ໂຮງໝໍ​ສູນ​ກາງ(ສຽງ)

(GMT+08:00) 2012-05-22 11:09:28     cri









ທ້າວ ດາ ​ແລະ ທ້າວ ຫວານ ນາມ​ສົມມຸດ​ນັ່ງ​ລົມ​ກັນ​ຫຼັງ​ຈາກ​ນັ່ງ​ດື່ມ​ເບຍ​​ເຢັນໆ​ຍາມ​ຄ້າຍ​ແລງ.

ດາ: ​ໂອ້! ຫວານ​​ສ່ຽວ​ໂຕ​ຮູ່ບໍ່​ວ່າ​ຢູ່​ບ້ານ​ເຮົາ​ມັນ​ມີໂຮງໝໍ​ຈັກ​ບ່ອນ.

ຫວານ: ​ຫ້ວຍ! ກໍ່​ມີ​ຫຼາຍ​ຫັ້ນ​ລະ! ຢູ່​ບ້ານ​ເຮົາ​ຫັ້ນ​ນະ!

ດາ: ​ເອີ້! ດີ​ລະ! ຄັນ​ໂຕ​ຮູ້​! ​ແຕ່​ວ່າ​ມີ​ໂຮງໝໍ​ສູນ​ກາງ​ນິຈັກ​ບ່ອນ ຮື! ຄັນໂຕ​ຮູ້ ​ຮື!

ຫວານ: ຫ້ວຍ! ກໍ່​ມີ​ບ່ອນ​ດຽວ​ຫັ້ນ​ຕົວະ! ​ໂຮງໝໍມະ​ໂຫສົດ​ຫັ້ນ​ຕົວະຫວາ! ​ໂຮງໝໍ​ສູນ​ກາງ​ນະ!

ດາ: ຜິດ! ມັນ​ຊິ​ສູນ​ຢູ່​ກາງ​ຢູ່​ໃສ​ຫະ! ມື​ງວ່າ!

ຫວານ: ມັນ​ຊິ​ຜິດຈັ່ງ​ໃດ ກໍ່ໂຮງໝໍ​ສູນ​ກາງ​ກໍ່​ໂຮງໝໍ​ມະ​ໂຫສົດ.

ດາ: ​ໂອ໋ຍ! ຊິ​ບໍ່​ຜິດ​ຈັ່ງ​ໃດ! ​ໂຮງໝໍ​ສູນ​ກາງມັນ​ກໍ່​ມີ​ໂຮງໝໍ 103 ກັບ​ໂຮງໝໍ 109 ຊັ້ນ​ຕົວະ​ເນາະ! ຮ່າ!..........ຮ່າ!...............