ມີ​ເລື່ອງໜ້າ​ຮັກມາ​ເວົ້າສູ່​ຟັງ! ລິງ​ກັບ​ໝາໝູ່ສະ​ນິດ​ກັນ 4 ​ໂຕ

(GMT+08:00) 2012-06-14 16:01:57     cri
    ໃຜຄິດວ່າ​ຕ່າງ​ສາຍ​ພັນ​ແລ້ວ​ຈະ​ຢູ່​ຮ່ວມ​ກັນ​ບໍ່​ໄດ້​ແມ່ນ​ຄິດ​ຜິດ​ແລ້ວ​ເຊີ່ງ​ມີ​​ໝາດຳ​ລາດ ແລະ ລິງ​ນ້ອຍ 3 ​ໂຕກາຍ​ເປັນ​ໝູ່ສະ​ນິດກັນ​​ໄປ​ແລ້ວ

    ​ເຊີ່ງ​ວ່າໝາ​ດຳ​ໂຕນີ້ໄດ້​ກາຍ​ເປັນຫົວໜ້າຝູງຫຼັງຈາກ​ມັນ​ມີສະໝູນ​ໂຕ​ນ້ອຍໆທີ່​ຕ້ອງ​​ໄດ້​ປົກ​ປ້ອງ​ເບິ່ງແຍງ​ເຖິງ 3 ​ໂຕດ້ວຍ​ກັນນັ້ນ​ກໍ່ຄື ລິງ​ ​ທີ່​ເຄີຍ​ຖືກ​ຄົນ​ລັກ​ພາ​ໂ​ຕ​ໄປ​ຕອນ​ທ້າຍ​ປີ​ແລ້ວນີ້ຈາກ​ນັ້ນ​ກໍ​ນຳ​ກັບ​ມາ​ປ່ອຍ​ເອົາ​ໄວ້​ເທິງ​ພູແຕ່​ຫົວໜ້າຝູງ​ລິງທີ່ຢູ່​ພູ​ນັ້ນບໍ່​ຍອມ​ໃຫ້​ພວກ​ມັນ​ເຂົ້າ​ຮ່ວມ​ເປັນ​ຄອບຄົວ ຈົນ​ລິງ​ທັງ 3 ຕ້ອງ​​ໄດ້​ມາ​ອາໄສ​ພັກ​ເຊົາ​ກັບ​ໝາ​ດຳ​ທີ່​ເປັນ​ໝາບໍ່ມີ​ເຈົ້າຂອງຫຼືໝາ​ກຳພ້າ​ຫັນ​ລະ

    ​ເຊີ່ງ​ທັງໝາ ​ແລະ ສາມ​ໂຕ​ນີ້ຈຶ່ງ​ອາໄສ​ຢູ່​ຮ່ວມ​ກັນ​ຢ່າງ​ເປັນ​ມິດ ແລະ​ເນື່ອງຈາກໝາ​ດຳ​ຕົວ​ໃຫຍ່​ກວ່າໝູ່ລິງ​ຈາກ​ຝູງ​ອື່ນ​ຈະ​ເຂົ້າ​ມາ​ທຳ​ຮ້າຍ​ລິງ​ທີ່ຫລົງ​ຝູງ​ທັງ 3 ຕົວນີ້ ໝາ​ດຳ​ຈຶ່ງ​ມັກ​ຈະ​ເປັນ​ຜູ້​ປົກ​ປ້ອງ​ເພື່ອນ​ຢູ່​ສະເໝີຈົນ​ກາຍ​ເປັນ​ຫົວໜ້າ​ຝູງ​ໄປ​ໂດຍ​ອັດຕະ​ໂນ​ມັດ

    ສ່ວນ​​ລິງ​ນ້ອຍ​ທັງ 3 ​ໂຕ ກໍ​ມັກ​ຈະ​​ຊອກເຫັບຊອກໝັດໃຫ້​ໝາ​ດຳເພື່ອ​ເປັນ​ການ​ຕອບ​ແທນແລະ​ກົບ​​ເບີ່​ງຕາມ​ຮູບ​ພາບ​ແລ້ວກະໜ້າຮັກ​ອິຫຼີມິດ​ລາຍເພາະ​ມີ​ບາງ​ໂຕ​ໄປ​ນັ່ງ​ຄ໋ອກມ໋ອກຢູ່​ທາງຫຼັງໝາດຳ​ໂຕນີ້...​ເປັນຕາ​ແພງ ​ແລະ​ນອກຈາກ​ນັ້ນພວກ​ມັນກໍ​ບໍ່​ເຄີຍຜິດ​ກັນຈັກ​ເທື່ອ​.