ຂົວ​ແຂວນ​ຍາວ​ທີ່​ສຸດ​ໃນ​ໂລກ

(GMT+08:00) 2012-05-02 10:10:28     cri
ຂົວ ​ໂກລ​ເດນ ​ເກດ ​ເປັນ​ຂົວ​ແຂວນ​ຂະໜາດ​ໃຫ່ຍ ​ແລະ ຍາວ​ທີ່​ສຸດ​ໃນ​ໂລກ ຕັ້ງ​ຢູ່​ນະຄອນ​ຊານ​ຟຮານ​ຊິ​ສະ​ໂກ​ສະຫະລັດ​ອາ​ເມ​ລິ​ກາ. ​ໂຄງ​ສ້າງ​ຂອງ​ຂົວ​ປະກອບ​ດ້ວຍ​ຫໍຄອຍ​ເຫຼັກທັງ​ສອງ​ຂ້າງ ​ເຊິ່ງມີ​ຂ້າງ​ລະ 215 ​ແມັດ ​ໃສ່​ລວດ​ເຄ​ເບີ​ລ ( ລວດ​ເຫຼັກ) ຈ່ອງ​ເປັນ​ຕົວ​ດຶງ​ນ້ຳໜັກຂອງ​ຂົວ ​ເຊິ່ງມີ​ຂະໜາດ 90 ຊັງ​ຕີ​ແມັດ ( 36 ນິ້ວ) ຂ້າງ​ລະ 2 ​ເສັ້ນ ລວມ​ເປັນ 4 ​ເສັ້ນ ຍາວ 1.319.667 ກິ​ໂລ​ແມັດ (107.000 ​ໄມ) ​ແລະ ຍັງ​ມີ​ເສັ້ນ​ລວດ​ນ້ອຍ​ຢືດຕໍ່​ອີກ ລວມມີ 27.572 ​ເສັ້ນ

ຊ່ວງກາງ​ລະ​ຫ່ວາງ​ເສົາ​ຕໍ​ມໍ​ຍາວ 1,26 ກິ​ໂລ​ແມັດ.ສ່ວນ​ແຄມ​ສອງ​ຝາກ ຍາວ​ຂ້າງ​ລະ 34 ​ແມັດ ລວມຄວາມ​ຍາວ​ທັງໝົດປະມານ 7 ກິ​ໂລ​ແມັດ ​ແລະ ກ້ວາງ 27 ​ແມັດ.

 ຂົວ​​ໂກລ​ເດນ​ເກດ​ເປັນ​ຂົວ​ແຂວນ​ຂ້າມ​ໄປ​ຫາ​ອ່າວ​ທາງ​ພາກ​ເໜືອ ຂອງ​ເມືອງ​ຊານ​ຟຮານ​ຊິ​ກະ​ໂກ ​ແລະ ​ເປັນ​ແບບ​ຢ່າງ​ຂົວ​ແຂວນ​ຂະໜາດ​ໃຫ່ຍ ​ແລະ ຍາວຫຼາຍທີ່​ສຸດ​ແຫ່ງ​ອຳ​ອິດ​ໃນ​ຍຸກ​

ຂົວ​ນີ້​ໄດ້ກາຍ​ເປັນ​ຂົວ​ແບບຢ່າງ​ໃນການ​ກໍ່ສ້າງ​ຂົວ​ແຂວນ​ທີ່​ໃຫ່ຍ ​ແລະ ຍາວ​ທີ່​ສຸດ​ໃນ​ຍຸກ​ຕໍ່ຯມາ​ຈົນ​ເຖິງ​ປັດຈຸບັນ.