ຍິງ​ຫຼື​ຊາຍ?(ສຽງ)

(GMT+08:00) 2012-06-12 15:41:54     cri









ບຸນ​ມີ ນາມ​ສົມມຸດ ຫຼັງ​ຈາກ​ອອກ​ລູກ​ໃໝ່ນັ່ງໄຟ​ສະລະ​ແລ້ວ! ກໍ່​ໄປ​ຕະຫຼາດບັງ​ເອີນ​ໄປ​ພໍ້​ໝູ່​ເກົ່າໆ ກໍ່​ເລີຍ​ຖາມ​ສຸກ​ທຸກ​ນໍາກັນລະວ່າ​ຊັ້ນ​ຊະ!

ໝູ່: ຕາຍໆ! ​ເຮີ່ຍ! ​ໄປ​ຈັ່ງ​ໃດ​ມາ​ຈັ່ງ​ໃດ! ​ໂຕ​ຄື​ມາຕຸ້ຍມາ​ງາມ ມາ​ກ້ຽງ​​ແທ້ນໍ້! ຄົນນິ​ເນາະ​.

ບຸນ​ມີ: ​ເອີ້! ​ເຮົາ​ກໍ່​ອອກລູກ​ໃໝ່​​ເດ໋! ​ປ່ຽນ​ເລືອດ​ປ່ຽນ​ຢາງ​ມັນ​ກໍ່​ຈັ່ງ​ຊິ​ລະ!

ໝູ່: ​ເອີ້!  ​ແມ່ນ​ຫວາ! ​ໂຕ​​ໄດ້​ຜູ້ຍິງ ​ຫຼື ​ວ່າ​ຜູ້​ຊາຍ​ຫະ!

ບຸນ​ມີ: ​ເອີ້! ກໍ່​ຈັ່ງ​ວ່າຫຍັງ​ລະ​ບໍ່​ຮູ້ລະ​!

ໝູ່: ອ້າວ​! ສັງມາ​ວ່າ​​ເປັນ​ຈັ່ງ​ຊັ້ນ, ລູກ​ໂຕ​ມັນ​ເປັນ​​ແນວ​ໃດ​ຊັ້ນ​ນະ!

ບຸນ​ມີ: ອ້າວ! ກະ​ຍັງ​ວ່າ​ບໍ່​ຮູ້ ​ມັນ​ຕ້ອງ 15 ປີ​ຂື້ນ​ໄປ​ມັນ​ຈື່ງ​ຮູ້​ວ່າມັນ​ເປັນ​ຜູ້ຍິງ​ຫຼື​ຜູ້ຊາຍ​ ບາງ​ເທື່ອ​ມັນ​ເປັນ​ກະ​ເທີຍ​ກໍ​​ເປັນ​ໄປໄດ້​ໄດ໋! ຊິ​ຮູ້​ນະ! ຮ່າ…….ຮ່າ……..