ນົກ​ທີ່​ບີນ​ໄກ​ທີ່​ສຸດ​ໃນ​ໂລກ

(GMT+08:00) 2012-05-02 10:11:55     cri
ແມ່ນ​ນົກ​ທະ​ເລ ທີ່​ມີ​ຊື່​ທາງ​ວິທະຍາສາດ​ວ່າ ສ​ເຕນາ ປາຣາດີ​ສະ​ກ້າ ຄົ້ນພົບ​ໂດຍ​ທ່ານ ອີ​ລິກ ປອນ​ໂຕ​ບິ​ດັນ ​ໃນ​ປີ 1963 ​ເປັນ​ນົກ​ທີ່​ບີນ​ໄປ​ໄດ້​ໄກ​ທີ່​ສຸດ​ໃນ​ໂລກ

ແຕ່ລະ​ປີ ນົກ​ຊະນິດ​ນີ້ສາມາດ​ບີ​ນອົບ​ພະ​ຍົກ​ໄປ​ຫາ​ກີ​ນທີ່​ອື່ນ​ໃນ​ໄລຍະ​ທາງ​ທີ່​ໄກ​ເຖິງ 4ໝື່ນ ກິ​ໂລ​ແມັດ ​ເຊິ່ງ​ເປັນ​ໄລຍະ​ທາງ​ທີ່​ໄກ​ທີ່​ສຸດ​. ຄວາມ​ຍາວຂອງ​ໂຕ​ນົກ​ຊະນິດ​ນີ້ປະມານ 28 ຫາ 39 ຊັງ​ຕີ​ແມັດ ປິກ​ຂອງ​ພວກ​ມັນ​ກວ້າງ​ປະມານ 76 ຫາ 85 ຊັງ​ຕີ​ແມັດ ນ້ຳໜັກປະມານ 90 ຫາ ຮ້ອຍ​ປາຍ ກຼາມ ມັນ​ກີ​ນປາ​, ​ແມງ​ໄມ້ ​ແລະ ກີ​ນ​ໄຂ່​ຂອງ​ສັດ​ອື່ນໆ​ເປັນ​ອາຫານ ນົກ​ຊະນິດ​ນີ້ ຈະ​ອາ​​ໃສ​ຢູ່​ນຳ​ກັນ​ເປັນ​ຝູງ. ມັນ​ຈະ​ອອກ​ໄຂ່​ຄັ້ງໜື່ງປະມານ 1 ຫາ 3 ໜ່ວຍ​ເທົ່າ​ນັ້ນ.