ມີ​ຜູ້​ເປັນ​ພະຍາດ​ຄວາມດັນ​ເ​ດືອດສູງ 1 ສ່ວນ 3 ​ໃນ​ທົ່ວ​ໂລກ

(GMT+08:00) 2012-05-24 10:52:19     cri
     ອົງການ​ອານາ​ໄມ​ໂລກ WTO ລາຍ​ງານ​ໃນ​ວັນ​ທີ 16 ພຶດສະພາ​ທີ່​ນະຄອນ​ເຊີ​ແນວ​ວ່າ: ມີ​ຜູ້​ໃຫ່ຍ​ເປັນຄວາມ​ດັນ​ເດືອດ​ສູງປະມານ 1 ສ່ວນ 3 ​ໃນ​ທົ່ວ​ໂລກ, ​ເຊິ່ງ​ເປັນສາ​ເຫດຫຼັກຂອງ​ພະຍາດຫົວ​ໃຈ, ປະ​ເທດ​ພວມ​ພັດທະນາ​ມີ​ຜູ້​ເປັນ​ພະຍາດ​ດັ່ງກ່າຫຼາຍກວ່າ​ປະ​ເທດ​ທີ່​ພັດທະນາ​ແລ້ວ.

    ອົງການອານາໄມໂລກລາຍ​ງານ​ວ່າ: ຜູ້​ສູງ​ອາຍຸ​ມີ​ໄຂມັນ​ເພີ່ມ​ຂື້ນ​ແລະ​ການ​ປ່ຽນ​ແປງຮູບ​ແບບ​ການ​ດຳ​ດົງ​ຊີວິດ​ເຮັດ​ໃຫ້​ເກີດ​ພະຍາດ​ຊຳ​ເຮື້ອ​ເຊັ່ນ​ວ່າ: ພະຍາດ​ຄວາມດັນ​ເລືອດ​ສູງ ​ຊຶ່ງ​ແຕ່​ກ່ອນ​ພົບຫຼາຍທີ່​ສຸດ​ໃນ​ປະ​ເທດຝ​ຮັ່ງມີຫຼືປະເທດທີ່ພັດທະນາ​ແລ້ວ ​ແລະ​ ເລີ່ມ​ພົບ​ເຫັນ​ຢູ່​ໃນ​ບັນດາ​ປະ​ເທດ​ທີ່​ມີ​ລາຍ​ໄດ້ໜ້ອຍ​ເຊັ່ນ​ກັນ. ນອກຈາກ​ນີ້​ ປະ​ເທດ​ທີ່​ມີ​ລາຍ​ໄດ້​ໜ້ອຍຍັງ​ມີບັນຫາ​ພະຍາດ​ຕຸ້ຍ ​ແລະ ສູບຢາຫຼາຍທີ່​ເຮັດ​ໃຫ້​ຕົວ​ເລກ​ຜູ້​ເປັນ​ພະຍາດ​ຄວາມດັນ​ເລືອດ​ສູງ​ເພີ່ມ​ຂື້ນ, ອົງການອານາໄມໂລກກ່າວ​ເຕືອນວ່າ ອາຫານ​ສຳ​ເລັດ​ຮູບ, ອາຫານ​ມີ​ລົດ​ຊາດ​ເຄັມ, ມີຂາຍ​ໃນ​ວົງ​ກ້ວາງເປັນສາ​ເຫດ​ທີ່​ເຮັດ​ໃຫ້​ເປັນ​ພະຍາດຫົວ​ໃຈ​ແລະ ​ພະຍາດ​ມະ​ເຮັງ.

    ສະຖິຕິ​ຂອງອົງການອານາໄມໂລກທີ່​ເກັບ​ກຳ​ໄດ້​ລະບຸ​ວ່າ: ປະ​ເທດ​ກາ​ນາ​ດາ ​ແລະ​ສະຫະລັດ​ອາ​ເມ​ລິ​ກາ​ມີ​ຜູ້​ເປັນ​ພະຍາດ​ຄວາມດັນ​ເລື​ດສູງໜ້ອຍທີ່​ສຸດ​ຄືບໍ່​ເຖິງ 20 ສ່ວນ​ຮ້ອຍ, ຂະນະ​ທີ່​ມີຫຼາຍປະ​ເທດ​ໃນ​ທະວີບອາ​ຟຼິກາ​ມີ​ຜູ້​ເປັນ​ພະຍາດ​ກາຍ​ເຄີ່ງໜຶ່ງ​ເຊັ່ນ: ນີ​ເຊ (50 ກວ່າ​ສ່ວນ​ຮ້ອຍ), ​ໂມ​ຊຳ​ບິ​ກ (46 ກວ່າ​ສ່ວນ​ຮ້ອຍ), ມາລາ​ວີ ( 44 ກວ່າ​ສ່ວນ​ຮ້ອຍ).

    ​ໃນ​ລະຫວ່າງ​ປີ 1980 -2008 ທົ່ວ​ໂລກ​ມີ​ຜູ້​ເຈັບ​ເປັນ​ຍ້ອນ​ພະຍາດ​ຕຸ້ຍ​ເພີ່ມ​ຂື້ນ​ເຖິງ 2 ​ເທົ່າ​ແລະ​ມີ 500 ລ້ານ​ຄົນຂອງ​ທົ່ວ​​ໂລກ​ເຂົ້າ​ກຸ່ມ​ເປັນ​ພະຍາດ​ຕຸ້ຍ, ປະ​ເທດ​ສະຫະລັດ​ອາ​ເມ​ລິ​ກາ​ມີ​ຜູ້​ໃຫ່ຍ​ເປັນ​ພະຍາດ​ຕຸ້ຍຫຼາຍທີ່​ສຸດ​ຄື 26 ສ່ວນ​ຮ້ອຍ, ສ່ວນ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້​ມີ​ຄົນ​ເປັນ​ພະຍາດ​ຕຸ້ຍໜ້ອຍທີ່​ສຸດ​ໃນ​ໂລກ(3 ສ່ວນ​ຮ້ອຍ)