New iPad ​ໃຊ້​ງານ3G ເປັນPersonal Hotspot ​ໄດ້​ແລ້ວ

(GMT+08:00) 2012-06-14 15:58:26     cri
ຖື​ວ່າ​ເປັນ​ຂ່າວ​ດີ​ຫລາຍ​ສຳລັບ​ຜູ້​ທີ່​ໃຊ້ New ipad ​ໃນ​ປະຈຸ​ບັນນີ້ເພາະວ່າຫລ້າ​ສຸດທາງ​ດ້ານເວັບ​ໄຊ Siampod ​ໄດ້​ບອກ​ວ່າໃນ​ຕອນ​ນີ້ໝາກ​ໂປ້​ມ ຫລື​ວ່າ​ແອບ​ເປີ້ນ​ນັ້ນ ​ໄດ້​ມີ​ການ​ປ່ອຍ​ໃຫ້ອັບ​ເດດ ipcc ​ເຊີ່ງ​ຈະ​ເປີດ​ໂອກາດ​ໃຫ້ NewiPad ສາ​ມາດ​ເປີດ​ໃຊ້​ງານ​ຟີ​ເຈີ້ Personal Hotspot

​ເຊີ່ງ​ການ​ອັບ​ເດດ​ນັ້ນສາມາດ​ເຮັດ​​ໄດ້​ໂດຍ​ການ​ເຊື່ອມ​ຕໍ່ ipad ​ເຂົ້າກັບ​ຄອມ​ພີ​ວ​ເຕີ ຜ່ານ​ທາງ​ໂປຣ​ແກຣມ iTunes ​ແລ້ວ​ກົດ​ປຸ່ມ Update ​ຖ້າ​ຫາກ​ມັນບໍ່ຂື້ນ, ຂໍ້ຄວາມຈະ​ມີ​ການ​ແຈ້ງ​ເຕື່ອນ​ໃຫ້​ມິດ​ລາຍການ​ລອງ restart computer ​ໃໝ່ລອງ​ເບິ່ງ​ເດີ້. ​ເຊີ່ງ​ຖ້າ​ທ່ານ​ສາມາດ update ​ໄດ້​ແລ້ວ​ໃນ​ສ່ວນຂອງ​ຂໍ້​ມູນ carrier ທີ່ຢູ່​ໃນ About ພາຍ​ໃນ​ເຄື່ອງ​ຈະ​ໄດ້ຮັບການ​ປ່ຽນ​ເປັນ​ເວີຊັ້ນ 12.1 ​ໄປ​ນຳ.