ມື້ໜື່ງ! ພໍ່ຕູ້ ຂັນ ນາມສົມມຸດຂີ່ລົດເມໂດຍສານໄປມື້ນັ້ນພະເອີນຄົນຫຼາຍ! ເອົາແທ້! ເອົາວ່າ! ຢືນຈ່ອງພຸ້ນຈ່ອງພີ້ ພະເອີນລົດແລ່ນໄປດີໆພັດມີໜາແລ່ນຕັດໜ້າລົດໂຊເຟີຕື່ນກໍເລີຍຢຽບເບກລົດຈາກ! ບາດໜື່ງ! ບັກແຮງໆເຮັດໃຫ້ຄົນຢູ່ເທີງລົດຕື່ນຫົວດວນໄປຊັ້ນລະ! ເຮັດໃຫ້ຄົນຢູ່ທາງຫຼັງພໍ່ຕູ້ ຂັນ ລົ້ມລົງເປັນແຖວຊັ້ນລະ! ພໍ່ຕູ້ຫົວສຸກລົງມີໆ ທ້າວ ໜື່ງພັດຫຼົງເອົາມືຈັບໂສ້ງພໍ່ຕູ້ຂັນລົງ ພໍ່ຕູ້ກໍຢືນເສີຍຊັ້ນລະ!
ສາວ ກະເປົາລົດພັດແນບພຸ້ນແນມພີເຫັນພໍ່ຕູ້ ຂັນ ບໍ່ນຸ່ງໂສ້ງລະ! ລາວກໍ່ເລີຍເອີ້ນໃສ່ວ່າ:
ສາວກະເປົາລົດ: ເອີ້! ພໍ່ຕູ້ອັນນັ້ນຫັ້ນນະ! ຄືບໍ່ດືງຂື້ນແດ່ໂສ້ງຫັ້ນນະ! ສັງວ່າມາປະໂຕ່ງເລ່ງຢູ່ແທ້! ຊ່າງວ່າບໍ່ອາຍແທ້ນໍ້! ພໍ່ຕູ້ອັນນິນະ!ພໍ່ຕູ້: ຫວ້ຍບໍ່ໄດ້ສົນໃຈນໍາຜູ້ໃດໄດ໋! ຜູ້ໃດດືງລົງກໍ່ດືງຂື້ນຕິສົ້ງເຮົາ. ຮ່າ….ຮ່າ……