ມີ​ເລື່ອງ​ທີ່​ສຸດ​ຂອງ​ໂລກ​ມາ​ເວົ້າສູ່​ຟັງ​ຄືໜຸ່ມ​ອາ​ຍຸ 23 ປີ ປີນ​ຜາ​ສູງ​ກວ່າ 150 ມ. ໂດຍ​ບໍ່​ໃຊ້​ອຸປະກອນ​ຊ່ວຍ

(GMT+08:00) 2012-06-14 15:53:09     cri
  ວັນທີ່ 2 ທີ່​ຜ່ານ​ມາ ເວັບ​ໄຊ​ເດິ​ຊັນ ລາຍ​ງານ​ວ່າ ທ້າວ ​ມິດຄີ​ມິ​ເຕີ ອາຍຸ 23 ປີ ສະ ແດງລີ​ລາ​ສຸດ​ຫວາດ​ສຽວ​ແບບ​ບໍ່​ຢ້ານ​ຕາຍເມື່ອລາວ​ໄດ້​ປີນ​ຜາ​ທີ່ມີ​ຄວາມ​ສູງ​ກວ່າ 150 ແມັດດ້ວຍ​ສອງ​ມື​ເປົ່າ​ແບບ​ບໍ່ມີສະ​ຫລິງບໍ່ມີເຊືອກ​ແລະ​ໂ​ຕ​ຊ່ວຍ​ໃດໆ​ເລີຍລາຍ​ງານ​ນີ້​ແມ່ນ​​ໄດ້ມາ​ຈາກ​ປະເທດ​ຝຣັ່ງ

​ເຊີ່ງ​ທຳ​ອີດທ້າວ​ມິດ​ໄດ້​ໃຊ້​ເຊືອກ​ຍອນ​ໂຕ​ລົງ​ຈາກ​ໜ້າ​ຜາລົງ​ໄປທາງ​ດ້ານ​ລຸມ​ກ່ອນ ຈາກ​ນັ້ນ​ລາວ​ຈຶ່ງ​ປ່ອຍ​ເຊືອກ​ຖິ້ມ​ໄວ້​ແລະ​ປີນ​ຂຶ້ນຜາ​ດ້ວຍ​ມື​ເປົ່າເຊີ່ງ​ໄດ້ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ເປັນ​ຢ່າງດີເພາະລາວ​ບໍ່​ໄດ້​ໃຊ້​ອຸປະກອນ​ຫຍັງ​ເລີຍ, ລະຫວ່າງ​ການເຮັດ​ພາລະ​ກິດ​ສ່ຽງ​ຕາຍ​ເທື່ອ​ນີ້ຍັງມີທ້າວ ບຸຍ​ເຊີລ໌  ຊ່າງ​ພາບອາຍຸ 26 ປີ ທີ່ຜູ້​ຮັກ​ການ​ຖ່າຍຮູບ​ແນວ​ ຫວາດ​ສຽວ ​ແລະ​ໄດ້​ນຳ​ຖ່າຍ​ຮູບ​ການ​ປີນຜາຂອງທ້າວ ມິດ ​ມາ​ແລ້ວ​ທົ່ວ​ໂລກ

​ເຊີ່ງ ທ້າວ ບຸ​ຍຊ​ເຊີ ​ໄດ້​ບອກ​ວ່າ "ໃນ​ຂະນະ​ທີ່​ມິດ​ກຳ​ລັງ​ປີນຜາ​ນັ້ນລາວ​ຈະ​ຕ້ອງ​ຫາ​ມຸມ​ຖ່າຍຮູບ​ທີ່​ສວຍງາມໂດຍ​ບໍ່​ເຮັດໃຫ້​ລາວ​​ເສຍສະ​ມາ​ທິ​ຢ່າງ​ເດັດ​ຂາດແລະ​ສຳລັບ​ການ​ປີນ​ຜາ​ໂດຍ​ບໍ່​ມີ​ເຊືອກ​ຫລື​ອຸປະກອນຮັກສາ​ຄວາມ​ປອດ​ໄພ​ແບບ​ນີ້ຄວາມ​ຈິງແລ້ວ​ມັນ​ກໍ​ເປັນ​ສິ່ງ​ທີ່​ຄ່ອນ​ຂ້າງ​ສ່ຽງຫຼາຍ​ເພາະ​ຖ້າ​ປີນ​ຂື້ນ​ໄປ​ສູງກໍ່ຈະ​ມີ​ລົມ​ພັດ​ແຮງ​ເຮັດ​ໃຫ້​ຢາກ​ຕໍ່ການ​ສົງ​ໂຕ ຖື​ວ່າ​ທ້າວ ມິດ ຄີ​ມິ​ເຕີ ນີ້ກໍ່​ເປັນໜຶ່ງ​ໃນ​ນັກ​ປີນ​ຜາ​ທີ່​ເກັ່ງ​ທີ່​ສຸດ​ໃນ​ໂລກ.