ເຮືອນແລະ​ເຮືອນ​ເຊົ່າ​ສຳລັບ​ຜູ້​ມີ​ລາຍ​ໄດ້​ຕ່ຳ​ແລະ​ປານ​ກາງ

(GMT+08:00) 2012-04-26 15:49:07     cri

ສະບາຍດີ​ມິດ​ລາຍການ​ທີ່ຮັກ​ແພງ​ແລະ​ຄິດ​ຮອດ​ຄິດ​ເຖິງ​ທຸ​ກໆ​ທ່ານ!​ ພົບ​ກັນ​ອີກ​ແລ້້ວ​ກັບ​ລາຍການ​ເບິ່ງ​ເມືອງ​ຈີນ​ທາງ CRI FM 93Mhz ທີ່​ໜຸ່ມ​ໃຫຍ່​ດຳ​ເນີນລາຍການ​ໃຫ້​ຟັງ​ທຸກ​ມື້​ບໍ່​ໄດ້​ຂາດ! ມີ​ເພງ​ຈີນມ່ວນໆ​ເປີດ​ໃຫ້​ຟັງ!​ ມີ​ເລື່ອງ​ລາວ​ຕ່າງໆ​ກ່ຽວ​ກັບ​ເມື​ອງຈີນ​ເວົ້າສູ່​ຟັງ​ພ້ອມ!​ ຮັບປະກັນ​ໂລດ​ວ່າ​ຄັນຢາກ​ຮູ້​ເລື່ອງ​ຈີນ​ດ້ານ​ຕ່າງໆ​ໃຫ້​ດີ​ຂື້ນ ຊອກ​ຟັງ, ຊອກ​​ເບິ່ງ, ຊອກ​ອ່ານຢູ່​ໃສ​ກໍ່​ບໍ່​ມີ​ຫຼາຍ​ມີ​ຄົບ​ເຄື່ອງ​ຄື​ກັບ​ລາຍການ​ເບິ່ງ​ເມືອງ​ຈີນ​ຂອງ CRI ດັອກຂອບ​ໃຈ​ຫຼາຍໆ​ເດີ້​ມິດ​ລາຍການ​ຫຼາຍ​ທ່ານທີ່​ໂທ​ມາ ສົ່ງ​ຂໍ້ຄວາມ​ສັ້ນມາ​ຖາມ, ມາ​ລົມ​ເລື່ອງ​ນັ້ນ​ເລື່ອງ​ນີ້​ກ່ຽວ​ກັບ​ຈີນ!​ ບາ​ງຄົນ​ກໍ່​ໂທ​ມາ​ມີ​ຄຳ​ເຫັນ ບາງ​ຄົນ​ກໍ່​ຂໍ​ຟັງ​ເພງ.  ພົບ​ກັນ​ຄືນ​ນີ້​ແມ່ນ​ວັນ​ພະຫັດ,​ທີ 2 ກຸມພາ!​ ຄືນ​ນີ້​ເລື່ອງ​ທີ່​ໜຸ່ມ​ໃຫຍ່​ຈະ​ມາ​ລົມ​ສູ່​ຟັງ​ແມ່ນ​ເລື່ອງ​ເຮືອນໆ​ຊານໆ​ນິລະ! ​ບໍ່ວ່າ​ຄົນ​ຈີນ ຄົນ​ລາວ​ບໍ່​ມີ​ໃຜ​ດອກ​ຕິ​ທີ່​ຈະ​ບໍ່​ມີ​ເຮືອນ​ເປັນ​ຂອງ​ຕົນ​ເອງ​ເນາະ!​ ຫຼາຍຄົນ​ຢາກ​ໄດ້​ຢາກ​ມີ​ແຕ່​ຍັງ​ບໍ່​ພ້ອມ​ເທື່ອ ພວມ​ທ້ອນ​ພວມ​ຫອມ​ເງິນ​ໄວ້​ຊື້​ດິນຊື້​ເຮືອນ, ບໍ່​ທັນ​ພ້ອມ​ກໍ່​ເຊົ່າ​ຢູ່​ໄປ​ກ່ອນ​ເນາະຊຳ​ຊາ​ພໍ​ມີ.​ ​ແຕ່​ວ່າ​ໃນ​ໄລ​ຍະສະ​ສົມ​ນີ້​ຜົວ-​ເມຍ​ຕ້ອງ​ຊ່ວຍ​ກັນຫາ ຊ່ວຍ​ກັນ​ປະ​ຢັດ​ມັດທະ​ຍັດ​ແທ້​ໄດ໋ມັນ​ຈັ່ງ​ຊິ​ເກີດ​ເປັນ​ຈິງ ຊິ​ໃຊ້​ຊິ​ຈ່າຍ​ແຕ່​ລະ​ກີບ​ແຕ່​ລະ​ອັນ​ມັນ​ກໍ່​ຕ້ອງ​ມີ​ການ​ຄິດ​ໄລ່​ຢ່າງ​ຄັກ​ແນ່​ລະ​ເນາະ!​ ຄັນ​ບໍ່​ເຮັດ​ແນວນັ້ນຜົວ​ກໍ່​ກິນ​ແຕ່​ເຫຼົ້າ​ເຂົ້າ​ແຕ່​ສາວ ​ເມຍ​ກໍ່​ພໍ​ເມຍ​ກິນ​​ເຫຼົ້າຊຸມ​ແຊວ​ເບິ່ງ​ບັກ​ຫຼັກ​ລາຍ​ຕະຫຼອດ ຄັນ​ເປັນ​ແນວ​ນີ້​ມັນ​ກໍ່​ຊິ​ໄດ້​ຢູ່​ເຮືອນ​ເຊົ່າ​ເຂົ້າຊື້​ໄປ​ຕະຫຼອດ​​ແທ້​ໄດ໋!​ ຜູ້​ເຖົ້າ​ເພິ່ນ​ຍັງ​ວ່າ: "ສູ້​ຊົນ​ໝົ້ນທຸກ ມີ​ສຸກ​ພາຍຫຼັງ ຫຼື ​ເກົ້າ​ອົດ​ເກົ້າ​ເຍື້ອນ​ຫາກ​ຊິ​ໄດ້​ທ່ອນ​ຄຳ" ​ເພິ່ນ​ຍັງ​ວ່າ​ເດ!​ ​ເອົາ, ຂໍ​ເປັນ​ກຳລັງ​ໃຈ​ໃຫ້!​ ຄືນ​ນີ້​ຟັງ​ເພງ​ຈັກ​ສອງ​ເພງ​ກ່ອນ​ແລ້ວ​ຈະ​ເວົ້າສູ່​ຟັງ​ວ່າ ການ​ແກ້​ໄຂ​ເຮືອນ​ຢູ່​ໃຫ້​ປະຊາຊົນ​ຜູ້ມີ​ລາຍ​ຮັບ​ຕ່ຳ​ຫຼື​ລາຍ​ຮັບ​ປານ​ກາງ​ຢູ່​ຈີນ​ພຸ້ນ​ລັດຖະບານ​ເຮັດ​ແນວ​ໃດ?

​ເພງ

ຜ່ານ​ໄປ​ແລ້ວ​ສອງ​ເພງ​ມ່ວນໆ​ຈາກ​ລາຍການ​ເບິ່ງ​​ເມືອງ​ຈີນ, ຢາກ​ຟັງ​ລາຍການ​ນີ້ 19 ​ໂມງ​ທຸກ​ມື້​ປັບຄື້ນວິທະຍຸ​ຂອງ​ທ່ານ​ມາ FM 93Mhz ​ໂລດ​ເດີ້​ທ່ານ​ຜູ້​ຟັງ!​ ຄັນ​ຢາກ​ມີ​ຄຳ​ເຫັນ​ຫຍັງ​ກໍ່​ໂທ​ເຂົ້າມາ​ທີ່ 711477, 9300 ​ເອົາ, ບັດ​ນີ້​ກໍ່​ຈະ​ມາ​ເວົ້າ​ເລື່ອງ​ເຮືອ​ນ​ເລື່ອງ​ຊານ​ຢູ່​ຈີນ​ສູ່​ຟັງ​ວ່າ ຢູ່​ຈີນ​ພຸ້ນ​ລັດຖະບານ​ເພິ່ນ​ຊ່ວຍ​ຜູ້​ມີ​ລາຍ​ຮັບ​ຕ່ຳ​ແລະ​ລາຍ​ຮັບ​ປານ​ກາງ​ໃຫ້​ມີ​ເຮືອນ​ຢູ່​ແນວ​ໃດ? ກໍ່​ຄື​ເຄີຍ​ເວົ້າ​ສູ່​ຟັງ​ວ່າ​ເຮືອນ​ຢູ່​ຈີນ​ໂດຍ​ສະ​ເພາະ​ຢູ່​ຕາມ​ຕົວ​ເມືອງ​ໃຫຍ່ ມັນ​ບໍ່​ແມ່​ນ​ເຮືອນ​ເປັນ​ຫຼັງ​ຄື​ຢູ່​ລາວ​ໄດ໋ທ່ານ​ຜູ້​ຟັງ!​ ​ມັນ​ເປັນ​ເຮືອນ​ຊຸດ​ໃນ​ຕຶກ​ໃຫຍ່ 20-30 ຊັ້ນກໍ່​ມີ ພາສາ​ອັງກິດ​ເພິ່ນ​ເອີ້ນ​ວ່າ: Apartment ຫຼື Flat ຫັ້ນລະ!​ ຄົນ​ຢູ່​ຈີ​ນທົ່ວ​ໄປ​ຊິ​ມາ​ມີ​ເງິນ​ຊື້​ດິນປຸກ​ເຮືອນ​ເປັນ​ຫຼັງ ມີ​ສວນ​ຫຼັງ​ເຮືອນ​ໜ້າ​ເຮືອນ​ຄື​ຢູ່​ລາວ​ນິມັນ​ເກືອບ​ວ່າ​ເປັນ​ໄປ​ບໍ່​ໄດ້​ພຸ້ນ​ລະ!​ ນອກຈາກ​ເສດຖີ​ຜູ້​ມີ​ລາຍ​ຮັບ​ສູງ​ແທ້ໆ​ກໍ່​ພໍ​ມີ​ຢູ່! ລາຄາ​ຫ້ອງ​ຊຸດ​ໃນ​ປີ​ສອງ​ປີຜ່ານມາ​ນີ້​ແຫ່ງ​ລາຄາ​ຂື້ນ​ປານ​ຈະ​ຫຼວດຈົນ​ລັດຖະບານ​ເກືອບ​ຄຸມ​ບໍ່​ຢູ່!​ ​ແຕ່​ເລື່ອງ​ຫຍັງ​ກໍ່​ຢ່າ​ລັດຖະບານ​ຈີນ​ຈະ​ບໍ່​ນິ້ງນອນ​ເສີຍ​ຈັກ​ເທື່ອ ຄັນ​ມັນ​ເລີ່​ມ​ເກີດ​ເລື່ອງ​ຫຍັງ​ຂື້ນ​, ບັນ​ຫາ​ຫຍັງຂື້ນ​ທີ່​ເປັນ​ເລື່ອງ​​ເດືອ​ດ​ເນື້ອຮ້ອນ​ໃຈ​ໃຫ້​ປະຊາຊົນ​ເພິ່ນ​ຂ້ຽວ​ຫາ​ວິທີ​ມຫາ​ມາດຕະການ​ອອກ​ມາ​ແກ້​ມາ​ຄວບ​ຄຸມ​ໂລດ! ບໍ່​ໄດ້​ປ່ອຍ​ໃຫ້​ພວກ​ພໍ່ຄ້າ​ນາຍທຶນ ນັກທຸລະກິດ​ສະໜຸກ​ເຮັດ​ຟ້າ​ເຮັດ​ໄຟ​ແບບ​ວ່າ​ມີ​ເງິນ​ແລ້ວ​ເຮັດ​ຫຍັງ​ໄດ້​ໝົດ​ບໍ່​ແມ່ນ​ໄດ໋! ປີ​ສອງ​ປີຜ່ານມາ​ນີ້​ພວກ​ພໍ່ຄ້າ​ນາຍ​ທຶນ​ດ້ານ​ອະ​ສັງຫາລິມະ​ຊັບ​ຫົວ​ໃສ​ທັງຫຼາຍ ພະຍາຍາມ​ເຮັດ​ໃຫ້​ລາຄາ​ເຮືອນສູງ​ຂື້ນ​ຫຼາຍ​ປານ​ຈະ​ຫຼວດຄື​ວ່າ​ຫັ້ນລະ!​ ​ແຕ່​ໃນ​ທີ່​ສຸ​ດລັດຖະບານ​ຈີນ​ກໍ່​ຫາ​ວິທີ​ສະກັດ​ກັ້ນ​ໄວ້​ໄດ້ ດຽວ​ນີ້​ເຮືອນ​ຊຸດ​ຢູ່​ຕາມ​ຕົວ​​ເມືອງ​ໃຫຍ່​ຂອງ​ຈີນ​ເລີ່​ມຫຼຸດ​ລົງ​ແລ້ວ ຫຼາຍຝ່າຍ​ຍັງ​ຄາດ​ວ່າ​ປີ 2012 ນີ້​ເປັນ​ປີ​ທີ່​ແມ່ນ​ປີ​ຄຳ​ຂອງ​ພໍ່ຄ້າ​ອະສັງຫາລິມະ​ຊັບ​ໂດ​ຍກາ​ນກໍ່ສ້າງ​ເຮືອນ​ເພື່ອ​ຂາຍ​ແລ້ວ!​ ລັດ​ຖະບານ​ຈີ​ນຄຸມ​ຢູ່​ແລ້ວ! ​ເພາະວ່າ​ປີ​ສອງ​ປີຜ່ານມາ​ນີ້​ຫາງ​ສຽງສັງຄົມ​ຟົດ​ຫຼາຍ​ໂດຍ​ສະ​ເພາະ​ຜູ້​ມີ​ລາຍ​ຮັບ​ປານ​ກາງ​ແລະ​ຕ່ຳ ບໍ່​ມີ​ປັນຍາ​ທ້ອນ​ເງິນ​ຊື້​ເຮືອນ​ໄດ້​ແລ້ວ​ ​ເພາະວ່າ​ທ້ອນ​ເງິນ​ໃກ້ຊິ​ຮອດ​ລາຄາ​ເຮືອນ​​ໂດດ​ຂື້ນ​ໄປ​ໜ້າ​​ເຕັກໆ ມັນ​ກໍ່​ຄ້ວາ​ຝັນ​ບໍ່​ໄດ້​ຈັກ​ເທື່ອ​ແລ້ວ​ ສຳລັບ​ຜູ້​ມີລາຍ​ຮັບ​ປານ​ກາງ​ແລະ​ຕ່ຳ​ນິນະ! ​ເອົາ, ຟັງ​ເພງ​ອີກ​ກ່ອນ​ແລ້ວ​ຈະ​ເວົ້າສູ່​ຟັງ​ວ່າ​ລັດ​ຖະບານ​ຈີນ​ເພິ່ນ​ແກ້​​ເລື່ອງນີ້​ແນວ​ໃດ? ​ແລະ​ໄດ້ຜົນ​ໜ້ອຍ​ຫຼາຍ​ຊ່ຳ​ໃດ​ແລ້ວ?

ເພງ

ເວົ້າ​ເຖິງ​​ເລື່ອງ​​ແກ້​ໄຂ​ເຮືອນ​ຢູ່​ໃຫ້​ຜູ້​ມີ​ລາຍ​ຮັບ​ປານ​ກາງ​ແລະ​ຕ່ຳ​ຢູ່​ຈີນ​ນີ້ ລັດຖະບານ​ໄດ້​ປະຕິ​ບັດ​ນະ​ໂຍບາຍ​ປ່ອຍ​ເງິນ​ກູ້​ໃຫ້​ນັກ​ລົງ​ທຶນ​ທີ່​ປຸກ​ເຮືອນ​ຊຸດ​ໃຫ້​ປະຊາຊົນ​ທີ່​ມີ​ລາຍ​ຮັບ​ປານ​ກາງ​ແລະ​ຕ່ຳ​ສາມ​າດ​ເຊົ່ງຢູ່​ໄດ້!​ ສ່ວນ​ຫຼາຍ​ພວກ​ນາຍທຶນ​ປຸກ​ເຮືອນ​ແພງໆ​ນັ້ນຫຼຸດ​ການ​ໃຫ້​ກູ້​ຢືມ​ລົງ. ວັນ​ຈັນ​ຜ່ານ​ມາ​ນີ້ ທະນາຄານ​ປະຊາຊົນ​ຈີນ​ເພິ່ນ​ແຈ້ງ​ໃຫ້​ຮູ້ວ່າ: ປີ​ກາຍ​ນີ້​ໄດ້​ປ່​ອຍ​ເງິນ​ກູ້​ເພື່ອ​ສະໜັບສະໜຸນ​ການ​ກໍ່ສ້າງ​ເຮືອນ​ລາຄາ​ຕ່ຳ 175 ຕື້​ກ່ວາ​ຢວນ. ຖື​ວ່າ​ກວມ 50.1% ຂອງ​ການ​ກູ້​ຢືມ​ທັງ​ໝົດ​ຂອງ​ໂຄງການ​ອະ​ສັງຫາລິມະ​ຊັບ​ເລີຍ. ​ເພີ່ມ​ຂື້ນ​ຈາກ​ປີ 2010 ​ເຖິງ 31.7% ຕາມ​ແຜນການ​ແລ້ວ​ຢູ່​ຈີ​ນ​ເພິ່ນ​ຕັ້ງ​ເປົ້າສ້າງ​ເຮືອນ​ໃຫ້​ຜູ້​ມີ​ລາຍ​ຮັບ​ຕ່ຳ 36 ລ້ານ​ຊຸດ​ພາຍ​ໃນປີ 2015 ​ແລະ​ປີ​ກາຍ​ນີ້​ຈີນ​ກໍ່​ເລີ່​ມປະສົບ​ຜົນສຳ​ເລັດ​ໃນ​ການ​ປະຕິບັດ​ເປົ້າໝາຍ​ນີ້​ແລ້ວ ຄື​ມາ​ຮອດ​ເດືອນ​ຕຸລາ​ປີ​ກາຍ​ນີ້​ກໍ່ສ້າງ​ເຮື​ອນ​ໄດ້​ແລ້ວ 10 ລ້ານ​ຊຸດ. ​ເປັນ​ຈັ່ງ​ໃດ​ໄວ​ບໍ່​ທ່ານ​ຜູ້​ຟັງ?​ ຄັນ​ລັດຖະບານ​ຈີນ​ມີ​ເງິນ​ຫຼາຍມັນ​ກໍ່​ເປັນ​ຈັ່ງ​ຊີ້​ແລ້ວ ສັ່ງ​ເຮັດ​ປັບ ຕຶກ​ອາຄານ​ກໍ່​ແຂ່ງ​ຂັນ​ກັນ​ຜຸດ​ຂື້ນ​ປານ​ດອກ​ເຫັດ​ຍາມ​ເດືອນ 6 ພຸ້ນ​ແລ້ວ!​ ​ເຮັດ​ທັງ​ເວັນ​ເຮັດ​ທັງຄືນ​ກຳມະກອນ​ກໍ່​ປ່ຽນ​ກັນ​ເຂົ້າມັນ​ຊິ​ບໍ່​ແລ້ວ​ໄວ​ແນ​ວ​ໃດ​ເນາະ! ຕາມ​ທີ່​ໜຸ່ມ​ໃຫຍ່​ຢູ່​ເມືອ​ງຈີນ​ຫັ້ນ​ເຂົາ​ເຈົ້າປຸກ​ຕຶກ​ອາຄານ​ປະມານ 10 ຊັ້ນ ​ເຮືອນ​ຫຼື​ຫ້ອງການ​ຫຼື​ວ່າ​ສູນ​ການ​ຄ້າ​ກໍ່​ຄື​ກັນ!​ ​ໂອ່, ​ແລ້ວ​ໄວ​ອີ່ຫຼີ​ໄດ​ທ່ານ​ຜູ້​ຟັງ 6 ​ເດືອນ​ຫຼື 1 ປີ​ກໍ່​ແລ້ວ​ວລະ​ເດ! ຄົນ​ລາວ​ຫຼາຍ​ຄົນ​ໄດ໋ທີ່​ໄປ​ພົບ​ກັບ​ໜຸ່ມ​ໃຫຍ່​ຢູ່​ປັກ​ກິ່ງ ຜູ້​ເພິ່ນ​ມີ​ໂອກາດ​ໄປ​ປັກ​ກິ່ງ​ແບບ​ໜຶ່ງ​ປີ​ຫຼື​ສອງ​ປີ​ໄປ​ເທື່ອ​ໜຶ່ງ​ແນວ​ນີ້​ນະ, ​ເພິ່ນ​ວ່າ​ໂອ່, ​ໃບ​ໜ້າ​ປັກ​ກິ່ງ​ປ່ຽນ​ໄປ​ແບບ​ເບິ່ງ​ບໍ່​ທັນ​ອີ່ຫຼີ​ລະ​ກະ​ໃຫຍ່​ອອກ​ໃຫຍ່​ອອກ ຕຶກ​ອາຄານ​ກໍ່​ອອກ​ແບບ​ທັນ​ສະ​ໄໝ​ລ້ຳຍຸກ​ປອດ​ໄພງາມ​ແບບ​ສາກົນ​ເລີຍ ບໍ່​ແມ່ນ​ຕຶກ​​ໃດ​ກໍ່​ຮູບຊົງ​ດຽວ​ກັນ ​ຝາ​ແບບ​ຕາ​ກາ​ໂລ​ຂາວ​ນ້ອຍໆ​ຄື​ແຕ່​ກີ້​ໄດ໋!​ ​ແຕ່​ກີ້​ປຸກ​ຢູ່​ຈີນ ປຸກ​ຢູ່​ລາ​ວກໍ່​ຮູ້​ໂລດ​ແລ້​ວວ່າ​ຕຶກ​ນີ້​ແມ່ນ​ຂອງ​ຈີນ​ຂອງ​ລາວ ດຽວ​ນີ້​ບໍ່​ແມ່ນ​ແນວ​ນັ້ນ​ແລ້ວ ທັນ​ສະ​ໄໝ​ປານ​​ເອີຣົບ, ອາ​ເມ​ລິ​ກາ​ແລ້ວ ຕຶກ​ບາງ​ຕຶກ​ຍັງ​ທັນ​ສະ​ໄໝ​ໜ້າ​ງຶດ​ງໍ້​ກ່ວາ​ອີ​ກຊ້ຳ!​ ຊິ​ບໍ່​ທັນ​ສະ​ໄໝ​ລ້ຳຍຸກ​ແນວ​ໃດທ່ານ​ຜູ້​ຟັງ!​ ລັດຖະບານຮັ່ງ​ ບໍລິສັດ​ຮັ່ງ​ເວລາ​ຈະ​ສ້າ​ງຕຶກ​ອາຄານ​ໃໝ່​ກໍ່​ຈ້າງ​ທັງ​ນາຍ​ຊ່າງ​ອອກ​ແບບ​ທີ່​ດັງໆ​ຂອງ​ຈີນ​ທັງ​ທົ່ວ​ໂລກ​ມາ​ອອກ​ແບບ​ສ້າງ​ໃຫ້ ດຽວ​ນີ້​ຍ່າງ​ຢູ່​ປັກ​ກິ່ງ, ຊຽງ​ໄຮ, ຈຸ່ງ​ກິ່ງ, ​ເສິນ​ເຈີ້ນ ຫຼື ​ເມືອງ​ໃຫຍ່​ອື່ນໆ​ມັນ​ກໍ່​ປານ​ຢູ່​ຮົງ​ກົງ​ຫຼື​ປະ​ເທດ​ທີ່​ພັດທະນາ​ແລ້ວ​ບໍ່​ຜິດ! ຟັງ​ເພງ​ກ່ອນ​ເນ​າະ​ແລ້ວ​ຈະ​ລົມ​ສູ່​ຟັງ​ກ່ຽວ​ກັບ​ຄວາມ​ຮູ້ສຶກ​ຂອງ​ຜູ້​ທີ່​ໄດ້​ມາ​ຢູ່​ເຮືອນ​ເຊົ່າ ​ເຮືອນ​ລາຄາ​ຖືກ​ທີ່​ລັດ​ຖະບານ​ສ້າງ​ໃຫ້​ຢູ່​ບາງ​ນະຄອນ​ຂອງ​ຈີ

ເພງ

ນະ​ໂຍບາຍ​ຂອງ​ລັດ​ຖະບານ​ຈີນ​ນອກຈາກ​ສ້າງ​ເຮືອນ​ຊຸດ​ລາຄາ​ຖືກ​ໃຫ້​ຜູ້​ມີ​ລາຍ​ຮັບ​ປານ​ກາງ​ຫຼື​ຕ່ຳ​ຊື້​ໄດ້​ແລ້ວ  ຢູ່​ບາງ​ນະຄອນ​ລັດ​ຍັງ​ປຸກ​ເຮືອນ​ເຊົ່າ​​ໃຫ້​ຜູ້​ມີ​ລາຍ​ຮັບ​ຕ່ຳ​ອີກ, ຍັງ​ມີ​ເງື່ອນ​ໄຂ​ອີກ​ວ່າ​ຄັນ​ຢູ່​ຮອດ 5 ປີ​ແລ້ວ​ສາມາ​ດຊື້​ໄດ້​ເລີຍ​ຕາມ​ລາຄາ​ຕົ້ນທຶນ​ຂອງ​ລາຄາ​ກໍ່ສ້າງ!​ ອື່, ດີ​ເນາະ!​ ຄັນ​ບໍ່​ເຮັດ​ແນວ​ນີ້​ຄົນ​ມີ​ລາຍ​ຮັບ​ປານ​ກາງ-ຕ່ຳ ກໍ່​ຈະ​ບໍ່​ມີ​ໂອກາດ​ໄດ້​ຢູ່​ເຮືອນ​ດີໆ​ງາມໆ​ນຳ​ໝູ່​ແລ້ວ!​ ຊິ​ເອົາ​ຕົວຢ່າງ​ຂອງ ທ້າວ ກາວ ຈຽນ​ຫົວ ​ແລະ​ຄອບຄົວ​ຂອງ​ລາວ​ມາ​ເວົ້າສູ່​ຟັງ!​ ລາວ​ຢູ່ກຳ​ແພງ​ນະຄອນ ຈຸ່ງ​ກິ່ງ ຫຼື​ພາກຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ​ຫຼື​ສຽງ​ແທ້ໆ​ຂອງ​ຈີນ​ອອກສຽງ​ວ່າ: " ສົງ​ສິ່ງ " ​ແຕ່​ກີ້​ລາວ​ເຊົ່າ​ເຮືອນ​ເອກະ​ຊົນ​ຢູ່ ທັງ​ແພງ ທັງ​​ເກົ່າ ທັງ​ເປື້​ອນ​ເປິ ​ແຕ່​ວ່າ​ບຸນ​ກຸດ​ຈີນ​ປີນີ້ລາວ​ມີ​ເຮື​ອນ​ເຊົ່າ​​ໃໝ່​ຢູ່​ຊຸມ​ຊົນ​ເຮືອນ​ເຊົ່າ​ສາ​ທາ​ລະນະ " ມິ່ນຊີ້ນ ​ເຈ່ຍ​ຢວນ " ຮ່ວມ​ກັບ​ອີກຫຼາຍ​ກ່ວາ 7 ພັນ​ຄອບຄົວ. ຫ້ອງ​ຊຸດ​ທີ່​ລາວ​ເຊົ່າ​ໃນ​ລາຄາ​ຖືກ​ພຽງ​ເດືອນ​ລະ 800 ຢວນປະມານ ລ້ານ​ກີບ​ນິລະ! ມີ 4 ຫ້ອງ​ນອນ, ​ເຮືອນຄົວ​ແລະ​ຫ້ອງ​ນ້ຳຄົບ​ຊຸດ. ກ້ວາງ​ຂວາງ​ພໍ​ສຳລັບ 6 ຄົນ ປີ​ໃໝ່​ປີ​ນີ້​ລາວ​ມີ​ຄວາມສຸກ​ຫຼາຍທີ່​ໄດ້​ສະຫຼອງ​ຢູ່​ເຮືອນ​ໃໝ່​ເພາະວ່າ​ແຕ່​ກ່ອນ​ເຮືອນ​ເຊົ່າ​ເອກະ​ຊົນ​ທັງ​​ເກົ່າ ທັງ​ເປື້ອນ ​ເພດານ​ຂຸ ຝາກໍ່​ເກົ່າ ​ໄຟ​ກໍ່​ບໍ່​​ແຈ້ງ ສະນັ້ນ​ເວ​ລາ​ສະຫຼອງ​ປີ​ໃໝ່​ໄດ້​ພາກັນ​ໄປ​ສະຫຼອງ​ຢູ່​ນອກ​ເມືອງບ່ອນ​ມັນ​ຖືກ​ພຸ້ນ, ​ແຕ່​ກໍ່​ບໍ່​ຖື​ກປານ​ໃດ​ແລ້ວ​ໝູ່ຄູ່​ຍາດ​ພີ່ນ້ອງ!​ ບ່ອນ​ລາວ​ໄປ​ກໍ່​ແມ່ນ​ເຮືອນ​ພໍ່​ແມ່​ລາວ​ ​ເຖິງ​ວ່າ​ນ້ອຍ​ແຕ່​ສະພາບ​ກໍ່​ອ່າວ​ດີ​ກ່ວາ​ໃນ​ເມືອງ ການ​ສະຫຼອງ​ກໍ່​ຈັກ​ອາຫານ​ການ​ກິນ ຂອງຕ້ອນ​ຂອງຝາກ ຂອງ​ຂັວນ​ອັ່ງ​ເປົ່າ ຄ່າ​ລົດ​ໄປ-ກັບ​ບໍ່​ແມ່ນ​ໜ້​ອຍ. ຍ້ອນ​ເຮືອນ​ເກົ່າ​ໂພດ​ລາວ​ເຮັດ​ວຽກ​ໃນ​ເມືອງ​ກໍ່​ຈຳ​ເປັນ​ໄດ້​ປະ​ລູກ​ໄວ້​ໃຫ້​ພໍ່​ແມ່​ເບິ່ງ​ແຍງ​ລ້ຽງ​ດູ​ໃຫ້ ​ເພິ່ນ​ກໍ່​ເຖົ້າຫຼາຍ​ແລ້ວ​ກໍ່​ບໍ່​ສາມາດ​ລ້ຽງ​ດູ​ໄດ້​ດີ​ປານ​ໃດ? ​ແຕ່​ບັດ​ນີ້​ເອົາ​ລູກ​ຄືນ​ມາ​ຢູ່​ນຳ​ແລ້ວ ມີ​ໝູ່ມີ​ຄູ່​ເຕັມ​ໃນ​ຊຸມ​ຊົນ​ດຽວ​ກັນ ຍາມ​ບຸນ​ກຸດ​ຈີນ​ນີ້​ຜູ້​ຮັບຜິດຊອບ​ຊຸມ​ຊົນ​ກໍ່​ຈັດ​ກິດຈະກຳ​ຫຼາຍ​ອັນ​ມ່ວນ​ຫຼາຍ ບໍ່​ວ່າ​ຈະ​ເປັນ​ແຂ່ງ​ຟ້ອນ, ​ແຂ່ງຮ້ອງ​ເພງ ງານ​ລ້ຽງ​ກິລາ ​ໂອ່, ທັງ​ສະດວກ​ສະບາຍ​ທັງ​ມ່ວນ ທັງ​ສາມັກຄື​ກັນ​ດີ! ລາວ​ໄດ້​ເຂົ້າມາ​ເຊົ່າ​ເຮືອນ​ເຊົ່າ​ທີ່​ລັດ​ສ້າງ​ໃນ​ລາຄາ​ຕ່ຳ​ນີ້​ມາ​ແຕ່​​ເດື​ອນມີນາ​ປີ​ກາຍ​ນີ້ ຫຼັງ​ຈາກ​ທີ່​ຂຽນ​ໃບ​ສະ​ເໜີ​ໄດ້​ໜຶ່ງ​ເດືອນ. ​ແມ່​ລາວ​ກໍ່​ມາ​ຢູ່​ນຳ​ດີ​ໃຈ​ຫຼາຍ. ຈັກ​ໜ້ອຍ​ຊິ​ເວົ້າ​ເຖິງ​ອີກ​ຜູ້​ໜຶ່ງ​ທີ່​ເຂົ້າມາ​ເຊົ່າ​ເຮືອນ​ລັດ​ລາຄາ​ຖືກ​ນີ້​ຢູ່ກຳ​ແພງ​ນະຄອນ​ຈຸ່ງກິ່ງ​ສູ່​ຟັງ

ເພງ

ອີກ​ຜູ້​ໜຶ່ງ​ກໍ່​ແມ່ນ​ ທ້າວ ​ເຊິ​ງ ອານ​ຊິ່ງ ອາຍຸ 37 ປີ, ລາວ​ກໍ່​ສະຫຼ​ອງກຸດ​ຈີນ​ປີ​ນີ້​ໃນ​ເຮືອນ​ເຊົ່າ​​ໃໝ່​ລາຄາ​ຖືກ​ທີ່​ລັດ​ປຸກ​ໃຫ້​ຄື​ກັນ. ມີ​ສະມາຊິກ​ຄອບຄົວ 5 ຄົນ. ລາວ​ວ່າ​ລາຍ​ຮັບ​ຄອບຄົວ​ລາວ​ຕໍ່​ເດືອນ​ແມ່ນ​ປະມານ 5 ພັນຢວນ ກໍ່​ປະມານ 6 ລ້ານ​ກີບ​ນີ້​ລະ! ​ແຕ່​ລາວ​ເຊົ່າ​ພຽງ 800 ຢວນຕໍ່​ເດືອນ, ດີ​ກ່ວາ​ເຮືອນ​ເຊົ່າ​ເອກະ​ຊົນ​ຫຼາຍ​ເທົ່າ, ນະຄອນ​ຈຸ່ງ​ກິ່ງ​ແມ່​ນນະຄອນ​ໜຶ່ງ​ໃນ​ຈຳນວນ​ບໍ່​ພໍ່​ທໍ່​ໃດ​ນະຄອນ​ເຮັດ​ວາງ​ນະ​ໂຍບາຍ​ເຮືອນ​ເຊົ່າ​ສາທາລະນະ​ອອກ​ມາ​ກ່ອນໝູ່​ຢູ່​ຈີນ ​ເພື່ອ​ຊ່ວຍ​ຄົນ​ມີ​ລາຍ​ໄດ້​ຕ່ຳ​ໄດ້​ມີ​ເຮື​ອນດີ​ເຮືອນ​ງາມ​ຢູ່, ປີ​ກາຍ​ນີ້​ປຸກ​ໄປ​ແລ້ວ 110.000 ຊຸດ ​ເພື່ອ​ໃຫ້​ປະຊາຊົນ 300.000 ຄົນ​ໄດ້​ພັກ​ພາ​ອາ​ໄສ. ນະຄອນ​ຈຸ່ງ​ກິ່ງ​ເລີ່​ມລົງມື​ສ້າງ​ມາ​ແຕ່​ປີ 2010 ຕາມ​ແຜນ​ຈາກ 2011 ຮອດ 2013 ຈະ​ສ້າງ​ເຮື​ອນ​ເຊົ່າ​ລາຄາ​ຖືກ​ໃຫ້​ໄດ້ 40 ຕາ​​ແມັດ ​ເພື່ອ​ໃຫ້​ປະຊາ​ຊົນ 2 ລ້ານ​ຄົນ​ທີ່​ມີ​ລາຍ​ຮັບ​ປານ​ກາງ-ຕ່ຳ​​ໄດ້​ຢູ່​ຢ່າງ​ສະບາຍ!​​ ​ເປັນ​ນະ​ໂຍບາຍ​ທີ່​ດີ​ຫຼາຍ
​ເພງ
ຈົບ