20 ກວ່າ​ປີ​ຜ່ານ​ມາ, ຈີນ​ເຂົ້າ​ມາ​ລົງ​ທຶນ​ຢູ່ລາວ 742 ໂຄງ​ການ

(GMT+08:00) 2012-05-17 16:16:03     cri
ຕະຫລອດໄລຍະເວລາ 24 ປີຜ່ານມາ ລັດຖະບານໄດ້ເປີດກວ້າງການລົງທຶນຈາກຕ່າງປະເທດຢ່າງກວ້າງຂວາງເຮັດໃຫ້ຕົວ
ເລກການລົງທຶນໃນຂະແໜງການຕ່າງໆເພີ່ມຂຶ້ນຢ່າງຕໍ່ເນ່ືອງ, ຮອດປັດຈຸບັນບັນລຸ 16,3 ຕື້ໂດລາສະຫະລັດລວມທັງຫມົດ
ມີເຖິງ 4,469 ໂຄງການ, ໃນນັ້ນສປ ຈີນ ມີມູນຄ່າການລົງທຶນສູງເຖິງ 3 ຕື້ 300 ລ້ານໂດລາສະຫະລັດໃນຈຳນວນທັງຫມົດ
742 ໂຄງການ.

ໃນນີ້ເປັນການລົງທຶນຂອງ ສປ ຈີນ 100% ສູງເຖິງ 551 ໂຄງການ, ເຮັດໃຫ້ຕົວເລກການລົງທຶນຂອງ ສປ ຈີນ ໃນລາວ
ຢືນຢູ່ອັນດັບຕົ້ນໆຂອງການລົງທຶນຕ່າງປະເທດທັງຫມົດ. ທ່ານສົມດີ ດວງດີ ລັດຖະ ມົນຕີວ່າການກະຊວງແຜນການ ແລະ
ການລົງທຶນກ່າວໃນກອງປະຊຸມແນະນຳການ ຮ່ວມມືດ້ານເສດຖະກິດ-ການຄ້າ ລະຫວ່າງລາວ-ຈີນ ( ຢຸນ ນານ ) ເມື່ອ
ເດືອນຜ່ານມາ.

 ສປປ ລາວ ເປີດການລົງທຶນມາແຕ່ປີ 1988 ຕົວເລກ ການລົງທຶນໃນຂະແໜງ ຕ່າງໆໄດ້ເພີ່ມຂຶ້ນຕໍ່ຍອດໃນແຕ່ລະປີເຊິ່ງ
ກວມເອົາການລົງທຶນໃນຂະແຫນງການບໍ່ແຮ່, ໄຟຟ້າ, ກະສິກຳ, ບໍລິການຕ່າງໆລວມທັງໂທລະຄົມມະນາຄົມ, ທ່ອງທ່ຽວ,
ການສຶກສາ, ສາທາລະນະສຸກ, ໂຮງແຮມ, ທີ່ປຶກສາ, ກໍ່ສ້າງ, ອຸດສາຫະກຳ ແລະ ຫັດຖະກຳ.

ສປ ຈີນ ຖືກຈັດເປັນຫນຶ່ງໃນສາມອັນດັບ ຂອງການລົງທຶນຫລາຍທ່ີສຸດ ໃນ ສປປ ລາວໃນຈຳນວນ 50 ກ່ວາປະເທດທ່ີ
ເຂົ້າມາລົງ ໄປ... ນັກລົງທຶນຂອງ ຈີນ ສ່ວນຫລາຍແມ່ນມາຈາກແຂວງຢຸນນານທ່ີມີຊາຍແດນ ຕິດຈອດກັບເຂດພາກເຫນືອ
ຂອງລາວທ່ີໃຫ້ຄວາມສົນໃຈເຂົ້າມາລົງທຶນໃນບັນດາແຂວງ ພາກເຫນືອເປັນພິເສດ ເຊິ່ງ ໄດ້ມີການເຊັນສັນຍາ ລະຫວ່າງ
ແຂວງຢຸນນານກັບລັດຖະບານລາວເມື່ອຕົ້ນເດືອນຜ່ານມາຈຳນວນ 10 ສະບັບໃນຂອບເຂດການຄ້າ, ການເງິນແລະການລົງທຶນ. 
  ພາຍຫລັງສືບຕໍ່ເຊັນສັນຍາລະຫວ່າງແຂວງຢຸນນານກັບລັດຖະບານລາວເຮັດໃຫ້ ບັນດານັກເສດຖະສາດຕາມສະຖາບັນສຳ
ຄັນຕ່າງໆໃນລາວຕ່າງກໍ່ເຊ່ືອວ່າ: ຈະເປັນ ການຊ່ວຍເຫລືອຍົກລະດັບ ດ້ານເສດຖະກິດ-ການຄ້າແລະການລົງທຶນລະຫວ່າງ
ສອງປະເທດໃຫ້ຍິ່ງສູງຂຶ້ນຕື່ມ ອີກໃນລະດັບຫນຶ່ງ.    ໃນໂອກາດດັ່ງກ່າວທ່ານລັດຖະມົນຕີ ຍັງໄດ້ເປີດເຜີຍໃຫ້ຮູ້ຕ່ືມອີກວ່າ:
ທ້າຍປີ 2011 ແຂວງຢຸນນານໄດ້ສ້າງວິສາຫະກິດລົງທຶນໃນ ສປປ ລາວ ເຖິງ 125 ບໍລິສັດມູນຄາສັນຍາປະມານ 740 ລ້ານ
ໂດລາສະຫະລັດ, ໂດຍສອງຝ່າຍຍິນດີຈະຂະຫຍາຍມູນຄ່າການຄ້າ ( ຢຸນນານ-ລາວ )

ດ້ວຍຫລາຍຮູບແບບຫລາຍວິທີເພື່ອບັນລຸມູນຄ່າການຄ້າ 300 ລ້ານໂດລາສະຫະລັດຂຶ້ນເມື່ອ.