ເລກ​ສິບ​ເອັດ(ສຽງ)

(GMT+08:00) 2012-06-12 14:40:47     cri







ມື້​ໄດ້​ມື້​ດີ​ໃນ​ພິທີ​ດອງ​ແຫ່ງໜື່ງກໍ່​ໄດ້​ມີ​ໂຄສົກ​ປະກາດ​ຂື້ນ​ວ່າ:

ໂຄສົກ: ສຸກ​ສະບາຍດີ​ພໍ່-​ແມ່​ພີ່ນ້ອງໄດ້​ແກ່​ເວລາອັນ​ສົມຄວນ​​ແລ້ວ! ​ຂໍ​ເຊີນ​ເຈົ້າ​ບ່າ​ວ​ເຈົ້າ​ສາວ​ແລະ​ເຖົ້າ​ແກ່​ແນວ​ໂຮມ​ທັງ​ສອງ​ກໍ້າ​ສອງ​ຝ່າຍ​ຂື້ນ​ມາ​​ເທີງ​ເວທີ​ເນາະ! ຫຼັງ​ຈາກ​ນັ້ນ​ເຈົ້າ​ບ່າວ​ເຈົ້າ​ສາວ​ລະ​ຢ່າງ​ຂື້ນ​ເທີ​ງ​ເວທີລະ!

ໂຄສົກ​: ​ໂອ້! ຈະ​ແມ່ນ​ຄື​ກັນ​ປານ​ເລກ​ສິບ​ແອັດ​ເນາະ! ເຈົ້າ​ບ່າວ​ເຈົ້າ​ສາວ​ກະດາຍ! ໝາຍ​ຄວາມ​ວ່າ​ບໍ່​ສູງ​ບໍ່​ຕໍ່າ​ເດ໋! ພໍດີ​​​ເກືອບ​ເທົ່າໆ​ກັນ​ຫັ້ນ​ນະ! ຫຼັງ​ຈາກ​ເວົ້າ​ແນວ​ນັ້ນ​ເຈົ້າ​​ໂຄດ​ໃຫຍ່​ລະ​ແນມ​ເບິ່ງ​ໜ້າ​ໂຄສົກ​ແລະ​ເວົ້າ​ຂື້ນ​ວ່າ:

ເຈົ້າ​ໂຄດ: ​ໂອ! ບັກ​ອັນ​ນິ! ມືງ​ວ່າ​ກູ​ແມ່ນ​ໜາ​ຫວະ! ​ບັກ​ອັນ​ນິ! ຮ່າ…ຮ່າ…