ນາງ ທອງ ນາມສົມມຸດ ກັບມາເຮືອນດ້ວຍຄວາມຫງຸດຫງິດອາລົມບໍ່ດີ
ຜົວ: ເອີ! ເຈົ້າສັງມາໜ້າບູດໜ້າງໍແທ້ລະ! ຄືວ່າອາລົມມາຫງຸດຫງິດແທ້! ໄປກິນແຕນກິນຕໍ່ມາແຕ່ທາງໃດ? ມື້ນີ້ນະ!
ນາງ ທອງ: ອ້າວ! ເຈົ້າບໍ່ຕ້ອງເວົ້າ! ເຈົ້າບອກມາດຽວນິ! ບໍ່ຕ້ອງຕົວະຂ້ອຍ.
ຜົວ: ອ້າວ! ສັງມາວ່າແນວນັ້ນ! ບອກອີ່ຫຍັງ! ຂ້ອຍຕົວະຫຍັງ!
ນາງ ທອງ: ຂ້ອຍໄປດູມໍເບິ່ງວັນ, ເດືອນ, ປີເກີດຂ້ອຍວ່າ: ມີລູກສອງຄົນ ບັດເບິ່ງວັນ, ເດືອນ, ປີເກີດເຈົ້າພັດມີສາມຄົນ. ມັນໝາຍຄວາມວ່າແນວໃດຢ່າຕົວະບອກມາດຽວນີ້.
ຮ່າ………….ຮ່າ…………