ມົນ​ລະພິດ​ສຽງ​ເປັນ​​ແນວ​ໃດ?

(GMT+08:00) 2012-05-24 10:15:42     cri
ມົນລະ​ພິດສຽງເປັນ​ບັນຫາ​ມົນລະ​ພິດ​ທີ່​ມີ​ຄວາມ​ຮຸນແຮງສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ເປັນ​ຢູ່​ຂອງ​ປະ​ຊາຊົນ. ໂດຍ​ສະເພາະ​ຜູ້​ທີ່​ອາໄສ​ໃນ​ເມືອງ​ໃຫຍ່ຫລື​ຜູ້​ທີ່​ຢູ່ໃນ​ພື້ນ​ທີ່​ທີ່​ມີ​ສຽງ​ດັງໆ, ຄັນໍ​ຊິ​ເວົ້າ​ແລ້ວມົນ​ພິດ​ສຽງ​ເປັນ​ໄພ​ໃກ້​ຕົວ​ທີ່​ເຮົາ​ເບິ່ງບໍ່ເຫັນ, ຈັບ​ຕ້ອງ​ບໍ່​ໄດ້. ແຕ່​ເຮົາ​ເ​ສາມາດ​ຮັບ​ຮູ້​ໄດ້​ດ້ວຍ​ຄວາມ​ຮູ້ສຶກ​ເທົ່າ​ນັ້ນ,  ມົນລະ​ພິດ​ສຽງ​ເຖິງ​ວ່າ​ມັນ​ຈະ​ບໍ່​ເປັນ​ໄພ​ເຖິງ​ແກ່​ຊີວິດ​ໃນ​ທັນທີທັນ​ໃດ ແຕ່​ມັນ​ກໍ່​ເປັນ​ສາ​ເຫດ​ສຳຄັນ​ທີ່ກໍ່​ໃຫ້​ເກີດ​ອັນຕະລາຍ​ຕໍ່​ສຸຂະພາບ​ກາຍ​ແລະ​ຈິດຂອງ​ຄົນ​ເຮົາ​ໄດ້​ໄດ໋.    

ມົນລະ​ພິດ​ທາງ​ສຽງ  (noise pollution) ສຽງ​ດັງໆ (loud noise) ຫລື​ສຽງ​ລົບກວນ​ໃນ​ໄລຍະ​ເວລາ​ຍດົນໆ  (noise). ໝາຍ​ເຖິງ​ສະພາ​ວະ​ທີ່​ມີ​ສຽງ​ດັງ​ເກີນ​ປົກກະຕິ​ຫລື​ສຽງ​ດັງ​ຕໍ່​ເນື່ອງ​ຍາວນານ​ຈົນ​ກໍ່​ໃຫ້​ເກີດ​ຄວາມ​ລຳ​ຄານກໍ່​ສາມາດ​ເກີດ​ອັນຕະລາຍ​ຕໍ່​ລະບົບ​ການ​ໄດ້ຍິນ​ຂອງ​ມະ​ນຸດ​ໄດ້​​ຄື​ກັນ ແລະ​ ​ໂດຍ​ສະ​ເພາະ​ຜູ້​ທີ່ຢູ່​ໄກ້​ໆ​ບ່ອນ​ທີ່​ມີ​ສຽງ​ດັງໆ ບໍ່​ວ່າ​ຈະ​ເປັນ​ບ່ອນຢູ່​ອາ​ໃສ, ​ສໍານັກງານ, ຫ້ອງການ, ​ໂຮງຮຽນ....ຕະຫຼອດ​ຮອດ​ເຖິງ​ສະພາບ​ແວດ​ລ້ອມ​ທີ່​ຢູ່​ອ້ອມ​ຂ້າງມີ​ສຽງ​ສ້າງ​ຄວາມ​ລົບ​ກວນ, ​ເຮັດໃຫ້​ເກີດ​ຄວາມ​​ເຄັ່ງຄຽດ​ທາງ​ຮ່າງກາຍ​ແລະຈິດ​ໃຈ, ເຮັດໃຫ້​ຕົກ​ໃຈ ບາງ​ເທື່ອສຽງ​ດັງ​​ຕໍ່​ເນື່ອງ​ຍາວນານ​ບໍ່​ຈົບບໍ່​ສິ້ນກໍ່​​​ເຮັດ​ໃຫ້​ບໍ່​ມີ​ສະມາທິ​ໃນ​ການ​ເຮັດ​ວຽກ. ​ແລະຜູ້​ທີ່​ເຮັດ​ວຽກ​ກ່ຽວ​ກັບ​ສຽງ​ດັງໆ​ດົນ​ໄປ​ອາ​ດ​ເຮັດ​ໃຫ້​ເຈ້ຍຫູ​ບາດ​ໄດ້.  

ມົນ​ພິດ​ທາງ​ສຽງ​ເປັນ​ໜຶ່ງ​ໃນ​ບັນຫາ​ສິ່ງ​ແວດ​ລ້ອມ​ຂອງ​ເມືອງ​ໃຫຍ່ ທີ່​ເກີດ​ພ້ອມ​ກັບ​ການ​ປ່ຽນ​ແປງ​ທາງ​ວິທະຍາ​ສາດ, ເທັກ​ໂນ​ໂລ​ຍີ ແລະ​ວັດທະ​ນາ​ທຳ. ລວມ​ເຖິງ​ການ​ເຕີບ​​ໃຫຍ່ທາງ​ເສດຖະກິດ ບໍ່​ວ່າ​ຈະ​ເປັນ​ສຽງ​ດັງ​ຈາກ​ຍານ​ພາຫະນະ​ທີ່​ໃຊ້​ເຄື່ອງ​ຈັກ, ຈາກເຄື່ອງ​ຈັກ​, ຈາກ​ການ​ກໍ່​ສ້າງ, ​ຈາກ​ເຄື່ອງຂະຫຍາຍ​ສຽງ, ອຸປະກອນ​ການ​ສື່​ສານ, ສຽງ​ຮຽກ​ເຂົ້າ​ໂທລະສັບ​ມື​ຖືລວມ​ທັງ​ສຽງ​ສົນທະນາ​ທີ່​ດັງ​ເກີນ​ຄວນ​ແລະ​ບໍ່​ຖືກກາລະ​ເທສະ.

​ເມື່ອ​ເປັນ​ແນວ​ນັ້ນຜົນ​ກະທົບ​ຈາກມົນ​ລະ​ພິດ​ທາງ​ສຽງມັນ​ມີ​ຜົນ​ກະທົບ​ຫຼາຍ​ດ້ານ​ຕໍ່​ຄົນ​. ​ຜົນ​ກະທົບ​ຕໍ່​ການ​ໄດ້​ຍິນ, ຖ້າ​ເຮົາ​ຢູ່​ໄກ້ບ່ອນ​ທີ່​ມີ​ສຽງ​ດັງ​ເປັນ​ເວລາ​ດົນໆ​ກໍ່​ຈະ​ເຮັດ​ໃຫ້ການ​ສູນ​ເສຍ​ການ​ໄດ້ຍິນ. ສຽງ​ດັງ​ລົບກວນເກີດ​ສຽງ​ຫວີດ​ກ້ອງ​ໃນ​ຫູ​ຫລື​ໃນ​ສະ​ໝອງ.

ຈາກ​ຜົນ​ກະທົບ​ຕໍ່​ການ​ໄດ້​ຍິນ​ຕໍ່ມາ​ກໍ່​ແມ່ນ​ທາງ​ດ້ານ​ສຸຂະພາບ​ກາຍກໍ່​ຈະ​ເປັນສາ​ເຫດ​ເຮັດ​ໃຫ້​ເກີດ​ຄວາມ​ດັນ​ເລືອດ​ສູງ, ຫົວໃຈ​ສັ່ນ, ຫົວ​ໃຈ​ເຕັ້ນ​ໄວ, ມື​ຕີນ​ເຢັນ, ສົ່ງ​ຜົນ​ສະທ້ອນ​ໄປ​ເຖິງການ​ໄຫລ​ວຽນ​ກະ​ແສ​ເລືອດ​ບົກຜ່ອງຈົນ​ເຖິງຂັ້ນ​ເປັນພະຍາດ​ຫົວ​ໃຈ​ໄດ້​ໄດ໋!.

ເມື່ອ​ຮ່າງ​ກາຍບໍ່​ແຂງ​ແຮງກໍ່​ສົ່ງ​ຜົນ​ເຮັດ​ໃຫ້ສຸຂະພາບ​ຈິດບໍ່​ດີ​ໄປ​ຕາມໆ​ກັນ ​ລົບກວນ​ການ​ພັກ​ຜ່ອນເກີດ​ຄວາມ​ຄຽດ​ໄດ້ ແລະ​ສະພາ​ວະ​ຕື່ນ​ຕົກໃຈ, ຊຶ່ງ​ດົນໆ​ໄປກໍ່​າ​ໄປ​ສູ່​ອາການ​ເຈັບ​ປ່ວຍ​ຊືມ​ເສົ້າ​ແລະ​ພະຍາດ​ຈິດ​ປະສາດຫຼື​ບໍ່​ມີ​ສະມາທິ​ຫັ້ນລະ!.  

ຜົນ​ກະທົບ​ອີກ​ບັນຫາ​ໜື່ງກໍ່​ແມ່ນສະ​ມາ​ທິດ ຄັນ​ບໍ່​ມີ​ສະມາທິ​ເຮັດ​ວຽກ​ງານ​ໃດ​ກໍ່​ຄິດ​ບໍ່​ອອກ​ຝືນ​ເຮັດ​ໄປ​ກໍ່​ບໍ່​ສໍາ​ເລັດ​ວ່າ​ຊັ້ນ​ເທາະ! ຄວາມ​ຄິດ ແລະ​ການ​ຮຽນ​ຮູ້: ຖ້າ​ມີ​ສິ່ງ​ລົບກວນ​ສະ​ມາ​ທິກໍ່​ຈະ​ສັ້ນ ການ​ຄິດ​ຄົ້ນວິ​ເຄາະ​ມູນ, ​ປະ​ສິດ​ທິ​ພາບ​ການ​ຮຽນ​ຮູ້ ແລະ​ການຕັ້ງ​ໃຈ​ຮັບ​ຟັງກໍ່​ຫລຸດລົງ.   

ກໍ່​ຄື​ລັດຕະນະ​ເວົ້າ​ມື້​ກີ້ນີ້​ຫັ້ນ​ລະ! ຖ້າ​ບໍ່ມີ​ສະມາທິ​ໃນ​ການ​ເຮັດ​ວຽກ​ງານ​ໃດ​ກໍ່​ແລ້ວ​ແຕ່ປະ​ສິດ​ທິ​ພາບ​ແລະ​ປະ​ສິດ​ທິ​ຜົນ​ຂອງ​ການເຮັດວຽກງານກໍ່​ຫຼຸດ​ລົງ​ໄດ໋! ຍ້ອນການ​ລົບກວນ​ລະບົບ​ແລະ​ຄວາມ​ຕໍ່​ເນື່ອງ​ຂອງ​ການເຮັດ​ງານ ແລະ​ເຮັດໃຫ້​ວຽກງານ​ຊັກ​ຊ້າ, ຫລຸດ​ທັງ​ຄຸນນະພາບ​ແລະ​ປິ​ມານ.   

ອີກ​ຜົນ​ກະ​ທົບ​ໜື່ງກໍ່​ແມ່ນການ​ຕິດ​ຕໍ່​ສື່​ສານ: ສຽງ​ດັງໆມັນ​ເປັນສາ​ເຫດຂັດ​ຂວາງ​ການ​ໄດ້ຍິນ ບາງ​ຄົນ​ຢູ່​​ໄກ້ໆ​ກັນຕ້ອງ​ຮ້ອງ​ແຮງ​ເພື່ອ​ສື່​ສານ​ກັນ​ເດ໋! ເຮັດໃຫ້​ການ​ສື່​ສານ​ບົກ​ພ່ອງ, ເກີດ​ຄວາມ​ພ້ຽນ​ໃນ​ການ​ໄດ້ຍິນ ​ໄດ້​ຍິນ​ບໍ່​ຈະ​ແຈ້ງ. ໃນ​ເດັກ​ນ້ອຍ​ທີ່​ກຳ​ລັງ​ຮຽນ​ເວົ້າຈະ​ຖ່ວງ​ພັດທະນາ​ການ​ໃນ​ການ​ຟັງ, ການ​ເວົ້າ ແລະ​ການ​ອອກ​ສຽງ, ໃນ​ຜູ້ໃຫຍ່ຈະ​ເປັນ​ອຸປະສັກ​ຕໍ່​ການ​ຮັບ​ຟັງ​ສັນ​ຍານ​ເຕືອນ​ໄພ​ອັນຕະລາຍ​ອາດ​ເຮັດໃຫ້​ເກີດ​ອຸບັດເຫດ​ແລະ​ອັນ​ຕະລາຍ.    

ຜົນ​ກະທົບ​ດ້ານ​ພຶດຕິການ​ກະຕຸ້ນ​ໃຫ້​ເກີດ​ພຶດຕິກຳ​​ແຂງ​ກະດ້າງ: ມີສຽງ​ດັງລົບ​ກວນ​ສາມາດ​ເຮັດ​ໃຫ້​ເກີດອາລົມ​ຮຸນແຮງ​ໄດ້​ແລະ​ສາມ​າດທຳຮ້າຍ​ຜູ້​ອື່ນ​ໄດ້​ເຊັ່ນ​ກັນ.    ຜົນ​ກະທົບ​ທາງ​ດ້ານ​ວັດທະນະ​ທໍາ​ແມ່ນກະຕຸ້ນ​ໃຫ້​ເກີດ​ຄ່າ​ນິຍົມ​ໃນ​ຄວາມ​ຮຸນ​ແຮງບໍ່​ເຄົາລົບ​ສິດ​ທິ​ໃນ​ຄວາມສະຫງົບສຸກ​ຂອງ​ຜູ້​ອື່ນ​ແລະ​ສັງຄົມ​ໂດຍ​ລວມ​ແມ່ນ​ການ​ຂາດ​ມາລະຍາດ​ສັງຄົມ​ທີ່​ດີ​ງາມ.