ຄວາມຫມາຍແລະ​ທີ່​ມາ​ຂອງ​ການ​ຍົກມື 2 ນິ້ວ

(GMT+08:00) 2012-06-14 15:55:28     cri
ໃຜ​ເປັນ​ຄົນ​ຄິດ​ການ​ຍົກມືສອງ​ນິ້ວ​ທີ່ດຽວ​ນີ້ນິຍົມ​ກັນ​ໃຊ້ຫຼາຍ​ໂດຍ​ສະ​ເພາະ​ແມ່ນ​ການ​ຖ່າຍຮູບມື້ນີ້ກົບ​ໄປ​ຄົ້ນ​ຫາ​ຄຳ​ຕອບ​ມາ​ໃຫ້ມິດ​ລາຍການ​ໄດ້​ຮູ້​ນຳ​ກັນ, ​ເຊີ່ງການຍົກ​ມື 2 ນິ້ວ ຫລື​ທີ່​​ເອີ້ນ​ກັນ​ໃນ​ພາສາ​ອັງກິດ​ວ່າ "V sign" ນັ້ນ ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ໃນ​ຄວາມຫມາຍ​ຂອງ "ໄຊ​ຊະນະ" ຄື V ແທນ​ຄຳ​ວ່າ Victory, ​ແຕ່​ເຖີ່​ງຢ່າງໃດ​ກໍ​ຕາມການຍົກ​ສອງ​ນິ້ວ​ຍັງ​ໝາຍ​ເຖິງ "ສັນ​ຕິ​ພາບ" ແລະ "ການ​ດູ​ຖູ​ກທ້າ​ທາຍ" ໄດ້​ນຳອີກ​, ຖ້າ​ໄປ​ສະແດງ​ກິລິຍາ​ດ້ວຍ​ການ ຍົກ​ສອງ​ນິ້ວ​ແຕ່​ປີ່ນ​ຝ່າ​ມື​ເຂົ້າ​ຫາ​ຕົວ​ເອງໃນ​ປະ​ເທດອັງ​ກິດ, ສະ​ກອດ​ແລນ​ແລ້ວ ຖື​ວ່າ​ເປັນ​ການ​ສະແດງ​ທ່າ​ທາງ​ດູ​ຖູ​ກຍຽດຍາມ​ຕໍ່າເຂົາເຈົ້າ ໂດຍ​ຄວາມຫມາຍ​ຂອງ​ການເຮັດຈັງ​ຊັ້ນ ຈະ​ເປັນ​ການ​ທີ່​ເຮົາ​ໄປ​ເຮັດ​ທ່າ "ຍົກ​ນິ້ວ​ກາງ" (The Finger) ໃຫ້​ຄົນ​ອື່ນ​ຄວາມໝາຍການ​ຍົກ​ນີ້ວກາງ​ນັ້ນ​ແມ່ນ​ມັນ​ບໍ່ດີ ບໍ່ຂໍ​ເວົ້ນດີກວ່າ.

ສ່ວນ​ໃນ​ປະເທດ​ສະ​ຫະລັດ​ອະ​ເມ​ລິ​ກາການຍົກ 2 ນິ້ວ​ນັ້ນ​ຈະ​ໃຊ້​ກັນ​ໃນ​ຄວາມຫມາຍ​ທີ່​ວ່າເປັນ​ການ​ສະແດງ​ສັນ​ຕິ​ພາບ​ຫລາຍກວ່າໂດຍ​ໄດ້ຮັບ​ຄວາມ​ນິຍົມ​ມາ​ຈາກ​ການ​ທີ່​ປະຊາຊົນ​ອອກ​ມາ​ເຄື່ອນ​ໄຫວ​ເພື່ອ​ໃຫ້​ເກີດ​ສັນ​ຕິ​ພາບ​ໃນ​ໄລຍະ​ທົດສະ​ວັດ​ທີ່ 1960

ສຳລັບ​ປະເທດ​ໃນ​ທະ​ວີບ​ເອ​ເຊຍ​ນັ້ນສ່ວນ​ໃຫຍ່​ຈະ​ໃຊ້​ກັນ​ຕອນ​ຖ່າຍ​ຮູບ​ໂດຍ​ບໍ່​ໄດ້​ມີ​ຄວາມຫມາຍ​ຫຍັງ​ເລີຍແຕ່​ໃນ​ເວລາ​ຕໍ່​ມາຜູ້​ຄົນ​​ໃນ​ທະ​ວີບ​ອາຊີເລີ່ມ​​ມາຍົກ 2 ນິ້ວ​ຕອນ​ຖ່າຍ​ຮູບ​ກັນ​ຫລາຍ​ຍິ່ງ​ຂຶ້ນອັນ​ເປັນ​ຜົນ​​ມາ​ຈາກບັນດາ​ກາ​ຕູນ​ຂອງ​ຍີ່​ປຸ່ນເຊີ່ງ​ບາງ​ຄົນ​ເຊື່ອ​ວ່າການ​ທີ່​ຊາວ​ຍີ່​ປຸ່ນ​ນິຍົມ​ຍົກ 2 ນິ້ວ​ນັ້ນ ​ຕ້ອງ​ການ​ສື່​ເຖິງ​ເລື່ອງ​ສັນ​ຕິ​ພາບຫລັງ​ຈາກ​ທີ່​ຍີ່​ປຸ່ນ​​ໂຈມ​ຕີ​ດ້ວຍ​ລະ​ເບີດ​ປາ​ລາ​ມາ​ນູ​ວ່າ​ຊັ້ນ​ເດ. 

ທັງ​ນີ້ສຳລັບ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການຍົກ 2 ນິ້ວ​ນັ້ນ​ບໍ່​ມີ​ການ​ບັນ​ທຶກ​ເອົາ​ໄວ້​ຢ່າງ​ຊັດເຈັນ​ວ່າ​ເກີດ​ຂຶ້ນ​ມາ​ຕອນ​ໃດ ​ແຕ່ວ່າມີ​ຄວາມ​ເຊື່ອ​ກັນ​ມາ​ຢ່າງ​ຍາວນານ​ວ່າຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ຍົກ 2 ນິ້ວ​ນັ້ນ ​ແມ່ນເລີ່ມມາ​ຈາກ​ພົນ​ທະຫານ​ທະນູ​ຊາວ​ເວວ ທີ່​ຕໍ່​ສູ່​ຮ່ວມ​ກັບ​ອັງ​ກິດ​ໃນ​ການ​ສູ້ຮົບ​ທີ່​ຫມູ່ບ້ານ​​ແຫ່ງ​ນຶ່ງທາງ​ພາກ​ເໜືອ​ຂອງ​ຝະ​ຫລັ່ງ ​ໃນ​ວັນທີ່ 25 ຕຸລາ 1415 ​ເຊີ່ງມີ​ການ​ລະບຸໄວ້​ວ່າທະຫານ​ຝລັ່ງ​​ໄດ້​ຕັດ​ນິ້ວ​ມື​ຂ້າງ​ຂວາ​ຂອງ​ພົນ​ທະຫານ​ທະນູ​ຊາວ​ເວນ ​ທີ່​ຖືກ​ຈັບ​​ໂຕ​ໄດ້​ຈົນ​ບໍ່​ສາມາດ​ຍິງ​ທະນູ​ໄດ້​ອີກ ນີ້ກໍ່​ແມ່ນຄວາມ​ເປັນ​ມາ​ທີ່​ມີ​ການ​ເລົ່າ​ປາກ​ຕໍ່ປາກ​ຈົນ​ມາ​ຮອດ​ປະຈຸ​ບັນ.