ທ່າ​ທີ​ຕັດ​ສິນ​ອະ​ນາ​ຄົດ

(GMT+08:00) 2012-05-29 17:31:44     cri

ມີ​ກຳ​ມະ​ກອນ​ສາມ​ຄົນ​ພວມ​ກໍ່​ຝາ​ເຮືອນ​ນຳ​ກັນ, ມີ​ຄົນ​ຍ່າງ​ມາ​ຖາມ​ເຂົາ​ເຈົ້າ​ວ່າ: "ພວກ​ເຈົ້າ​ພວມເຮັດ​ຫ​ຍັງ​ຢູ່?"

ກຳ​ມະ​ກອນ​ຜູ້​ທີ​ໜຶ່ງ​ເວົ້າ​ດ້ວຍ​ຄວາມ​ໃຈ​ຮ້າຍ​ວ່າ: "ເຈົ້າ​ບໍ່​ເຫັນ​ຫວະ, ພວກ​ເຮົາກຳ​ລັງ​ຂົນ​ເອົາ​ກ້ອນ​ຫີນ​ມາ​ກໍ່​ຝາ​ເຮືອນ! ກ້ອນ​ຫີນ​ເຫຼົ່າ​ນີ້​ໜັກ​ຊິ​ຕາຍ, ເມື່ອຍ​ຊິ​ຕາຍ!"

ກຳ​ມະ​ກອນ​ຜູ້​ທີ​ສອງຕອບວ່າ: "ພວກ​ເຮົາ​ພວມ​ປຸກ​ຕຶກ, ແຕ່​ວ່າ​ຊິ​ປຸກ​ໃຫ້​ແລ້ວ​ບໍ່​ແມ່ນ​ງ່າຍ​ໄດ໋!"

ກຳ​ມະ​ກອນ​ຜູ້​ທີ​ສາມທັງ​ຍີ້ມ​​ທັງເວົ້າ​ວ່າ: "ພວກ​ເຮົາ​ພວມ​ປຸກ​ຕຶກ​ຫຼັງ​ໜຶ່ງ, ມັນ​ຈະ​ກາຍ​ເປັນ​ສິ່ງ​ກໍ່​ສ້າງ​ທີ່​ເປັນ​ສັນ​ຍະ​ລັກ​ໃຫ້​ແກ່​ເມືອງ​ນີ້, ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ການ​ທີ່​ມີ​ຂະໜາດ​ໃຫຍ່​ຄື​ແນວ​ນີ້, ຂ້ອຍ​ຮູ້​ສຶກ​ຕື່ນ​ເຕັ້ນ​ຫຼາຍ!"

10 ປີ​ຕໍ່​ມາ, ກຳ​ມະ​ກອນ​ຜູ້​ທີ​ໜຶ່ງ​ຍັງ​ກໍ່​ຝາ​ເຮືອນ​ຢູ່​ຄື​ເກົ່າ, ກຳ​ມະ​ກອນ​ຜູ້​ທີ​ສອງ​ໄດ້​ນັ່ງ​ແຕ້ມ​ຜັງ​ເຮືອນ​ຢູ່​ໃນ​ຫ້ອງ​ການ, ກາຍ​ເປັນ​ນັກ​ວິ​ສະ​ວະ​ກອນ, ສ່ວນ​ຜູ້​ທີ​ສາມ, ໄດ້​ກາຍ​ເປັນ​ເຖົ້າ​ແກ່​ຂອງ​ສອງ​ຄົນ​ທີ່​ກ່າວ​ມານັ້ນ.

ກຳ​ມະ​ກອນ​ສາມ​ຄົນ​ທີ່​ກໍ່​ຝາ​ເຮືອນ​ນຳ​ກັນ, ພັດ​ມີ​ທ່າ​ທີ​ຕ່າງ​ກັນ​ໝົດ​ຕໍ່​ວຽກ​ງານ​ຂອງ​ຕົນ, ຜູ້​ທີ​ໜຶ່ງ​ມີ​ແຕ່​ເຮັດ​ດ້ວຍ​ຄວາມ​ຈຳ​ເປັນ, ຈົ່ມ​ວ່າ​ບໍ່​ພໍ​ໃຈ​ນຳ​ວຽກ​ທີ່​ຕົນ​ເຮັດ, ຜູ້​ທີ​ສອງ​ໄດ້​ເຫັນ​ຈຸດ​ໝາ​ຍ​ຂອງວຽກ​ງານ, ເຖິງວ່າ​​ໄດ້​ຈົ່ມ​ຄື​ກັນ, ແຕ່​ໄດ້​ຖື​ການ​ເຮັດ​ສຳ​ເລັດ​ໜ້າ​ທີ່​ວຽກ​ງານ​ໄວ້​ໃນ​ຖາ​ນະ​ສຳ​ຄັນ​ທີ່​ສຸດ, ຜູ້​ທີ​ສາມ​ສາ​ມາດ​ປະ​ກົດ​ເຫັນ​ຄວາມ​ມ່ວນ​ຊື່ນ​ຂອງວຽກ​ງານ, ແຕ່​ບໍ່​ແມ່ນ​ໃຊ້ທ່າ​ທີ​ຈົ່ມ​ວ່າ​ມາ​ແກ້​ໄຂ​ບັນ​ຫາ. ອາດ​ເຫັນ​ໄດ້​ວ່າ, ທ່າ​ທີ​​ໃນ​ການເຮັດ​ວຽກ​ຂອງ​ສາມ​ຄົນ​ນີ້, ພາ​ໃຫ້​ເຂົາ​ເຈົ້າ​ມີ​ຖາ​ນະ​ຕ່າງ​ກັນ​ໃນ​ພາຍ​ລຸນ​ມາ​ແມ່ນ​ເລື່ອງ​ທີ່​ສົມ​ເຫດ​ສົມ​ຜົນ​ທີ່​ສຸດ.

ໃນ​ນິທານ​ດັ່ງ​ກ່າວ, ທ່າ​ທີ​ສາມ​ຢ່າງ​ຂອງ​ສາມ​ຄົນ​ໄດ້​ພາ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ຜົນ​ທີ່​ຕ່າງ​ກັນ​ຫຼາຍ. ໃນ​ຊີ​ວິດ​ຕົວ​ຈິງ, ພວກ​ເຮົາ​ກໍ​ອາດ​ຈະ​ໄດ້​ສັງ​ເກດ​ເຫັນ​ວ່າ, ຄົນ​ທີ່​ເຮັດ​ວຽກ​ປະ​ເພດດຽວ​ກັນ​ຢູ່​ໃນ​ສິ່ງ​ແວດ​ລ້ອມ​ທີ່​ຄື​ກັນ, ພໍ​ເລີ່ມ​ຕົ້ນ, ຄວາມ​ສາ​ມາດ​ຂອງ​ໃຜ​ລາວ​ກໍ່​ພໍ​ປານ​ກັນ, ແຕ່ຜົນ​ສຸດ​ທ້າຍ, ພັດ​ໄກ​ກັນ​ຫຼາຍ.

ທ່ານ​ນາ​ໂປ​ລີ​ອົງ ​ເຄີຍ​ເວົ້າ​ວ່າ, "ຄົນ​ກັບ​ຄົນ​ບໍ່​ມີ​ຫ​ຍັງ​ຕ່າງ​ກັນ​ຫຼາຍ, ຕ່າງ​ກັນ​ເລັກ​ນ້ອຍ​ກໍ​ມີ​ແຕ່​ຈິດ​ໃຈ​ຕັ້ງ​ໜ້າ​ກັບ​ຈິດ​ໃຈ​ຫ​ຍໍ້​ທໍ້​ທໍ່​ນັ້ນ, ແຕ່​ກໍ​ແມ່ນ​ຄວາມ​ຕ່າງ​ກັນ​ໜ້ອຍ​ດຽວ​ນັ້ນ​ໄດ້​ຕັດສິນ​ຊີ້​ຂາດຄວາມ​ແຕກ​ຕ່າງ​ກັນ​ຫຼາຍໃນດ້ານ​ຊີ​ວິດ​ ໃນ​ພາຍ​ຫຼັງ." ທ່າ​ທີ​, ໝາຍ​ເຖິງວິ​ທີ​ທີ່​ພວກ​ເຮົາ​ໃຊ້​ມາ​ເບິ່ງ​ໂລກ​ແລະ​ຕົນ​ເອງ​ດ້ວຍ​ມະ​ໂນ​ຄະ​ຕິ​ແລະ​ຄວາມ​ມຸ່ງ​ຫວັງ​ທີ່​ຕ່າງ​ກັນ. ຍ້ອນ​ມີ​ທ່າ​ທີ​ຕ່າງ​ກັນ, ເມື່ອພົບ​ພໍ້​ເລື່ອງ​ລາວແລ້ວ, ​ວິ​ທີ​ແກ້​​ໄຂ​ບັນ​ຫາ​ກໍ​ຈະ​ຕ່າງ​ກັນ, ແລະ​ອັນ​ນີ້​ແຫຼະ​ພາ​ໃຫ້​ມີ​ຜົນ​ສຸດ​ທ້າຍ​ຕ່າງ​ກັນ. ບໍ່​ວ່າ​ເລື່ອງ​ໃດ, ລ້ວນ​ແຕ່​ແມ່ນຊີ້​ຂາດ​ດ້ວຍ​ອັດ​ຕະ​ວິ​ໄສ​ກັບ​ພາ​ວະ​ວິ​ໄສ​, ພວກ​ເຮົາ​ຄວບ​ຄຸມ​ພາ​ວະ​ວິ​ໄສ​ບໍ່​ໄດ້, ທຸກ​ຄົນ​ຍ່ອມ​ຈະ​ມີ​ຍາມ​ໂຊກ​ດີ​ແລະ​ຍາມ​ໂຊກ​ບໍ່​ດີ, ແຕ່​ບໍ່​ວ່າ​ໂຊກ​ດີ​ຫຼື​ບໍ່​ດີ, ສະ​ພາບ​ຈິດ​ໃຈ​ທີ່​ດີ​ມັກ​ຈະ​ພາ​ຄົນ​ໄປ​ສູ່​ຜົນສຳ​ເລັດທີ່​ດີ, ສະ​ພາບ​ຈິດ​ໃຈ​ບໍ່​ດີ​ພັດ​ກົງ​ກັນ​ຂ້າມ. ສະ​ນັ້ນ, ອາດ​ເວົ້າ​ໄດ້​ວ່າ, ທ່າ​ທີ​ສຳ​ຄັນ​ກວ່າ​ສະ​ຕິ​ປັນ​ຍາ.

ໃນ​ຊາດ​ນີ້, ພວກ​ເຮົາ​ຈະ​ໄດ້​ພໍ້​ກັບຄົນ​ແນວ​ໃດ​ແລະ​ເລື່ອງ​ແບບ​ໃດ​ແມ່ນ​ ​ຄາດ​ຄະ​ເນບໍ່​ໄດ້, ແຕ່​ພວກ​ເຮົາ​ສາ​ມາດ​ປັບ​ປ່ຽນ​ທ່າ​ທີ​ຂອງ​ຕົນ​ເອງ​ໄດ້, ສະ​ນັ້ນ, ພວກ​ເຮົາ​ຈົ່ງ​ໃຊ້​ທ່າ​ທີ​ທີ່ຕັ້ງ​ໜ້າກວ່າ​ເກົ່າ, ເພື່ອ​ຮັບ​ມືກັບ​ທຸກ​ສິ່ງ​ທຸກ​ຢ່າງ​​ໃນ​ຊີ​ວິດ​, ບໍ່​ວ່າ​ດີ​ຫຼື​ບໍ່​ດີ, ຖ້າ​ໃຊ້​ທ່າ​ທີ​ຕັ້ງ​ໜ້າ, ກໍ່​ຈະ​ພາ​ທ່ານ​ໄປ​ສູ່​ບ່ອນ​ສະ​ຫວ່າງ​ແຈ້ງ​ແລະ​ສວຍ​ງາມກວ່າ​ເກົ່າ.