ສຸສານ​ທີ່​ໃຫ່ຍທີ່​ສຸດ​ໃນ​ໂລກ

(GMT+08:00) 2012-05-02 09:49:54     cri
ສຸສານ​ທີ່​ໃຫ່ຍທີ່​ສຸດ​ໃນ​ໂລກ ​ແມ່ນ​ສຸສານ​ຂອງ​ຈັກກະພັດ​ຈີນ ຈີນ​ຊີ​ຮອງ​ເຕ້ ​ແຫ່ງ​ລາຊະວົງ ຊິງ ຕັ້ງ​ຢູ່ໝູ່ບ້ານ​ລິນ​ຕອງ ​ແຫ່ງ​ເມືອງ ຊີ​ອານ, ມົນທົນ ຊີ​ອານ ປະ​ເທດ​ຈີນ. ສຸສານ​ນີ້ ​ແມ່ນ​ພົບ​ໂດຍ​ບັງ​ເອີນ ຊຶ່ງ​ແມ່ນ​ຊາວນາ ຊື່ວ່າ ຢາງ​ຈື່​ຟາ ​ເປັນ​ຜູ້​ພົບ​ເຫັນ ​ເມື່ອ​ວັນ​ທີ 29 ​ເດືອນ ມີນາ ປີ ຄ.ສ 1974 ​ເຊິ່ງຂະນະ​ທີ່​ກຳລັງ​ຂຸດ​ນ້ຳສ້າງ​ຢູ່​ບໍລິ​ເວນ​ສາຍພູ ລີ​ຊານ ຫ່າງ​ຈາກ​ເມືອງ ຊີ​ອານ ​ໄປ​ທາງ​ທິດຕາ​ເວັນ​ອອກ​ປະມານ 35 ກິ​ໂລ​ແມັດ.

ຈາກ​ນັ້ນ​ລັດ​ທະ​ບານ​ຈີນ​ໄດ້​ສືບ​ຕໍ່​ຂຸດ​ຂົ້ນ ​ແລະ ພົບ​ວັດຖຸບູຮານ​ໄດ້​ແກ່​ກອງທັບ​ທະຫານ​ຫຸ່ນ​ດິນ​ເຜົາ ຢູ່​ໃນ​ຊຸດ​ກຽມ ພ້ອມ​ສູ້​ຮົບ​ຢືນ​ເປັນ​ແຖວ​ຢູ່​ພາຍ​ໃນຫຼຸມ,ມີ​ຫຸ່ນ ມ້າ​ເສິກ,ອາວຸດ, ລົດ​ມ້າ ​ເຊິ່ງມີ​ຈຳນວນ​ທັງໝົດ 7.400 ຊິ້ນ ທີ່​ມີ​ອາຍຸ​ 2.000 ກ່ວາປີ ຝັງ​ຢູ່​ພາຍ​ໃນ​ບໍລິ​ເວນ​ເນື້ອທີ່ 25.000ມ2 ​ແລະ​ມີ​ການ​ຄາດ​ຄະ​ເນ​ວ່າ ອານາ​ເຂດ​ຂອງ ສຸສານ​ນີ້ ຈະ​ກວມ​ເນື້ອທີ່ 2.180  ກມ2 ​ໂຄງ​ສ້າງ ​ແລະ ​ສະຖາ  ປັດ​ຕິ​ຍະ​ກຳ​ຂອງ​ສຸສານ​ນີ້ ມີ​ເນື້ຶທີ່​ເປັນ​ຮູບ​ສີ່ຫຼ່ຽມຍາວ​ມີ​ຄວາມ​ເລິກ​ສະ​ເລ່ຍ 35 ​ແມັດ​,ສຳລັບ​ຫ້ອງ​ບັນຈຸ​ສົບ ຕັ້ງ​ຢູ່​ໃຈກາງ​ຂອງ​ສຸສານ​ເລິກ 15 ​ແມັດ.

ສັນນິຖານ​ວ່າ​ສຸສານ​ນີ້​ເລີ່​ມກໍ່ສ້າງ​ສະ​ໄໝ ຈິນຊີ​ຮ່ອງ​ເຕ້ ​ໃຊ້​ເວລາ​ກໍ່ສ້າງ​ປະມານ 38 ປີ ຄື​ຕັ້ງ​ແຕ່​ປີ 246-208 ກ່ອນ ຄ.ສ ​ແລະ ສຸສານ​ນີ້​ໄດ້​ຮັບ​ຄັດ​ເລືອກ ​ໃຫ້​ເປັນ​ມໍລະດົກ​​ໂລກ​ໃນ​ປີ ຄ.ສ 1987 ​ໂດຍ​ອົງການ ອຸຍ​ແນັສ​ໂກ.