ຫອຍແຄງ(ສຽງ)

(GMT+08:00) 2012-05-21 10:52:30     cri









ນາງ ແຕນ: ນາມ​ສົມມຸດ ເອົາ​ຫອຍ​ແຄງ​ລະ​ຂາຍ​ໄປ​ຕາມ​ບ້ານ ຍູ້​ລໍ້​ໄປ......ພໍ​ໄປ​ຮອດ​ເຮືອ​ແມ່​ຕູ້​ດວງ.

ຕູ້​ດວງ: ນາມ​ສົມ​ມຸດ​ນິ​ລະ​ອື້...! ຕູ້​ດວງ​ລາວ​ພັດ​ເປັນ​ຄົນ​ມັກ​ຊື້​ນັ້ນ​ຊື້​ນີ້​ໄວ້​ຢູ່​ໄວ້​ກິນ​ແດ່. ລາວ​ຄຶດ​ຢາກ​ຫອຍ​ແຄງ​ລາວ​ກໍ​ເລີຍ​ເວົ້າ​ຂື້ນວ່າ:

ຕູ້​ດວງ: ໂອ໋! ນາງ​ເອີ່ຍ!  ຫອຍ​ແຄງ​ແມ່ນ​ຕື່ງ​ດີ​ໄດ໋​ເນາະ ແມ່ນ​ຂາຍ​ຈັ່ງ​ໄດ່​ລະ​ລູກ

ນາງ​ແຕນ: ເລີຍ​ເວົ້າ​ວ່າ: ໂອ໋! ກໍ່​ຂາຍ​ຄື​ບ້ານ​ຄື​ເມືອງ​ເພິ່ນ​ຫັ້ນ​ລະ! ປ້າ​ເອີຍ​ຊິ​ເອົາ​ຈັກ​ໂລ​ລະ!

ຕູ້​ດວງ: ກໍ​ເລີຍ​ຮ້ອງ​ໃສ່​ຜົວ​ວ່າ: ເຖົ້າ​ເອີ໋ຍ! ເຖົ້າ!  ເຖົ້າ​ເອີ໋ຍ! ​ເຖົ້າ! ເອົາ​ຫວາ! ຫອຍ​ແຄງ​ນິ​ນ໋າ!

ຜູ້​ເປັນ​ຜົວ​ກໍ່​ເລີຍ​ຮ້ອງ​ໃສ່​ວ່າ: ໂອ໋ຍ! ຊິ​ແຄງ​ໄປ​ຮອດ​ມື້​ໄດ໋​ລະ​ນໍ້! ມື້​ຄືນ​ນີ້​ກໍ່​ແຄງ​ໝົດ​ຄືນ​ລະ​ເດ໋! ຮອດ​ບໍ່​ຫງາ​ຍຈັກ​ເທື່ອ!, ຮ່າ.................!