ນັກ​ຮຽນຫຼາຍ​ກວ່າ 2 ພັນຄົນ​ສ້າ​ງສະ​ຖິ​ຕິ​ໂລກຢືນ​ເປັນ​ກຸ່ມ​ ເຮັດຮູບ​ວົງມົນ​ໂອ​ລິມ​ປິກ​ມະນຸດ

(GMT+08:00) 2012-06-14 15:51:51     cri

ນັກ​ຮຽນຫຼາຍກວ່າ 2 ພັນ​ຄົນ​ໃນ​ເມືອງ​ແຮມ​ຊຽຍຮ່ວມກັນ​ສ້າງ​ສະຖິຕິ​ໂລກເຮັດ​ວົງ ມົນ​ຮູບ​ໂອ​ລິມ​ປິກ​ເກມ​ມະນຸດ, ​ນັກ​ຮຽນ​ແລະ​ຄະນະ​ຄູອາຈານຫຼາຍກວ່າ 2 ພັນ​ຄົນຂອງ​ໂຮງຮຽນ​ແຫ່ງໜຶ່ງໃນປະເທດ​ອັງ​ກິດໄດ້ຮ່ວມ​ກັນ​ສ້າ​ງສະ​ຖິ​ຕິ​ໂລກ​ຂຶ້ນ​ມາ​ໃໝ່ດ້ວຍ​ການເຮັດວົງມົນ​ໂອ​ລິມ​ປິກ​ມະນຸດທີ່​ໃຊ້​ຄົນ​ຫລາຍ​ທີ່ສຸດ​ໃນ​ໂລກ ລວມ 2,100 ຄົນທຳລາຍ​ສະ​ຖິ​ຕິ​ເກົ່າທີ່​ມີ​ຜູ້​ເຂົ້າ​ຮ່ວມ​ພຽງ 1,900 ຄົນຊຶ່ງ​ການສ້າງວົງມົນ​ຮູບໂອ​ລິມ​ປິກ​ມະນຸດ​ຫລາຍ​ທີ່ສຸດ​ໃນ​ໂລກ​ເທື່ອ​ນີ້ ​​ແມ່ເພື່ອກຽມ​ຮັບ​ຕ້ອນ ​ໂອ​ລີ​ມປິກ​ລອນ​ດອນ​ເກມສ໌​ກາງ​ປີ​ນີ້ດ້ວຍ​ການ​ໃຫ້​ເດັກ​ນັກ​ຮຽນ​ຊາຍ​ແລະ​ຍິງ ຈຳນວນ 2,000 ຄົນແລະ​ຄະນະ​ຄູ​ອີກ 100 ຄົນເຊີ່ງທຸກ​ຄົນພາກັນ​ໃສ່​ເສື້ອ​​ເຢື້ອ ແລະ​ຊຸດ​ຄຸມ 5 ສີ ປະກອບ​ດ້ວຍ ສີ​ເຫລືອງ, ສີ​ດຳ, ສີ​ແດງ, ສີ​ຂຽວ ແລະ​ສີ​ຟ້າ ຊຶ່ງ​ເປັນ​ສີ​ສັນຍະລັກ​ຂອງ​ໂອ​ລິມ​ປິກ ເຮັດ​ເປັນ​ວົງມົນ 5 ວົງ ສອດ​ປະ​ສານ​ກັນ​ທີ່​ເດີນ​ຫຍ້າ​ຂອງ​ໂຮງຮຽນ ກ່ອນ​ທີ່​ຈະໃຫ້​ຊ່າງ​ພາບ​ຂຶ້ນ​ໄປ​ຖ່າຍ​ພາບ​ເທິງ​ເຮືອ​ບີນ.