ງົວ​ກາ​ນາ​ດາຜະລິດ​ນ້ຳນົມ​ໄດ້ 1 ລ້ານ​ແກ້ວ ທຳລາຍ​ສະ​ຖິຕິ​ໂລກ

(GMT+08:00) 2012-06-14 15:57:22     cri
ສຳ​ນັກ​ຂ່າວ​ເອ​ເອ​ຟ​ພີ AFP ລາຍ​ງານ​ວ່າ ງົວ​ສາຍພັນ​ທຸໂຮ​ສ​ໄຕຈາກປະເທດ​ແຄ​ນນາ​ດາໄດ້​ຜະລິດນ້ຳ​ນົມ​ອອກ​ຫລາຍກວ່າ 216, 000 ລີດ ຫລື​ເກືອບ 1 ລ້ານ​ແກ້ວ ຊຶ່ງ​ຫລາຍກວ່າ​ປະລິມານ​ນົມ​ທີ່​ງົວ​ທຸກ​ໂຕ​ເຄີຍ​ເຮັດ​ໄດ້ ຈົນ​ໄດ້ຮັບ​ການ​ບັນ​ທຶ​ກລົງ​ໃນ​ກິນ​ເນດສ໌​ບຸ໊​ກ ວ່າ​ເປັນ​ງົວ​ທີ່​ຜະລິດນ້ຳ​ນົມ​ໄດ້​ຫລາຍ​ທີ່ສຸດ​ໃນ​ໂລກງົວ​​ໂຕນີ້ ມີ​ຊື່​ວ່າ: ສະເ​ໝິີອາຍຸ 15 ປີ ນ້ຳ​ໜັກ​ກວ່າ 750 ກິ​ໂລ​ກຣາມມັນ​ຜະລິດ​ນ້ຳ​ນົມ​ໄດ້​ເຖິງ​ມື້​ລະ 50 ລີດຊຶ່ງ​ຫລາຍກວ່າ​ຄ່າ​ສະ​ເລຍ​ຂອງ​ປະລິມານ​ນ້ຳນົມ​ທີ່​ງົວ​ທົ່ວ​ໄປ​ສາມາດ​ຜະລິດ​ໄດ້​ເຖິງ 6 ເທົ່າ

    ເຈົ້າຂອງ​ງົວ​ໂຕນີ້ໄດ້​ບອກ​ວ່າລາວ​ກໍ່ລ້ຽງງົວ​ໂຕນີ້​ຕາມ​ປົກກະຕິບໍ່​ໄດ້​ກິນ​ຫຍັງ​ເປັນ​ພິເສດແຕ່ວ່າ​ມັນ​ເປັນ​ງົວ​ສາຍພັນ​ດີແມ່​ຂອງ​ມັນ​ສາມາດ​ຜະລິດນ້ຳ​ນົມ​ໄດ້​ເຖິງ 140, 000 ລີດ​ຕະຫລອດ​ຊີວິດສ່ວນ​​ພີ່​ນ້ອງ​ຂອງ​ມັນ​ກໍ​ສາມາດ​ຜະລິດ​ນົມ​ໄດ້​ເຖິງ 70, 000 ລີດ​ຕອນ​ທີ່​ອາ​ຍຸ​ພຽງ​ແຕ່ 9 ປີ​ເທົ່າ​ນັ້ນແລະ​ພາຍ​ໃນ​​ເດືອນ​ນີ້ມີ​ຂ່າວ​ດີກໍ່ຄື​ ງົວ ສະ​ເໝີຟ​ ກໍ່ກຽມຈະ​ເກີດ​ລູກ​ອອກ​ມາ​ອີກ​ ແລະ​ຈະເລີ່ມ​ໃຫ້​ນ້ຳ​ນົມ​ເປັນ​ຮອບ​ທີ່ 11  ຊຶ່ງ​ຕາມ​ປົກກະຕິ​ແລ້ວ ງົວ​ທົ່ວ​ໄປ​ຖ້າ​ເຖົ້າຂື້ນ ມັນ​ກໍ່ຈະ​​ເລີ່ມ​ມີ​ບັນຫາ​ໃນ​ການ​ໃຫ້​ນ້ຳ​ນົມ ​ແຕ່​ງົວ​ໂຕນີ້​ຍັງ​ຄົງ​ແຂງ​ແຮງ​ດີ​ ແລະ​ໃຫ້​ນ້ຳ​ນົມ​ໄດ້​ຕາມ​ປົກກະຕິ.

      ຢ່າງໃດ​ກໍ​ດີສະ​ຖິ​ຕິ​ການ​ຜະລິດ​ນ້ຳນົມ​ຂອງ​ສະເ​ໝິຟ​ຍັງ​ບໍ່​ຢຸດ​ພຽງ​ເທົ່າ​ນີ້ ເພາະ​ມັນ​ຍັງ​ຄົງ​ສາມາດ​ຜະລິດ​ນ້ຳນົມ​ໄດ້​ອີກ, ​ເຊີ່ງ​ວ່າ​ເຈົ້າ​ຂອງ​ງົວໄດ້ຍ້າຍສະເ​ໝີ​ໄປ​ຢູ່ໃນ​ຄອກ​ພິເສດ​ຕັ້ງ​ແຕ່ 3 ປີ​ກ່ອນ​ແລ້ວຫລັງ​ຈາກ​ເຫັນ​ວ່າ​ມັນ​ເປັນ​ງົວ​ພິເສດ​ທີ່​ສາມາດ​ຜະລິດ​ນ້ຳ​ນົມ​ໄດ້​ຫລາຍແລະ​ຖ້າ​ມື້​ໜຶ່ງ​ມັນ​ບໍ່​ສາມາດ​ໃຫ້​ນົມ​ໄດ້​ອີກມັນ​ກໍ​ຈະ​ບໍ່​ຖືກ​ສົ່ງ​ໄປ​ໂຮງ​ຂ້າ​ສັດເພາະ​ເຈົ້າ​ຂອງ​ຕັ້ງ​ໃຈຈະ​ຝັງ​ມັນ​ໄວ້​ທີ່​ຟາ​ມຂອງ​ລາວ​ເລີຍ.