ຫວຍ​ຊ່ວຍ​ປະຊາຊົນ​ແລະ​ເອດ​ຈີນ 2011

(GMT+08:00) 2012-04-26 15:46:18     cri
ສະບາຍດີ​ມິດ​ລາຍການ​ທີ່​ຮັກ​ແພງ!​ ​ເວລາ​ນີ້ 19 ​ໂມງ​ຄື​​ເວລາ​ຂອງ​ລາຍການ​ເບິ່ງ​ເມືອງ​ຈີນ​ທີ່​ໜຸ່ມ​ໃຫຍ່​ອາລົມ​ດີ​ຈັດ​ໃຫ້​ຟັງ​ທຸກ​ມື້! ພົບ​ກັນ​ຄືນ​ນີ້​ແມ່ນ​ຄືນ​ວັນ​​ເສົາ ທີ 4 ກຸມພາ! ​ເປັນ​ແນວ​ໃດ​ຝົນຕົກ​ໝົດ​ຄືນ​ໝົດມື້ວານ​ນີ້, ​ມື້​ນີ້​ເຢັນ​ສະບາຍ​ບໍ່? ຜູ້​ລຳ​ຄານ​ກັບ​ຝົນຕົກ​ບໍ່​ຖືກ​ຍາມ​ກໍ່​ແນ່ນອນ​ຕ້ອງ​ແມ່ນ​ປະຊາຊົນ, ​ແມ່​ຄ້າ​ຊາວ​ຂາຍ, ພະນັກ​ງານ​ທະ​ຫານ​ຕຳຫຼວດ ນັກຮຽນ​ນັກ​ສຶກສາ​ທີ່​ໄປ​ຊື້-ຂາຍ ​ໄປ​ລ້າ​ໄປ​ການ​ໄປ​ໂຮງຮຽນ​ໃນ​ຕອນ​ເຊົ້າຫຼື​ແລງ​ວານ​ນີ້​ເ​ນາະ!​​ ​ໂດຍ​ສະ​ເພາະ​ຜູ້​ຂີ່​ລົດຈັກ​ລົດ​ຖີບຫຼາ​ຍຄົນ​ໄດ​ຫັນ​ເນາະຕອນ​ເຊົ້າວານ​ນີ້​ໄດ້​ຈົກ​ເງິນ​ຊື້​ເສື້ອ​ກັນ​ຝົນ 2-3 ໝື່ນ​ກີບ, ​ເອົາ​ກໍ່​ຢ່າ​ມັນ​ເນາະ​ເກັບ​ມ້ຽນ​ຮັກສາ​ໄວ້​ໃຊ້ ຈັກ​ໜ້ອຍ​ຍາມ​ຝົນ​ກະຊິ​ມາ​ຮອດ​ລະ​ເດ​ບໍ່​ໄດ້​ດົນ​ໄດ​ນິ! ​ແຕ່​ວ່າ​ຜູ້ດີ​ໃຈ​ກໍ່​ແມ່ນ​ຜູ້​ເຮື​ອນ​ແຄມ​ທາງ​ດິນ​ແດງ​ທັງຫຼາຍ​ນິລະ​ເນາະ. ຝົນ​ມາ​ໄລ່​ຂີ້ຝຸ່ນ​ໃຫ້​ມາ​ລ້າງ​ດິນ​ແດງ​ຕາມ​ຫຼັງຄາ​ເຮືອນ​ອອກ​ໃຫ້ ສວນ​ຫຍ້າ ສວນ​ດອກ​ໄມ້ ໝາ​ກ​ໄມ້ ດິນ​ຫຍ້າ​ຕາມ​ໜ້າ​ເຮືອນ​ຫຼັງ​ເຮືອນ​ກໍ່​ຄື​ຊິ​ສົດ​ຊື່ນ​ໄປ​ຕາມໆ​ກັນລະ​ບໍ່​ໄດ້​ເປືອງ​ນ້ຳປະປາ​ຫົດ. ​ອັນ​ນີ້​ລະ​ທ່ານ​ຜູ້​ຟັງ​ດິນ​ຟ້າ​ອາກາດ​ຄູ່​ມື້​ນີ້​ເອົາ​ແນ່ນອນ​ບໍ່​ໄດ້​ແລ້ວ! ສີມື​ມະນຸດ​ເຮັດ​ໃຫ້​ປ່ຽນ​ໄປ​ໝົດ​ແລ້ວ ບາງ​ປີ​ກໍ່​ແຫ້ງ​ແລ້ງ​ໂພດ ບາງ​ປີ​ກໍ່​ຕົກ​ໜັກ​ໂພດ​ຈົນ​ນ້ຳຖ້ວມ ບາງ​ບ່ອນ​ກໍ່​ໜາວ​ໂພ​ດຮ້ອນ​ໂພດ ບາງ​ປະ​ເທດ​ກໍ່​ປະ​ເຊີນ​ກັບ​ຄື້ນຊິ​ນາ​ມິ, ​ແຜ່​ນດິນ​ໄຫວ, ລົມ​ພະຍຸ, ​ແຜ່ນດິນ​ເຈື່ອນ​ແລະ​ອື່ນໆ​ນັບ​ມື້​ນັບ​ຫຼາຍ​ຂື້ນ! ມີ​ທາງ​ດຽວ​ທີ່​ຈະ​ບັນ​ເທົາ​ໄພພິບັດ​ໃຫ້​ຫຼຸດ​ໜ້ອຍ​ລົງ​ໄດ້​ກໍ່​ມີ​ແຕ່​ຄົນ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ​ເທົ່າ​ນັ້ນລະ!​ ທຸກຄົນ​ຊ່ວຍ​ກັນ​ເຮັດ​ລົງມື​ແຕ່​ມື້​ນີ້​ຢ່າ​ມີ​ແຕ່​ເວົ້າ ຖ້າ​ບໍ່​ຢາກ​ໃຫ້​ທຳ​ມະ​ຊາດ​ທຳຮ້າຍ​ພວກ​ເຮົາ​ແລະ​ລູກ​ຫຼານ​ຂອງ​ເຮົາ​ຫຼາຍ​ກ່ວາ​ນີ້! ​ເນື້ອ​ໃນ​ຂອງ​ລາຍການ​ເບິ່ງ​ເມືອ​ງຈີນ​ມື້​ນີ້​ໜຸ່ມ​ໃຫຍ່​ຈະ​ຍົກ​ເອົາ​ເລື່ອງ​ຫວຍ​ລັດຖະບານ ຫວຍ​ກິລາ​ຂອງ​ຈີນ​ທີ່​ຊ່ວຍ​ເຫຼືອ​ສັງຄົມ ຊ່ວຍ​ຄົນ​ທຸກ​ຍາກ​ໄດ້​ແນວ​ໃດ​? ຄັນ​ມີ​ເວລາ​ພໍ ​ກໍ່​ຊິ​ເວົ້າ​ເລື່ອງ​ພະຍາດ​ເອດ​ຢູ່​ຈີນ​ປີ​ກາຍ​ນີ້​ສູ່​ຟັງ!

ເພງ

ຢ່າ​ລືມ​​ເດີ້​ມິດ​ລາຍການ! ຢາກ​ຕິດ​ຕໍ່​ກັບ CRI ບໍ່​ວ່າ​ຈະ​ເປັນ​ລາຍການ​ໃດ​ກໍ່​ແລ້ວ​ແຕ່ 7114747 / 9300. ບັດ​ນີ້​ກໍ່​ຈະ​ລົມ​ເລື່ອງ​ຫວຍ​ພັດທະນາ​ຢູ່​ຈີນຊ່ວຍ​ສັງຄົມ​ແນວ​ໃດ​ແດ່? ກະຊວງ​ສຶກສາ​ທິການ​ຂອງ​ຈີນ​ເພິ່ນ​ບອກ​ວ່າ: ປີ​ກາຍ​ນີ້​ໃນ​ລາຍ​ໄດ້​ທັງ​ໝົດ​ຂອງ​ຫວຍ​ພັດທະນາ​ຂອງ​ຈີນ​ນັ້ນ ​ເພິ່ນ​ຫັກ​ເອົາ 500 ລ້ານຢວນຫຼື​ປະມານ 75 ລ້ານ​ໂດ​ລາ ​ໄປ​ຊ່ວຍ​ສະໜັບສະ​ໜຸນ​ໃຫ້​ນັກ​ສຶກສາມັດ​ທະ​ຍົມ​ຕອນປາຍ​ກັບ​ຄູ-ອາຈານ​ຜູ້​ທຸກ​ຍາກ​ຢູ່​ຊົນນະບົດ. ​ໃນ​ຫັ້ນ 200 ລ້ານ​ຢວນ​ເພິ່ນ​ໃຊ້​ເຂົ້າ​ໃນ​ການທົດ​ລອງ​ທີ່​ເອີ້​ນ​ເປັນ​ພາສາ​ຈີນ​ວ່າ: " ສື​ຮຸ່ຍ " ຄື​ເພິ່ນ​ຊ່ວຍ​ນັກຮຽນ​ມັດທະຍົມ​ຕອນ​ປາຍທີ່​ມາ​ຈາ​ກຄອບຄົວ​ທຸກ​ຍາກ 1 ​ແສນ ຄົນ​ຢູ່​ແຂວງ​ຢູນນານ, ກຸ້ຍ​ໂຈ່ວ, ກ່ານ​ຊູ່​ແລະ​ເຫີ​ໝານ ຜູ້​ລະ 2000 ຢວນ​ໃນ​ປີ​ກາຍ​ນີ້! 2000 ຢວນກໍ່​ປະມານ 2.4 ລ້ານ​ກີ​ບ. ອີກ​ໂຄງການ​ທົດ​ລອງ​ໜຶ່ງ​ກໍ່​ເອີ້​ນວ່າ: " ຫຼີ​ເ​ກີ່​ງ " ທີ່​ຊ່ວຍ​ເຫຼືອ​ຄູ​ມັດ​ທະ​ຍົມ​ຕອນ​ປາຍ​ທີ່​ທຸ​ກຍາກ​ຈຳນວນ 3 ໝື່ນ​ຄົນ​ຜູ້​ລະ​ໝື່ນ​ຢວນປະ​ມານ 12 ລ້ານ​ກີບ​ໃນ 7 ​ເຂດ​ແຂວງ, ​ໃນ​ຫັນກໍ່​ມີ​ເຂດ​ປົກຄອງ​ຕົນ​​ເອງ​ຊິ່ນ​ຈ່ຽງ ​ແລະ​ ເຂດ​ປົກຄອງ​ຕົນ​ເອງໜິງ​ເຊ້ຍລວ​​ມຢູ່​ນຳ. ​ໂຄງການ​ທົດ​ລອງ​ນີ້​ຖື​ວ່າ​ເປັນ​ໂຄ​ງການ​ທົດ​ລອງ​ຮ່ວມ​ກັນ​ລະ​ຫ່ວາງ​ກະຊວງ​ສຶກສາ​ທິການ​ກັບ​ກະຊວງ​ການ​ເງິນ​ຂອງ​ຈີນ​! ພວມ​ວາງ​ແຜນ​ແລະ​ຈະ​ລົງມື​ປະຕິບັດ​​ໃນ​ການ​ແກ້​​ໄຂ​ພາກຮຽນ​ໃໝ່​ໃນ​ລະດູບານ​ໃໝ່​ປີ​ນີ້​ລະ! ​ເວົ້າ​ເລື່ອງ​ສະໜັບສະໜູນ​ການ​ສຶກສາ ​ໂດຍສະ​ເພາະ​ນັກຮຽນ​ຫຼື​ຄູ​ຜູ້​ທຸກ​ຍາກ​ດ້ອຍ​ໂອກາດ​ຢູ່​ຊົນນະບົດ​ທີ່​ຮຽນ​ດີ​ຮຽນ​ເກັ່ງ​ຄຸນສົມບັດ​ດີ ປະຕິບັດ​ໜ້າ​ທີ່​ຫ້າວ​ຫັນ​ແລະ​ລັດຖະບານ​ຈີນ​ເຮັດ​ຢ່າງ​ຈິງ​ຈັງ​ອີ່ຫຼີ​ເພາະວ່າ​ກາ​ນພັດທະນາ​ຊັບພະຍາກອນ​ມະນຸດ​ນີ້​ສຳຄັນ​ຫຼາຍ​ແລະ​ນັກຮຽນ​ທີ່​ຮຽນ​ດີ​ຮຽນ​ເກັ່ງ​ມີ​ພອນ​ສະຫວັນ ສະຫຼາດ​ຫຼັກ​ແຫຼມ​ຢາກ​ຮຽນ​ກໍ່​ບໍ່​ອຶດ​ບໍ່​ຢາກ​ແຕ່​ຄອບຄົວ​ທຸກ​ຍາກ​ຂາດ​ເຂີນ! ​ເວົ້າ​ແທ້​ຄັນ​ເຮັດ​ອັນ​ນີ້​ຊ່ວຍ​ເລື່ອງ​ນີ້​ໄດ້​ດີກໍ່ຊ່ຳກັບ​ຊອກ​ຊ້າງ​ເຜື​​ອກຢູ່​ໃນ​ປ່າ​ຫຼື​ຊອກ​ດາວ​ທີ່​ປະກາຍ​​ແສງ​ແທ້​ຫັ້ນລະ! ຄັນ​ພັກ-ລັດ​ບໍ່​ຊ່ວຍ​​ເຂົາ​​ເຈົ້າກໍ່​ບໍ່​ມີ​ໂອກາດ​ມາ​ໃຊ້​ຄວາມ​ສະຫຼາດ​ຊ່ວຍ​ສ້າງ​ປະ​ເທດ​ຊາດ​ແທ້​ໄດ໋ຄັນຄາ​ແຕ່​ຫຼິ້ນ​​ເສັ້ນຫຼິ້ນ​ສາຍ ລູກ​ເຈົ້າຫຼານຂ້ອຍ​ຈັ່ງ​​ໄດ້​ຮຽນ​ບ່ອນ​ດີ​ຫຼື​ຕ່າງປະ​ເທດ ບາດ​ສຸດ​ທ້າຍ​ກໍ່​ໄດ້​ພວກ​ທີ່​ໄປ​ຮຽນ​ແຕ່​ເກືອບບໍ່​ລອດ ຟາງ​ເມົາ​ມົວ​ນຳ​ສັງຄົມ​ຫຼິ້ນກິນ​ຟຸມ​ເຟືອຍ​ຍ້ອນ​ພໍ່​ແມ່​ເງິນຫຼາຍ​ເດ​ ຝາກ​ໃຫ້​ ​ຝາກ​ໃຫ້ ​ແລ້ວ​ກໍ່​ໄດ້​​ແຕ່​ພະນັກງານ​ນັກວິຊາກາ​ນທີ່ມີ​ຄຸນ​ນະພາ​ບຕ່ຳດີ​ບໍ່​ດີ​ຄຸນສົມບັດ​ໃຊ້​ການ​ບໍ່​ໄດ້​ອີກ ​ແລ້ວ​ຊາດ​ຈະ​ພັດ​ທະນາ​ໄດ້​ແນວ​ໃດ​ເນາະ? ຟັັງ​ເພງ​ກ່ອນ​ເນາະ​ແລ້ວ​ຈະ​ມາ​ເວົ້າສູ່​ຟັງ​ວ່າ​ປີ​ກາຍ​ນີ້​ພຽງ​ປີ​ດຽວ​ລັດຖະບານ​ຈີນ​ໃຊ້​ງົບ​ສະໜັບສະໜຸນ​ການ​ສຶກສາທຸກ​ລະດັບ​ໜ້ອຍ​ຫຼາຍ​ຊ່ຳ​ໃດ?

ເພງ

ຂະນະ​ນີ້………………. ​ເວົ້າ​ເລື່ອງ​ການ​ສະໜັບສະໜຸນ​ການ​ສຶກສາ​ແລ້ວ​ລັດຖະບານ​ຈີນ​ຖື​ການ​ສ້າງ​ຊັບ​ພະຍາກອນ​ມະນຸດ​ທີ່ມີ​ຄຸນ​ນະພາ​ບ​ເປັນ​ວຽກ​ງານ​ບຸລິມະສິດ​ເລີຍ​ລະ! ​ເພາະວ່າ​ຄັນ​ສ້າງ​ຄົນ​ດີ ຄົນ​ເກັ່ງ​ບໍ່​ໄດ້ ​ການ​ພັດທະນາ​ຊາດ​ມີ​ບັນ​ຫາ​ແນ່ນອນ! ຕົວ​ຈິງ​ກໍ່​ພິສູດ​ລະ​ເດ​ວ່າ​ດຽວ​ນີ້​ພັດທະນາ​ຊາດ​ໄປ​ໄດ້​ໄວ​ຊ່ຳ​ໃດ​ໃຜ​ກໍ່​ຮູ້​ເນາະ!​ ປີ​ກາຍ​ນີ້​ປີ​ດຽວ​ລັດຖະບານ​ຈີນ​ໃຊ້​ງົບ​ຫຼາຍ​ກ່ວາ 30 ຕື້​ຢວນ ​ເພື່ອ​ຊ່ວຍ​ເຫຼືອ​ສະໜັບສະ​ໜຸນ​ນັກ​ສຶກສາລະ​ດັບ​ວິທະຍາ​ໄລ 4 ລ້ານ ​ຄົນ ​ແລະ​ນັກຮຽນ​ສາຍ​ໂຮງຮຽນ​ວິຊາ​ຊີບ​ຕ່າງໆ 16 ລ້ານ​ຄົນ​ທີ່​ຂາດ​ທຶນ​ການ​ສຶກສາ. ​ເວົ້າ​ເ​ລື່ອງການ​ແບ່ງ​ລາຍ​ຮັບ​ຈາກ​ການ​ຂາຍ​ຫວຍ​ພັດທະນາ​ມາ​ພັດທະນາ​ການ​ສຶກສາ​ແລ້ວ​ແຕ່​ປີ 2007​​ ມາຈີນ​ໄດ້​ຫັນ​ເອົາ 300 ລ້ານ​ຢວນມາ​ຊ່ວຍ​ເຫຼືອ​ນັກຮຽນ​ມັດທະຍົມ​ຕອນ​ປາຍ​ຈາກ​ຄອບ​ຄົວ​ທຸກ​ຍາກ​ນຳ 3 ​ແສນ​ ຄົນ​ໃນ 22 ​ເຂດ​​ແຂວງ​ທີ່ຢູ່​ເຂດ​ທີ່​ທຸ​ກຍາກ​ດ້ອຍ​ພັດທະນາ​ຢູ່​ພາກ​ຕາ​ເວັນ​ຕົກ​ແລະ​ພາກ​ກາງຂອງ​ປະ​ເທດ! ລາຍ​ໄດ້​ຈາກ​ການ​ຂາຍ​ຫວຍ​ລັດຖະບານ​ນີ້​ມັນ​ກໍ່​ມະຫາສາ​ນສົມຄວນ​ໄດ໋​ເນາະທ່ານ​ຜູ້​ຟັງ! ຄັນ​ຜັນ​ມັນ​ມາ​ຊ່ວຍ​ວຽກ​ງານ​ທີ່​ຈະ​ເປັນ​ປະ​ໂຫຍດ​ແກ່​ສ່ວນ​ລວ​ມ​ໄດ້​ຫຼາ​ຍທໍ່​ໃດ​ກໍ່​ແຫ່ງ​ດີ​ລະ​ເນາະ!​ ດີ​ກ່ວາ​ມັນ​ຈະ​ໄປ​ເຂົ້າຖົງ ​ໄປ​ຊື້​ລົດ​​ໃຫ້​ໃຜ​ກຸ່ມ​ຄົນ​ໃດ​ຂີ່​ຫັ້ນລະ​ເນາະ!​ ຄັນ​ເວົ້າ​ເລື່ອງ​ຫວຍ​ແລ້ວ​ຢູ່​ຈີນ​ກໍ່​ມີ​ຫຼາຍ​ພາກສ່ວນ​ເຮັດ​ຄື​ກັນ ມູນ​ນິທິ​ກາ​ແດງ​ຈີນ​ກໍ່​ເຮັດ​ແລ້ວ​ເອົາ​ເງິນ​ລາຍ​ໄດ້​ຈາກ​ຫວຍ​ນີ້ 150 ລ້ານ​ ຢວນ​ໄປ​ຊ່ວຍ​ເດັກນ້ອຍ​ທີ່​ເປັນ​ພະຍາດ​ເລືອດ​ຈາງ​ແລະ​ພະຍາດຫົວ​ໃຈ​ໄດ້​ຕັ້ງ 4.646 ຄົນ​ ພຸ້ນ​ໄດ໋​ໃນ​ໄລຍະ 3 ປີ​ມາ​ນີ້. ຍ້ອນ​ໂຄງການ​ຊ່ວຍ​ເດັກ​ເລືອ​ດຈາງ​ນີ້​ດີ​ກະຊວງ​ການ​ເງິນ​ຈີນ​ຈຶ່ງ​ອະນຸຍາດ​ໃຫ້​ກອງ​ທຶນ​ກາ​ແດງ​ຈີນ​ອອກ​ຫວຍ​ນີ້​ໄດ້​ໃນ​ປີ 2009, ສ່ວນ​ພະຍາດ​ຫົວ​ໃຈ​ອະນຸຍາດ​ໃຫ້​ເຮັດ​ປີ​ກາຍ​ນີ້​ເອງ. ຢູ່​ຈີນ​ທຸກ​ການ​ອອກ​ຫວຍ​ຈະ​ເພື່ອ​ກິດຈະການ ກິດຈະກຳ​ຫັຍ​ງ? ຂອງ​ພາກສ່ວນ​ໃດ​ກໍ່​ແລ້ວ​ແຕ່​ຕ້ອງ​ແມ່ນ​ກະຊວງ​ການ​ເງິນ​ເປັນ​ຜູ້​ອະນຸຍາດ. ​ເອົາ, ຟັງ​​ເພງ​ກ່ອນ​ເນາະ​ແລ້ວ​ຈະ​ເວົ້າສະພາບ​ພະຍາດ​ເອດ​ຢູ່​ຈີນ​ໃນ​ປີ​ກາຍ​ນີ້​ສູ່​ຟັງ!

ເພງ

ກັບ​ເຂົ້າມາສູ່​ບັນຍາກ​າດຂອງ​ລາຍການ​ເບິ່ງ​ເມືອ​ງຈີນ​ຂອງ CRI FM 93Mhz ກໍ່​ຢ່າ​ລືມ​ຢາກ​ຟັງ​ລາຍການ​ນີ້​ມີ​ທຸກ​ຄືນ​ເວລາ​ກ 19​ ໂມງມີ​ເພງ​ຈີນ​ມ່ວນໆ​ເປີດ​ໃຫ້​ຟັງ​ພ້ອມ! ບັດ​ນີ້ມາ​ເບິ່ງ​ສະພາບ​ເອດຢູ່​ຈີນ​ໃນປະຈຸ​ບັນ​ນີ້​ເປັນ​ແນວ​ໃດ?​ ມີ​ຫຼາຍ​ມີ​ໜ້ອຍ​ປານ​ໃດ? ບົດ​ລາຍ​ງານ​ລ່າ​ສຸດ​ທີ່​ກະຊວງ​ສາ​ທາ​ຂອງ​ຈີນ​ຮ່ວມ​ກັບ​ອົງການ ສປຊ ຕ້ານ​​ເອດ​​ແລະ​ອົງການ​ຕ້ານ​​ເອກ​ໂລກ​ຮ່ວມ​ກັນ​ເຮັດ​ອອກ​ມາ​ພົບ​ວ່າ​ດຽວ​ນີ້​ຢູ່​ຈີນ​ມີ​ຜູ້​ຕິ​ດ​ເຊື້ອ​ HIV ​ແລະ​ເປັນ​​ເອດ​ທັງ​ໝົດ​ປະມານ 780.000 ຄົນ, ​ໃນ​ນີ້​ເປັນ​ເອດ 154.000 ຄົນ, ປີ​ກາຍ​ນີ້​ຕາຍ​ໄປ​ແລ້ວ 28.000 ຄົນ, ຜູ້​ຕິດ​ເຊື້​ອ​ໃໝ່​ປີ​ກາຍ​ນີ້​ມີ 48.000 ຄົນ​ ​ໃນ 2 ປີ​ມາ​ນີ້​ແຕ່​ວ່າ​ອັດຕາ​ການ​ຕິດ​ເຊື້ອ​ຍັງ​ຮັກສາ​​ໄດ້​ຕ່ຳ​ຢູ່. ສາ​ເຫດ​ທີ່​ໂຕ​ເລກ​ຜູ້​ຕິດ​ເຊື້ອ​ເອດ​ແລະ​ເປັນ​ເອດ​ຢູ່​ຈີນ​ຍັງ​ເພີ່ມ​ຂື້ນ​ແຕ່​ຢູ່​​ໃນ​ລະດັບ​ຕ່ຳ​ນີ້​ຍ້ອນ​ວ່າ: ລັດຖະບານ​ຈີນ​ເພີ່ມ​ຄວາ​​ມພະຍາຍາມ​ໃນ​ການ​ປ້ອງ​ກັນ​ແລະ​ປິ່ນປົວ​ທີ່​ເຮັດ​ໃຫ້​ຈຳນວນ​ຜູ້ຕາຍ​ຈາກ​ເອດ​ຫຼຸດ​ລົງ​. ມາ​ຮອດ​ເດືອນກັນຍາ​ປີ​ກາຍນີ້ມີຄົນ​ເຈັບ​ແລະ​ຕິດ​ເຊື້ອ​ເອດ​ໄດ້ຮັບ​ຢາ​ຕ້ານ​ເຊື້​ອ​ໄວຣັສຫຼາຍ​ກ່ວາ 136.000 ຄົນ. ​ເຊິ່ງຖື​ວ່າ​ກວມ​ເຖິງ 73.5% ທີ່​ສາມາດ​ເຂົ້າ​ເຖິງ​ການ​ປິ່ນ​ປົວ. ຢູ່​ຈີນ​ການ​ຕິດ​ເຊື້ອ​ເອດ​ຜ່ານ​ການ​ມີ​ເພດ​ສຳພັນ​ຍັງ​ນຳ​ໜ້າ​ຢູ່, ສະນັ້ນພາກສ່ວນ​ທີ່​ກ່ຽວຂ້ອງ​ກໍ່​ຮຽກຮ້ອງ​ໃຫ້​​ເພີ່ມ​ການກວດ​ເລືອ​ດຂອງ​ກຸ່ມ​ຄົນ​ສ່ຽງ​ສູງ ພ້ອມ​ທັງ​ເພີ່​ມການ​ເຂົ້າ​ເຖິງ​ຢາ​ຕ້ານ​ເຊື້ອ​ໄວຣັສ​​ແລະ​ເພີ່ມ​ການ​ໂຄສະນາ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ກ່ຽວ​ກັບ​ພະຍາດ​ເອດ​ໃຫ້​ຫຼາຍ​ຂື້ນ! ​ເອົາ, ຟັງ​ເພງ​ກ່ອນ​ເນາະ​ແລ້ວ​ຄ່ອຍ​ລົມ​ກັນ​ຕື່ີມອີກ​ຈັກ​ໜ້ອຍ!

ເພງ

​   ເວົ້າ​ເລື່ອ​ງສະພາບ​​ເອດ​ຢູ່​ຈີນ​ແລ້ວກໍ່​ມີອັນ​ໜ້າ​ສັງ​ເກດ​ຢູ່​ຫຼາຍ​ອັນ​ໄດ​ທ່ານຜູ້​ຟັງ!​​ ​ແຕ່​ກ່ອນ​ການ​ຕິດ​ເຊື້ອ​ເອດ​ສ່ວນ​ຫຼາຍ​ແມ່ນ​ຜ່ານ​ການ​ເສບ​ຢາ​ເສບ​ຕິດ ບາດ 2-3 ປີ​ຫຼັງ​ມາ​ນີ້​ຕິດ​ຍ້ອນ​ການ​ມີ​ເພດ​ສຳພັນ​ທີ່ບໍ່​ປອດ​ໄພ​ຂື້ນ​ມາ​ຄອງ​ແຊັມບໍ່​ວ່າ​ຈະ​ເປັນ​ລະ​ຫ່ວາງ​ຊາຍ​ກັບ​ຍິງ​ຫຼື​ກຸ່ມ​ຄົນ​ຮັກ​ຮ່ວມ​ເພ​ດ, ​ໂດຍ​ສະ​ເພາະ​ກຸ່ມ​ຊາຍ​ຮັກ​ຊາຍ​ເພດ​ນີ້​ມີ​ອັດຕາ​​ເພີ່ມ​ການ​ຕິດ​ເຊື້ອ​ຂື້ນ​ໄວ​ຫຼາຍ​ກ່ວາ​ຄົນ​ກຸ່ມ​ອື່ນ. ອັນ​ນີ້​ບໍ່​ແມ່​ແຕ່​ຢູ່​ຈີ​ນ​ເດີ້ ໝົດ​ທຸກ​ທະວີບອາຊີ​ຂອງ​ເຮົາ​ນິກໍ່​ມີ​ສະພາບ​ນີ້​ຄື​ກັນ ສາ​ເຫດ​ມັນ​ກໍ່​ແມ່ນ​ການ​ເຂົ້າ​ເຖິງ​ຄົນ​ກຸ່ມ​ຊາຍ​ຮັກ​ຊາຍ​ຮັກ​ຮ່ວມ​ເພດ​ເພື່ອ​ໃຫ້​ຂໍ້ມູນ​ທີ່​ຖືກຕ້ອງ​ແກ່​ເຂົາ​ເຈົ້າຍາກ​ຫຼາຍ. ​ເກ​ຫຼາຍ​ຄົນ​ກໍ່​ປິດ​ບັງ​ຕົວ​​ເອງ​ເພື່ອ​ໜ້າ​ຕາ ສັງຄົມ​​ແລະ​ໜ້າ​ທີ່​ວຽກ​ງານ, ພຶດຕິ​ກຳ​ກາ​ນຮ່ວມ​ເພດ​ຂອງ​ຄົນ​ກຸ່ມ​ນີ້​ກໍ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ຕິດ​ເຊື້​​ອ HIV ​ແຕ່​ອັນ​ທີ່​ມັນ​ອັນຕະລາຍ​ກ່ວານັ້ນ​ແມ່ນ​ຫຍັງ? ຖ້າ​ຊາຍ​ຝ່າຍ​ໜຶ່ງ​ທີ່​ເປັນ​ເກ​ຄິງຫຼື​​ເກ​ຝ່າຍ​ຊາຍ​ນັ້ນລະ​ມີ​ແຟນ​ເປັນ​ເກ​ນຳ​ກັນ​ຕິດ​ເຊື້ອ​ຮຽບຮ້ອຍ​ແຕ່ລາວ​ກໍ່​ສາ​ມາດ​ໄປ​ມີ​ເພດ​ສຳພັນ​ກັບ​​ແຟນຫຼື​ເມຍ​ທີ່​ເປັນ​ຜູ້ຍິງ​ແທ້ໆ​ໄດ້​ອີກ! ຄິດ​ເບິ່ງ​ແລ້ວ​ມັນ​​ແມ່ນ​ຫຍັງ​ຈະ​​ເກີດ​ຂື້ນ​ທ່ານຜູ້​ຟັງ! ສະນັ້ນລະ​ບໍ່​ວ່າ​ຄົນ​ກຸ່ມ​ໃດ ຊາຍ​ຮັກ​ຮ່ວມ​ເພດ​ຫຼື​ບໍ່​ກໍ່ຕາມ​ ຢູ່​​ໃນ​ຕົວ​ເມືອງ​ຫຼື​ຊົນນະບົດ​ກໍ່ຕາ​​ມມີ​ໂອກາດ​ຕິດ​ເອດ​ໄດ້​ໝົດ ​ເຖົ້າໜຸ່ມ​ກໍ່​ຢ່າ ຖ້າ​ບໍ່​ມີ​ຄວາມ​ສື່​ສັດ​ຕໍ່ຄູ່​ຮັກ​ຫຼື​ຕໍ່​ຜົວ​ເມຍ​ແລະ​ເວລາ​ມີ​ເພດ​ສຳພັນ​ທີ່​ມີ​ຄວາມ​ສ່ຽງ​ກໍ່​ບໍ່​ໃສ່ຖົງ​ອີກ ຄັນ​ເຮັດ​ແນ​ວນີ້​ທຸກ​ຄົນ​ມີ​ສິດ​ຕິດ ບໍ່​ວ່າ​ຄົນ​ທຸກ ຄົນ-​ຮັ່ງ, ນາຍ-ລູກ​ນ້ອງ ! ຢ່າ​ລືມ​ເອດ​ປົວ​ບໍ່​ໄດ້​ແຕ່ປ້ອງ​ກັນ​ໄດ້
​ເພງ
ຈົບ