10 ອັນ​ດັບ​ເສົາ​ສົ່ງ​ສັນຍານ​ທີ່​ສູງ​ທີ່​ສຸດ​ໃນ​​ໂລກ

(GMT+08:00) 2012-05-24 10:57:39     cri
ອັບ​​ດັບ​ທີ່​ສິບ: Kiev TV Tower , ຕັ້ງ​ຢູ່​ເມືອງ​​ເຄບ, ​ປະ​ເທດ​ອູ​ແກ​ຣນ, ມີ​ຄວາມ​ສູງ 385 ​ແມັດ, ​ເລີ່​ມສ້າງ​ໃນ​ປີ 1968, ສໍາ​ເລັດ​​ໃນ​ປີ 1973 ​ແລະ​​ເປີດ​ນໍາ​​ໃຊ້​ຢ່າ​ງ​ເປັນ​ທາງ​ກາ​ນ​ໃນ​ປີ 1973.

ອັນ​ດັບ​ທີ່​ເກົ້າ: beijing's CCTV Tower, ຕັ້ງ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ, ປະ​ເທດ​ຈີນ. ມີ​ຄວາມ​ສູງ 405 ແມັດ, ສ້າງ​ໃນ​ປີ 1992.

ອັນ​ດັບ​ທີ່​ແປດ: Tianjin TV Tower, ຕັ້ງຢູ່ທຽນຈິນ, ປະເທດຈີນ, ສ້າງໃນປີ 1991 ມີຄວາມສູງ 415 ແມັດ.

ອັນ​ດັບ​ທີ່​​ເຈັດ: Kuala Lumpur Tower, ຕັ້ງ​ຢູ່​ນະຄອນ​ຫລວງ​ກົວ​ລາ​ລໍາ​ເປີ, ປະ​ເທ​ດມາ​ເລ​ເຊຍ, ມີ​ຄວາມ​ສູງ 421 ​ແມັດ, ກໍ່ສ້າງ​​ໃນ​ປີ 1991, ສໍາລັບ​​ໃນ​ປີ 1995 ​​​ແລະ ​ເປີດ​ນໍາ​ໃຊ້​ຢ່າງ​ເປັນ​ທາງ​ການ​​ໃນ​ວັນ​ທີ 1 ຕຸລາ 1996.

ອັນ​ດັບ​ທີ່​ຫົກ: milad Tower, ຕັ້ງ​ຢູ່​ນະ​ຄອນ​ເຕ​ເຮ​ລານ, ມີ​ຄວາມ​ສູງ 435 ແມັດ, ສ້າງ​ໃນ​ປີ 2000, ສໍາ​ເລັດ​ການ​ກໍ່​ສ້າງ​ໃນ​ປີ 2007 ແລະເປີດ​ນໍາ​ໃຊ້​ໃນ​ປີ 2008.

ອັນ​ດັບ​ທີ່​ຫ້າ: oriental Peart Tower, ຕັ້ງ​ຢູ່​ນະ​ຄອນ​ຊຽງ​ໄຮ, ປະ​ເທດ​ຈີນ, ມີ​ຄວາມ​ສູງ 468 ແມັດ, ສ້າງ​ໃນ​ປີ 1990 ແລະ​ສໍາ​ເລັດ​ໃນ​ປີ 1994.

ອັນດັບທີ່ສາມ: CN Tower (canadaian National Tower), ຕັ້ງຢູ່​ເມືອງ​​ໂຕ​ລັນ​ໂຕ, ​​ແຂວງ​ອອນ​ຕ​າລະ​ໂອ​, ປະ​ເທ​ດກາ​ນາ​ດາ, ມີ​ຄວາມ​ສູງ​ທັງ​ໝົດ 553.33 ​ແມັດ, ສ້າງ​ໃນ​​ປີ 1972 ​ແລະ ສໍາ​ເລັດ​​ໃນ​ປີ 1976.

ອັນ​ດັບ​ທີ່​ສອງ: Canton Tower ຕັ້ງ​ຢູ່​ນ​ະຄອນ​ກວາງ​ໂຈ, ​ແຂວງ​ກວາງ​ຕຸ​ງ, ປະ​ເທດ​ຈີນ, ​ເປັນ​ເສົາ​ສົ່ງ​ສັນຍາ​ນ​ໂທລະ​ຄົມມະ​ນາ​ຄົມ ມີ​ຄວາມ​ສູງ 600 ​ແມັດ, ​ເລີ່ມກໍ່ສ້າງ​ໃນ​​ເດືອນພະ​ຈິກປີ 2005 ​ແລະ ສໍາ​​ເລັດ​​ໃນ​ປີ 2010.

ອັນ​ດັບ​ທີ່​ໜື່ງ: Tokyo sky tree, ຕັ້ງຢູ່​ເມືອງ​ສຸ​ມິ​ດະ, ນະຄອນ​ຫລວງ​​ໂຕ​ກຽວ​ປະ​ເທດ​ຍີ່ປຸ່ນ, ມີ​ຄວາ​ມສູງ 634 ​ແມັດ, ​ເລີ່ມກໍ່ສ້າງ​ມາ​ແຕ່​ປີ 2008, ​ຕາມ​ແຜນການ​ກໍ່​ສ້າງ​ແມ່ນ​ຈະ​ໃຫ້ສໍາ​ເລັດ​​ໃນ​ເດືອນ​ກຸມ​ພ​າ 2012 ​ແລະ ຈະ​ເປີດ​ນໍາ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 22 ພຶ​ດສະພາ 2012 ນີ້, ​ເມື່ອ​ຫໍ​ນີ້​ກໍ່ສ້າງ​ສໍາ​ເລັດ​ຈະ​ກາຍ​ເປັນ​ສິ່ງ​ກໍ່ສ້າ​ງທີ່​ສູ​ງທີ່​ສຸດ​ໃນ​ປະ​ເທດ​ຍີ່ປຸ່ນ ​ແລະ ຫໍ​ນີ້​ສູງ​ກ່ວາ​ຫໍຄອຍ​ແຄນ​ຕັນ. ​ໃນ​ນະຄອນ​ກວາງ​ໂຕ​ວ, ປະ​ເທດ​ຈີນ​ທີ່​ສ້າງ​ສູງ 600 ​ແມັດ.

​ໃນ​ປັດຈຸບັນ​​ໂຕ​ກຽວ​ທາວ​ເວີ​ມີ​ຄວາມ​ສູງ 333 ​ແມັດ, ​ແຕ່​ຍັງ​ບໍ່​ສູງ​ພໍ​ທີ່​ຈະ​ສົ່ງ​ສັນຍານ​ຄື້ນ​ໂທລະພາບ​ແບບ​ດີ​ຈີ​ຕອນ​ໃຫ້​ຄວບ​ຄຸມ​ ເນື່ອງ​ຈາກ​ມີ​ອາຄານ​ ແລະ ​ຕຶກ​ສູງຈໍານວນ​ຫລາຍສ້າງ​ຂື້ນ​ບັງ​ສັນຍານ​ບໍ​ລິ​ເວນ​ໃຈກາງ​ເມືອງ​ຈື່ງ​ມີ​ໂຄງການ​ສ້າງ​ສະ
ກາ​ຍທຣີຂື້ນ. 

ທີ່​ມາ​ຂອງ​ການ​ກໍານົດ​ຄວາມ​ສູງ​ໄວ້​ທີ່ 634 ​ແມັດ ​ເນື່ອງ​ຈາກ​ໃນ​ຍຸ​ເອ​ໂດະ​ພືນ​ທີ່​ນະຄອນ​​ໂຕ​ກຽວ ​ແຂວງ​ຄະນະ​ກະ​ວະ ​ແລະ ​ໄຊ​ຕະມະ​ໃນ​ປັດຈຸບັນ​ເອີ້ນ​ວ່າ: ມຸຊະ​ຊຶ( ມຸ ​ແທນ​ເລກ 6, ຊະ ​ແທນ​ເລກ 3 ​ແລະ ຊຶ ​ແທນ​ເລກ 4 ) ກໍ່​ເລີຍ​ໄດ້​ກໍານົດ​ຄວາມ​ສູງ​ແມ່ນ 634 ​ແມັດ).