ເດັກນ້ອຍ​ຊາຍມີ​ໄຝຍັກ​ເຕັມ​ຫລັງຄ້າຍຄື​ກັບ​ອອງ​ເຕົ່າ

(GMT+08:00) 2012-06-14 15:56:25     cri
ເດັກນ້ອຍ​ຊາຍ ​ດິ​ດິ​ເຍລ໌ ມອນ​ຕານ​ໂວ ອາຍຸ 6 ປີ​ຈາກ​ ໂຄ​​ໂລມ​ບີ ​ເປັນ​ພະຍາດ​ປະ​ຫລາດ​ທີ່​​ເອີ້ນວ່າ  "ໄຝ​ດຳ​ແຕ່​ກຳ​ເນີດ" ​ເຊີ່ງ​ຖ້າ​ປ່ອຍ​ຖິ້ມ​ໄວ້​ມັນ​ອາດ​ເປັນ​ອັນຕະລາຍ​ເຖິງ​ແກ່​ຊີວິດ ແຕ່ວ່າແມ່​ຂອງ​ດິ​ດິ​ເຍລ໌ ບໍ່​ມີ​ເງີນ​ສຳລັບ​ຈ່າຍ​ຄ່າ​ປິ່ນປົວ​​ເລີຍ​ບໍ່ຮູ້ຈັກ​ຊິ​ເຮັດ

ນອກ​ຈາກ​ນີ້ຄອບຄົວ​ຍັງ​ຖືກ​ຂັບ​ໄລ່​ອອກຈາກ​ຫມູ່ບ້ານຫລັງ​ຈາກ​ທີ່ຊາວບ້ານ ເຊື່ອ​ກັນໃນ​ເລື່ອງ​ໂຊ​ຄາງເຊີ່ງ​ບອກວ່າ​ອາການ​ຂອງດິ​ດິ​ເຍລ໌ ເປັນ​ຜົນ​ມາ​ຈາກ​ການ​ຖືພາ​ລະຫວ່າງ​ຈັນ​ທະ​ຄາດແລະ​​ຊາວບ້ານ​ເຊື່ອ​ວ່າດິ​ດິ​ເຍລ໌ ຖືກ​ເຜົາ​ຈາກ​ອຳນາດ​ຂອງ​ປີ​ສາດເຮັດໃຫ້​​ເດັກນ້ອຍ​ຜູ້​ນີ້​ບໍ່​ເປັນ​ທີ່​ຕ້ອນ​ຮັບ​ຂອງ​ໂຮງຮຽນ​ລວມ​ທັງ​ບໍ່​ໄດ້ຮັບ​ອະນຸຍາດ​ເຂົ້າ​ພິທີ​ລ້າງ​ບາບ​ໃນ​ສາດສະ ຫນາ​ຄິດຕຽນນຳ​ອັນອັນ​ນີ້​ແມ່ນ​ຄວາມ​ເຊື່ອ​ຂອງ​ຊາວບ້ານ​ເພີ່ນ​ແຕ່ທີ່​ຈິ່ງ​ແລ້ວ​ມັນ​ກໍ່​ເປັນ​ພຽງ​ແຕ່​ພະຍາດ​ອັນ​ນຶ່ງ.

​ແຕ່​ວ່າ​ໂຊກ​ດີ ເດຊະ​ບຸ່ນ​ຂອງ​ເດັກນ້ອຍ​ມັນທາງ​ທີ​ມ​ແພດສັນຍະ​ກຳ​​ຊັ້ນ​ນຳ​ຂອງ​ປະ​ເທດອັງ​ກິດ ໄດ້ຮູ້​ຂ່າວ​ນີ້ຈຶ່ງ​ພາກັນບິນ​ມາ​ເພື່ອ​ຊ່ວຍເຫລືອ​​ເຊີ່ງທີມ​​ແພດ​ເພີ່ນ​ໄດ້ມີການ​ຜ່າ​ຕັດ​ໄຝ​ທີ່​ມີ​ມາ​ແຕ່​ກຳ​ເນີດ​ຂອງ​ດິ​ດິ​ເຍລ໌ ຈາກ​ນັ້ນ​ແພດ​ກໍ​ດຳ​ເນີນ​ການ​ຜ່າ​ຕັດ​ຜິວ​ໜັງ​ອັນ​ຊັບ​ຊ້ອນ​ຫລາຍກ່ອນທີ່​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ທີ່ສຸດໂດຍ​ໃນ​ເວລາ​ນີ້​ດິ​ດິ​ເຍລ໌ສາມາດ​​ໃຊ້​ຊີ​ວີ​ດຄື​ກັບ​ເດັກນ້ອຍ​ທົ່ວ​ໄປ​ໄດ້​ແລ້ວ.