ໂລກ​ຮ້ອນ​ເກີດ​ໄດ້​ຢ່າງໃດ

(GMT+08:00) 2012-05-24 10:37:08     cri
ໂລກເປັນ​ດາວ​ເຄາະ​ທີ່​ຢູ່​ຫ່າງ​ຈາກ​ດວງ​ອາທິດ​ເປັນ​ລຳ​ດັບ​ທີ່​ສາມໂດຍ​ໂລກ​ເປັນ​ດາວ​ເຄາະ​ຫິນ​ຂະໜາດ​ໃຫຍ່​ທີ່ສຸດ​ໃນ​ລະບົບ​ສຸ​ລິຍ​ຈັກກະວານ ແລະ​ເປັນ​ດາວ​ເຄາະ​ພຽງ​ດວງ​ດຽວ​ທີ່​ວິທະຍາ​ສາດ​ສະໄໝ​ໃໝ່​ຢືນຢັນ​ໄດ້​ວ່າ​ມີ​ສິ່ງ​ມີ​ຊີວິດ​ອາໄສ​ຢູ່.&

ສ່ວນ​ດວງ​ອາທິດ​ເປັນ​ດາວ​ເລີກ. ທີ່​ໃຫ້​ແສງ​ສະຫວ່າງ​ແລະ​ພະລັງ​ງານ​ຄວາມ​ຮ້ອນ​ແກ່​ໂລກ. ​ແຕ່ສິ່ງ​ທີ່​ເຮັດໃຫ້​ໂລກ​ຮ້ອນ​ບໍ່ແມ່ນ​ດວງ​ອາທິດ ແຕ່​ໂລກ​ມີ​ກົນ​ໄກ​ທຳມະຊາດ​ທີ່​ເຮັດໃຫ້​ໂລ​ກອົບ​ອຸ່ນ​ຄື​ການ​ເກັບ​ກັກ​ຄວາມ​ຮ້ອນ​ຈາກ​ດວງ​ອາທິດ​ເອົາ​ໄວ້. ກົນ​ໄກ​ທຳມະຊາດ​ນີ້​​ເອີ້ນ​ວ່າ: ວ່າປາກົດ​ການ​ເຮືອນ​ແກ້ວ (Greenhouse Effect)   

ຄັນ​ຊັ້ນ​ພວກ​ເຮົາ​ມາ​ຮູ້​ນໍາ​ກັນ​ວ່າ​ປະກົດ​ການ​ເຮືອນ​ແ​ກ້ວ​ແມ່ນ​ແນວ​ໃດ?     

ປາກົດ​ການ​ເຮືອນ​ແກ້ວເປັນ​ຄຳ​ປຽບທຽບ​ການ​ເກັບ​ກັກ​ຄວາມ​ຮ້ອນ​ຈາກ​ດວງ​ອາທິດ​ຂອງ​ໂລກ​ໂດຍ​​ແກ໊ສ​ຫລາຍໆ​ຊະນິດ​ທີ່​ຫໍ່​ຫຸ້ມ​ໂລກ, ​ເຮັດ​ຫນ້າທີ່​ຄືກັບ​ເຮືອນ​ແກ້ວຂອງ​ເຮືອນ​. ເພາະ​​ໃນ​ປະເທດ​ເຂດ​ໜາວ​ທີ່​ຕ້ອງ​ການ​ປິ່ນປົວ​ຄວາມ​ອົບ​ອຸ່ນ​ໃຫ້​ຕົ້ນ​ໄມ້​ເພື່ອ​ການ​ຈະເລີນ​ເຕີບ​ໃຫຍ່, ໂດຍ​ການ​ປູກ​ຕົ້ນ​ໄມ້​ໄວ້​ໃນ​ໂຮງ​ເຮືອນ​ທີ່​ເຮັດ​ຈາກ​​ແກ້ວຊຶ່ງ​​ເຮືອນ​​ແກ້ວ​ຈະ​ສາມາດ​ປິ່ນປົວ​ຄວາມ​ຮ້ອນ​ຈາກ​ດວງ​ອາທິດ​ບາງ​ສ່ວນ​ເອົາ​ໄວ້​ພາຍ​ໃນ,  ເຮັດໃຫ້​ອຸນຫະພູມ​ພາຍ​ໃນ​ເຮືອນ​​ແກ້ວ​ສູງ​ກວ່າ​ພາຍນອກ.    ​

ແກ໊ສຫລາຍ​ຊະນິດ​ທີ່​ຫໍ່​ຫຸ້ມ​ໂລກ​ໄວ້​ຕາມ​ທຳມະຊາດ​ນັ້ນເຮັດ​ຫນ້າທີ່​ເຊັ່ນ​ດຽວ​ກັບ​ເຮືອນ​​ແກ້ວ, ​ໃນ​ການ​ເກັບ​ຮັກສາຄວາມ​ຮ້ອນ​ບາງ​ສ່ວນ​ຈາກ​ດວງ​ອາທິດ​ເອົາ​ໄວ້, ເພື່ອ​ໃຫ້​ສິ່ງ​ມີ​ຊີວິດ​ທຸກ​ຊະນິດ​ສາມາດ​ອາໄສ​ຢູ່​ໄດ້​ໂດຍ​ບໍ່​ໜາວ​ຈົນ​ເກີນ​ໄປ​ນັ້ນ​ເອງ, ດັ່ງ​ນັ້ນ​ແກ໊ສ​ທີ່​ຫໍ່​ຫຸ້ມ​ໂລກ​ຈຶ່ງ​ຖືກ​ຮຽກວ່າ: ແກ໊ສ​ເຮືອນ​​ແກ້ວ (Greenhouse Gas) ຊຶ່ງ​ຫາກ​ໂລກ​ຖືກ​ຫໍ່​ຫຸ້ມ​ດ້ວຍ​ແກ໊ສເຮືອນ​​ແກ້ວໃນ​ຄວາມ​ໜາ​ທີ່​ເໝາະ​ສົມ​ຕາມ​ທຳມະຊາດປຽບ​ເຫມືອນ​ຜ້າ​ຫົ່ມ​ທີ່​ໜາ​ກຳ​ລັງ​ພໍ​ດີກໍ​ຈະ​ເຮັດໃຫ້​ໂລກ​ມີ​ຄວາມ​ອົບ​ອຸ່ນ​ຢ່າງ​ພໍ​ດີ.

ແຕ່​ຫາກ​ມີ​ການ​ເພີ່ມຕື່ມປະລິມານ​ແກ໊ສ​ເຮືອນ​​ແກ້ວ​ໜາ​ຂຶ້ນ, ປຽບ​ເຫມືອນ​ຜ້າ​ຫົ່ມ​ທີ່​ໜາ​ເກີນ​ໄປກໍ​ຈະ​ເຮັດໃຫ້​ຄວາມ​ຮ້ອນ​ຈາກ​ດວງ​ອາທິດ​ຖືກ​ກັກ​ໄວ້​ເທິງ​ພື້ນ​ໂລກ​ຫລາຍ​ຂຶ້ນ​ແລະ​ເຮັດໃຫ້​ເກີດ ພາ​ວະ​ໂລກ​ຮ້ອນນັ້ນ​ເອງ.