ມ່ວນ​ຊື່ນ​ກັບສຽງ​​ເພງບໍລິສຸດ​ຜຸດ​ຜ່ອງ​ຂອງ​ນັກ​ຮ້ອງ​ເດັກນ້ອຍ

(GMT+08:00) 2012-05-29 17:17:48     cri

ສຽງ​ເພງ​ທີ່​ມ່ວນ​ກວ່າໝູ່​ໃນ​ໂລກ​ນີ້​ແມ່ນ​ສຽງ​ເພງ​ຂອງ​ເດັກນ້ອຍ, ສຽງ​ຂອງ​ເຂົາ​​ເຈົ້າ​ບໍລິ​ສົດ​ສຸດ​ໃສທີ່​ສຸດ​ຍ້ອນ​ຍັງ​ບໍ່​ທັນ​ໄດ້​ປະສົບ​ໂລກ​ຂອງຜູ້​ໃຫຍ່​ທີ່​ສັບສົນ, ອີກ​ບໍ່​ທໍ່​ໃດ​ມື້​ກໍ່ແມ່ນ​ວັນ​ທີ 1 ມິຖຸນາ, ຄື​ວັນ​ເດັກ​ສາກົນ, ​ໃນ​ບົດ​ນີ້, ວິ​ໄລ​ວັນ​ໄດ້​ກຽມ​ເພງ​ທີ່ຮ້ອງ​ໂດຍ​ເດັກນ້ອຍຫຼາຍ​ເພງ, ​ເພື່ອ​ສຳ​ຜັດ​ກັບສຽງ​ເພງ​ທີ່​ບໍລິສຸດ​ຜຸດ​ຜ່ອງ​ຂອງ​ເດັກນ້ອຍ, ​ແລະ​ນະ​ທີ່​ນີ້, ວິ​ໄລ​ວັນຂໍ​ອວຍພອນ​ໃຫ້​ເດັກນ້ອຍ​ທຸກ​ຄົນ​ເຕີບ​ໃຫຍ່​ຂຶ້ນຢ່າງ​ແຂງ​ແຮງ, ມີ​ຄວາມສຸກມ່ວນ​ຊື່ນ​​​ທຸກໆ​ມື້!

1 Concerto pour deux voix









ເພງ Concerto pour deux voix ​ຮ້ອງ​ໂດຍ​ເດັກນ້ອຍ​ຝະຣັ່ງສອງ​ຄົນ, ​ເພງ​ນີ້​ບໍ່​ມີ​ເນື້ອ​ເພງ, ມີ​ແຕ່​ສຽງ​ຂອງ​ເດັກຊາຍ​ແລະ​ເດັກ​ຍິງ​ຮ້ອງ​ປະສານ​ກັນ​​ໃນ​ທ່າມກາງ​ດົນຕີ​ທີ່​ມ່ວນ​ຫູ, ນີ້​ແມ່ນ​ວິທີ​ທີ່ດີຫຼາຍເພື່ອ​ສະ​ແດງ​ສຽງ​ແຫ່ງ​ຄວາມມ່ວນຊື່ນ​ຂອງ​ເດັກນ້ອຍ, ​​​ບໍ່​ຕ້ອງການ​ເນື້ອ​ເພງ, ມີ​ແຕ່​ສຽງ​ເດັກ​ທີ່​ບໍ​ລິ​ສຸດ​ໄຮ້​ດຽງສາ​, ​ເຮັດ​ໃຫ້​ຜູ້​ໄດ້​ຍິນ​ໄດ້​ຟັງເພີດ​ເພີ​ນໃນທ່າມກາງ​ບັນຍາກາດ​ຂອງ​​ດົນຕີ. ​ເຊີນ​ຟັງ​ເພງ​ນີ້ນຳ​ກັນ​ເລີຍ.

2 Numar pan' la unu(ນັບ​ເລກ)











ເພງ Numar pan' la unu ​ເຊິ່ງ​ແປ​ເປັນ​ພາສາ​ລາວ​ແມ່ນ: "ນັບ​ເລກ" ​ແມ່ນ​ຮ້ອງ​ໂດຍນັກຮ້ອງ​ເພງ​ນ້ອຍ​ທີ່​ໜາ​ຮັກ​ຈາກ​ລູມາ​ນີ, ນາງນ້ອຍຜູ້​ນີ້​ຊື່ວ່າ Cleopatra Stratan, ​ເກີດ​ໃນ​​ເດືອນ​ຕຸລາປີ 2003, ​​ໃນ​ເວລາ​ອາຍຸ​ໄດ້ພຽງ​ 3 ປີ, ນາງ​ນ້ອຍ​ຄົນ​ນີ້ກໍ່​ໄດ້​ເປີດ​ຄອນ​ເສິດ​ຂອງ​ຕົນ​ແລ້ວ, ​ແລະ​ໄດ້ຮັບ​ຄວາມ​ນິຍົມຫຼາຍ, ມີ​ແຟນ​ເພງຫຼວງຫຼາຍພາຍ​ມາກ.

ພໍ່​ຂອງ​ນາງ​​ແມ່ນ​ນັກຮ້ອງ​ຂອງ​ລູມາ​ນີ, ມີ​ມື້ໜຶ່ງ, ພໍ່​ຂອງ​ນາງ​ອັດສຽງ​ໃນ​ຫ້ອງ​ສະຕູ​ດີ​ໂອ, ຜູ້​ໃດ​ກໍ່​ຫຍຸ້ງ​ນຳ​ວຽກ, ມີ​ແຕ່​ນາງ​ນ້ອຍ​ອາຍຸ 3 ປີ​ພຽງ​ຄົນ​ດຽວ​ທີ່ບໍ່​ມີ​ວຽກ​ເຮັດ, ລາວ​ຈຶ່ງຍາດ​ເອົາ​ໄມ​ຂອງ​ພໍ່, ​ແລະຮ້ອງ​ເພງ​ຂຶ້ນ​​ໂດຍ​ບໍ່​ເອົາ​ຫົວຊາ​ນຳ​ຜູ້​ອື່ນ! ​ເມື່ອ​ໄດ້ຟັງສຽງ​ເພງ​ຂອງ​ນາງ​ນ້ອຍ​ແລ້ວ, ພໍ່​ຮູ້​ສຶກວ່າ​ນາງ​ນ້ອຍ​ມີ​ພອນ​ສະຫວັນ​ໃນ​ດ້ານ​ການ​ຮ້ອງ​ເພງຫຼາຍ, ສະ​ນັ້ນ, ຈຶ່ງ​ຢາກ​ເຮັດ​ອາ​ລະບຳ​​ຊຸດ​ໜຶ່ງ​ໃຫ້​ນາງ​ນ້ອຍສະ​ເພາະ, ​ຕໍ່​ມາ, ນາງ​ນ້ອຍ​ກໍ່​ໄດ້​ມີ​ອາ​ລະບຳ​ເປັນຂອງ​ຕົນ​ທີ່​ຊື່ວ່າ "ອາຍຸ 3 ປີ​ຂອງ​ຂ້ອຍ", ​ເພງ​ "ນັບ​ເລກ" ກໍ່​ແມ່ນ​ເພງທີ່​ໄດ້ຮັບ​ຄວາມ​ນິຍົມຫຼາຍກວ່າໝູ່​ໃນ​ອາ​ລະບຳດັ່ງກ່າວ.

ເຖິງ​ວ່າ​ພວກ​ເຮົາ​ບໍ່ຮູ້​ຄວາມ​ໝາຍ​ຂອງເນື້ອ​ເພງກໍ່ຕາມ, ​ແຕ່​ທຳນອງ​ງ່າຍ​ໆ​ແລະ​ສຽງ​ທີ່​ໜ້າ​ຮັກ​ທີ່​ສຸດ​ເຮັດ​ໃຫ້​ຄົນ​ຟັງ​​ຟັງຫຼາຍ​ເທົ່າ​ໃດ​ກໍ່​ບໍ່​ເບື່ອ

3 Noapte buna!(ລາຕີ​ສະຫວັດ)









ເພງ "Noapte buna" (ລາຕີ​ສະຫວັດ) ​ແມ່ນ​ຮ້ອງ​ໂດຍນາງ Cleopatra Stratan ຄື​ກັນ, ​ເຖິງບໍ່ຮູ້​ວ່ານາງ​ນ້ອຍຮ້ອງ​ຫຍັງ, ​ຟັງ​ແຕ່​ສຽງ​ຫວານໆຂອງ​ນາງ, ກໍ່​ເຮັດ​ໃຫ້​ຜູ້​ຟັງ​ມັກນາງ​ນ້ອຍຫຼາຍ, ສະ​ນັ້ນ​ລະ, ນາງ​ນ້ອຍຈຶ່ງ​ມີ​ແຟນ​ເພງຫຼາຍ, ​ເພາະນ້ຳສຽງ​​ທີ່ໄຮ້​ດຽງ​ສາ​ແລະສົດ​ໃສ​ບໍລິສຸດມີ​ພະລັງ​ດຶງ​ດູດໃຈ​ຄົນ​ທີ່​ສຸດ.

4孩子的烦恼 ຄວາມ​ອຸກ​ໃຈ​ຂອງ​ເດັກນ້ອຍ









ເພງ "孩子的烦恼" ​(ອຸກ​ອັ່ງ​ໃຈ​ຂອງ​ເດັກນ້ອຍ)​ ​ແມ່ນ​ຮ້ອງ​ໂດຍນັກ​ຮ້ອງນ້ອຍ​ເຜົ່າ​ມົງ​ໂກ​ໃນ​ຂອງ​ຈີນທີ່​ຊື່ວ່າ ອິງ​ກຶມາ, ​ເວລາ​ຮ້ອງ​ເພງ​ນີ້, ນາງ​ມີ​ອາຍຸ​ພຽງ​ແຕ່ 9 ປີ, ພໍ່​ແມ່ຂອງ​ນາງ​ແມ່​ນຊາວ​ລ້ຽງສັດ, ​​ໄວ​ເດັກ​ຂອງ​ນາງ​ ​ແມ່ນ​ຜ່ານ​​ໃນ​ທົ່ງ​ຫຍ້າ​ທີ່​​ເຕັມ​ໄປ​ດ້ວຍ​ສຽງຮ້ອງ​ຂອງ​ແມງ​ໄມ້​ແລະ​ນົກນາໆ​ພັນ, ​​ກາງຄືນ, ທ້ອງຟ້າ​​ເຕັມ​​ໄປ​ດ້ວຍ​ດວງ​ດາວ, ຕອນ​ກາງເວັນ, ​​ແສງ​ແດດສາດ​ສ່ອງລົງ​ມາ, ຂີ້​ເຝື້ອລອຍ​ຢູ່​​ເທິງທ້ອງຟ້າ, ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ໄດ້​ຫຼໍ່ຫຼອມນິດ​ໃສ​ໃຈຄໍຂອງ​ນາງ​ອິງ​ກຶມາ, ສຽງ​ເພງ​ຂອງ​ນາງ​ກໍ່​ມ່ວນ​ແບບທຳ​ມະ​ຊາດ, ບໍລິສຸດ​ຜຸດ​ຜ່ອງ.

5 Imagine











ເພງ Imagine ​ແມ່ນ​ເພງ​ອຳ​ມະຕະ​ທີ່​ສຸດ​ຂອງ​ວົງ "The Beatles", ​ແຕ່​ເພງ "Imagine" ດັ່ງກ່າວ​ແມ່ນ​ຮ້ອງ​ໂດຍນັກ​ຮ້ອງນ້ອຍ​ອັງກິດ​ອາຍຸ 6 ປີທີ່​​ແຂ້ວ​​ວ່ອງທາງ​ໜ້າ​​, ນາງ​ນ້ອຍ​ຊື່ວ່າ Connie Talbot, ​ໃນ​ລາຍການປະ​ກວດຮ້ອງ​ເພງສຽງ​ສົດທົ່ວ​ປະ​ເທດ​ອັງກິດ, ຫຼານສາວ Connie Talbot ​​ໄດ້ຮ້ອງ​ເພງ​ອຳ​ມະຕະ​ທີ່​ຊື່ວ່າ somewhere over the rainbow,ສຽງທີ່​ບໍ​ລຸ​ສຸດສົດ​ໃສ​ເໝືອນ​ດັ່ງ​ນາງ​ຟ້າ​ໄດ້ຊະນະໃຈຜູ້​ຟັງໝົດ​ທຸກ​ຄົນ, ​ຈົນເຮັດ​ໃຫ້ກຳມະການບາງ​ຄົນ​ນ້ຳຕາ​ຊຶມ. ບໍ່​ຮູ້​ວ່າ, ​ເພງ "Imagine" ​ໄດ້​ປະ​ທັບ​ໃຈ​ທ່ານ​ບໍ່?

6 Le Papillon ​ແມງກະ​​ເບື້ອ











ເພງ Le Papillon ​ແມ່ນ​ເພງຝະຣັ່ງ​ທີ່​ແປ​ວ່າ "​ແມງກະ​ເບື້ອ", ​ເປັນ​ເພງ​ປະກອບຮູບ​ເງົາ "Le Papillon" (​ແມງກະ​ເບື້ອ), ​ເນື້ອ​​ເພງ​ແມ່ນ​ພໍ່ຕູ້ຕໍ່​ກັບຫຼານສາວ​ໃນຮູບ​ເງົາ, ທັງມ່ວນ​ທັງ​ໜ້າ​ຮັກຫຼາຍ. ​ເດັກນ້ອຍ​ມັກ​ຖາມ​ຄຳ​ຖາມ​ແບບ​​ຊື່ໆ​ງ່າຍໆ, ​ແຕ່ຕອບ​ຍາກ, ​ໃນ​ເພງ​ນີ້, ຫຼານສາວນ້ອຍຖາມ​ພໍ່​ຕູ້ວ່າ: ​ເປັນ​ຫຍັງ​​ໄກ່​ຈຶ່ງ​ອອກ​ໄຂ່​ໄດ້? ​ເປັນ​ຫຍັງ​ຕາ​ເວັນ​ຈຶ່ງຫາຍ​​ໄປໃນ​ຕອນຄ່ຳ? ​ເປັນ​ຫຍັງ​ໄຟ​ຈຶ່ງ​ໄໝ້​ໄມ້​ໄດ້? ​ເປັນ​ຫຍັງ​ດອກ​ໄມ້​ທີ່​ສວຍ​ງາມ​ຕ້ອງ​ຫ່ຽວ​ແຫ້ງ? ​ຄຳ​ຖາມ​ແບບ​ນີ້​​, ວິ​ໄລ​ວັນ​ກໍ່​ຕອບຍາກ​ຄື​ກັນ.


ມີບາງ​ຄົນ​ເວົ້າ​ວ່າ, ຢ່າ​ສະ​ແດງ​ລະຄອນ​ກັບ​ເດັກນ້ອຍ, ​ເພາະວ່າ, ​​ເດັກນ້ອຍ​ຈະ​ໄດ້​ປຽບ​ຄື​ເຂົາ​ເຈົ້າ​ຈະ​ດຶງ​ດູດ​ສາຍຕາ​ຂອງ​ຜູ້​ຊົມໝົດ​ທຸກ​ຄົນ, ​ໃນ​ຊີວິດ​ຕົວ​ຈິງ, ​​ເມື່ອ​ໄດ້​ເຫັນ​ເດັກນ້ອຍ​ທີ່​​ໄຮ້​ດຽງສາ, ມັກ​ເຮັດ​ໃຫ້​ຄົນ​​ເຮົາຮູ້ສຶກ​ສະບາຍ​ໃຈຫຼາຍ, ​ເພາະ​​ເມື່ອ​ໄດ້​ເຫັນ​​ເດັກນ້ອຍ, ກໍ່​ຈະ​ເຮັດ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຫວັງ​ແລະ​ຄວາມ​ສວຍ​ງາມ​ຂອງ​ຊີວິດ. ​ໃນຂະນະ​ທີ່​ວັນ​ເດັກ​ນ້ອຍສາກົນ​ໃກ້​ຈະ​ວຽນມາ​ເຖິງ​ນີ້, ວິ​ໄລ​ວັນຂໍ​ໃຫ້​ເດັກນ້ອຍ​ທຸກຄົນ​ຈົ່ງ​ມີສຸຂະພາບ​ແຂງ​ແຮງ, ມີ​ຄວາມ​ມ່ວນ​ຊື່ນສຸກສັນ! ​ເພງ​ສຸດ​ທ້າຍທີ່ວິ​ໄລ​ວັນຢາກ​ແບ່ງປັນ​ກັບ​ທ່ານ​ແມ່ນ​ເພງ "forever young", ໜຸ່ມ​ຕະຫຼອດ​​ໄປ. ພວກ​ເຮົາ​ທຸກ​ຄົນ​ກໍ່​​ເຄີຍ​ມີ​ໄວ​ເດັກ​ທີ່​ໄຮ້​ດຽງສາ, ທ່ານ​ອາດ​ຈະ​ກໍ່​ເຄີຍ​ມີ​ການ​ອຸ​ທານ​ແບບ​ນີ້: ຖ້າ​ຊີວິດ​ສາມາດ​​ເປັນຄື​ໄວ​ເດັກ​ຕະຫຼອດ​ໄປ​ຄື​ຊິ​ດີ​ເນາະ? ບົນ​ເສັ້ນທາງ​ຂອງ​ຊີວິດຄົນ​ເຮົາ, ຍ່ອມມີ​ທ້ອງຟ້າ​ທີ່ປອດໂ​ປ່ງ​ແລະຟ້າ​ຝົນ​ລົມ​ແດງສະ​ລັບ​ກັນ​ໄປ, ບໍ່​ວ່າ​ຍາມ​​ໃດ, ວິ​ໄລ​ວັນ​ກໍ່​ຂໍໃຫ້​ທ່ານ​ຈົ່ງຮັກສາ​ຈິດ​ໃຈ​ທີ່ໜຸ່ມ​ແໜ້ນ​ເພື່ອ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ດ້ວຍ​ຈິດ​ໃຈ​ທີ່​ເຂັ້ມ​ແຂງ​ແລະ​ຈົ່ງເກັບ​ກ່ຽວຄວາມ​ສຸກ​ໃນຊີວິດ​ໃຫ້ຫຼາຍ​ເທົ່າ​ໃດ​ຍິ່ງ​ດີ!

7 forever young