ຖະໜົນ​ສາງ​ອ່ານ ​ແລະ ​ເຂົ້າປຸ້ນ​ຂ້າມ​ຂົວ

(GMT+08:00) 2012-04-26 15:42:07     cri
ສະບາຍດີ​ມິດ​ລາຍການ​ທຸ​ກໆ​ທ່ານ! ຮອດ​ເວລາ 19 ​ໂມງ​ໜຸ່ມ​ໃຫຍ່​ອາລົມ​ດີ​ສົ່ງ​ສຽງ​ຜ່ານ CRI FM 93Mhz. ມາ​ທັກ​ທາຍ​ສະບາຍດີ​ມິດລາຍການ​ອີກ​ແລ້ວ ທັງ​ມິດ​ລາຍການ​ປະຈຳ​ແລະ​ບໍ່​ປະຈຳ! ທັງ​ຜູ້​ຟັງ​ຢູ່​ບ້ານ, ຢູ່​ຮ້ານ, ຢູ່​ລົດ ຟັງ​ຢູ່​ໃສ​ກໍ່​ແລ້ວ​ແຕ່ ຂໍ​ຂອບ​ໃຈ​ທຸກ​ທ່ານ​ທີ່​ເປັນ​ກຳລັງ​​ໃຈ​ໃຫ້​ລາຍການ​ນີ້ ກໍ່​ຄື​ລາຍການ​ຕ່າງໆ​ຂອງ CRI ຄືນ​ນີ້​ໜຸ່​ມ​ໃຫຍ່​ເອົາ​ໂທລະສັບ​ຂອງ​ສອງ​ມິດ​ລາຍການ​ມາ​ຕອບ​ຄຳ​ຖາມ​ທີ່​ເບົ​າໆ​ສະບາຍ​ສະບາຍ ​ໄດ້​ສາລະ​ຄວາມ​ຮູ້​ພ້ອມ. ຜູ້​ທຳ​ອິດ​ແມ່ນ ວິ​ໄນ ຢູ່​ບ້ານ​ດົງ​ໝ້ຽງ, ​ເຮັດ​ວຽກ​ຢູ່​ກະຊວງ​ແຮງ​ງານ ບອກ​ວ່າ​ເຄີ​ຍ​ໄປ​ສຳ​ມະ​ນາ​ຢູ່​ປັກ​ກິ່ງສອງ​ອາທິດ​ໃນ​ປີ 2007. ​ເວລາ​ເຈົ້າພາບ​ພາ​ທ່ຽວ​ປັກ​ກິ່ງ​ໃນ​ມື້​ພັກ ​ເພິ່ນ​ພາ​ໄປ​ຫຼິ້ນ​ໄປ​ຖ່າຍຮູບ​ຢູ່​ສະໜາມ​ຫຼວງ ທຽນ​ອັນ​ເໝິນ ທີ່​ຕັ້ງຢູ່​ແຄມ​ຖະໜົນ ສາງ​ອ່ານ ​ເພິ່ນ​ວ່າ​ຖະໜົນ​ນີ້​ທັງ​ງ​າມທັງ​ກ້ວາງ​ເອົາ​ແທ້​ເອົາ​ວ່າ! ໜຸ່ມ​ໃຫຍ່​ເວົ້າສູ່​ຟັງ​​ໄດ້​ບໍ່​ວ່າ​ມັນ​ມີ​ຄວາມ​ເປັນ​ມາ​ສຳຄັນ​ແນວ​ໃດ​ຕໍ່​ປັກ​ກິ່ງ? ອີກ​ທ່ານ​ໜຶ່ງຄື ນ້ອງ​ຈິດ ຢູ່​ທົ່ງ​ມັ່ງ ​ເພິ່ນ​ວ່າ​ເຄີຍ​ໄປ​ຄຸນ​ໝິງ ຢູ່​ແຄມ​ສະໜາມ​ຫຼວງ​ໃຈກາງ​ເມື​ອງຄຸນ​ໝິງ ມີຮ້ານ​ໜຶ່ງ​ຊື່ວ່າ: The Brothers Jiang ຂາຍ​ເຂົ້າປຸ້ນ​ຂ້າມ​ຂົວ ດັງ​ຂະໜາດຄົນ​ຫຼາຍ​ຂະໜາດ ຖ້ວຍ​ໃຫຍ່ໆ​ແຊບໆ ຢາກ​ຖາມ​ວ່າ​ສອງອ້າ​ຍນ້ອງ​ນີ້​ມີ​ສ່ວນ ມີ​ປະ​ຫັວດກ່ຽວຂ້ອງ​ກັບ​ເຂົ້າປຸ້ນ​ຂ້າມ​ຂົວ​ນີ້​ແນວ​ໃດ? ວ່າ​ຊັ້ນ! ອາວ, ບໍ່​ຍາກ​ໜຸ່ມ​ໃຫຍ່​ແລະ​ທີ​ມງານ​ຊອກ​ຄຳ​ຕອບ​ໄດ້​ແລ້ວ​ຟັງ​ເພງ​ກ່ອນ​ແລ້ວ​ຈະ​ມາ​ເວົ້າ​ໃຫ້​ຟັງ!

ເພງ

711477,………………. ບັດ​ນີ້​ກໍ່​ຈະ​ຕອບ​ຂໍ້​ຂ້ອງ​ໃຈ​ຂອງ​ມິດ​ລາຍການ​ຜູ້​ຊື່ວ່າ ວິ​ໄນ ຢູ່​ບ້ານ​ດົງ​ໝ້ຽງ ທີ່​ຖາມ​ກ່ຽວ​ກັບ​ຖະໜົນ​ສາງ​ອ່ານ ຢູ່​ໃຈກາງ​ນະຄອນຫຼວງ​ປັກ​ກິ່ງ​ວ່າ​ມີ​ຄວາມ​ເປັນ​ມາ ​ແລະ ສຳຄັນ​ແນວ​ໃດ​ຕໍ່​ປັກ​ກິ່ງ? ທຽບ​ປະ​ຫັວດຄວາມ​ເກົ່າ​ແກ່​ຂອງ​ຖະໜົນ ສາງ​ອ່ານ ວ່າ​ມີ​ຄວາມ​ສຳຄັນ​ແນວ​ໃດ​ຕໍ່​ປັກ​ກິ່ງຂອງ​ຈີນ ມັນ​ກໍ່​ຊ່ຳກັບ​ຖະໜົນ​ລ້ານ​ຊ້າງ​ຂອງ​ນະຄອນຫຼວງ​ວຽງ​ຈັນ​ນິລະ! ​ເປັນ​ຖະໜົນ​ທີ່​ໃຫຍ່​ແລະ​ສຳຄັນ​ຂອງ​ນະຄອນຫຼວງ​ວ່າ​ຊັ້ນສະ! ຜູ້​ໃດ​ໄປ​ປັກ​ກິ່ງ​ບໍ່ວ່າ​ໄລຍະ​ສັ້ນຫຼື​ຍາວ ​ແນ່ນອນ​ຄື​ຊິ​ໄດ້​ຂີ່​ລົດ​ຜ່ານ​ຖະໜົນ ສາງ​ອ່ານ ທີ່​ກ້ຳໜຶ່ງ​ແມ່​ນສະໜາມຫຼວງ ທຽນ​ອັນ​ເໝິນ ​ແລະ ອີກ​ກ້ຳໜຶ່ງ​​ແມ່​ນພະລາດ​ຊະ​ວັງ​ຫວງ​ຫ້າມ ທີ່​ມີ​ຮູບ​ປະທານ ​ເໝົາ​ເຈີ​ຕຸ​ງ ​ໃຫຍ່ໆ​ຕິດ​ຢູ່​​ໃນ​ປະຕູ​ໂຂງ​ຫັ້ນລະ! ຕອນ​ຢູ່​ປັກ​ກິ່ງ 4 ປີ​ເຄິ່ງໜຸ່ມ​ໃຫຍ່​ກໍ່​ໄປ​ຫຼິ້ນສະໜາມ​ຫຼວງ ທຽນ​ອານ​ເໝິນ ​ເລື້ອຍໆ ​ໂດນ​ສະ​ເພາະ​ຄ້າຍ​ແລງ 16-17 ​ໂມງ​ນີ້ ພໍດີ​ໄປ​ຍ່າງ​ເລາະ​ຫຼິ້ນບາງ​ເທື່ອ​ກໍ່​ໄປ​ເອງ ບາງ​ເທື່ອ​ກໍ່​ພາ​ໝູ່​ຈາກ​ວຽງຈັນ​ໄປ​ຫຼິ້ນຖ່າຍຮູບ! ​ເວົ້າ​ເລື່ອງ​ຄວາ​ວກ້ວາງ​ຂອງ​ຖະໜົນ​ສາງ​ອ່ານ​ແລ້ວ ​ແຕ່​ກ່ອນ​ມີ 8 ຊ່ອງ​ທາງ​ຈະລາຈອນ ນັບ​ແຕ່​ເດືອນ​ ສິງ​ຫາ ປີ 2011 ມາ​ນີ້ ກໍ່​ມີ​ຮອດ 10 ຊ່ອງ 10 ​ເລນ​ພຸ້ນ​ແລ້ວ, ກ້ວາງ​ຂວາງ​ງົດ​ງາມ​ຫຼາຍ! ຄັນ​ມີ​ຜູ້ນຳ​ປະ​ເທດ​ໃດ​ໄປ​ຢາມ​ປັກ​ກິ່ງ​ກໍ່​ຈະ​ມີ​ທຸງຊາດ​ຂອງ​ຈີນ​ກັບ​ຂອງ​ປະ​ເທດ​ນັ້ນ​ແລ້ວ! ປະດັບ​ຢູ່​ຕາມ​ເສົາ​ໄຟ ​ແຄມ​ຖະໜົນ ສາງ​ອ່ານ ປິວ​ສະ​ບັດ ສະງ່າ​ງາມ​ຂະໜາດ! ​ເພິ່ນ​ແບ່ງ​ຖະໜົນ​ສາງ​ອ່ານ ​ເປັນຕາ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກ ​ເ​ນັ່ງ​ຍາວ​ຈາກ​ທິດຕາ​ເວັນ​ອອກ​ຫາ​ທິດຕາ​ເວັນ​ຕົກ ​ເລີ່​ມຕົ້ນຈາກ​ເຂດ​ຖົງ​​ໂຈ່​ວ ​ໄປ​ສຸດຢູ່​ເຂ​ດ ສື່​ຈິ່ງ​ຊ່ານ ຍາວ​ທັງ​ໝົດ 38 ກິ​ໂລ​​ແມັດ, ຖະໜົນ​ເສັ້ນນີ້​ສຳຄັນ​ທີ່​ສຸດ ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ນະຄອນຫຼວງ​ປັກ​ກິ່ງ ​ແລະ ທົ່ວ​ໂລກ​ກໍ່​ຮູ້​ດີ! ຈັກ​ໜ້ອຍກັບ​ມາ​ເວົ້າສູ່​ຟັງ​ກ່ຽວ​ກັບ​ຖະໜົນ​ສາຍ​ນີ້!

ເພງ

ຖະໜົນ ສາງ​ອ່ານ ສ້າງ​ຂື້ນ​ແຕ່​ສະ​ໄໝ​ລາດ​ຊະ​ວົງ ໝິງ ປະມານ 1406-1420 ພ້ອມ​ໆ​ກັບ​ການ​ສ້າງ​ພະລ​າດ​ຊະ​ວັງ​ຫວງ​ຫ້າມ​ຫັ້ນລະ! ​ໄລ່​ມາ​ຮອດ​ດຽວ​ນີ້​ອາຍຸ 600 ກ່ວາ​ປີ​ແລ້ວ​ເດ່! ຄຳ​ວ່າ ສາງ​ອ່ານ ​ໃນ​ພາສາ​ຈີນ​ກໍ່​ແປ​ໃນ​ພາສາ​ລາວ​ວ່າ: " ມີ​ສັນ​ຕິ​ພາບ​ຕະຫຼອດ​ໄປ " ລຽບ​ຕາມ​ຖະໜົນ​ສາຍ​ນີ້​ມີ​ສະຖານ​ທີ່​ສຳຄັນ​ແລະ​ມີ​ຊື່​ສຽງ​ຂອງ​ປັກ​ກິ່ງ​ຫຼາຍ​ບ່ອນ, ​ເຊັ່ນວ່າ: ພະລາດ​ຊະ​ວັງ​ຫວງ​ຫ້າມ ​ແລະ ສະໜາມ​ຫຼວງ ທຽນ​ອັນ​ເໝິນ ຄື​ວ່າ​ມາ​ຫັ້ນລະ! ນອກ​ນັ້ນກໍ່​ຍັງ​ມີ​ທຳນຽບ ຈົ່ງ​ໝານ​ຫາຍ ທີ່​ເປັນ​ຫ້ອງ​ວ່າ​ການ​ລັດຖະບານ​ຈີນ ​ແລ້ວ​ກໍ່​ມີ​ເຂດ​ ຊີ່​ຕ່າ​ນ ​ແລະ ຕຸ່ງຕ່າ​ນ ທີ່​ເປັນ​ສູນ​ທ່ອງ​ທ່ຽວ ສູນ​ການ​ຄ້າ​ໃຫຍ່​ຂອງ​ປັກ​ກິ່ງ​ທີ່​ທັນ​ສະ​ໄໝ​ຫຼາຍ! ຄວາມ​ສຳຄັນ​ຂອງ​ສະໜາມ​ຫຼວງ ທຽນ​ອັນ​ເໝິນ ນີ້​ໃນ​ວັນ​ທີ 1 ຕຸລາ 1949 ປະທານ ​ເໝົາ​ເຈີ​ຕຸ​ງ ກໍ່​ຢືນ​ຢູ່​ເທິງ​ຜາມ​ໄຊ​ຂອງ ທຽນ​ອັ​ນ​ເໝິນ ທີ່​ຕັ້ງຢູ່​​ແຄມ​ຖະໜົນ​ນີ້​ລະ ​ເພື່ອ​ປະກາດ​ຕໍ່​ຊາວ​ໂລກ​ວ່າ ສ.ປ ຈີນ ​ໄດ້​ສະຖາປະນາ​ຂື້ນ​​ແລ້ວ ​ແລະ​ວັນ​ຄົບຮອບ​ວັນຊາດ​ຈີ​ນປີ​ໃຫຍ່ໆ ລ່າ​ສຸດ​ຄົບຮອບ 60 ປີ ຜ່ານ​ມາ​ນີ້ ກໍ່​ມີ​ເດີນ​ຂະ​ບວນສວນສະໜາມ​ແດງ​ກຳລັງ​ຢ່າງ​ຍິ່ງ​ໃຫຍ່​ອາ​ລັງກາ​ນ ທັງ​ຂ​ອງປະຊາຊົນ, ພະນັກງານ ທະຫານ ຕຳຫຼວດ ອາວຸດ​ຍຸດ​ໂທ​ປະກອນ ກໍ່​ແມ່ນ​ຈັດ​ຢູ່​ຖະໜົນ ສາງ​ອ່ານ​ນີ້​ລະ! ​ເອົາ, ກໍ່​ຫວັງ​ວ່າ​ເຈົ້າຂອງ​ຄຳ​ຖາມ​ຄື ວິ​ໄນ ຢູ່​ບ້ານ​ດົງ​ໝ້ຽງ​ງ ກໍ່​ຄື​ທ່ານ​ຜູ້​ຟັງ​ທີ່​ສົນ​ໃຈ​ກໍ່​ຄົງ​ຮັບ​ຮູ້​ຄຳ​ຕອບ​ແລ້ວ​ວ່າ ຖະໜົນ ສາງ​ອ່ານ ທີ່​ເປັນ​ຖະໜົນ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ນະຄອນຫຼວງ​ປັກ​ກິ່ງ ມີ​ຄວາມ​ສຳຄັນ​ແລະ​ມີ​ປະ​ຫັວດຄວາມ​ເປັນ​ມາ​ຍາວ​ນານ​ຊ່ຳ​ໃດ? ຢ່າ​ລືມ​ເດີ້​ໃຜ​ໄປ​ປັກ​ກິ່ງ​ໄປ​ຢາມ​ຖະໜົນ​ນີ້​ໃຫ້​ໄດ້ ສະຫງ່າ​ງາມ​ຫຼາຍ​ໂດຍ​ສະ​ເພາະ​ຢູ່​ຕໍ່ໜ້າ​ສະໜາມ​ຫຼວງ ທຽນ​ອັນ​ເໝິນ ​ແລະ​ພະ​ລາດ​ຊະ​ວັງ​ຫວງ​ຫ້າມ ທາງ​ທີ່​ສະດວກ​ທີ່​ສຸດ​ຂີ່​ລົດ​ໄຟ​ໃຕ້​ດິນ​ໄປ 2 ຢວນ, 2400 ກີບ ຮອດ​ສະບາຍ​ລົດ​ກໍ່​ບໍ່​ຕິດ ມີ​ແຕ່​ອັດ​ແຍ້​ກັນ​ໜ້ອຍໜຶ່ງ​ທໍ່​ນັ້ນລະ! ລົງ​ປ້າຍ ທຽນ​ອັນ​ເໝິນ​ໂລດ​ເດີ້! ມາ​ຟັງ​ເພງ​ຈັກ​ໜ້ອຍ​ຈະ​ກັບ​ມາ​ຕອບ​ຂໍ້​ຂ້ອງ​ໃຈ​ຂອງ​ມິດ​ລາຍການ​ອີກ​ຜູ້​ໜຶ່ງ​ຄື​ຜູ້​ຊື່ວ່າ ຈິດ ຢູ່​ບ້ານ​ທົ່ງ​ມັ່ງ, ທີ່​ຖາມ​ເຖິງ​ເຂົ້າປຸ້ນ​ຂ້າມ​ຂົວ​ຢູ່​ຄຸນ​ໝິງ ກັບ​ສອງອ້າຍນ້ອງ​ນາມສະກຸນ ຈ່ຽງ ມັນ​ກ່ຽວ​ພັນ​ກັນ​ແນວ​ໃດ?

ເພງ

711477,…………. ​ເອົາ, ບັດ​ນີ້​ກໍ່​ຈະ​ຕອບ​ຂໍ້​ຂ້ອງ​​ໃຈ​ຂອງ​ມິດ​ລາຍການ​ຜູ້​ຊື່ວ່າ​ ຈິດ ​ເພິ່ນ​ເຄີຍ​ໄປ​ຄຸນ​ໝິງ ​ເມືອງ​ເອກ​ຂອງ​ແຂວງ ຢູນນານ ທີ່​ຕິດ​ກັບ ລາວ, ມຽນມາ ​ໄດ້​ໄປ​ເຂດ​ສະໜາມ​ຫຼວງ​ໃຈກາງ​ເມື​ອງ​ໄດ້​ໄປ​ຊິ​ມ​ເຂົ້າປຸ້ນ​ຂ້າມ​ຂົວ​ຮ້ານ​ສອງອ້າຍນ້ອງ ຈ່ຽງ ດັງ​ຫຼາຍ​ເລີຍ​ຢາກ​ຮູ້​ປະຫວັດ​ຄວາມ​ເປັນ​ມາ​ວ່າ​ເປັນ​ຫຍັງ​ຈຶ່ງ​ເອີ້ນ​ວ່າ: " ​ເຂົ້າປຸ້ນ​ຂ້າມ​ຂົວ "​ ມັນ​ກ່ຽວ​ພັນ​ກັບ​ສອງ​ອ້າຍ​ນ້ອງ​ຕະກູນ​ຈ່ຽງ​ແນວ​ໃດ? ວ່າ​ຊັ້ນ! ​ເອົາ​, ຈະ​ຕອບ​ເລື່ອງ​ເຂົ້າປຸ້ນ​ຂ້າມ​ຂົວ​ກ່ອນ​ວ່າມັນ​ມີ​ຄວາມ​ເປັນ​ມາ​ຄື​ແນວ​ໃດ? ​ໃນ​ສະ​ໄໝ​ບູຮານ​ຄົນ​ຈີນ​ທີ່ມີ​ຄວາມ​ຮູ້ມັກ​ໄປ​ສອບ​ເສັງ​ເປັນ ຈອມ​ຫງວນ ຄັນ​ໄດ້​ເບິ່ງ​ຮູບ​ເງົາ ​ເບິ່ງລະຄອນ​ໂທລະພາບ​ເລື່​ອງບູ​ຮານ​ຈີນ​ກໍ່​ຮູ້​ໂລດ​ລະ! ກ່ອນ​ຈະ​ໄປ​ສອບ​ເສັງ​ເປັນ​ຈອມ​ຫງວນ​ໃນ​ສະ​ໄໝ​ນັ້ນມັນ​ບໍ່​ແມ່ນ​ເລື່ອງ​ງ່າຍໆ​ເລີຍ​ຕ້ອງ​ໄດ້​ອ່ານ​ປື້​ມອ່ານ​ຕຳລາ​ຫຼາຍໆ​ກ່ອນ​ຈັ່ງ​ເສັງ ປະ​ເພດ​ວ່າ​ປື້​ມຕຳລາ​ຄວາມ​ຮູ້​ຕ້ອງ​ໄດ້​ແກ່​ໃສ່​ລໍ້​ໄປ​ພຸ້ນ​ແລ້ວ! ສະນັ້ນຜູ້​ຈະ​ສອບ​ກໍ່ຕ້ອງ​ໄປ​ຫາ​ບ່ອນ​ສະຫງົບ​ງຽບ​​ເລົ່າ​ອ່ານໜັງສື, ​ໂດຍ​ສະ​ເພາະ​ກໍ່​ແມ່ນ​ສາລາ​ແຄມໜອງ​ຂອງ​ເມືອງ ໝິງຈື້ ​ໃນ​ຍາມໜາວ​ເມຍ​ຂອງ​ຜູ້​ເລົ່າໜັງສື​ກຽມ​ສອບ​ຈອມ​ຫງວນຜູ້​ໜຶ່ງ​ຄິດ​ວ່າ: ການ​ທີ່​ຈະ​ສົ່ງ​ອາຫານ​ໄປ​ຜ່ານ​ທະ​ເລ​ຊາຍ​ໃນ​ອາກາດ​ໜາວ ​ເຊື່ອ​ໄປ​ຮອດ​ອາຫານ​ກໍ່​ເຢັນ​ໝົດ​ແລ້ວ ຈະ​ເຮັດ​ແນວ​ໃດ​ນໍ້ມັນ​ຈຶ່ງ​ຈະ​ຮ້ອນ​ຈະ​ອຸ່ນ​ຢູ່? ສະ​ນັ້ນ​ຍິງ​ຜູ້ນັ້ນກໍ່​ຄົ້ນຄິດ​ຈົນ​ພົບ​ສູດ ​ " ເຂົ້າປຸ້ນ​ຂ້າມ​ຂົວ " ຄື​ເອົາ​ໄກ່​ຫຼື​ເປັດ​ມາຕົ້ມ​ເຮັດ​ເປັນນ້ຳ​ແກງ ​ແລ້ວ​ເອົາ​ນ້ຳມັນ​ໄກ່ລາດ​ລົງ​ໜ້າ​ຂອງ​ນ້ຳ​ແກງ ​ເພື່ອ​ຮັກສາ​ຄວາມ​ຮ້ອນ​ໄວ້ສ່ວນ​ເຄື່ອງ​ປະກ​ອບທີ່​ຈະ​ເອົາ​ໄປກິນ​ນຳ​ກັນ ນອກ​ຈາກມີ​ເຂົ້າປຸ້ນ​ແລ້​ວກໍ່​ຍັງ​ມີ​ຊີ້ນ​ປາ​ຊອຍ​ບາງໆ, ຊີ້ນ, ຜັກ​ຕ່າງໆ ​ແຜ່ນ​ເຕົ້າຫູ້ ບາດ​ເວລາ​ກິນ​ກໍ່​ເອົາ​ເຄື່ອງ​ປະກອບ​ເຫຼົ່າ​ນີ້​ລົງ​ຈຸ່ມ​ນ້ຳ​ແກງ​ນ້ຳຊຸບ​ທີ່ຮ້ອນ​ຢູ່ ​ເຮັດຄື​ກິນຊີ້ນ​ຈຸ່ມ​ນິລະ ​ແລ້ວ​ກໍ່​ເອົາ​ເຂົ້າປຸ້ນ​ຖອກ​ລົງ​​ໃສ່​ນ້ຳ​ແກງ ມັນ​ກໍ່​ສຸກ​ໄປ​ໃນ​ຕົວ​ແລ້ວ​ກໍ່​ເອົາ​ມາ​ກິນ ​ແຊບ​ຂະໜາດ, ​ແຕ່​ເນື່ອງ​ຈາກ​ວ່າ​ຕ້ອງ​ຫາບ​ຕ້ອງ​ຫິ້ວຂອງ​ກິນ​ເຫຼົ່າ​ນີ້​ໄປ​ສົ່ງ​ຜົວຢູ່​ກາງ​ໜອງ​ໃຫຍ່​ທີ່​ຕ້ອງ​ຍ່າງ​ຂ້າມ​ຂົວ​ຍາວ​ກໍ່​ເລີຍ​ເອີ້ນ​ເຂົ້າປຸ້ນ​ນີ້​ວ່າ: ​ເຂົ້າປຸ້ນ​ຂ້າມ​ຂົວ! ນັບ​ແຕ່​ນັ້ນມາ​ເປັນ​ຫຍັງ​ຈຶ່ງ​ເອີ້ນ​ວ່າ​​ເຂົ້າປຸ້ນ​ຂ້າມ​ຂົວ? ທີ່​ມາ​ຂອງ​ມັນ​ກໍ່​ແນ​ວນີ້​ລະ! ​ເອົາ, ຟັງ​ເພງ​ກ່ອນ​ແລ້ວ​ຈະ​ກັບ​ມາ​ເວົ້າສູ່​ຟັງ​ວ່າ​ເປັນ​ຫັຍ​ງຈຶ່ງ​ເອີ້ນ​ວ່ວ​ເຂົ້າປຸ້ນ​ຂ້າມ​ຂົວ​ນີ້​ຈຶ່ງ​ມາ​ກ່ຽວ​ພັນ​ກັບ​ສອງອ້າ​ຍນ້ອງ​ນາມສະກຸນ​ຈ່ຽງ?

ເພງ

ຄື​ເວົ້າ​ແຕ່​ຕອນຕົ້ນລາຍການ​ຫັ້ນລະ​ວ່າ ຢູ່​ຄຸນ​ໝິງມີ​ຮ້ານ​ເຂົ້າປຸ້ນ​ຂ້າມ​ຂົວ​ນ້ອຍ-​ໃຫຍ່​ເກືອບ​ທຸ​ກໆ​ຖະໜົນ ​ແຕ່​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຕ້ອງ​ແມ່ນ​ຮ້ານ " ສຽວ​ຊ່ຽງ​ຢວນ " ​ເຖິງ​ວ່າ​ຈະ​ບໍ່​ແມ່ນ​ຮ້ານ​ທີ່​ເກົ່າ​ແກ່​ຫຼາຍ​ແຕ່​ມີ​ສາຂາ​ຢູ່​ນະຄອນ ຢູ່​ເມື​ອງຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈີນ​ຢ່າງ​ຫຼວງ​ຫຼາຍ!​ ຜູ້​ສ້າງ​ຮ້ານ " ສຽວ​ຊ່ຽງ​ຢວນ " ​ແມ່ນ​ສອງອ້າຍນ້ອງ​ໜຸ່ມ​ໃນ​ປີ 1983 ອ້າຍ​ຊື່ວ່າ ຈ່ຽງຢົງ ຕອນ​ນັ້ນອາຍຸ​ມີ​ແຕ່ 21 ປີ. ນ້ອງ​ຊາຍ​ຊື່ ຈ່ຽງຈ້ວນ ມີ​ອາຍຸ​ແຕ່ 18 ປີ. ຫຼັງ​ຈາກ​ທີ່​ເປັນ​​ເດັກ​ຮັບ​ໃຊ້​ຢູ່​ຮ້ານ​ໃກ້ໆ​ກັບສະຖານີລົດ​ໄຟ​ຂອງ​ເມືອງ ​ເໝີ​ງຈື່ ສອງ​ປີ ຊາຍ​ໜຸ່ມ​ຫົວ​ແຫຼມ​ສອງ​ຄົນ​ນີ້​ກໍ່​ເລີ່ມຕັ້ງຮ້ານ​ຂອງ​ຕົນ​ເອງ​ດ້ວຍ​ເງິນ​ທຶນ 2.000 ຢວນ ​ເງິນ 2.000 ຢວນທຽບ​ກັບ​ເງິນ​ລາວ​ກໍ່​ບໍ່​ແມ່ນ​ໜ້ອຍ​ເດີ້! ​ແຕ່​ດຽວ​ນີ້ 2.000 ທຽບ​ກັບ​ເງິນ​ລາວ​ກໍ່ 2.400.000 ກີບ​ແລ້ວ! ​ເຖິງ​ວ່າຮ້ານ​ນ້ອຍໆ​ກ້ວາງ​ພຽງ​ແຕ່ 20 ຕາ​ແມັດ​ເທົ່າ​ນັ້ນ! ​ແຕ່​ຍ້ອນ​ຄວາມ​ອົດທົນ​ດຸໝັ່ນຂອງ​ສອງອ້າຍນ້ອງ ​ແລະ ລົດ​ຊາດ​ຂອງ​ເຂົ້າປຸ້ນ​ຂ້າມ​ຂົວ​ກໍ່​ແຊບ​ຫຼາຍ! ລູກ​ຄ້າ​ຈຶ່ງ​ເຂົ້າມາ​ອຸດໜຸນ​ຫຼາຍ ຈົນ​ມາ​ຮອດ​ປີ 1988 ​ເມື່ອ​ມີ​ທຶນຮອນ​ຫຼາຍ​ແລ້ວ​ສອງ​ອ້າຍ​ນ້ອງ​ຈ່ຽງຈຶ່ງ​ເຂົ້າມາ​ເປີດ​ຮ້ານ​ໃໝ່​ຢູ່​ໃຈກາງ​ນະຄອນຄຸນ​ໝິງ ພ້ອມ​ທັງ​ໄດ້​ເປີດ​ສາຂາ​ຢູ່​ເມືອງ​ຕ່າງໆ​ຂອງ​ຈີນ​ພ້ອມ ຈົນ​ມີ​ຊື່​ສຽງ​ດັງ​ໄປ​ທົ່ວ​ປະ​ເທດ ອັນ​ນີ້​ກໍ່​ຄື​ປະຫວັດ​ຂອງ​ເຂົ້າປຸ້ນ​ຂ້າມ​ຂົວ​ວ່າມັນ​ກ່ຽວ​ພັນ​ກັບ​ສອງອ້າ​ຍນ້ອງ​ນາມສະກຸນ​ຈ່ຽງ​ໄດ້​ແນວ​ໃດ? ກໍ່​ຫວັງ​ວ່າ​ມິດ​ລາຍການ​ຜູ້​ຊື່ວ່າ​ຈິດ ຢູ່​ທົ່ງ​ມັ່ງ ຄົງ​ຈະ​ໄດ້​ຄຳ​ຕອບ​ແລະ​ຄົງ​ຟັງ​ຢູ່​ເນາະ! ​ແລະ​ມິດ​ລາຍ​ການ​ອື່ນໆ​ທີ່​ສົນ​ໃຈ​ກໍ່​ຄື​ກັນ ​ເອົາ, ຢາ​ກຮູ້​ເລື່ອງ​ໃດ​ກໍ່​ຖາມ​ເນາະ 711477,…………. ​ເວລາ​ຈະ​ໝົດ​ແລ້ວ​ຟັງ​ເພງ​ຊຸດ​ສຸ​ດທ້າຍ!
​ເພງ
ຈົບ