ວຽກງານ​ວິ​ໄຈ​ໃໜ່ກຽ່ວກັບ​ຈືນ​ຂາ​ໄກ່

(GMT+08:00) 2012-05-02 09:47:54     cri
ເມື່ອ​ບໍ່​ດົນ​ມານີ້,ມີ​ວຽກງານ​ວິ​ໄຈ​ຈາກ​ອົງການ​ອາຫານ ​ແລະ​ຢາ​ຂອງ​ສະຫະ​ລັດ​ອາ​ເມ​ລິ​ກາ ພົບ​ວ່າ: ​ໃນ​ຊີ້ນ​ໄກ່​ບໍ່​ມີ​ກະດູກ​ທີ່​ຂາຍ​ຕາມ​ຮ້ານ​ຂາຍ​ຈືນ​ໄກ່​ຊື່​ດັງ​ຕ່າງຯບາງ​ຮ້ານ​ສ່ວນຫຼາຍຈະ​ເຮັດ​ມາ​ຈາກ​ສິ້ນ​ສ່ວນ​ຂອງ​ໄກ່​ທີ່​ບໍ່​ໄດ້​ໃຊ້​ແລ້ວ ​ເຊິ່ງມີໜ້ອຍຫຼາຍທີ່​ຈະ​ເຮັດ​ມາ​ຈາກ​ຊີ້ນຂາວຯຂອງ​ໄກ່​ແທ້ຯ ​ແລະ ​ໄກ່​ຈືນ​ນີ້ຍັງ​ມີ​ການ​ຕື່ມ​ສານ​ປຸງ​ແຕ່ງ​ລົດ​ຊາດ MSG ຕື່ມ​ອີ​ກຖ້າ​ເຂົ້າ​ໄປ​ສະ​ສົມ​ໃນ​ຮ່າງກາຍຫຼາຍຯກໍ​ຈະ​ເຮັດ​ໃຫ້​ເຈັບຫົວ ຫຼື ​ເກີດ​ອາການ​ແພ້. ນອກຈາກ​ນີ້, ​ໃນ​ໄກ່​ຍັງ​ມີ​ສານ​ຟອສ​ເຟດປະສົມ​ຢູ່ ຈຶ່ງ​ເຮັດ​ໃຫ້​ເກີດ​ກົດ​ໃນ​ຮ່າງກາຍ ​ແລະ​ເຮັດ​ໃຫ້​ຮ່າງກາຍ​ເຜົາ​ຜ່ານ​ໄຂມັນ​ບໍ່​ໄດ້​ດີ​ເທົ່າ​ທີ່​ຄວນ ຈຶ່ງ​ເຮັດ​ໃຫ້​ຕຸ້ຍ​ງ່າຍ.

ສະ​ນັ້ນ,ບໍ່​ວ່າ​ທ່ານ​ຈະ​ມັກ​ກິ​ນອາຫານ​ປະ​ເພດ​ໃດ​ກໍ​ຕາມ ຄວນ​ສະຫຼັບສັບ​ປ່ຽນກັບ​ອາຫານຫຼາຍຯປະ​ເພດ ​ໃຫ້​ໄດ້​ຄົບ​ທັງ 5 ໝວດ ຈື່ງ​ຈະ​ໄດ້​ຄຸນ​ປະ​ໂຫຍ​ດຈາກ​ອາຫານ​ປະ​ເພດ​ນັ້ນຫຼາຍກ່ວາ​ໄດ້​ໂທດ.