ເຕົ່າ​ທີ່​ໃຫ່ຍທີ່​ສຸດ​ໃນ​ໂລກ

(GMT+08:00) 2012-05-02 09:58:39     cri
ເຕົ່າ​ທີ່​ໃຫ່ຍທີ່​ສຸດ​ໃນ​ໂລກ ​ແມ່ນ​ມີ​ຊື່​ທາງ​ວິທະຍາສາດ​ວ່າ: ​ເຕົ່າ​ເຈ​ໂອ​ເຊ​ໂລ​ນ ນີກາ. ຄົ້ນ​ພົບ​ໂດຍ​ທ່າ​ນ ຊິນ​ເຮ​ນ  ກົງ​ສະ​ຕັງ​ໂກຍ ​ແລະ ທ່ານ​ໂຈ​ເຊບ​ໂປ​ນ ​ແຊ​ມາກ ​ໃນ​ປີ ຄ.ສ 1824 ​ເປັນ​ເຕົ່າ​ທີ່​ໃຫ່ຍທີ່​ສຸດ​​ໃນ​ໂລກ.

ເຕົ່າ​ຊະນິດ​ນີ້ ​ເປັນ​ສັດ​ປະຈຳ​ຖິ່ນ, ຢູ່​ໃນ​ແຖບໝູ່​ເກາະ​ຂອງ ກາ​ລາ​ປາ​ໂກສ ອາກຊີ​ເປ​ລາດ​ກ. ​ໂຕ​ໃຫ່ຍສຸດ​ມີນ້ຳໜັກຫຼາຍກ່ວາ 300 ກິ​ໂລກຼາມ ​ແລະ ຍາວ 1,2 ​ແມັດ. ​ເປັນ​ສັດ​ທີ່​ກິນ​ພືດ​ເປັນ​ອາຫານ, ປະສົມ​ພັນທຸ​ກລະດູ​ການ, ​ແຕ່​ປົກກະຕິ​ມັນ​ຈະ​ປະສົມ​ພັນ ​ແຕ່​ເດືອນ​ມັງກອນ ຫາ​ເດືອນ ສິງຫາ.​ເຕົ່າ​ຊະນິດ​ນີ້ມີ​ອາຍຸ​ສະ​ເລ່ຍປະມານ 150 – 200 ປີ. ​ແຕ່​ເຕົ່າ​ທີ່​ມີ​ອາຍຸ​ຢືນ​ທີ່​ສຸດ​ໃນ​ໂລກ ​ແມ່ນ​ເຕົ່າ ອັດຕະ​ໄວ​ຕະຍະ ສາຍ​ພັນ ອັນ​ດາບ​ຮາ ທີ່​ມີ​ອາຍຸ​ຢືນ​ທີ່​ສຸດ​ໃນ​ໂລກ​ຄື​ປະມານ 250 ປີ ຢູ່​ໃນ​ສ່ວນ​ສັດ ການ​ກຸດ​ຕາ​ຂອງ​ເມືອງ​ກັນລະ​ພັດ​ຕາ ປະ​ເທດ​ອິນ​ເດຍ. ຊຶ່ງ​ປັດຈຸບັນ​ເຕົ່າ​ທີ່​ມີ​ອາຍຸ​ຢືນ​ທີ່​ສຸດ​ໃນ​ໂລກ​ໂຕນີ້​ໄດ້​ເສຍ​ຊີວິດ​ແລ້ວ ​ໃນ​ວັນ​ພຸດ ວັນ​ທີ 22 ​ເດືອນ ມີນາ ປີ ຄ.ສ 2006.( ອ່ານ​ຂໍ້​ມູນ​ທີ່ໜ້າສົນ​ໃຈ​ໄດ້​ຢູ່​ປື້​ມຄວາມ​ຮູ້​ຮອບ​ຕົວ"34 ​ເລື່ອ​ງທີ່​ສຸດ​ໃນ​ໂລກ" ​ເຫຼັ້ມ 1 ).