ສຸກ ກັບ ເສົານາມສົມມຸດລົມກັນເລື່ອງຄອບເລື່ອງຄົວລົມໄປລົມມາ
ສຸກກໍ່ເລີຍເວົ້າຂື້ນວ່າ: ເອີ້! ມັນເປັນແນວໃດ! ອັນເສົາເອີ໋ຍເມຍໂຕຫັ້ນນະ! ກໍ່ໄດ້ເລື່ອງຢູ່ເບາະເຮີ໋ຍ!
ເສົາກໍ່ເລີຍເວົ້າຂື້ນວ່າ: ຫ້ວຍ! ກໍ່ພໍໃຊ້ຢູ່ໃດ! ລາວກໍ່ເຮັດກິນແຊບ! ແຊບ! ຢູ່ໃດ! ລະເມຍໂຕເດຫະ! ແມ່ນເປັນແນວໃດລະ!
ສຸກກໍ່ເລີຍເວົ້າຂື້ນວ່າ: ໂອ໋! ອັນເມຍເຮົາຫັ້ນອັນໃດ! ອັນໃດ! ກໍ່ພໍໄດ້ຢູ່! ແຕ່ເສຍຢ່າງດຽວເຖົ້າເອີ໋ຍ!
ເສົາເລີຍເວົ້າຂື້ນວ່າ: ມັນເສຍຫຍັງເຮີ່ຍ! ສ່ຽວເອີ໋ຍ! ມັກຫຼີ້ນໄພ້ຊັ້ນຫວະ!
ສຸກກໍ່ເລີຍເວົ້າຂື້ນວ່າ: ເວລາເວົ້ານໍາເຮົາມັນບໍ່ເວົ້າລ້າໃດ! ສ່ຽວເອີ່ຍ! ມັນຂຸເຂົ່າພຸ້ນໃດ! ເປັນຕົ້ນແມ່ນມື້ກູເມົາເມືອມັນແຮງຂຸຄັກຕົວະ!
ເສົາເລີຍເວົ້າຂື້ນວ່າ: ໂຕກໍ່ວ່າປານນັ້ນພຸ້ນຫວາ! ມັນໝົດສະໃໝຂ້າທາດແລ້ວໃດສ່ຽວເອີ໋ຍ! ສັງມາວ່າແນວນັ້ນ! ສັງມາຂົ່ມເຫັງເມຍປານນັ້ນແທ້! ສ່ຽວເອີ່ຍ!
ສຸກກໍ່ເລີຍເວົ້າຂື້ນວ່າ: ຫ້ວຍ! ບໍ່ໄດ້ຂົ່ມເຫັງໃຜແລ້ວ! ກູເມົາເມືອມັນບໍ່ຂຸເຂົ່າຈ້າງມັນຊິໄດ້ລົມກູ ຄັນມັນບໍ່ຂຸເຂົ່ານະ! ກູເຂົ້າກ້ອງຕຽງພຸ້ນນະ! ຮ່າ!……….ຮ່າ!……