ມີມື້ໜື່ງ ທິດກັນ ນາມສົມມຸດ ຊື້ຄອມພີວເຕີ້ມືສອງມາໃຊ້ ໃຊ້ໄປໃຊ້ມາຄອມພີວເຕີ້ລາວພັດມີບັນຫາ ທິດກັນ ເລີຍໂທໄປຖາມທ້າວ ຕົ້ນວ່າ:
ທິດກັນ: ຮາໂລ! ຮາໂລ! ອັນນີ້ແມ່ນຕົ້ນບໍ່ນໍ້?
ຕົ້ນ: ເອີ້! ແມ່ນແລ້ວ! ແມ່ນຫຍັງບໍ່ນໍ້? ນີ້ແມ່ນທິດກັນບໍ່ນໍ້?
ທິດກັນ: ເອີ້! ຢາກຖາມໂຕເລື່ອງຄອມພີວເຕີ້ນິນະ! ຄອມພີວເຕີເຮົາມັນມີບັນຫາໄດ໋ນິນະ! ສົງໃສວ່າໄວຣັດກິນຄອມພີວເຕີ້ໄດ໋ນິ!
ຕົ້ນ: ອ້າວ! ເປັນຫຍັງຈື່ງວ່າແນວນັ້ນ! ເປັນຫຍັງເຈົ້າຄືຮູ້!
ທິດກັນ: ອ້າວ! ກະຮູ້ລະບໍ່! ຄອມພີວເຕີເຮົາສາຍໄຟມັນຂາດບັກຫຼາຍໆສົງໃສໄວຣັດກິນລະນິນະ!. ຮ່າ!...................ຮ່າ………………
© China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |