ອຳ​ລາ​ທ່ານ​ຜູ້​ຟັງ​ຊົ່ວຄາວ

(GMT+08:00) 2012-06-11 14:31:33     cri


ນັບ​ແຕ່​ບລອກວິ​ໄລ​ວັນ​ເປີດ​ໃນ​ເດືອນ​ມີນາ​ປີ​ນີ້​ເປັນ​ຕົ້ນມາ, ​​ໂດຍ​ໄດ້​ຮັບຄວາມ​ສົນ​​ໃຈ​ຈາກ​ເພື່ອນ​ມິດ​ຄົນ​ລາວ​ບໍ່​ໜ້ອຍ, ບາງ​ທ່ານ​ໄດ້​ຂຽນ​ຄຳ​ເຫັນ​ໃຫ້​ວິ​ໄລ​ວັນ​ເພື່ອ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆຂອງ​ບົດ​ໃນບລອກນີ້, ຄຳ​ເຫັນ​ເຫຼົ່ານີ້​ສ່ວນຫຼາຍ​ແມ່ນມີ​ແນວ​ຄິດ​ທີ່​ສ້າງສັນ, ​​ແລະ​ກໍ່​​ເຫັນ​ໄດ້​ວ່າ, ​​ເພື່ອນ​ມິດ​ເຫຼົ່ານີ້​ໄດ້​ອ່ານ​ບົດ​ວິ​ໄລ​ວັນ​ຢ່າງ​ລະອຽດ, ອັນ​ນີ້​ບໍ່ພຽງ​ແຕ່​ໄດ້​​​ເພີ່ມ​ຄວາມ​ຮູ້​ໃຫ້ວິ​ໄລ​ວັນ​ເທົ່າ​ນັ້ນ, ຍັງ​ເຮັດ​ໃຫ້​ວິ​ໄລ​ວັນຊາບ​ຊື້​ງ​ໃຈຫຼາຍ. ຍັງ​ມີບາງ​ທ່ານ​ໄດ້​ສົ່ງ email ມາ​ຫາ​ວິ​ໄລ​ວັນຫຼືຕິດ​ຕໍ່​ວິ​ໄລ​ວັນ​ທາງ MSN, ລົມກັນ​ກ່ຽວ​ກັບ​​ເລື່ອງມ່ວນ​ຊື່ນຫຼືບັນຫາ​ທີ່​ພົບ​ພໍ້​ໃນ​ຊີວິດ​ຂອງ​ຕົນ, ດົນ​ແລ້ວ, ຈົນ​ໄດ້​ກາຍ​ເປັນ​ເພື່ອນ​ມິດ​ກັບ​ວິ​ໄລ​ວັນ…

ຍ້ອນບລອກນີ້, ວິ​ໄລ​ວັນ​ໄດ້ຮັບ​ເພື່ອນ​ມິດ​ທີ່​ຈິງ​ໃຈຫຼາຍໆ​ຄົນ, ວິ​ໄລ​ວັນຮູ້ສຶກ​​ວ່າ​ເປັນ​ຄົນ​ທີ່ໂຊກ​ດີ​ຫຼາຍ​, ​ແລະ​ຂອບ​ໃຈ​ນຳ​ເພື່ອນ​ມິດ​ທຸກ​ທ່ານ​ທີ່​ໃຫ້​ກຳລັງ​ໃຈ, ອັນ​ໄດ້​ເຮັດ​ໃຫ້​ວິ​ໄລ​ວັນ​ມີ​ຄວາມ​ຮູ້ສຶກ​ອົບ​ອຸ່ນຫຼາຍ. ​

ແຕ່​ວ່າ, ນັບແຕ່​ອາທິດ​ນີ້​ເປັນ​ຕົ້ນ​ໄປ, ວິ​ໄລ​ວັນ​ຕ້ອງ​​ໄດ້ອຳ​ລາ​​ເພື່ອນ​ມິດ​​ເປັນ​ການ​ຊົ່ວຄາວ, ປະມານ 7 ​ເດືອນ. ​ເພາະວ່າ​, ຍັງ​ອີກ​ສອງ​ອາທິດ, ວິ​ໄລ​ວັນ​ຈະ​ເກີດ​ລູກ​ແລ້ວ! ປີໜ້າ​ຈຶ່ງ​ຈະ​ກັບ​ມາ​ເຮັດ​ວຽກ​ຕໍ່, ຮອດ​ຍາມ​ນັ້ນ, ວິ​ໄລ​ວັນ​ຈະ​​ເອົາຮູບ​ຖ່າຍ​ຂອງ​ລູກ​ຂຶ້ນບລອກນີ້, ​ແຕ່​ໄລຍະນີ້, ​ໃຫ້​ເບິ່ງ​ຜູ້​ເປັນ​ແມ່​ໄປ​ກ່ອນ, ​ເພື່ອ​ແບ່ງປັນ​ຄວາມສຸກ​ກັບ​ເພື່ອນ​ມິດ​ທັງຫຼາຍ! ສຸດ​ທ້າຍ, ຂໍ​ໃຫ້​ເພື່ອນ​ມິດ​ທຸກ​ຄົນ​ຈົ່ງ​ມີສຸຂະພາບ​ແຂງ​ແຮງ, ມີ​ຄວາມ​ມ່ວນ​ຊື່ນ​ໃນທຸກ​ໆມື້! ຈົ່ງ​ປະສົບ​ແຕ່​ຄວາມສຸກ​ໃນ​ຊີວິດ!

ໂຊກ​ດີ!


1 2 3 4 5 6 7 8