10 ຈຸດ​ໝາຍ​ປາຍ​ທາງທີ່​ນິຍົມ​ທີ່​ສຸດ​​ໃນ​ອາຊີ

(GMT+08:00) 2012-05-24 11:06:35     cri

    ໜື່ງ: ເມືອງ​ລາ​ຊາ ​ທິ​ເບດ ຂອງຈີນ (Lhasa, Tibet china)     ເມືອງ​ລາ​ຊາ ຕັ້ງ​ຢູ່​ເທິງ​ທົ່ງພຽງ​ສູງ​ໃນ​ແຖບ​ຫຸບ​ພວກເຂົາ​ຂອງ​ພູເຂົາ​ຫິ​ມາ​ໄລ, ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ຊຶ່ງ​ເປັນ​ນິຍົມ​ຫລາຍ​ທີ່ສຸດ​ຄື: ພະລາດຊະວັັງ​ໂປ​ຕາ​ລາ (Potala Palace) ພະລາດຊະວັັງ​ຊຶ່ງ​ເຄີຍ​ເປັນ​ທີ່​ປະ​ທັບ​ຂອງ​ອົງ​ດາ​ໄລ​ລາ​ມະ​ອົງກ່ອນ,  ທ່ຽວຊົມ​ຄວາມ​ງົດ​ງາມ​ຂອງ​ທັດ​ສະນິຍະ​ພາບ​ຕະຫລອດ 2 ຂ້າງ​ທາງໃນ​ລະຫວ່າງ​ການເດີນທາງ​ມາ​ບ່ອນນີ້​ອີກ​ດ້ວຍ ແລະ​ ອີກ​ສະຖານ​ທີ່​ໜຶ່ງ​ທີ່​ມີ​ຄວາມ​ງົດ​ງາມ​ໜ້າ​ມາ​ທ່ຽວຄື: ວັດ​ໂຈ​ຄັງ (Jokhang Temple) ໂດຍ​ວັດ​ແຫ່ງ​ນີ້​ໄດ້ຮັບ​ການ​ປະ​ກາດ​ຈາກ​ອົງ​ການ​ຍູ​ເນດ​ສໂກ​ໃຫ້ເປັນ " ເມືອງ​ມໍລະດົກ​ໂລກ " ເພາະ​ມີ​ປະຫວັດສາດ​ ແລະ ​ຄວາມ​ໜ້າ​ຫລົງ​​ໄຫຼຫຼວງຫຼາຍໃຫ້​ຜູ້​ຄົນ​ຈາກ​ທົ່ວ​ທຸກ​ມຸມ​ໂລກ​ໄດ້​ເດີນທາງ​ມາ​ຢ້ຽມ​ຊົມ​.

    ສອງ: ນະຄອນຫຼວງບາງກອກປະເທດ​ໄທ    ນະຄອນຫຼວງບາງກອກ, ເມືອງ​ຫລວງ​ຂອງ​ປະເທດ​ໄທ​ຖື​ເປັນ​ອີກ​ຈຸດ​ໝາຍ​ປາຍ​ທາງ​ໜຶ່ງ​ທີ່​ຜູ້​ຄົນ​ຈາກ​ທົ່ວ​ທຸກ​ມຸມ​ໂລກຕ່າງ​ກໍຕ້ອງ​ການເດີນທາງ​ມາ​ທ່ອງ​ທ່ຽວ ບໍ່​ວ່າ​ຈະ​ເປັນ​ດ້ານ​ຄວາມ​ງົດ​ງາມ​ຂອງສະ​ຖາ​ປັດ​ຍະ​ກຳປະເພນີ, ແຫລ່ງ​ຊັອບ​ປິ້ງ​ທີ່​ລາ​ຄາ​ສະບາຍ​ກະ​ເປົ໋າ ແລະ ​ຄວາມ​ບັນ​ເທີງ​ໃນ​ຍາມ​ຄໍ່າ​ຄືນທີ່​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​​ຢ່າ​ງສະໝໍ່າສະເໝີ ລວມ​ໄປ​ເຖິງ​ຮອຍ​ຍິ້ມ​ຂອງ​ຄົນ​ພາຍ​ໃນ​ທ້​ອງ​​ຖິ່ນເຫລົ່າ​ນີ້​ຖື​ເປັນ​ສະເນດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ໄດ້​ເປັນ​ຢ່າງ​ດີ ແລະ​ ສະຖານ​ທີ່​ສຳຄັນ​ອີກ​ແຫ່ງ​ໜຶ່ງ​ທີ່​ນັກ​ທ່ອງ​ທ່ຽວ​ຈາກ​ທົ່ວ​ທຸກ​ມຸມ​ໂລກຕ້ອງ​ໄປ​ສຳ​ຜັດ​ກັບ​ຄວາມ​ງົດ​ງາມ​ອັນ​ວິຈິດ​ຕະ​ການ​ຕາ​ໃຫ້​ໄດ້​ກໍ​ຄືວັດ​ອະ​ຫລຸນ​ລາດ​ວະ​ລາ​ລາມຫລື​ທີ່​ເອີ້ນກັນ​ວ່າ " ວັດ​ແຈ້ງ " ນັ້ນ​ເອງ.

ສາມ: ເມືອງ​ກາດ​ມານ​ດູ ປະເທດ​ເນ​ປານ (Kathmandu, Nepal)     ທີ່​ເມືອງ​ແຫ່ງ​ນີ້​ມີສະໜາມ​ຫຼວງ (Durbar Square) ຊຶ່ງ​ໄດ້ຮັບ​ການ​ຍົກ​ຍ້ອງ​ໃຫ້ເປັນ​ໜຶ່ງ​ໃນ​ມໍລະດົກ​ໂລກ​ຈາກ​ອົງ​ການ​ຍູ​ເນດສ​ໂກ ແລະ​ ເປັນ​ອະ​ດີດ​ພະລາດຊະວັັງ​ເກົ່າ​ອີກ​ດ້ວຍ, ມີສະ​ຖາ​ປັດ​ຍະ​ກຳ​ທີ່​ມີ​ຄວາມ​ງົດ​ງາມ​ທັງ​ວັດ​ແລະ​ສະ​ຖາ​ປັດ​ຍະ​ກຳ​ຕ່າງໆ ຫຼວງຫຼາຍ, ສິ່ງ​ສຳຄັນ​ເມື່ອ​ເດິນທາງ​ມາ​ບ່ອນນີ້​ແລ້ວ ທ່ານ​ຕ້ອງ​ບໍ່​ພາດ​ທີ່​ຈະ​ຕັ້ງ​ແຄມ​ພັກ​ຄ້າງຢູ່​ທີ່ຈອມພູເຂົາເຂົາ ມັດ​ສາ​ປູດ​ເລ (Machhapuchhre) ສະຖານ​ທີ່​ທີ່​ສາມາດ​ສຳ​ຜັດ​ກັບ​ວັດທະນະທຳ​ທ້ອງ​ຖິ່ນ​ໄດ້​ຢ່າງ​ໃກ້​ຊິດ.
 
ສີ່: ເມືອງ​ເລ ປະເທດ​ອິນ​ເດຍ (Leh, India)
ເມືອງ​ເລເປັນ​ເມືອງ​ສູນ​ກາງ​ຂອງ​ການ​ທ່ອງ​ທ່ຽວ​ຂອງລາ​ດັກ (Ladakh) ເມືອງ​ນ້ອຍ​ ໆ ທີ່​ງົດ​ງາມ​ໄປ​ດ້ວຍ​ສິ່ງ​ປຸກ​ສ້າງ​ຈາກ​ຫີນ " Whitewash " ຕັ້ງ​ຢູ່​ທີ່​ສີ່​ແຍກ​ປະຫວັດ ສາດ​ຢ່າງ" Silk Route " ນອກ​ຈາກ​ນີ້ ຍັງມີຫຸບ​ພູເຂົາ​ນູບ​ລາ (Nubra Valley) ສະຖານ​ທີ່​ຊຶ່ງ​ມີ​ຄວາມ​ງາມ​ຕາມ​ທຳມະຊາດທັງ​ຟາ​ມ​ຂະໜາດ​ນ້ອຍ ແລະ ​ມີ​ເຮືອນພັກໄວ້ພ້ອມ​ໃຫ້​ບໍລິການ​ອີກ​ດ້ວຍ.

    ຫ້າ: ປະເທດ​ສິ​ງກະ​ໂປ (Singapore)     ຫາກ​ມາ​ສິ​ງກະ​ໂປແລ້ວ​ບໍ່​ໄດ້​ແວ່​ທີ່ Marina Bay ຖື​ວ່າ​ຍັງ​ເດີນທາງ​ມາ​ບໍ່​ເຖິງ​ສິ​ງ ກະ​ໂປຢ່າງ​ແທ້​ຈິງ, ເພາະ​ບ່ອນນີ້​ຖື​ເປັນ​ຈຸດ​ໝາຍ​ສຳຄັນ​ທີ່​ຕ້ອງ​ແວ່​ມາ​ຊົມ, ຈັບ​ຈ່າຍ​ຊື້​ເຄື່ອງຂອງ​ໃຫ້​ໄດ້, ນອກ​ຈາກ​ນັ້ນ​ແລ້ວ​ຍັງມີ​ສິ່ງ​ໃໝ່​ໆ ຢ່າງໂຮງ​ແຮມ​ມາ​ລີນາເບ່ແຊນ (Marina Bay Sands), ພິ​ພິດ​ພັນ​ສິລະ​ປະ​ວິທະຍາ​ສາດ (ArtScience Museum) ຂົວ​ເຮ​ລິກ (The Helix Bridge), ຊິງ​ຊ້າ​ສະຫວັນ​ຂະໜາດ​ຍັກ (The Singapore Flyer) ແລະ ໂຮງ​ແຮມ ຟູນ​ເລີຕັນເບ່ (Fullerton Bay) ທີ່​ຄອຍຖ້າ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ອີກ​ດ້ວຍ, ຢ່າງໃດ​ກໍ​ຕາມສິ​ງກະໂປ​ຍັງມີ​ສ່ວນ​ອື່ນໆ ທີ່​ບໍ່​ຄວນ​ເບິ່ງ​ຂ້າມ​ໃນ​ການ​ທ່ອງທ່ຽວ​ເຊັ່ນ​ດຽວ​ກັນບໍ່​ວ່າ​ຈະ​ເປັນ​ເຂດ​ໄຊ​ນາ​ທາວ ຫລື ລິດ​ເຕີ້ນອິນ​ເດຍສະຖານ​ທີ່​ຊຶ່ງ​ເຕັມ​ໄປ​ດ້ວຍ​ປະຫວັດສາດ​ແລະ​ຄວາມ​ງົດ​ງາມ​ທາງ​ວັດທະນະທຳ.

    ຫົກ: ເມືອງ​ຫລວງ​ພະ​ບາງ ປະເທດ​ລາວ (Luang Prabang, Laos)     ເມືອງ​ຫລວງ​ພະ​ບາງຕັ້ງ​ຢູ່​ທາງເຫນືອ​ຂອງ​ປະເທດ​ລາວ ໄດ້ຮັບ​ການ​ປະ​ກາດ​ຈາກ​ອົງ​ການ​ຍູ​ເນດສ​ໂກ​ໃຫ້ເປັນ​ເມືອງ​ມໍລະດົກ​ໂລກ​ທາງ​ວັດທະນະທຳ, ເຊິ່ງເປັນມໍລະດົກໂລກແຫ່ງທຳອິດຂອງປະເທດລາວ (ປີ 1998, ວັດພູຈຳປາສັກແມ່ນ 2002) ສິ່ງ​ທີ່​ພາດ​ບໍ່​ໄດ້​ເລີຍ​ຄື​ການ​ນັ່ງ​ເຮືອ​ຈາກ​ປາກ​ອູ (Pak OU) ຊົມ​ທັດ​ສະນີຍະ​ພາບ​ຂອງ​ທັງ​ສອງ​ຝັ່ງ​ແມ່ນ້ຳ​ໂຂງ ນອກ​ຈາກ​ນັ້ນ​ແລ້ວ, ອີກ​ໜຶ່ງ​ກິດຈະກຳ​ທີ່ພວກ​ເຮົາ​ຢາກ​ແນະ​ນຳ​ໃຫ້​ເຮັດກໍ​ຄື​ການ​ໃສ່​ບາ​ດ​ກັບ​ພະ​ສົງ​ ແລະ ​ສາມ​ະເນນ​ໃນ​ຕອນ​ເຊົ້າເວລາ​ປະ​ມານ 05.30 ນາທີ ເພາະ​ນອກ​ຈາກ​ຈະ​ໄດ້​ບຸນ​ໄດ້​ກຸ​ສົນ​ກັນ​ແລ້ວເຈົ້າ​ຍັງ​ໄດ້​ສຳ​ຜັດ​ກັບ​ບັນ​ຢາ​ກາດ​ຍາມ​ເຊົ້າ​ທີ່​ແສນ​ຈະ​ສົດ​ຊື່ນ​ອີກ​ດ້ວຍ.

​    ເຈັດ: ເກາະ​ພີ​ພີ ປະເທດ​ໄທ ເກາະ​ພີ​ພີ ຢູ່ໃນ​ເຂດ​ອຸດທະຍານ​ແຫ່ງ​ຊາດ​ທາງ​ທະ​ເລ​ອ່າ​ວ​ພັດ​ນະ​ທາ​ລາແຂວງກະ​ບີ່ຄອບ​ຄຸມ​ພື້ນ​ທີ່​ສ່ວນ​ໃຫຍ່​ໃນ​ທະ​ເລ​ອັນ​ດາ​ມັນ, ດ້ານ​ທິດ​ຕະເວັນ​ຕົກ​ຂອງ​ພາກ​ໃຕ້ມີ​ນ້ຳ​ທະ​ເລ​ສະ​ອາດງາມ​ໃສ, ຫາດ​ຊາຍ​ຂາວ​ລະອຽດ ສິງສຳຄັນ​ຍັງ​ເປັນ​ສະຖານ​ທີ່​ຊຶ່ງ​ໃຊ້​ໃນ​ການ​ຖ່າຍ​ຮູບເງົາເລື່ອງ " The Beach " ອີກ​ດ້ວຍ, ​ຍັງມີ​ກິດຈະກຳ​ທາງ​ນ້ຳ​ຫຼວງຫຼາຍບໍ່​ວ່າ​ຈະ​ເປັນ​ການ​ດຳ​ນ້ຳ​ເລິກ, ການ​ດຳ​ນ້ຳ​ຕື້ນ ແລະ​ ການ​ຊົມ​ຄວາມ​ງາມ​ຂອງ​ຖ້ຳ​ຕ່າງໆ ອີກ​ຫລວງຫລາຍ.

​    ແປດ: ເມືອງ​ສຽມ​ລຽບ ປະເທດ​ກຳ​ປູເຈຍ (Siem Reap, Cambodia)     ຂຶ້ນ​ຊື່​ວ່າ​ເປັນ​ສິ່ງ​ມະຫັດສະຈັນ​ຂອງ​ໂລກຈຶ່ງ​ບໍ່​ແປກ​ທີ່​ໃຜ​ໆກໍ​ຕ່າງ​ຢາກ​ໄປ​ຊື່ນ​ຊົມ​ກັບ​ຄວາມ​ສວຍງາມ​ແລະ​ຕື່ນຕາຕື່ນໃຈຂອງ " ນະຄອນ​ວັດ " (Ankor Wat) ຊຶ່ງ​ຕັ້ງ​ຢູ່ໃນ​ເມືອງ​ສຽມ​ລຽບ ປະເທດ​ກຳ​ປູເຈຍ ລວມ​ເຖິງ​ເກັບ​ພາບ​ບັນ​ຍາ​ກາດ​ຍາມ​ພະ​ອາທິດ​ຂຶ້ນ​ໃນ​ຕອນ​ເຊົ້າ​ໆ ທີ່​ງົດ​ງາມ​ຈັບ​ໃຈຂອງຜູ້​ໄດ້​ເບິ່ງ​ໄດ້​ເຫັນ, ອີກ​ທັງ​ເມືອງ​ສຽມ​ລຽບ​ຖື​ເປັນ​ເມືອງທີ່​ມີ​ຄວາມ​ຈະເລີນ​ເຕີບ​ໃຫຍ່​ຢ່າງ​ວ່ອງໄວໃນ​ດ້ານ​ຂອງ​ສິ່ງ​ປຸກ​ສ້າງ. ບໍ່​ວ່າ​ຈະ​ເປັນໂຮງ​ແຮມ​ໃໝ່​ໆ, ຮ້ານ​ອາຫານ ແລະ ​ແຫລ່ງ​ທ່ອງ​ທ່ຽວ​ຍາມ​ຄໍ່າ​ຄືນຈຶ່ງ​ເຮັດໃຫ້​ສະ​ດວກ​ສະບາຍ​ສຳລັບ​ນັກ​ທ່ອງ​ທ່ຽວ​ເປັນ​ຢ່າງ​ຫລາຍ.

​    ເກົ້າ: ນະຄອນກຽວ​ໂຕ ປະເທດ​ຍີ່​ປຸ່ນ (Kyoto, Japan)     ເມືອງ​ທີ່​ອຸດົມ​ໄປ​ດ້ວຍ​ປະຫວັດສາດ ​ແລະ ​ວັດທະນະທຳທັງ​ວັດ​ວາ​ອາ​ຮາມ​ແລະ​ສານ​ເຈົ້າ​ຕ່າງໆ, ແຖມ​ຍັງ​ເປັນ​ທີ່​ພາກພູມ​ໃຈ​ຂອງ​ຊາວ​ເມືອງໃນ​ຖານະ​ທີ່​ເຄີຍ​ເປັນ​ອະ​ດີດ​ເມືອງ​ຫລວງ​ຂອງ​ປະເທດ​ອີກ​ດ້ວຍ, ໂດຍ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈຳນວນ​ບໍ່​ນ້ອຍ​ຄື: ການ​ທີ່​ໄດ້​ເຫັນ​ຍິງສາວຊາວໆ​ຍີ່​ປຸ່​ນອານຸ​ລັກວັດທະນະທຳ​ດັ້ງ​ເດີມ, ດ້ວຍ​ການ​ນຸ່ງຖືຊຸດ​ກິ​ໂມ​ໂນ ຊຶ່ງ​ເປັນ​ຊຸດ​ປະຈຳ​ຊາດ​ຂອງ​ຍີ່​ປຸ່ນນັ້ນ​ເອງ​ ແລະ ຍ່າງ​ຕາມ​ທ້ອງ​ຖະໜົນ​ຢ່າ​ງົດ​ງ່າ​ງາມ​ໜ້າ​ຍົກ​ຍ້ອງຊົມເຊີຍ.

    ສິບ: ເກາະ​ຮ່ອງ​ກົງ ປະເທດ​ຈີນ (Hong Kong, China)     ເມືອງ​​ແຫ່ງ​ນີ້ ຖື​ເປັນ​ເມືອງ​ສຳຄັນ​ທີ່​ອຸດົມ​ໄປ​ດ້ວຍ​ຮ້ານ​ຄ້າ​ຕ່າງໆຢ່າງຫລວງຫລາຍ,  ທັງ​ອາຫານການກິນ, ເຄື່ອງ​ໃຊ້ສອຍຕ່າງໆ, ເສື້ອ​ຜ້າ, ກະ​ເປົ໋າ​ແລະ ອື່ນໆ, ​ຍັງ​ມີຕະຫຼາດ​ກາງ​ຄືນ​ເອົາ​ໃຈ​ຜູ້ມັກໃນການຊອ້ບປິງຢ່າງ​ເຕັມ​ທີ່, ແຕ່​ທີ່​ພາດ​ບໍ່​ໄດ້​ເລີຍ​ກໍ​ຄື​ອາຫານ​ຮູບແບບ​ຮ່ອງ​ກົງ, ໂດຍ​ສະເພາະ " Kong Chai Meen " ຫລື​​ໝີ່​ເຄິ່ງ​ສຳ​ເລັດ​ຮູບ​ແບບ​​ຮ່ອງ​ກົງ, ຊຶ່ງ​ມີ​ຂາຍ​ທົ່ວ​ໄປ​ຕາມ​ຮ້ານ​ຂ້າງ​ທາງ ແລະ ອາຫານປະເພດອື່ນທີ່ເປັນເອກະລັກຂອງຮົງກົງ.