ພົບ 'ປາ​ວ່າ​ນ​ເຜືອກ' ​ໂຕ​ທຳ​ອິດ​ໃນ​ໂລກ

(GMT+08:00) 2012-06-14 15:54:30     cri
ນັກ​ວິທະຍາ​ສາດ​ລັດ​ເຊຍພົບ​ປາ​ວ່າ​ນ​ເຜືອກຊຶ່ງຖື​ວ່າ​ເປັນ​ປາ​ວ່າ​ນ​ສີ​ຂາວ​ໃຫຍ່​ເຕັມສ່ວນ ​ໂຕທຳ​ອິດ​ຂອງ​ໂລກ​ທີ່​ຖືກ​ຄົ້ນ​ພົບ

ເວັບ​ໄຊຊື່​ດັງຂອງ​ອັງ​ກິ ລາຍ​ງານ​ຂ່າວນັກ​ວິທະຍາ​ສາດ​ລັດ​ເຊຍຈາກ​ກຸງ​ມອດ​ໂກ ເມືອງ​ເຊນປິດ​ເຕີ້​ສ​ເບີກບັນ​ທຶກ​ຄິບ​ວິ​ດີ​ໂອ​ປາ​ວ່າ​ນ​ເຜືອກ​ສີ​ຂາວ​​ໂຕໜຶ່ງທີ່​ໃຫຍ່​ເຕັມສ່ວນ​​ໂຕ​ທຳ​ອິດ​ຂອງ​ໂລກ​ທີ່​ຖືກ​ຄົ້ນ​ພົບຊຶ່ງ​​ໃນ​ຄິບວິ​ດີ​ໂອ​ນັ້ນປາ​ວ່າ​ນ​ໂຕ​ນີ້ກຳ​ລັງ​ລອຍ​ນ້ຳ​ຫາ​ອາຫານ​ຮ່ວມ​ກັບ​ຝູ​ງປາ​ວ່າ​ນ​ທຳມະດາ​ອີກ12 ​ໂຕບໍລິເວນ​ເກາະ​ຄອມ​ມານ​ເດີທາງ​ຕະເວັນ​ອອກ​ຂອງ​​ທະເລ​ ຄຳ​ຊັດ​ກາໃນ​ເຂດອານຸ​ລັກ​ທາງ​ທະ​ເລ​ທີ່​ກວ້າງ​ໃຫຍ່​ທີ່ສຸດ​ຂອງ​ລັດ​ເຊຍ

 ນັກ​ວິທະຍາ​ສາດ​ບອກ​ວ່າວ່າ​ນ​ເຜືອກ​ໂຕນີ້ເບິ່ງ​ຈາ​ກຄີບ​ທີ່ຢູ່​ຫລັງມັນ​ນັ້ນມີ​ຄວາມ​ສູງປະ​ມານ 2 ແມັດ ​ເພີ່ນ​ວ່າໜ້າຈະ​ແມ່ນ​ໂຕຜູ້​ທີ່​ໃຫຍ່​ເຕັມ​​ໂຕ​ແລ້ວມັນ​ໜ້າຈະ​ມີອາ​ຍຸ​ປະມານ 16 ປີ ​ແລະ​ຄິດ​ວ່າ​ມັນ​ອາດຈະ​ມີ​ອາ​ຍຸ​ຍືນ​ໄດ້​ເຖິງ 60 ປີ​ດ້ານ​ອີ​ລິກຮອຍທ໌ ຜູ້​ອຳ​ນວຍ​ການສະ​ຖາ​ບັນ​ວິ​ໄຈ​ວ່າ​ນບອກ​ວ່າອັນນິ້ເປັນ​ເທື່ອທຳ​ອິດ​ທີ່​ໄດ້​ພົບ​ປາ​ວ່າ​ນ​ເຜືອກແລະ​ຈະ​ນຳ​ປາ​ວ່າ​ນ​ໂຕນີ້ໄປ​ວິ​ເຄາະ​ວ່າມັນເປັນປາ​ວ່າ​ນ​ເຜືອກ​ມາ​ໂດຍ​ກຳ​ເນີດ ຫລື​ ​ເປັນ​ຍ້ອນ​ສາ​ເຫດ​ອື່ນ​ທີ່​ເຮັດ​ໃຫ້​ມັນ​ໂຕ​ຂາວໝົດ​ໂຕ.