ທາງ​ໄປ​ສະຫວັນ(ສຽງ)

(GMT+08:00) 2012-06-12 15:38:23     cri









ຕູ້​ດໍາ ນາ​ມສົມ​ມຸດ ​ໄປ​ຢາມ​ລູກ​ຢູ່​ສະຫວັນ​ນະ​ເຂດ​ ແຕ່​ກ່ອນ​ມັນບໍ່​ທັນ​ຈະ​​ເລີ​ນທາງ​ຍັງ​ເປັນ​ຫຼຸບ​ເປັນ​ໂນນ​ ​ເປັນ​ບວກ ​ເປັນຂຸນ ໄປ​ຍາກ ມາ​ບໍ່​ງ່າຍ​ລະ! ທາງ​ໂຊ​ເຟີ້​ລົດ​ລະ​ເວົ້າ​ຂືນວ່າ:

ໂຊ​ເຟີ້: ຜູ້​ໂດຍສານ​ເອີ່ຍ! ຈັບ​ດີໆ​ເດີ້! ທາງ​ມັນ​ຍາກ​ໄດ໋ນິນະ! ລົດ​ກໍ​ແລ່ນ​ໄປ​ວື່ນໆ ​ໃນ​ຫັ້ນ​ ຕູ້​ດໍາ​ ນັ່ງ​ຢູ່​​​ໃນ​ລົດຫົວ​ຝັດ​ຫົວ​ຄອນ​ໄປ​ນໍາ​ລະ ທາງ​ມັນ​ບໍ່​ດີ​ປານ​ໃດ​​ເດ໋! ລາວ​ເລີຍຈົ່ມ​ຂື້ນວ່າ:

ຕູ້​ດໍາ​: ​ໂອ້​ຍ! ໆໆໆໆ!  ມັນ​ບໍ່​ແມ່ນ​ທາງ​ໄປ​ສະຫວັນດ໋ອກ! ອັນ​ນິນະ! ​ໄປ​ຍາກ​ມາ​ບໍ່​ງ່າຍ​ປານ​ນິ! ກູ​ເຫັນ​ແຕ່​ທາງ​​ໄປ​ນະ​ລົກ​ຕົວະ​ນິ! ຮ່າ……..ຮ່າ………………