ເລື່ອງ​ແປກ​ລູກ​ງົວ​ເກິ​ດມາ ມີ 2 ຫົວ

(GMT+08:00) 2012-06-14 16:00:32     cri
    ເມື່ອບໍ່ດົນມາ​ນີ້ມີ​ລາຍ​ງານ​ຂ່າວ​ວ່າພົບ​ລູກ​ງົວ​ປະ​ຫລາດ 2 ຫົວ​ໃນ​ຕົວ​ດຽວ​ກັນທີ່​ເຮືອນ​ຂອງນາງ​ໝີ ອາ​ຍຸ 49 ປີ ຄົນ​ໄທ​ເຊີ່ງ​ນາງ​ໝິ ເລົ່າ​ວ່າຕົນ​​ເອງໄດ້​ລ້ຽງ​ງົວ​ທັງ​ໝົດ 3 ​ໂຕເຊີ່ງ​ໂຕ 1 ໃນ 3 ຕົວ ເປັນ​ງົວ​ເພດ​ແມ່​ຊື່​ເຫລືອງ ອາ​ຍຸ 4 ປີ ຊຶ່ງຖືພາ​ເປັນ​ເທື່ອ​ທຳ​ອິດ

    ​ແລະ​ໃນ​ຄືນມື້ກ່ອນ​ນີ້ຕົນ​ເອງ​ໄດ້​ຝັນ​ວ່າ​ມີ​ຄົນ​ຈະ​ເອົາ​ລົດ​ກະ​ບະ 4 ປະ​ຕູ​ມາ​ໃຫ້ແຕ່​ໃນ​ຄວາມ​ຝັນລາວ​ບອກວ່າ​ບໍ່​ເອົາ​ລົດ 4 ປະ​ຕູເພາະ​ມັນ​ຈະຕ້ອງ​ໄດ້​ເສຍ​ພາ​ສີ​ແພງຖ້າ​ຈະໃຫ້​ເອົາ​ລົດ​ກະ​ບະ 2 ປະ​ຕູ​ກໍ​ພໍວ່າ​ຊັ້ນແລະ​ພໍດີ​ຕື່ນ​ເຊົ້າ​ຂຶ້ນ​ມາ​ກໍ່​ເລີບ​ພົບ​ງົວອອກ​ລູກ​ ເປັນ​ງົວ​ເພດ​​ແມ່ນສີ​ຂາວ​ສວຍງາມແຕ່​ມີ​ຫົວ 2 ຫົວ​ຢູ່ໃນ​ຮ່າງ​ດຽວ​ກັນລູກ​ງົວ​​ໂຕ​ນັ້ນ​ເກີດ​ອອກ​ມາ​ເບິ່ງ​ໂລກ​ໄດ້​ພຽງ​ແຕ່ 20 ນາ​ທີ ກໍ​ຕາຍ​ຊ້ຳຊຶ່ງ​ສັດຕະ​ວະ​ແພດ​ລົງ​ຄວາມ​ເຫັນ​ວ່າຕາຍ​ເນື່ອງ​ຈາກ​ມີ​ນ້ຳ​ຢູ່ໃນ​ທ້ອງ​ລູກ​ງົວ​ຫລາຍ​ເກີນ​ໄປ

    ​ເຖີງຢ່າງ​ໃດ​ກໍ​ຕາມນາງ​ໝິຍັງ​ບອກ​ອີກ​ວ່າ ​ຈະ​ນຳ​​ເອົາ​ຄູ່​ບາ​ມາ​ສູດມົນ​ໃຫ້​ສົບ​ຂອງລູກ​ງົວ​ທີ່​ຕາຍ, ແລ້ວ​ນຳ​ສົບ​ໄປ​ຝັງ​ໄວ້​ທີ່​ຫລັງ​ເຮືອນ ເພາະ​ເຊື່ອ​ວ່າ​ລູກ​ງົວ​​ໂຕ​ນີ້​ຈະ​ນຳ​ໂຊກລາບ​ມາ​ໃຫ້​ກັບ​ຄອບຄົວ​ຕົນ​ເອງ.