ບໍລິສັດ ​ໂຟກສວາ​ເກັນ ຜະລິດ​ນະ​ວັດຕະ​ກຳ​ໃໝ່ ລົດ​ລອຍ​ໄດ້

(GMT+08:00) 2012-06-14 15:59:42     cri
ໄອ​ເດຍນີ້ເກີດ​ຂື້ນມາ​ຈາກ​ໂຄງການ People's Car Poject ​ໃນ​ປະ​ເທດຈີນທີ່​ຈັດຕັ້ງ​ໂດຍ​ໂຟກສວາ​ເກັນ ຍີ່​ຫໍ້​ລົດ​ຊື່​ດັງ ໄດ້​ອອກ​ແບບ​ລົດ​ໃນ​ຝັນຈຳນວນ 3 ລຸ້ນ ຈາກ​ຜູ້​ສົ່ງ​ຜົນງານ​ປະມານ​ແສນ​ກວ່າ​ຄົນ

​ແລະໜຶ່ງ​ໃນ​ນັ້ນ ກໍ່ຄື ລົດ​ລອຍ​ໄດ້ທີ່​ປາສະຈາກສານ​ມົນ​ລະ​ຜິດ Hover Car ສາ​ມາດ​ລອຍ​ຂື້ນຈາກ​ພື້ນ ​ແລະ ​ເຄື່ອນ​ໄຫວ​ໄປມາ​ໄດ້​ຢ່າງອິດ​ສະລະ ນອກຈາກ​ນັ້ນກໍ່ຍັງ​​ເປັນ​ມິດຕໍ່ສິງ​ແວດ​ລ້ອມກໍ່ຄື ບໍ່ມີ​ທໍ່​ອ່າຍ​ເສຍ ບໍ່ມີ​ມົນ​ລະ​ຜິດ​ທາງ​ອາກາດ ​ແລະ ບໍ່ມີ ມົນ​ລະ​ພິດ​ທາງສຽງນຳ​ອີກ

​ເຊີ່ງ​ທິມງານ​ອອກ​ແບບ​ບອກ​ວ່າ ລົດຈະ​​ແລ່ນ​ໃນ​ຫົນທາງ​ໄດ້ ກໍ່ຕໍ່​ເມື່ອ​ຫົນທາງ​ນັ້ນ​ໄດ້​ປ່ອຍ​ສະໜາມ​ແມ່​ເຫຼັກອອກ​ມາ ​ແລະ​ກໍ່ບັງຄັບ​ດ້ວຍຈອຍສະຕິ​ດ ທີ່​ຄ້າຍຄື​ກັບ​ມື​ເກ​ມ

​ເອົາ​ເປັນ​ວ່າໃຜ​ຢາກ​ເຫັນ​ລົດ​ຄັນນີ້ກໍ່ລອງ​ເຂົ້າ​ໄປ​ເບີ່​ງຢູ່​​ເວັບ​ໄຊ Youtube ​ເບີ່​ງ​ເດີ້ ພີ​ມຄຳ​ວ່າລົດ​ລອຍ Hover Car.