ງ່ຽງ​ຫູ​ຟັງ​ສຽງ​ປະ​ຊາ​ຊົນ

(GMT+08:00) 2012-04-26 15:45:17     cri

ສະບາຍດີ​ທ່ານ​ຜູ້​ຟັງ​ຂອງ CRI FM 93Mhz ທຸກ​ທ່ານ! ຫຼັງ​ຈາກ​ຟັງ ​ເອກະສັນ ກັບ ກະຕ່າຍ​ເວົ້າ​ຂ່າວ​ກິລາ​ສູ່​ຟັງ​ແລ້ວ​ຮອ​ດ 19 ​ໂມງ​ປັບ​ກໍ່​ແມ່ນ​ໜ້າ​ທີ່​ຂອງ​ໜຸ່ມ​ໃຫຍ່​ອາລົມ​ດີ​ທີ່​ຈະ​ນຳ​ເອົາ​ເລື່ອງ​ຕ່າງໆ​ທີ່​ໜ້າ​ສົນ​ໃຈ​ຂອງ​ຈີນ​ມາ​ເວົ້າສູ່ຟັງ​ພ້ອມ​ທັງ​ເພງ​ຈີນ​ມ່ວນໆ​ທຸກ​ມື້​ເພາະວ່າ​ແຕ່​ເວລາ 19 ​ໂມງ​ເຖິງ 19:50 ​ແມ່ນ​ເວລາ​ຂອງ​ລາຍການ​ເບິ່ງ​ເມືອງ​ຈີນ! ພົບ​ກັນ​ແລງ​ນີ້​ກະ​ແມ່ນ​ແລງ​ທີ່​ມະນຸດ​ເງິນ​ເດືອນ​ທັງຫຼາຍ​ຄອງ​ຄອຍ​ລະ​ເນາະ! ​ແມ່ນ​ແລງ​ວັນ​ສຸກ, ທີ 3 ກຸມພາ​ ແມ່ນ​ແລງ​ທີ່​ທຸກ​ຄົນ​ຈະ​ໄດ້​ພັກ​ມີ​ເວລາ​ພັກຜ່ອນ​ຢູ່​ກັບ​ຄອບຄົວ​ຢູ່​ກັບ​ຄົນ​ທີ່​ຕົນ​ເອງ​ຮັກ​ສອງ​ມື້​ເສົາ​ກັບ​ອາທິດ! ​ເອົາ, ຈັ່ງ​ໃດ​ກະ​ໃຊ້​ເວລາ​ທ້າຍ​ສັບ​ປະດາ​ທ້າຍ​ອາທິດ​ແນວ​ນີ້​ຢູ່​ນຳ​ຄອບຄົວ ສ້າງ​ຄວາມ​ຮັກ ສ້າງ​ຄວາ​ມອົບ​ອຸ່ນ​ແກ້​ໄຂ​ວຽກ​ງານ​ຄອບຄົວ ​ແບບ​ວຽກ​ລັດ​ບໍ່​ໃຫ້​ຂາດ​ວຽກ​ລາດ​ບໍ່​ໃຫ້​ເສຍ​ຢ່າງ​ກຸ້ມ​ຄ່າ​ກໍ່​ແລ້ວກັນ​ເນາະ! ​ເພາະວ່າ​ຄອບຄົວ​ກໍ່​ສຳຄັນ​ຫຼາຍ​ເຖິງ​ທ່ານ​ຈະ​ມີໜ້າ​ທີ່​ການ​ງານ​ປະສົບ​ຜົນສຳ​ເລັດສູງ ບາດ​ຫຼຽວ​ມາ​ເບິ່ງ​ຄອບຄົວ​ຂີ້​ແມວ​ເຕັ​​ມກະ​ດົ້ງມີ​ແຕ່​ຄວາມ​ສັບສົນ​ວຸ້ນວາຍ​ພໍ່-​ແມ່-ລູກ​ຫັນ​ຫຼັງ​​ໃສ່​ກັນ ​ເບິ່ງ​ໜ້າ​ກັນ​ບໍ່​ອອກ​ແນວ​ນີ້​ທ່ານ​ຈະ​ສະບາຍ​ໃຈ​ຢູ່​ບໍ່​ລະ​ເນາະ! ສະນັ້ນລະ​ຈຶ່ງ​ວ່າວຽກ​ລາດ​ກັບ​ວຽກ​ຫຼວງຄວນ​ໃຫ້​ມັນ​ສົມ​ດຸນ​ດ່ຽງກັນ ສຳຄັນ​ທັງ​ສອງ​ຄວນ​ປະສົບ​ຜົນສຳ​ເລັດ​ໄປ​ພ້ອມໆ​ກັນ! ບາງ​ຄົນ​ກໍ່​ເອົາ​ຄອບຄົວ​ໜັກ​ເກີນ​ໄປ​ການ​ສວາຍ​ເລີກ​ໄວ ຫຼື ສວຍ​ໂອກາ​ດ​ເອົາ​ເວລາ​ລັດຖະກ​ານ​ໄປ​ເຮັດ​ວຽກ​ສ່ວນ​ຕົວ ​ເຮັດ​ວຽກ​ຄອບຄົວຕະຫຼອດ​ແລ້ວ​ມັນ​ສິ​ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ພະນັກງານ​ລຸ້ນ​ໃໝ່​ໜຸ່ມ​ນ້ອຍ​ໄດ້​ແນວ​ໃດ? ບາງ​ຄົນ​ຊ້ຳພັດ​ເອົາ​ວຽກ​ລັດ​ໜັກ​ໂພດ​ຈົນ​ບໍ່ມີ​ເວລາ​ໃຫ້​ຄອບຄົວ​ລູ​ກ​ເຕົ້າ​ເລີຍ ອັນ​ນີ້​ກໍ່​ອັນຕະລາຍ​ຄື​ກັນ, ໜຸ່ມ​ໃຫຍ່​ຄິດ​ວ່າ​ຖ້າ​ທ່ານ​ຮູ້​ຊັບຊ້ອນ​ວຽກ​ງານ, ຊັບຊ້ອນ​ເວລາ​ເຮັດ​ຢ່າງ​ມີ​ແຜນການ ​ເຖິງ​ວຽກ​ຈະ​ຫຼາຍ​ປານ​ໃດ? ​ເຖິງ​ການ​ພັບ​ປະ​ສັງ​ສັນ​ກັບ​ແຂກ, ກັບ​ໝູ່​ເພື່ອນ​ຈະ​ຫຼາຍ​ປານ​ໃດ?​ ທ່ານ​ກໍ່​ພໍ​ມີ​​ເວລາ​ໃຫ້​ຄອບຄົວ​ຢູ່​ດັອກ! ​ເອົາ, ວັນ​ສຸກ​ກໍ່​ໃຫ້​ທ່ານ​ທຸກຄົນ​ ທຸກຄອບຄົວ​ຈົ່ງ​ມີ​ຄວາ​ມສຸກ​ເນາະ! ສຳລັບ​ຄືນ​ນີ້​ເລື່ອງ​ທີ່​ໜຸ່ມ​ໃຫຍ່​ຈະ​ເອົາ​ມາ​ເລົ່າ​ໃຫ້​ຟັງ​ແທ້ໆ​ກໍ່​​ແມ່ນ​ເລື່ອງ​ລັດ​ຖະບານ​ຈີນ​ກໍ່​ຄື​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ເຂດ​ແຂວງ​ເມືອງ​ຕ່າງໆ​ເພິ່ນ​ງ່ຽງ​ຫູ​ຟັງ​ປະຊາຊົນ ​ແລະ ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ຄວາມທຸກ​ຄວາມ​ເດືອ​ດຮ້ອນ​ຂອງ​ເຂົາ​ເຈົ້າ​ແນວ​ໃດ? ​ແຕ່​ວ່າ​ຕອນ​ນີ້​ຟັງ​ເພງ​ມ່ວນໆ​ສອງ​ເພງ​ກ່ອນ​ເນາະ!

ເພງ

    ຜ່ານ​ໄປ​ສອງ​ເພງ​ຈາກ​ລາຍການ​ເບິ່ງ​ເມືອງ​ຈີນ​ຂອງ CRI FM 93Mhz ທີ່​ມີ​ໃຫ້​ທ່ານ​ຟັງ​ທຸ​ກຄືນ​ໃນ​ເວລາ​ດຽວ​ກັນ​ນີ້! ​ເວົ້າ​ເລື່ອງ​ການ​ງ່ຽງ​ຫູ​ຟັງ​ຄຳ​ຄິດ​ຄຳ​ເຫັນ​ ຄວາມ​ມຸ່ງ​ມາ​ດປາຖະໜາ ຄວາມ​ທຸກ​ເດືອດຮ້ອນ​ຂອງ​ປະຊາຊົນ​ແລ້ວ​ຢູ່​ປະ​ເທດ​ຈີນ​ຜູ້​ນຳ​ພັກ​ຄອມ​ມູນິດ​ຈີນ, ຄະນະ​ລັດຖະບານ​ຈີ​ນທຸກ​ຊຸດ​ຈະ​ແນະນຳ​ໃຫ້​ເຈົ້າໜ້າ​ທີ່​ທຸກ​ລະດັບ​ທັງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ​ເຮັດ​ໃຫ້​ດີ ​ໃຫ້​ເຂົ້າ​ເຖິງ​ປະຊາຊົນ​ໃຫ້​ໄດ້​ເພື່ອ​ຊ່ວຍ​ແກ້​ໄຂ​ຄວາ​ມ​ເດືອດ​ເນື້ອຮ້ອນ​ໃຈ​ຂອງ​ເຂົາ​ເຈົ້າ ​ເພາະວ່າ​ພັກ-ລັດຖະບານ​ຈີນ​ຮູ້​ດີ​ວ່າ ຖ້າ​ເຮົາ​ຮັກ​ປະຊາຊົນ ປະຊາຊົນ​ກໍ່​ຈະ​ຮັກ​ເຮົາ ສັດທາ​ເຮົາ ​ເປັນ​ໃຈ​ເຮົາ​ເລື່ອງ​ນີ້​ສຳຄັນ​ຫຼາຍ, ປົກຄອງປະຊາຊົນ​ບໍ່​ຈຳ​ເປັນ​ໃຊ້​ອຳ​ນາດບາດ​ໃຫຍ່​​ໄປ​ຂົ່ມຂູ່​ ຂົ່ມ​ເຫງ​ເພື່ອ​​ໃຫ້​ປະຊາຊົນ​ເຮັດ​ຕາມ​ດັອກ, ຖ້າ​ລັດ​ເຮົາ​ເຮັດ​ດີ​ກັບ​ປະຊາຊົນ ​ຮັບ​ໃຊ້​ປະຊາຊົນດ້ວຍ​ການ​ລົງມື​ເຮັດ​ຕົວ​ຈິງ ບໍ່​ແມ່ນ​ເວົ້າ​ແຕ່​ປາກ​ແລ້ວ​ປະຊາຊົນ​ເຂົາ​ຈະ​ຕືນ​ຕົວປະຕິບັດ​ເອງ ນີ້​ຄື​ຄຳ​​ແນະນຳ​ຂອງ​ພັກ-ລັດຈີນ ທີ່​ເນັ້ນ​ໃຫ້​ເຈົ້າໜ້າ​ທີ່​ທຸກຂັ້ນທຸກ​ລະດັບ​ຕ້ອງ​ພະຍາຍາມ​ເຮັດ​ໃຫ້​ໄດ້!​ ຄືນ​ນີ້​ໜຸ່ມ​ໃຫຍ່​ຂໍ​ນຳ​ເອົາ​ກໍລະນີ​ໜຶ່ງ​ທີ່​ອຳ​ນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ເຂົ້າ​ໃຈ ​ເຂົ້າ​ເຖິງປະຊາຊົນ​ໄດ້​ຢ່າງ​ໃກ້ຊິດ​ຕິດ​ແທດ​ອີ່ຫຼີ​ຈົນ​ສ້າງ​ຄວາມ​ຮັກ​ແພງ​ສັດທາ​ໃຫ້​ປະຊາຊົນ​ໄດ້​ດີ​ຫຼາຍ! ຄື​ຢູ່​ນະຄອນ ຈູ່​ໂຈ່​ວ ຂອງ​ແຂວງ​ ອ່ານ​ຮຸ່ຍ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ ​ແຂ​ວງນີ້​ແມ່ນ​ບ້ານ​ເກີ​ດຂອງ​ ​ເປົາ​ບຸ້ນ​ຈີ້ນ​ໄດ໋ນິທ່ານ​ຜູ້​ຟັງ! ​​ເມືອງ​​ເອກ​ຂອງ​ແຂວງ​ນີ້​ແມ່ນ​ນະຄອນ ​ເຫີ​ເຟ່, ໜຸ່ມ​ໃຫຍ່​ຫາ​ກໍ່​ໄປມາ​ຫວ່າງ​ເດືອນກັນຍາ​ປີ​ກາຍ​ນີ້​ລະ! ງາມ​ຫຼາຍ​ໄດ໋ ​ໄດ້​ໄປ​ຢາມ​ສຸສານ​ທ່ານ ​ເປົາ​ບຸ້ນ​ຈີ້​ນ ກັບ​ເສນາ​ຜູ້​ຊື່ສັດຂອງ​ເພິ່ນ​ສີ່​ຄົນ​ພ້ອມ!​ ​ເປັນ​ສຸສານ​ສວນ​ສາທາລະນະ​ທີ່​ກ້ວາງ​ໃຫຍ່​ໄພສານ​ ສະອາ​ດງາມ​ຕາ ສະຫງົບ​ງຽບ​ຜູ້​ຄົນ​ໄປ​ທ່ຽວ​ຫຼິ້ນຫຼາຍ​ອີ່ຫຼີ! ກັບ​ເຂົ້າ​ເລື່ອງ​ເນາະ! ຄື​ໃນ​ມື້ກ່ອນ​ຈະ​ຮອດ​ມື້​ບຸນ​ກຸດ​ຈີນ​ໃນ​ວັນ​ທີ 22-23 ​ເດືອນ​ແລ້ວ​ນີ້ ລຸງ ຈຽນ​ຫົວ​ເຈິ່ງ ອາຍຸ 67 ປີ​ໄດ້​ຮັບ​ຂ​ອງຂັວນປີ​ໃໝ່​ທີ່​ພິ​ເສດ​ທີ່​ສຸດ​ສອງ​ອັນ​ທີ່​ເຮັດ​ໃຫ້​ລາວ​ເຊົາ​ກັງວົນ​ກັບ​ບັນຫາ​ການ​​ເງິນ​ໃນ​ຄອບຄົວ ​ແລະ​ກໍ່​ເຮັດ​ໃຫ້​ລາວ​ມີ​ຈິດ​ໃຈ​ມ່ວນ​ຊື່ນ​ຫຼິ້ນບຸນປີ​ໃໝ່!​ ລຸງ​ຈຽງ ກັບ ​ເມຍ​ບໍ່​ມີ​ວຽກ​ເຮັດ​ທັງ​ສອງ​ແຕ່​ຕ້ອງ​ມີ​ພາລະ​ລ້ຽງ​ຫຼານ​ສາວ​ນ້ອຍ​ຕາມ​ລຳພັງ ລາຍ​ຮັບ​ກໍ່​ໜ້ອຍ​ດຽວ ​ໄດ້​ຈາກ​​ໂຄງການ​ເງິນລ້ຽງ​ດູ​ຄ່າ​ຄອງ​ຊີບ​ຂັ້ນຕ່ຳ​ໃຫ້​ຜູ້​ເຖົ້າຂອງ​ລະບອບ​ນັ້ນ​ເອງ. ລຸງ​ຈຽງ ​ເລົ່າ​ທຸກ​ວ່າ: "​ເລື່ອງ​ທີ່​ສອງຜົວ​ເມຍ​ເຖົ້າພວກ​ຂ້ອຍ​ຍັງ​ກັງວົນ​ທີ່​ສຸດ​ກໍ່​ແມ່ນ​ຄ່າ​ຮຽນ​ມັດທະຍົມ​ຂອງ​ຫຼານ​ສາວ​ນິລະ" ນັ້ນຄື​ຄວາມທຸກ​ໃຈ​ຂອງ​ສອງຜົວ​ເມຍ​ເຖົ້າ! ​ເອົາ, ຟັງ​ເພງ​ກ່ອນ​ແລ້ວ​ຈະ​ກັບ​ມາ​ເວົ້າ​ໃຫ້​ຟັງ​ວ່າ​ຂອງ​ຂັວນປີ​ໃໝ່​ສອງ​ອັນ​ທີ່​ພິ​ເສດ​ສຸດໆ​ແລະ​ເຮັດ​ໃຫ້​ສອງ​ເຖົ້າໜ້າ​ຊື່ນ​ຕາ​ບານ​ປີ​ນີ້​ແມ່ນ​ຫັຍ​ງ​ແລະ​​ໄດ້​ຈາກ​ໃຜ?

ເພງ

    ຂອງ​ຂັວນປີ​ໃໝ່​ກຸດ​ຈີນ​ທີ່ ​ລຸງ​ຈຽງຫົວ​ເຈິ່ງ​ກັບ​​ເມຍ​ລາວ​ໄດ້​ຮັບ​ກ່ອນ​ມື້​ປີ​ໃໝ່ໜ້ອຍ​ໜຶ່ງ​ທີ່​ເຮັດ​ໃຫ້​ລາວ​ດີ​ໃຈ​ຫາຍ​ກັງວົນ​ເລື່​ອງການ​ເງິນ​ກໍ່​​ແມ່ນ ອັນ​ໜຶ່ງ​ນັບ​ແຕ່​ເດືອນ​ມັງກອນ​ຜ່ານ​ມາ​ນີ້​​ເປັນຕົ້ນ​ໄປ ​ເງິນ​ລ້ຽງ​ດູ​ຜູ້​ເຖົ້າຈະ​ໄດ້​ເພີ່ມ​ຂື້ນ​ແລະ​ອັນ​ທີ​ສອງ​ຄ່າ​ຮຽນ​ມັດທະຍົມ​ຕອນ​ປາຍ​ຂອງ​ຫຼານ​ສາວ​ຈະ​ມີ​ອົງການ​ມຸນ​ນິທິ​ເພື່ອ​ການ​ກຸສົນ​ຈະ​ຈ່າຍ​ໃຫ້! ​ໂອ! ​ເປັນ​ຂອງ​ຂັວນປີ​ໃໝ່​ສອງ​ອັນ​ທີ່​ວິ​ເ​ສດສຳລັບ​ສອງ​ເຖົ້າ​ແທ້​ໄດ໋​ເນາະທ່ານຜູ້​ຟັງ! ​ເຂົາ​ເຈົ້າ​ໄດ້​ມາ​ຈັ່ງ​ໃດ? ຕົກ​ມາ​ຈາກ​ຟ້າ​ເບາະ?​ ບໍ່​ແມ່ນ​ຈັກ​ດີ້​ລຸງ​ຈຽງ​ເວົ້າວ່າ: ພວກ​ຂ້ອຍ​ສອງຜົວ​ເມຍ​ຂໍ​ຂອບ​ໃຈ​ທ່ານ​ເຈົ້າຄອງ​ນະຄອນ ຈູ​ໂຈ່​ວ​ ແທ້ໆ, ຄັນ​ເພິ່ນ​ບໍ່​ຊ່ວຍ​ເທື່ອ​ນີ້​ພວກ​ເຮົາ​ກໍ່​ບໍ່​ມີ​ປັນຍາ​​ແກ້​ບັນຫາ​ທຸກ​ໃຈສອງ​ອັນ​ນີ້​ໄດ້​ໄວໆ​ແນວ​ນີ້​ດັອກ!​ ທ່ານ​ຜູ້​ຟັງ​ອາດ​ຈະ​ສົງ​ໄສ​ເນາະວ່າ​ແລ້​ວທ່ານ​ເຈົ້າຄອງ​ນະຄອນ​ໃຫຍ່​ປານ​ນີ້​ຮູ້​ຄວາມ​ເດືອນ​ຮ້ອນ​ຂອງ​ປະຊາຊົນ​ຄົນ​ທຳ​ມະ​ດາ​ແບບ​ນີ້​ໄດ້​​ແນວ​ໃດ? ​​ມັນ​ກໍ່​ຍ້ອນ​ນະ​ໂຍບາຍ​ທີ່​ໃຫ້​ເຈົ້າໜ້າ​ທີ່​ລັດ​ທຸ​ກຄົນ​ທຸກ​ລະດັບ​ລົງ​ໃກ້ຊິດຕິດ​ແທດ​ກັບ​ປະ​ຊາ​ຊົນ​ຂັ້ນຮາກ​ຖານ​ນິລະ! ​ໃຫ້​ຕິດຕາມ​ຕິດ​ຕໍ່​ຊອກ​ຮູ້​ສາລະ​ທຸກ​ສຸກ​ດິບ​ຂອງ​ປະຊາຊົນ ບໍ່​ແມ່ນ​ຊິ​ນັ່ງຢູ່​ແຕ່​ຫ້ອງ​ແອ​ເຢັນໆ​ ນັ່ງ​ລົດ​ຄັນ​​ແພງໆ​ງາມໆ ຕີ​ກັອຟ ຕຳ​ຕິ​ວິສກີ ວາຍ​ຕ່າງ​ປະ​ເທດ​ລາຄາ​ແພງໆ​ກັບ​ບັນ​ດາ​ນັກທຸລະກິດ​ຢາສູບ​ຊອງ​ລະ​ຮ້ອຍ​ປາຍ​ຢວນຢູ່​ຫັ້ນ!​ ທ່ານ ຈ່ຽງຊ່ານ ​ເຈົ້າຄອງ​ນະ​ຄອນຈູ່​ໂຈ່​ວຂອງ​ແຂວງ ອ່ານ​ຮຸ່ຍ​ບອກ​ວ່າ: " ຫຼັງ​ຈາກ​ການ​ສຳ​ຫຼວດກວດກາ​ຂ້ອຍ​ກໍ່​ພົບການ​​ເດືອດຮ້ອນ​ຂອງ​​ເມຍ​ລຸງ​ຈ່ຽງ ທີ່​ຂໍ​ຂື້ນ​ເງິນ​ເບິ່ງ​ແຍງ​ຜູ້​ເຖົ້າຍ້ອນ​ວ່າ​: ຂາ​ຂອງ​ລາວ​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ​ຈາກ​ອຸປະຕິ​ເຫດ​ທາງ​ຖະໜົນ​ຈົນ​ບໍ່​ສາມາດ​ຟື້ນ​ຄືນ​ປົກກະ​ຕິ​ໄດ້​ " ຄັນ​ເວົ້າ​ເຖິງ​ນະ​ໂຍບາຍ​ທີ່​ນະຄອນ​ ຈູ່​ໂຈ່​ວ ວາງ​ອອກ​ໃຫ້​ເຈົ້າໜ້າ​ທີ່​ທຸກ​ລະດັບ​ລົງ​ໃກ້ຊິດຕິດ​ແທດ​ຊອກ​ຮູ້​ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ປະ​ຊາ​ຊົນ​ແມ່ນ​ເພິ່ນ​ເລີ່​ມ​ໃຊ້​ມາ​ແຕ່​ເດືອນ​ກັນຍາ​ປີ 2010 ພຸ້ນ​ໄດ໋ທ່ານ​ຜູ້​ຟັງ! ຈຸດປະສົງ​ກໍ່​ເພື່ອ​ສ້າງ​ການ​ຕິດ​ຕໍ່​ພົວພັນ​ກັນ​ລະ​ຫ່ວາງ​ເຈົ້າໜ້າ​ທີ່​ລັດ​ກັບ​ປະ​ຊາ​ຊົນ​ທຳ​ມະ​ດາ​ສາມັນ​ໃຫ້​ໃກ້ຊິດ​ກ່ວາ​ເກົ່າ ​ດ້ວຍ​ການ​ລົງ​ໄປ​ຢື້​ຢາມ​ຖາມ​ຂ່າວ​ປະຊາຊົນ​ຢ່າງ​ເປັນ​ປົກກະຕິ. ​ໃນ​ໄລ​ຍະ 15 ​ເດືອນ​ຜ່ານ​ມາ​ນີ້​ເຈົ້າໜ້າ​ທີ່​ລັດ​ທ້ອນ​ໂຮມ​ຄຳ​ຮ້ອງທຸກ​ຈາກ​ປະຊາຊົນ​ຢູ່​ນະຄອນ​ຈູ່​ໂຈ່​ວ​ໄດ້​ຕັ້ງວ່າ​ຫຼາຍ​ກ່ວາ 12.000 ກໍລະນີ, ບາງ​ອັນ​ກໍ່​ແມ່ນ​ຄວາມ​ເດືອດຮ້ອນ​ສ່ວນ​ຕົວ​ຄື​ຄອບຄົວ​ລຸງ​ຈຽງ​ນິລະ! ຫຼາຍ​ອັນ​ກໍ່​ຮ້ອງທຸກ​ເລື່ອງ​ມົນ​ລະ​ພິດ​ດ້ານ​ສິ່ງ​ແວດ​ລ້ອມ​ແລະອື່ນໆ! ນະ​ໂຍບາຍ​ຕິດ​ຕໍ່​ກັບ​ປະຊາຊົນ​ຂອງ​ນະຄອນຈູ່​ໂຈ່​ວນີ້​ໄດ້​ຮັບ​ຜົນສຳ​ເລັດ​ດີຫຼາຍ ​ເປັນ​ແບບຢ່າງ​ທີ່​ດີ​ຫຼາຍ; ຫຼາຍ​ພາກສ່ວນ​ກໍ່​ຮຽກຮ້ອງ​​ໃຫ້​​ເອົາ​ໄປ​ນຳ​ໃຊ້​ຢູ່​ນະຄອນ​ຢູ່​ເມືອງ​ອື່ນ​ໆ​ໃນ​ທົ່ວ​ປະ​ເທດ, ​ເພາະວ່າ​ແມ່ນ​ຢູ່​ວ່າ​ດຽວ​ນີ້​ມາດຕະຖານ​ການ​ດຳລົງ​ຊີວິດ​ຂອງ​ຄົນ​ຈີນ​ດີ​ຂື້ນ​ຫຼາຍການ​ພັດທະນາ​ປະ​ເທດ​ກໍ່​ຈົນ​ກາຍ​ເປັນ​ປະ​ເທດ​ເສ​ດຖະກິດ​ໃຫຍ່​ເປັນ​ອັນ​ດັບ 2 ຂອງ​ໂລກ​ແລ້ວ!​ ​ແຕ່​ມາ​ເບິ່ງ​ການ​ຕີ​ລາ​ຄາ​ຂອງ​ປະຊາຊົນ​ຕໍ່​ລະບຽບ​ຂັ້ນຕ່າງໆ​ມັນ​ຍັງ​ບໍ່​ໄປ​ສົມ​ຄູ່​ກັນ. ຫຼາຍ​ບັນຫາ​ທີ່​ໜັກໜ່ວງ​ໜ້າ​ເປັນ​ຫ່ວງຍັງ​ມີ​ຢູ່​ທີ່ປະຊາຊົນກັງວົນ ບໍ່ວ່າຈະເປັນຊ່ອງຫວ່າງ ລະຫວ່າງ ຄວາມ​ຮັ່ງ​ກັບ​ຄວາມທຸກນັບ​ມື້​ນັບ​ຫ່າງ​ນັບ​ກ້ວາງ​ອອກ ກຸ່ມ​ຄົນ​ຮັ່ງມີ​ໜ້ອຍ​ແຕ່​ຍຶດຄອງ​ຜົນ​ປະ​ໂຫຍ​ດ ​ເງິນຄຳ​ ຊັບພະຍາກອນ​ຄວາມ​ອຸດົມສົມບູນ​ສ່ວນ​ໃຫຍ່​ຂອງ​ປະ​ເທດ ປະຊາຊົນ​ທີ່​ຍັງ​ທຸກ​ຍາກ​ຫຼາຍຍັງ​ມີ​ຫຼາຍ​ຢູ່, ບັນຫາ​ການ​ບໍລິການ​ປະຊາຊົນ​ບໍ່​ດີ​ຂອງ​ເຈົ້າໜ້າ​ທີ່​ລັດ, ບັນຫາ​ສໍ້​ລາດ​ບັງ​ຫຼວງ​ຂອງ​ເຈົ້າໜ້າ​ທີ່​ລັດ ​ແລະ ການ​ສວຍ​ໃຊ້​ອຳ​ນາດ​ໜ້າ​ທີ່​ບໍ່​ຖືກຕ້ອງ​ເໝາະ​ສົມ ລ້ວນ​ແຕ່​ເປັນ​ເລື່ອງ​ທີ່ປະຊາຊົນ​ຈີນ​ຢາກ​​ໃຫ້​ແກ້​ໄຂ​ໄວ. ​ເອົາ, ຟັງ​ເພງ​ກ່ອນ​ແລ້ວ​ຈັ່ງ​ມາ​ຟັງ​ເລຂາ​ພັກ​ນະຄອນ ຈູ​ໂຈ່​ວ ຂອງ​ແຂວງ ອ່ານ​ຮຸ່ຍ ​ເພິ່ນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ກັບ​ບັນຫາ​ຕ່າງໆ​ເຫຼົ່າ​ນີ້

ເພງ

    ຂໍ​ຂອບ​ໃຈ………….. ບັດ​ນີ້​ກໍ່​ມາ​ຟັງ​ຄຳ​ເຫັນ​ຂອງ​ທ່ານ ຮັ່ນຊ່ຽນ​ກົງ ​ເລຂາ​ພັກ​ນະຄອນ ຈູ່​ໂຈ່​ວ ທີ່​ມີ​ບັນຫາ​ຕ່າງໆ​ທີ່​ປະຊາຊົນ​ທຳ​ມະ​ດາ​ຂ້ອງ​ໃຈ. ​ເພິ່ນວ່າ: " ​ແນ່ນອນ​ພວກ​ເຮົາ​​ເອົາ​ໃຈ​ໃສ່​ເລື່ອງ​​ເຫຼົ່ານັ້ນ, ຄັນ​ພວກ​ເຮົາ​ບໍ່​ເຂົ້າ​ໃຈ​ປະຊາຊົນ ​ແລະ ບໍ່ຊອກ​ພົບ​ຄວາມ​ຕ້ອງ​ການ​ຂອງ​ປະຊາຊົນ ການ​ເຕີບ​ໂຕ​ຂອງ​    ເສດ​ຖະກິດ​ຂອງ​ເສດຖະກິດ​ກໍ່​ຈະ​ບໍ່​ປະກອບສ່ວນ​ຄວາມ​ສຳ​ເລັດ​ໃຫ້​ການບໍລິຫານ​ດັອກ " ຢູ່​ໃນ​ພິທີ​ສະ​ເຫຼີ​ມສະຫຼອງ​ການ​ສ້າງຕັ້ງພັກ​ຄອມ​ມູນິດ​ຈີນ​ຄົບຮອບ 90 ປີ,  ​ໃນ​ວັນ​ທີ 1 ກໍລະກົດ 2011 ຜ່ານ​ມາ​ນີ້, ທ່ານ ຫູ​ຈີ​ນທາວ, ​ເລຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄອມ​ມູນິດ​ອິນດູຈີນ, ປະທານ​ປະ​ເທດ​ຈີນ ກໍ່​ຍັງ​ຢ້ຳ​ເຖິງ​ການ​ໃກ້ຊິດຕິດ​ແທດ​ກັບ​ປະຊາຊົນ ມັນ​​ແມ່ນ​ໜ້າ​ທີ່​ການ​ເມືອງ​ທີ່​ສະມາຊິກ​ພັກ-ພະນັກງານ​ທຸ​ກຄົນ​ຕ້ອງ​ເຮັດ, ທ່ານ ຫູ​ຈີນ​ທາວ ຍັງ​ເຕືອນ​ໃຫ້​ລະວັງ​ດີໆ​ເຈົ້າໜ້າ​ທີ່​ລັດ​ຜູ້​​ໃດ ທີ່​ໄດ້​ອຳ​ນາດ​ໄດ້​ຖານະ​ຕຳ​ແໜ່​ງ​ແລ້ວ​ໄປ​ໃຊ້​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ​ແລ້ວ​ຖືກ​ປະຊາຊົນ​ວິພາກ​ວິຈານ ​ເພາະ​ມັນ​ສ້າງ​ຄວາມ​ເສື່ອ​ມ​ເສຍ​ພາບ​ພົດ​ລວມຂອງ​ພັກ ສ້າງ​ຄວາມ​ສ່ຽງ​ໃຫ້​ພັກ! ດຽວ​ນີ້​ຢູ່​ຈີນ​ການສະ​ແດງ​ຄຳ​ຄິດ​ເຫັນ ການສະ​ແດງ​ຄວາມ​ມຸ້ງ​ມາດ​ປາຖະໜາຂອງ​ປະຊາຊົນ​ຈີນ​ຕໍ່​ຂັ້ນ​ເທິງ​ກໍ່​ຍັງ​ມີຫຼາຍຊ່ອງ​ທາງ ບໍ່​ວ່າ​ຜ່ານ​ຊື່​ມວນ​ຊົນ, ຜ່ານ​ເວັບ​ໄຊ, ຜ່ານ​ໂທລະພາບ, ຈົດໝາຍ ​ແຕ່​ມັນ​ກໍ່​ຍັງ​ບໍ່ພໍ ສະນັນພະນັກງານ​ລັດຕ້ອງ​ລົງ​ໄປ​ຫາ​ປະຊາຊົນຜູ້​ທຸກ​ຍາກ​ຢູ່​ຮາກ​ຖານ.​ ສາດສະດາຈານ ຫວາງ ກາຍ​ອູ ຂອງ​ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ຂອງ​ແຂ​ວງ ອ່ານ​ຮຸ່ຍ ບອກ​ສຳນັກ​ຂ່າວຊິນ​ຮວາ ວ່າ: " ຄວາມ​ຄິດ​ແລະ​ການ​ກະທຳ​ທີ່​ລິ​ເລີ່​ມສ້າງສັນ ຄວນ​ສ້າງ​ຂົວ​ຕໍ່​ລະ​ຫ່ວາງ​ເຈົ້າໜ້າ​ທີ່​ລັດ​ທຸກ​ລະດັບ​ກັບ​ປະຊາຊົນ ​ເຮັດ​ໄດ້​ຈັ່ງ​ຊັ້ນ​ບັນດາ​ນັກ​ການ​ເມືອງຈຶ່ງ​ຈະ​ສາມາດ​ວາງນະ​ໂຍບາຍ​ທີ່​ຖືກ​ກັບ​ຄວາມ​ຕ້ອງການ​ຂອງ​ປະ​ຊາ​ຊົນ​​ແທ້ໆ ບໍ່​ແມ່ນ​ມີ​ແຕ່​ນັ່ງ​ຂຽນ​ວາດ​ຂຽນ​ຢູ່​ໂຕະ​ຢູ່​ຫ້ອງການ​ເຮັດ​ວຽກ​ຫັ້ນ, ຄັນ​ວາງ​ນະ​ໂຍບາຍ​ຖືກ​ແລ​ະຈັດ​ຕັ້ງ​ປະຕິບັດ​ໄດ້​ດີ ຄວາ​ມຮູ້ສຶກ​ໃນ​ທາງ​ສັງຄົມ​ຂອງ​ປະຊາຊົນ​ທີ່​ເ​ປັນ​ໄປ​ທາງ​ລົບ​ມັນ​ກໍ່ສາມາດ​ແກ້​ໄຂ​ໄປ​ໄດ້​ເອງ​. ນີ້​ຄື​​ແບບຢ່າງ​ທີ່​ດີ​ຫຼາຍ​ຂອງ​ການ​ງ່ຽງ​ຫູ​ຟັງ​ປະຊາຊົນ​ຂອງ​ເຈົ້າໜ້າ​ທີ່​ລັດ​ຢູ່​ນະຄອນ ຈູ​ໂຈ່​ວ ​ແຂວງ ອ່ານ​ຮຸ້ຍ! ສ່ວນ​ຢູ່​​ເມືອງ ຣຸຍ​ຈີ້​ນ ຂອງ​ແຂວງ​ຈຽງ​ຊີ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ ​ເຈົ້າໜ້າ​ທີ່​ລັດ​ຖະບານ​ທຸກ​ຄົນ​ໄດ້​ສ້າງ​ກຸ່ມ​ປະຊາກອນ​ຮາກ​ຖານ​ປະກອບ​ດ້ວຍ 20 ຄອບ​ຄົວ​ຊົນນະບົດ. ສະມາຊິກ​ຂອງ​ກຸ່ມ​ທຸກ​ຄົນ​ສາມາດ​ຕິດ​ຕໍ່​ກັບ​ເຈົ້າໜ້າ​ທີ່​ຜູ້ນັ້ນ​ໄດ້​ໂດຍ​ກົງ​ທຸກ​ເວລາ​ເມື່ອມີ​ບັນຫາ. ທ່ານ ​ເສີນ​ ສຽວ​ຈຸ້ນ ທີ່​ເປັນ​ເລຂາ​ພັກ​ເມື​ອງ ຣຸຍ​ຈີ້​ນ ກໍ່​ແຈ້ງ​ເບີ​ມື​ຖື​ຂອງ​ທ່ານ​ໃຫ້​ປະຊາຊົນ​ຮູ້ ​ເພື່ອ​ມີ​ບັນຫາ​ຫຍັງ​ຈະ​ໄດ້ສົ່ງ​ຂໍ້ຄວາມ​ສັ້ນຫາ​ໄດ້​ໂລດ!​ ສ່ວນ​ຢູ່​ນະຄອນ ກຸຍ​ຢ້າງ ​ເມືອງ​ເອກ​ຂອງ​ແຂວງ ກຸ້ຍ​​ໂຈ່​ວ ​ເມື​ອງນີ້​ງາມ​ຫຼາຍ​ຂຽວງາມ​ທຳ​ມະ​ຊາດ​ດີ ປ່າ​ໄມ້​ກັບ​ຕົວ​ເມືອງ​ຢູ່​ຮ່ວມ​ກັນ ໜຸ່ມ​ໃຫຍ່​ໄປມາ​ແລ້ວ​ໃນ​ປີ 2009 ​ເປັນ​ບ່ອນ​ຕັ້ງຂອງ​ໂຮງງານ​ເຫຼົ້າຂາວ " ​ເໜົາຖາ​ຍ " ທີ່​ມີ​ຊື່​ສຽງ​ໄປ​ທົ່ວ​ໂລກ ​ເປັນ​ເຫຼົ້າ​ແພງ​ສຳລັບ​ຮັບ​ແຂກ​ບ້ານ​ແຂກ​ເມືອງ​ຂອງ​ຈີນ​ເລີຍ​ລະ!​ ຢູ່​ນະຄອນ ກຸ້ຍ​ຢ້າງ ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ອົງການ​ປົກຄອງ​ມີ​ກອງ​ປະຊຸມ​ກັບ​ຜູ້ຕາງໜ້າ​ປະຊາຊົນ​ເປັນ​ປະຈຳ ​ແລະ ຍັງ​ມີ​ລາຍການ​ໂທລະ​ພາບ​ແລະ​ອິນ​ເຕີ​​ເນັດ​ລົມ​ກັບ​ປະຊາຊົນ​ໂດຍ​ກົງ​ອອກ​ສົດ​ໃສ​ອີກ. ອັນ​ນີ້​ກໍ່​ແມ່ນ​ເພື່ອ​​ເຂົ້າ​ເຖິງ​ປະຊາຊົນ​ຢ່າງ​ແທ້​ຈິງ ຢາກ​ຮູ້​ຢາກ​ເຮັດ​ໄດ້​ແນວ​ນີ້​ກໍ​ມີ​ແຕ່​ຊ່ອງ​ທາງດຽວຄື ສື່ສານ​ກັບ​ປະຊາຊົນ ​ແລະ​ບໍລິການ​ປະຊາຊົນ​ດີໆ ບໍ່​ແມ່ນ​ເວົ້າ​ແຕ່​ປາກ!​ ນີ້​ແມ່ນ​ຄຳ​ເວົ້າສົ່ງ​ທ້າຍ​ຂອງ​ສາດສະດາຈານ ຮານ​ຊ່ຽນ​ກົ່ງ, ​ເລຂາ​ພັກ​ນະຄອນ ຈູ່​ໂຈ່​ວ.