ທ້າວ ແວ່ນນາມສົມມຸດ ພະນັກງານຂາຍທີ່ດີເລີດຂອງບໍລິສັດແຫ່ງໜື່ງເລາະໄປຂາຍຢາດີແຂງແຮງມີວ່າຊັ້ນຊະ! ເຫັນລຸງບຸນ ນາມສົມມຸດກໍາລັງເສຍຫຍ້າສວນຢູ່ກໍເລີຍຖາມວ່າ:
ທ້າວ ແວ່ນ: ສະບາຍດີພໍ່ລຸງ ບໍ່ເອົາຫວາ! ຢາບໍາລຸງນິນະ! ພໍ່ລຸງ?
ລຸງບຸນ: ເອີ! ສະບາຍດີໄປໃສມາໃສບັກຫຼ້າເອີ່ຍ! ເປັນສັງຈື່ງວ່າມາຮອດພີ້!
ທ້າວ ແວ່ນ: ຄືວ່າເຮົາເຫັນເຈົ້າປູກກວ້ຍຢູ່ຄືງາມດີແທ້ນໍ້! ມີຂອງດີມາຂາຍໃຫ້ເດ່ນິນະລອງເບິ່ງແມ້ ເຈົ້າບໍ່ໄດ້ຂາຍຕອງຕິເນາະປູກກວ້ຍນິນະ!
ລຸງບຸນເວົ້າຂື້ນວ່າ: ເອີ້! ບາງຄັ້ງກະຂາຍ ບາງຄັ້ງກໍ່ບໍ່ໄດ້ຂາຍ! ຂາຍໝາກກວ້ຍ.
ທ້າວ ແວ່ນ: ເອີ້! ຄັນຊັ້ນບໍ່ຕ້ອງການຢາບໍາລຸງແດ່ບໍ? ລຸງເອີ່ຍ!
ລຸງບຸນ: ບ້າ! ຂາຍກວ້ຍຊື່ໆກະຊິໄດ້ໃຊ້ຢາບໍາລຸງ! ກູຢາກຂາຍກູກໍຕັດຂາຍໂລດແລ້ວ.ຮ່າ……..ຮ່າ……………
© China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |