ເລື່ອງ​ແປກ! ພົບ​ຖ້ຳ​ນ້ຳ​ກ້ອນ ​ອາ​ຍຸ​​ເກົ່າ​ແກ່ຫຼາຍກວ່າ3ລ້ານ​ປີ

(GMT+08:00) 2012-06-14 16:02:38     cri

ມື້ນີ້​ຈະ​ພາ​ມິດ​ລາຍການ​ໄປ​ເມືອງ​ຈີນ ທີ່​ເພີນ​ມີ​ການ​ຄົ້ນ​ພົບ​ຖ້ຳ​ນ້ຳກ້ອນ​ທີ່​ຄາດ​ຂະ​ເນ​ວ່າມີ​ອາຍຸ​ບໍ່ຕຳ​ກວ່າ 3ລ້ານ​ປີກົບ​ເຊື່ອ​ວ່າ​ຖ້າ​ຫາກ​ໃຜ​ໄດ້​ເຫັນ​ແລ້ວນອກຈາກ​ຈະ​ເຮັດ​ໃຫ້ ໜາວ​ແລ້ວມັນ​ຍັງ​ມີ​ຄວາມ​ສວຍ​ງາມ​ທີ່​ຈະ​ເຮັດ​ໃຫ້​ບໍ່ຢາກ​ຈະ​ອອກ​ຈາກ​ສະຖານ​ທີ່​ນັ້ນ​ເລີຍ ​ເຊີ່ງ​ວ່າ​ຖ້ຳ​ນ້ຳ​ກ້ອນ​ແຫ່ງ​ນີ້​ຖືກ​ຄົ້ນ​ພົບ​ທີ່​ແຂວງ​ໜິງ​ວູ (Ningwu) ເມືອງ ຊິນ​ຊູ (Xinzhou) ທາງ​ຕອນ​ເໜືອ​ຂອງ​​ແຂວງ​ຊານ​ຊີ

​ເຊີ່ງ​ຢູ່​ທີ່​ພາຍ​ໃນ​ຂອງ​ຖ້ຳ​ນັ້ນຈະ​ຖືກ​ປົກ​ຄຸມ​ດ້ວຍ​ນ້ຳ​ກ້ອນ​ຢ່າງ​ຫນາແໜ້ນ​ທີ່​ຕົກ​ຄ້າງ​ມາ​ຈາກ​ລະດູ​ໜາວ​ມີ​ສີສັນ​ທີ່​ສວຍ​ສົດ​ງົດ​ງາມມີ​ສີ​ຄ້າຍໆຄື​ກັບ​ສີ​ຂອງ​ອີ່​ລຸ້ງ ແລະ​ ນ້ຳກ້ອນ​ພວກ​ນີ້ມັນຈະ​ຍັງ​ຄົງ​ຢູ່​ຕະຫລອດ​ປີ​.

 

ມີ​ເລື່ອງ​ແປກ​ມາ​ເວົ້າ​ສູ່​ຟັງມີໜຸ່ມ​ຈີນຜູ້​ນຶ່ງ​ສະແດງ​ລີ​ລາຫວາດ​ສຽວໃຊ້​ເບົ້າ​ຕາ​ກັບ​ເປືອກ​ຕາ ລາ​ກລົດ​ໜັກ​ເຖີ່​ງ 1.6 ​ໂຕນ ຫລັງຈາກ​ທີ່​ລາວເຄີຍ​ໂຊລີລາ​ຫວາດສຽວ​ແບບ​ນີ້ມາຫຼາຍອັນ​ແລ້ວ

​ເຊີ່ງ​ລາວ​ມີ​ຊື່ວ່າທະ​ຍ່າງ ກວງ​ເຫີ ຈາກ​ເມືອງ​ອັນ​ຊຸນ ແຂວງ​ກຸ້ຍ​ໂຈ ບອກວ່າໃນ​ຕອນ​ທຳ​ອິດ​ຕົນ​ເອງ​ຮູ້ສຶກ​ເຈັບ​ປວດ​ເມື່ອ​ຫລິ້ນ​ກາຍຍ​ະກຳ​ເຫລົ່າ​ນີ້ແຕ່​ຕໍ່​ມາ​ກໍ​ຮູ້ສຶກລື້ງ​ເຄີຍກັບ​ມັນ ​ແລະ​ລາວ​ຍັງ​ບອກ​ກັບ​ຫນັງສື​ພິມ​ທ້ອງ​ຖິ່ນ​ວ່າຕົນ​ເອງ​ໄດ້​ເປີດ​ການ​ສະແດງ​​ເຫລົ່າ​ນີ້​ເພື່ອ​ທົດສອບ​ຄວາມ​ອົດ​ທົນ​ຂອງ​ຮ່າງກາຍ, ​ເຊີ່ງ​ລາວ​ສາມາດ​ສະແດງ​ກາຍຍະ​ກຳ​ໃນ​ລີ​ລາ​ຕ່າງໆ ໄດ້ 30 ແບບແລະ​​ແຕ່ລະ​ແບບ​ບໍ່ມີ​ຊ້ຳ​ກັນ

ມີເທື່ອ​ໜຶ່ງລາວ​ສະ​ແດງ​ການເປີດດອກ​ໄຟ​ຟ້າ​​ເທິງ​ໂຕະວາງ​ແຜ່ນ​ກະ​ດານ​ລົງ​ໄປ​ເທິງ​ດອກ​ໄຟ​ແລ້ວ​ກໍ່ຂຶ້ນ​ໄປ​ຍືນ ​ແລະ​ຈາກ​ນັ້ນ​ຍັງ​ມີ​ການສະ​ແດງຍືນ​ຕີນ​ເປົ່າ​ເທິງ​ດາບ 2 ​ເຫຼ້ມ ທີ່​ປີ້ນ​ເບື້ອງ​ຄົມໆ​ຂຶ້ນ​ເທິງບໍ່ພຽງ​​ເທົ່ານັ້ນການສະ​ແດງ​ອີກ​ອັນ​ນຶ່ງ​ທີ່​ສຸດ​ຫວາດ​ສຽວກໍ່ຄືລາວ​ໃຊ້​​ຂໍ​ເກາະ 2 ອັນ ​ເກາະ​ໃສ່​ກັບ​ເປືອກ​ຕາ​ລຸ່ມແລ້ວ​ໃຊ້​​ອີກ 2 ຂໍ​ເກາະ​ຍົກ​ນ້ຳ​ເຕັມ​ຖັງ 2 ຖັງ ພ້ອມທັງເປົ່າ​ຂຸ່ຍ​ໄປນຳແລະ​ມາ​ເທື່ອ​ນີ້​ແມ່ນ​ເຮັດ​ແບບ​ເກົ່າແຕ່​ປ່ຽນຈາກ​ນ້ຳ​2ຖັງ​ເປັນລົດໜ້າ 16 ໂຕນ