ກອງ​ຫີນ​ປະຫຼາດ( ສິ່ງ​ມະຫັດສະຈັນ​ຂອງ​ໂລກ )

(GMT+08:00) 2012-05-02 09:55:10     cri
ກອງ​ຫີນ​ປະຫຼາດ ສະ​ໂຕນ​ເຮ​ນ ນີ້ຕັ້ງ​ຢູ່​ກາງທົ່ງ​ນາ​ແຫ່ງ​ເມືອງ ຊັນ​ລິ​ສ​ເບີ​ຮີ ປະ​ເທດ​ອັງກິດ ຫ່າງ​ຈາກ​ນະຄອນ​ລອນ​ດອນ ປະມານ 16 ກິ​ໂລ​ແມັດ ( 10​ໄມ ).

ກອງ​ຫີນ​ປະຫຼາດນີ້ປະກອບ​ດ້ວຍ​ຫີນ​ຂະໜາດ​ໃຫ່ຍລຽນກັນຍາ​ວປະມານ 3 ກິ​ໂລ​ແມັດ ​ແລະ ​ໃນ​ນັ້ນ​ມີ​ກຸ່ມ​ຫີນ​ກ້ອນ​ໃຫ່ຍຯປະມານ 112 ກ້ອນ ຕັ້ງ​ໂດດດ່ຽວຢູ່​ກາງ​ທົ່ງ​ນາ​ເປັນ​ຮູບ​ວົງມົນ​ລຽນຊ້ອນ​ກັນ​ຢູ່ 3 ວົງ. ກ້ອນ​ຫີນ​ບາງ​ກ້ອນ​ລົ້ມ​ນອນ, ບາງ​ກ້ອນ​ຕັ້ງ​ຊື່, ບາງ​ກ້ອນ​ວາງ​ຊ້ອນ​ທັບ​ຢູ່​ເທິງ​ສຸດ​ຂອງ​ກ້ອນ​ຫີນ 2 ກ້ອນ​ທີ່​ຕັ້ງ​ຢູ່.

ວົງມົນ​ຮອບ​ນອກ​ຂອງ​ກອງ​ຫີນ​ມີ​ເສັ້ນ​ຜ່າ​ໃຈກາງ​ຍາວ 30 ​ແມັດ ( 100 ຟຸດ ) ​ແລະ​ ມີ​ກ້ອນ​ຫີນ​ທັງໝົດ 30 ກ້ອນ ​ແຕ່​ລະ​ກ້ອນ​ສູງ 3,9 ​ແມັດ ( 13 ຟຸດ ). ສ່ວນ​ວົງມົນ​ຮອບ​ກາງ​ມີ​ເສັ້ນ​ຜ່າ​ໃຈກາງ​ຍາວ 22,8 ​ແມັດ ( 76 ຟຸດ ). ມີ​ກ້ອນ​ຫີນ​ທັງໝົດ 40 ກ້ອນ ​ແລະ ມີ 2 ກ້ອນ ທີ່​ຕັ້ງ​ສູງ​ເຖິງ 6,6​ແມັດ ( 22 ຟຸດ ).

ສຳລັບ​ວົງ​ໃນ​ສຸດ ມີ​ເສັ້ນ​ຜ່າ​ໃຈກາງ​ຍາວ 15 ​ແມັດ ( 50 ຟຸດ ). ຊຶ່ງ​ມີ​ຫີນ​ທັງໝົດ 42 ກ້ອນ. ຫີນ​ແຕ່​ລະ​ກ້ອນ​ມີນ້ຳໜັກ​ເປັນ​ໂຕນ.ຫີນ​ບາງ​ກ້ອນ​ລົ້ມ, ຕັ້ງ​ຊື່ ສູງ ສະ​ເລ່ຍຄວາມ​ສູງ​ປະມານ 4 ​ແມັດ ​ແລະ ມີນ້ຳໜັກປະມານ 26 ​ໂຕນ.

ຈາກ​ການ​ສັນນິຖານ​ວ່າ ກອງ​ຫີນ​ປະຫຼາດນີ້ ຕັ້ງ​ຢູ່​ໃນ​ທົ່ງ​ນາ​ແຫ່ງ​ນັ້ນ​ມາ​ຕັ້ງ​ແຕ່​ດົນ​ນານຄື​ກ່ອນ ຄ.ສ 1.700 ປີ. ​ເປັນ​ສິ່ງ​ກໍ່ສ້າງ ທີ່​ບໍ່​ມີ​ຮ່ອງຮອຍ ​ແລະ ບໍ່​ຮູ້​ວ່າ​ແມ່ນ​ໃຜ​ເປັນ​ຜູ້​ສ້າງ ​ແລະ​ສ້າງ​ເພື່ອ​ວັດຖຸ​ປະສົງ​ອັນ​ໃດ. ​ແຕ່​ທີ່ໜ້າ​ແປກ​ປະຫຼາດກໍ່ຄື​ໃນ​ບໍລິ​ເວນ​ແຫ່ງ​ນັ້ນ​ເປັນ​ທົ່ງ​ນາ​ທີ່​ກວ້າງ​ໃຫຍ່, ບໍ່ມີ​ພູ ​ແລະ​ບໍ່ມີ​ສີ່​ງກໍ່ສ້າງ​ດ້ວຍ​ຫີນ​ອື່ນໆ​ເລີຍ ຍິ່ງ​ເຮັດ​ໃຫ້​ສົງ​ໄສ​ວ່າ ຜູ້ກໍ່ສ້າງ​ນັ້ນນຳ​ເອົາ​ຫີນ​ມາ​ຈາກ​ທີ່​ໃດ ​ແລະ​ກໍ່ບໍ່ປະກົດວ່າ​ມີ​ຮ່ອງ​ຮອຍ​ການ​ຂົນ​ຫີນ ຫຼືມີ​ສິ່ງ​ເສດ​ເຫຼືອ ຫັກ​ພັງ​ຈາກ​ການກໍ່ສ້າງ ​ໃນ​ບໍລິ​ເວນ​ດັ່ງກ່າວ ​ແລະ​ຜູ້​ກໍ່ສ້າງ​ນັ້ນ ​ເອົາ​ອັນ​ໃດ​ມາ​ຍົກ​ຫີນ​ຂື້ນ​ໄປ​ວ່າງ​ໄວ້