ສະ​ຖານ​ທີ່​ມັ​ໄປ​ຂ້າໂຕຕາຍທີ່​ສຸດ​ແລະ​ກະ​ນິຍົມທີ່​ສຸດຢູ່​ໃນ​ປະ​​ເທດ​ຍີ່​ປຸນ

(GMT+08:00) 2012-05-07 15:11:39     cri
ປະເທດ ຍີ່​ປຸ່ນ​ເປັນ​ປະເທດ​ໜຶ່ງ​ທີ່​ມີ​ອາ​ຍຸ​ໄຂຍືນ​ຍົງສູງ​ສຸດ​ຂອງ​ໂລກ ໂດຍ​ສະຖານ​ທີ່​ນິຍົມ​ທີ່​ຈະ​ໄປ​ຂ້າ​ຕົວ​ຕາຍ​ຄື ອະ​ໂອ​ກິ​ງາ​ ຮາ​ລາ​ເປັນ​ປ່າ​ທີ່​ຢູ່​ບໍລິເວນ​ພູເຂົາ​ຟູ​ຈິ​ໃນ​ປະ​ເທດຍີ່​ປຸ່ນ ໂດຍ​ຈຸດ​ທີ່​ຂ້າ​ຕົວ​ຕາຍ​ຫລາຍ​ທີ່ສຸດ​ຈະ​ເປັນ​ສ່ວນ​ທີ່​ຢູ່​ໃກ້​ພູເຂົາ​ໄຟ ​ຟູ​ຈິ​ທີ່​​ເອີ້ນ​ວ່າ "ທະ​ເລ​ປ່າ" ຊຶ່ງ​ໄດ້ຮັບ​ຂະ​ໜານ​ນາມ​ວ່າ​ເປັນ​ຈຸດ​ຂ້າ​ຕົວ​ຕາຍ​ອັນ​ດັບ​ສອງ​ຂອງ​ໂລກ ສາ​ເຫດ​ເນື່ອງ​ມາ​ຈາກ​ນິ​ແມ່ເຖົ້າ​ເລື່ອງ"Black Sea of Trees" ເປັນ​ແມ່ເຖົ້າ​ທີ່​ເປັນ​ເນື້ອ​ຫາ​ກ່ຽວກັບ​ຄົນ​ຮັກ​ຂ້າ​ຕົວ​ຕາຍ ​ເຊີ່ງ​ໃນ​ເມື່ອ​ກ່ອນ​​ເພີ່​ນຍັງ​ເລົ່າ​ວ່າ​ເປັນ​ຈຸດ​ທີ່​ມີ​ຜີ​ສິງ ປີ​ສາດ​ປາກົດ​ຕົວ​ຈົນ​ກາຍ​ເປັນ​ປ່າ​ແຫ່ງ​ຄວາມ​ຕາຍ ນອກ​ຈາກ​ນັ້ນ​ຍັງມີ​ບຸກ​ຄົນ​ທີ່​ຂ້າ​ຕົວ​ຕາຍ​ໃນ​ປ່າ​ແຫ່ງ​ນີ້​ຫລາຍທີ່​ສຸດ ບໍ່​ວ່າ​ຈະ​ເປັນ​ຄູ່​ຮັກ ຄອບຄົວ ຜູ້​ສູງ​ອາ​ຍຸ ສ່ວນ​ສະຖິຕິ​ການ​ຂ້າ​ຕົວ​ຕາຍ​ປະ​ມານ 70 ຄົນຕໍ່​ປີ ໃນ​ປີ 2002 ພົບ​ວ່າ​ມີ​ການ​ພົບ​ສົບ​ຄົນ​ຂ້າ​ຕົວ​ຕາຍ​ທີ່​ສ່ວນ​ໃຫຍ່​ຈະ​ເປັນ​ການ​ແຂນ​ຄໍ​ເຖິງ 78 ລາຍ ຕົວ​ເລກ​ນີ້​ຈະ​ເພີ່ມ​ຂຶ້ນ​ໄປ​ອີກ ເນື່ອງ​ຈາກ​ສະພາບເສດຖະກິດ​ທີ່​ບໍ່​ເອື້ອ​ອຳ​ນວຍແລະ​ບັນຫາ​ການ​ຫວ່າງ​ງານ​ວ່າ​ຊັ້ນ​ ​ໂອ​ອັນກະ​ເປັນ​ຄະຕິ​ເຕືອນ​ໃຈ​ໃຫ້​ກັບ ໝູ່ຄູ່​​ແລະ ອ້າຍ​ເອື້ອ​ຍນ້ອງ​ເນາະ​ໃນ​ເວລາ​ພົບ​ບັນຫາ​ຫຼື ວ່າ​ມີ​ຄົນ​ມາ​ເຢ້ຍ​ແນວ​ນິກະ​ຢ່າ​ສຸ​ໄປຟັງຄວາມ​ເຂົາ​ເຈົ້າ​ເພ​າະວ່າ​ເຮົາ​ກະ​ເກີດ​ມາ​ໃນ​ຊາດ​ດຽວ ​ແຖ​ມຍັງ​ມີ​ມື​ມີ​ແຂນ​ມີ​ຂາ​ ທຸກໆອະ​ໄວ​ຍະ​ວະ​ຄົບ​ແນວ​ນິ ເຮົາ​ກະ​ຄວນ​ເຮັດ​ດີ​ ຊ່ວຍ​ສັງຄົມ​ບໍ່​ວ່າ​ຈະ​ເປັນ​ທາງ​ດ້ານ ​ເຮື່ອ​​ແຮງ​ຫຼືວັດ​ຖຸກະ​ແລ້ວ​ແຕ່ ບໍ່​ແມ່ນ​ຈະ​ຄື​ຫາ​ທາງ​ແກ້​ໄຂ​ບັນຫາ​ແນວ​ນິມັນ​ກະ​ບໍ່​ເປັນ​ມິດ ລາຍການ​ ​ເອົາ​ຈັງ​ໃດ໋​ກະ​ສູ້​ນຳ​ກັນ​ເນາະ ​ແລະ​ ທີ​ມງານ ​​​​CRI ທຸກຄົນກະ​ຈະ​ເປັນ​ກຳລັງ​ໃຈ​ໃຫ້