, ບັດ​ນີ້​ກໍ່​ມາ​ເວົ້າ​ເລື່ອງ​ການ​ໃຊ້​ຈ່າຍ​ຫຼິ້ນ​ບຸນ​ກຸດ​ຈີນ​ປີ​ນີ້​ຂອງ​ຄົນ​ຈີນ​ເນາະ!​ ​ເວົ້າຮອດ​ເລື່ອງ​ນີ້​ແລ້​ວຄັນ​ຮອດ​ບຸນ​ກຸ​ດຈີນ​ຢູ່​ເມືອງ​ແທນ​ທີ່​ເຄື່ອງ​ຊິ​ແພງ​ຂື້ນ​ບໍ່​ແມ່ນ​ໄດ​ທ່ານ​ຜູ້​ຟັງ ຄົນ​ຈີນ​ສ່ວນ​ຫຼາຍຈະ​ກຽມ​ເງິນ​ໄວ້​ໄປ​ຊື້​ເຄື່ອງ​ໃນ​ວັນ​ຊາດ ຕອນ​ບຸນ​ກຸດ​ຈີນ​ແນວ​ນີ້​ລະ​ເພາະວ່າ​ບໍ​ລິ​ສັດ​ຫ້າງ​ຮ້ານ​ຕ່າງໆ​ຈະ​ຫຼຸດ​ແລກ​ແຈກ​ແຖມ​ຢ່າງ​ຕະຫຼຸດ​ແລ້ວ​ໄ​ລຍະ​ນີ້ ສິນຄ້າ​ບາງ​ອັນ​ຫຼຸດ​ຮອ​ດ 50% ພຸ້ນນະ!​ ຜູ້​ຊື້​ກໍ່​ມ່ວນ​ຜູ້​ຂາຍ​ກໍ່​ມ່ວນ​ວ່າ​ຊັ້ນສະ! ​ເພາະວ່າ​ໄດ້​ຂາຍ​ເຄື່ອງ​ດີ​ເປັນ​ພິ​ເສດ​ເດ! ​ໃນ​ວັນ​ທີ 28 ​ເດືອນ​ແລ້ວ​ນີ້​ທີ່​ເປັນ​ມື້​ສຸດ​ທ້າຍ​ຂອງ​ບຸນ​ກຸດ​ຈີນ​ອາທິດ​ໜຶ່ງ​ຫັ້ນນະ ກະຊວງ​ການ​ຄ້າ​ຈີນ​ສະຫຼຸບ​ຕົວ​​ເລກ​ຄົນ​ໄປ​ຈັບ​ຈ່າຍ​ຊື້​ເຄື່ອງ​ມ່ວນ​ຊື່ນ​ບັນ​ເທີ​ງທົ່ວ​ປະ​ເທດ​ຈີນ​ມູນ​ຄ່າ​ຕັ້ງວ່າ 470 ຕື້​ຢວນຫຼື​ປະມານ 74 ຕື້​ໂດ​ລາ​ພຸ້ນ​ແລ້ວ ລື່ນ​ບຸນ​ກຸດ​ຈີນ 7 ມື້​ໃນ​ປີ​ກາຍ​ນີ້​ຕັ້ງວ່າ 16.2% ຜູ້​ທີ່​ຂາຍ​ດິບ​ຂາຍ​ດີ​ແທ້ໆ​ກໍ່​ແມ່ນ​ເສື້ອ​ຜ້າ​ໜ້າ​ແພ, ​ເຫຼົ້າທຸກ​ຊະນິດ​ແລະ​ຮ້ານ​ອາຫານ​ຕ່າງໆ​ນິລະ ​ເຕັມ​ອັດ​ເຕັມ​ອັດ​ແລ້ວ​ເພາະວ່າຕອນ​ນີ້​ຄົນ​ຈີນ​ຫຼາຍ​ຄົນ​ມີ​ເງິນ​ຫຼາຍ​​ແດ່ ສະຫຼອງ​ກໍ່​ບໍ່​ຕ້ອງ​ສະຫຼອງ​ຢູ່​ເຮືອນ​ມັນ​ແຄບ ມັນ​ເປື້ອນ ຄ້ານ​ມ້ຽນ ຊວນ​ພໍ່-​ແມ່ ຍາດຕິ​ພີ່ນ້ອງ​ໄປ​ສະຫຼອງ​ກັນ​ຢູ່​ຮ້ານ​ອາຫານ​ພຸ້ນ​ມ່ວນ​ເຕັມທີ​ແລ້ວ​ຈ່າຍ​ເງິ​ນປັດກົ້ນລ້າງ​ມື​ໜີ ສະບາຍ​ໄປ​ຈັ່ງ​ຊັ້ນ​ໄດ໋! ທ່ານ​ຜູ້​ຟັງ​ຄິດ​ເບິ່ງ​ໄລຍະ​ແຕ່​ວັນ​ທີ 8 ມັງກອນ​ຈົນ​ຮອດ 16 ​ເດືອນ​ນີ້​ແມ່ນ​ໄລຍະ​ຄົນ​ຈີນ​ເດີນທາງ​ໄປມາ​ຫຼາຍ​ທີ່​ສຸດ​ໃນ​ໄລ​ຍະ​ບຸນ​ກຸດ​ຈີ​ນບໍ່​ວ່າ​ຈະ​ເປັນ​ລົດ​ໄຟ, ລົດ​​ເມ, ຍົນ, ​ເຮືອ​ປະມານ 3 ຕື້ 200 ລ້ານ​ເທື່ອ​ພຸ້ນ​ລະ! ​ແລ້ວ​ການ​ຈັບ​ຈ່າຍ​ຊື້-ຂາຍ​ມັນ​ຈະ​ຟົດ​ຟື້ນ​ຂະໜາດ​ໃດ? ກະຊວງ​ການ​ຄ້າ​ຈີນ​ຈັດ​ອັນ​ດັບ​ສິນຄ້າ​ທີ່​ຂາຍ​ດິບ​ຂາຍ​ດີ​ໃນ​ໄລຍະ 7 ມື້​ພັກ​ນັ້ນ​ເສື້ອ​ຜ້າ​ເຄື່ອງນຸ່ງ​ມາ​ເ​ປັນ​ອັນ​ດັບ 1 ​ເພີ່ມ​ຂື້ນ 18.7% ຈາກ​ປີ​ກາຍ! ຮອງ​ລົງ​ມາກໍ່​ແມ່ນ​ເຄື່ອງ​ປະດັບ​ມີຄ່າ​ບໍ່​ວ່າ​ຈະ​ເປັນ​ເພັດ, ພອຍ, ຍົກ, ຄຳ, ​ເງິນ, ທອງ​ໝູ່​ນີ້​ລະ!​​ ​ເພີ່ມ​ຂື້ນ 16% ສ່ວນ​ອາຫານ​ການ​ກິນ​ກໍ່​ເພີ່ມ​ຂື້ນ 16.2% ​ເບິ່ງ​ທໍ່​ນີ້​ກໍ່​ຮູ້​ແລ້ວ​ວ່າ​ໃນ​ຂະນະ​ທີ່​ທົ່ວ​ໂລກ​ໂດຍ​ສະ​ເພາະ​ອາ​ເມ​ລິ​ກາ ​ເອີຣົບ ພວມ​ປະ​ເຊີນ​ກັບ​ວິ​ກິດ​ການ​ການ​​ເງິນ​ຢ່າງ​ໜັກ​ແຕ່​ຄົນ​ຈີນ​ຍັງ​ມີ​ກຳລັງ​ໃຈ​ຊື້​ຢ່າງ​ມະຫາສານ​ແລ້ວ​ບໍລິສັດ​ໃຫຍ່ໆ​ທາງ​ໃດ​ຈະ​ບໍ່​ຢາກ​ເຈາະ​ເຂົ້າ​ໄປ​ຕະຫຼາດ​ຈີນ​ເນາະທ່ານ​ຜູ້​ຟັງ

ເພງ

ຂະນະ​ນີ້………….​ເອົາ, ມື້​ກີ້​ກໍ່​ເວົ້າ​ເລື່ອງ​ການ​ຫຼິ້ນກິນ​ຊື້​​ເຄື່ອງ​ຊື້​ຂອງ​ຂອງ​ຄົນ​ຈີນ​ຢູ່​ພາຍ​ໃນ​ປະ​ເທດ​ໃນ​ໄລຍ​ະ 7 ມື້​ພັກ​ບຸນ​ກຸດ​ຈີນ​ຜ່ານ​ໄປ​ແລ້ວ! ບັດ​ນີ້​ມາ​ເບິ່ງ​ວ່າ​ໃນ​ໄລຍະ​ພັກ​ນີ້​ຍັງ​ມີ​ຄົນ​ຈີນ​ທີ່​ມີ​ລາຍ​ຮັບ​ສູງ​ປະ​ເພດ​ພວກ​ເງິນ​ເຫຼືອ​ຖົງ​ແລ້ວ​ວ່າ​ຊັ້ນ​ສະ! ບິນ​ໄປ​ທ່ຽວ​ຢູ່​ຕ່າງປະ​ເທດ​ພຸ້ນ​ໄດ໋ທ່ານ​ຜູ້​ຟັງ! ຄື​ເວົ້າຫັ້ນລະ​ວ່າ​ໃນ​ຂະນະ​ທີ່​ທົ່ວ​​ໂລ​ກ​​ໂດຍ​ສະ​ເພາະ​ອາ​ເມ​ລິ​ກາ​ກັບ​ເອີຣົບພວມ​ປະ​ເຊີນ​ກັບ​ວິ​ກິດ​ການ​ການ​ເງິນຢ່າງ​ໜັກໜ່ວງ​ຢູ່​ບຸ​ນຄຣິສມາສ, ປີ​ໃໝ່​ສາກົນ​ຈົນ​ຮອດ​ດຽວ​ນີ້​ນິລະ ຢູ່​ປະ​ເທດ​ຕາ​ເວັນ​ຕົກກໍ່​ບໍ່​ມ່ວນ​ປານ​ໃດ ຍ້ອນ​ຄົນ​ຕາ​ເວັນ​ຕົກ​ວິຕົກ​ກັງວົນກັບ​ລາຍ​ຈ່າຍ​ລາຍ​ຮັບ​ປະຈຳ​ວັນ​ຫຼາຍ ​ໄພ​ຫ່ວາງ​ງານ​ກໍ່​ເພີ່ມ​ຂື້ນ, ຈົນ​ມາ​ຮອດ​ບຸນ​ກຸດ​ຈີນ​ຜ່ານ​ມາ​ນີ້​ເສດຖະກິດ​ຂອງ​ຫຼາຍ​ປະ​ເທດ​ກໍ່​ສົດ​ຊື່ນ​ຂື້ນ​ຍ້ອນ​ຄົນ​ຈີນ​ເດີນທາງ​ໄປ​ທ່ຽວ​ຊື້​ເຄື່ອງ​ຊື້ຂອງ​ຢ່າງ​ເມົາ​ມັນ​ເລີຍ ຄິດ​​ເປັນ​ມູນ​ຄ່າ​ລວມກັນ​ແລ້ວ​ຕັ້ງວ່ວາ 7 ຕື້ 200 ລ້ານ​ໂດ​ລາ ​ແລະ​ໃນ​ໄລຍະ​ນີ້​ຄົນ​ຈີນກໍ່​ກາຍ​ເປັນ​ກຸ່ມ​ຜູ້​ບໍລິ​ໂພ​ກສິນຄ້າ​ຟຸມ​ເຟືອຍ​ອັນ​ດັບ 1 ຂອງ​ໂລກ​ໄປ​ເລີຍ! ​ໃນ​ການ​ຊື້​ເຄື່ອງ​ໃນ​ໄລຍະ​ກຸດ​ຈີນ​ຢູ່​ເອີຣົບ 62% ​ແມ່ນ​ຄົນ​ຈີນ. ສະມາຄົມ​ສິນຄ້າ​ຫຼູຫຼາຂອງ​ໂລກປະກາດ​ຕົວ​​ເລກ​ໃນ​ວັນ​ທີ 28 ​ເດືອນ​ແລ້ວ​ນີ້​ທີ່​ເປັນມື້​ສຸດ​ທ້າຍ​ຂອງ​ບຸນ​ກຸດ​ຈີນ​ວ່າ: ຄົນ​ຈີນ​ໄດ້​ຊື້​ສິນຄ້າ​ໃນ​ຕອນ​ທີ່​ໄປ​ທ່ຽວຕ່າງປະ​ເທດ​ເປັນ​ມູນ​ຄ່າ 7 ຕື້ 200 ລ້ານ​ໂດ​ລາ​ຄື​ເວົ້າມາ​ຫັ້ນລະ ​ເກີນ​ຄາດໝາຍ​ທີ່​ຕັ້ງ​ໄວ້​ຄື 5 ຕື້ 700 ລ້ານ​ໂດ​ລາ. ທຳລາຍ​ສະຖິຕິ​ສູງ​ສຸດ​ຂອງ​ປະ​ຫັວດສາດ ການ​ບໍລິ​ໂພ​ກສິນຄ້າ​ໂລກ! ຕະຫຼາດ​ທີ່​ໄດ້​​ເງິນ​ຈາ​ກການ​ນຳ​ທ່ຽວ​ການ​ຊື້​ຂອງ​ຄົນ​ຈີນ​ຫຼາຍທີ່​ສຸດ​ໃນ​ບຸນກຸດ​ຈີນ​ຜ່ານ​ມາ​ນີ້​ກໍ່​ໄດ້​ແກ່​ເອີຣົບ 46% ອາ​ເມຣິກາ​ເໜືອ 19% ​ແລະ​ຮົງ​ກົງ, ມາ​ເກົາ, ​ໃຕ້​ຫວັນ​ຂອງ​ຈີນ​ເອງ 25% ສິນ​ຄ້າ​ທີ່​ນັກ​ທ່ອງ​ທ່ຽວ​ລະດັບ​ສູງ​ຂອງ​ຈີນ​ມັກ​ຊື້​ທີ່​ສຸດ​ກໍ່​ແມ່ນ​ສິນຄ້າ​ຍີ່​ຫໍ້ Brand name ຂອ​ງໂລກ​ເປັນຕົ້ນວ່າ​:ໂມງ, ​ເຄື່ອງ​ໜັງ, ​ເສື້ອ​ຜ້າ, ​ເຄື່ອງ​ສຳອາງ​ແລະ​ນ້ຳຫອມ! ນ້ຳຫອມ​ກໍ່​ຄືຊິ​ບໍ່ມົ້ມປະ​ເທດ​ຝລັ່ງລະ​ເນ​າະທ່ານ​ຜູ້​ຟັງ!​ ບາງ​ຄົນ​ເພິ່ນ​ຍັງ​ເວົ້າຢອກ​ກັນ​ເດ​ວ່າ​ຊີວິດ​ນີ້ຄັນ​ໄດ້​ເມຍ​ຍີ່ປຸ່ນ ອາຫານ​ຈີນ ນ້ຳຫ​ອມຝລັ່ງ ລົດ​ເຢຍລະ​ມັນ​ກໍ່​​ແມ່ນ​ສຸດ​ທໍ່​ນັ້ນລະ​ວ່າ​ຊັ້ນ​ເດ! ​ແຕ່​ຄວາມ​ຈິງ​ເປັນ​ແນວ​ນັ້ນບໍ່​ໜຸ່ມ​ໃຫຍ່​ກໍ່​ບໍ່​ຮັບປະກັນ​ເດີ້! ​ເອົາ, ຟັງ​ເພງ​ອີກ​ຊຸດ​ໜຶ່ງ​ກ່ອນ​ເ​ນາະ​ແລ້ວ​ຈັ່ງ​ມາ​ເວົ້າສູ່​ຟັງ​ຕໍ່

ເພງ

ຂໍ​ຂອບ​ໃຈ.​...............​ເອົາ, ບັດ​ນີ້​ກໍ່​ມາ​ລົມ​ກັນ​ຕໍ່​ກ່ຽວ​ກັບ​ຄົນ​ຈີນ​ໄປ​ທ່ຽວ​ຊື້​ເຄື່ອງ​ໄປ​ຊື້​ສິນຄ້າ​ລາຄາ​ແພງ​ໆ​ຫຼູຫຼາຢູ່​ຕ່າງປະ​ເທດ​ໃນ​ໄລຍ​ະ 7 ມື້​ນພັກ​ບຸນ​ກຸດ​ຈີນ​ໝົດ​ເງິນ​​ໄປ​ຕັ້ງວ່າ 7 ຕື້ 200 ລ້ານ​ໂດ​ລາ!​ ​ໂອ່!​ຟັງ​ລະກຳ​ລັງ​ຊື້​ຂອງ​ຄົນ​ຈີນ​ດຽວ​ນີ້​ບໍ່​ແມ່ນ​ທຳ​ມະ​ດາ​ອີ່ຫຼີ​ເນາະທ່ານ​ຜູ້​ຟັງ! ກະຊິ​ແມ່ນ​ຫັ້ນລະ​ເພາະວ່າ​ສະຖິຕິ​ລ່າ​ສຸດ​ກ່ຽວ​ກັບ​ເສດ​ຖີ​ໃຫມ່ ​ເສດຖີ​ໜຸ່ມ​ທີ່​ສຸດ​ຂອງ​ໂລກ​ດຽວ​ນີ້​ກໍ່​ແມ່ນ​ຄົນ​ຈີນ​​ເດ! ຄົນ​ລະດັບ​ກາງ​ກໍ່​ຫຼາຍ​ຂື້ນ​ຫຼາຍ! ປີ​​ໃໝ່​ກຸດ​ຈີນ​ປີ​ນີ້​ຕະຫຼາດ​ສິນຄ້າ​ຫຼູຫຼາ Brand name ​ໃນ​ເອີຣົບມີ​ຊີວິດ​ຊີວາ​ທີ່​ສຸດ​ເລີຍ! ປະລິມານ​ກາ​ນຊື້-ຂາຍ​ທຽບ​ກັບປີຜ່ານມາ​ເພີ່ມຂື້ນ​ຕັ້ງ 12% ​ໃນ​ປະ​ເພດ​ສິນຄ້າ​ລາຄາ​ແພງໆ​ນັ້ນ​ໂມງ​ຂາຍ​ດີ​ທີ່​ສຸດ​ເລີຍ! ສ່ວນ​ຢູ່​ອາ​ເມ​ລິ​ກາສິ​ນຄ້າ​ທີ່​ຂາຍ​ດີ​ຫຼາຍກໍ່​ແມ່ນ​ເສື້ອ​ຜ້າ​ເຄື່ອງນຸ່ງ​ຫົ່ມ​ແລະ​ເຄື່ອງ​ໜັງ. ສ່ວນ​ຢູ່​ຮົງ​ກົງ, ມາ​ເກົາ​ຂອງ​ຈີນ​ເອງ​ສິນຄ້າ​ປະ​ເພດ​ເຄື່ອງ​ປະດັບ​ຂາຍ​ດີ​ທີ່​ສຸດ ບໍ່​ວ່າ​ຈະ​ເປັນ ຍົກ, ​ເພັດ​ພອຍ, ມຸກ​ແລະ​ອື່ນໆ! ຟັງ​ເບິ່ງ​ລະ​ກະ​ເປັນຕາ​ສະອອນ​ເນາະ!​ ​ແຕ່​ຂໍ​ຢ້້ຳວ່າ​ໜຸ່ມ​ໃຫຍ່​ບໍ່​ໄດ້​ສະໜັບສະໜຸນ​ໃຫ້​ຄົນ​ລາວ​ໃຊ້ຈ່າຍ​ຟຸມ​ເຟືອຍ​ເດີ້! ຊິຊື້​ຊິ​ຈ່າຍ​ກະ​ເບິ່ງ​ລາຍ​ຮັບ​ຕົວ​ຈິງ​ຂອງ​ຕົນ​ເອງ​ຫັ້ນລະ ຄັນ​ຢາກ​ເປັນ​ໜີ້ ຢາກ​ທຸກ​ໃຈ​ເອົາ​ມື​ກ່າຍ​ໜ້າຜາກ​ກໍ່​ເຮັດ​ໂລດ​ລະ​ແບ​ບ​ໄດ້ 5 ຈ່າຍ 10 ຫັ້ນ! ໜຸ່ມ​ໃຫຍ່​ບໍ່​ເຮັດນຳ​ແລ້ວ​ເວົ້າ​ແທ້​ຢູ່​ລາວ​ປີ​ນີ້​ເປັນ​ປີ​ທ່​ອງທ່ຽວ ​ໂຄສະນາ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຖົງ​ໜັກໆ​ຂອງ​ຈີນ​ເຂົ້າມາ​ທ່ຽວ​ຫຼາຍໆ​ກະດີ​ໄດ໋​ເນາະ! ບ່ອນ​ທ່ອງ​ທ່ຽວ​ກໍ່​ງາມ​ກໍ່​ສົດ​ກໍ່​ໃໝ່ ສິນຄ້າ​ເຄື່ອງ​ປະດັບ​ທີ່​ມີຄ່າ​ຂອງ​ລາວ​ຄຸນ​ະພາບ​ກໍ່​ບໍ່​ນ້ອຍ​ໜ້າ​ໃຜ​ໄດ໋​ເນາະ! ຫຼື​ວ່າ​ຜ້າ​ໄໝ​ໝູ່​ນີ້​ນິ​ເອົາ​ພວກ​ສ່ວນ​ທ່ອງ​ທ່ຽວ​ບຸກຕະຫຼາດ​ນັກ​ທ່​ອງທ່ຽວ​ຈີນ​​ໃຫ້​ໜັກ​ຂື້ນ​ຕື່ມ​ເບິ່ງ! ຟັງ​ເພງ​ກ່ອນ​ເນາະ

ເພງ

​   ເວລາ​ກໍ່​ຍັງ​ບໍ່​ຫຼາຍ​ແລ້ວ! ​ເບິ່ງ​ອາກ​າດມື້​ນີ້​ຮອດ​ເວລາ 6 ​ໂມງ​ແລງ​ຍັງ​ບໍ່​ມືດ​ຊຸ້ມລ້າວ​ເທື່ອ​ສົງ​ໄສຍາ​ມໜາວຢູ່​ວຽງ​ຈັນ​ຊິ​ໝົດ​ແທ້​ລະຕິ​ນິ! ​​ເວົ້າ​ແທ້​ເດືອນ​ລາວ​ກໍ່​ເດືອນ 3 ​ແຮມ 1 ຄ່ຳ​ລະ​ເດ​ເນາະ! ​ເລີ່​ມມືດ​ຊ້າ​ລະ​ໄດ໋ ​ເອົາ​ໃນ​ໄລຍະ​ອາກາດ​ປ່ຽນ​ແປງ​ແນວ​ນີ້​ກໍ່​ຮັກສາ​ສຸ​ຂະ​ພາບ​ແດ່​ເດີ້​ມິດ​ລາຍການ, ພະຍາດ​ຕາມ​ລະດູໜາວ​ກໍ່​ບໍ່​ຄື​ກັນ​ໄດ​ເນາະ! ຍາມໜາວ​ກໍ່​ແມ່ນ​ພະຍາດ​ທາງ​ເດີນ​ຫາຍ​ໃຈ​ແມ່ນ​ບໍ່​ລະ? ບໍ່​ວ່າ​ຈະ​ເປັນ​​ໄຂ້, ​ໄອ, ປອດ​ອັກ​​ເສບ, ປອດ​ບວມ​ໄປ​ຈັ່ງຊັ້ນລະ! ບາດ​ເລີ່​ມຮ້ອນ​ຫຼື​ເຂົ້າສູ່​ຍາມ​ຮ້ອນ​ແທ້​ແລ້ວ​ກໍ່​ລະວັງ​ຖອກທ້ອງ​ກັບ​​ໄຂ້​ເລືອດ​ອອກ​ໄດ໋ບາດ​ນິ໋! ໜາວ​ເຊົາ​ແລ້ວ​ຍຸງ​ກໍ່​ຊິ​ຫຼາຍ​ຂື້ນ​ລະ​ໄດ​ບາດ​ນິ! ​ໂດຍ​ສະ​ເພາະ​ຕອນ​ຫົວ​ແລງ​ແນວ​ນີ້​ແຫ່ງ​ກະ​ເຕັກ​ລະ! ​ເອົາ, ລະມັດລະວັງ​​ເນາະ, ອາຫານ​ການ​ກິນ​ຍາມ​ຮ້ອນ​ມັກ​ບູດ​ງ່າຍ ຢ່າ​ເສຍດາຍ​ຫຼາຍ​ຈັກ​ໜ່ອຍ​ເຈັບທ້ອງ, ຖອກທ້ອງ​ຊິ​ຕາ​ໂກນ​ໄດ໋! ຂອງ​ດິບ​ຂອງ​ແດງ​ໝູ່​ນີ້​ກໍ່​ລະວັງ ຫຼື​ຜູ້​ສາວ​ຜູ້ຍິງຊາວ​ໜຸ່ມ​ມັກ​ກິນ​ໝາກສົ້ມໝາກ​ແສວ​ນີ້​ນະ! ລະວັງຄວາມ​ສະອາດ​ຕ້ອງ​ມາ​ກ່ອນ​ຄັນ​ບໍ່​ຢາກ​ເຈັບທ້ອງ​ຖອກທ້ອງ​ນ​ະ​ເນາະ! ​ເຕືອນ​ດ້ວຍ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ
​ເພງ
ຈົບ