ມື້ນີ້ມີ​ເລື່ອງ​ແປກໆກ່ຽວກັບໜຸ່ມອາ​ເມ​ລິ​ກາ​ຄົນ​ນຶ່ງ​ທີ່​ເຮັດບາງ​ສິ່ງ​ທີ່​ບໍ່ຄື​ໃຜ ກໍ​ຄື​ຝັງ​​ເຫຼັກກ້າ​ຕິດ​ iPod ​ໄວ​ໃນ​ຂໍ້ມືຕະຫລອດ​ເວລາ!

(GMT+08:00) 2012-06-14 16:05:38     cri
ວັນ​ທີ່13 ທີ່​ຜ່ານ​ມາ ​ເວັບ​ໄຊ​ຕ່າງປະ​ເທດ ລາຍ​ງານ​​ເລື່ອງ​ຂອງ​ສີນ​ລະ​ປີນ​ຊ່າງ​ສັກ​ລາຍຜູ້ໜຶ່ງ ທີ່​ມັກຮັກ​ໃນ​ການ​ສັກ​ລາຍ ​ເຈາະ​ຫັນ​ເຈາະ​ນີ້​ຕາມຮ່າງກາຍ ຫລ້າ​ສຸດ​ແມ່ນ​ລາວ​ໄດ້​ມີ​ການຜ່າຕັດ​ຝັງ​​ເຫຼັກກ້າ 4 ອັນ ​ໃສ່​ຂໍ້ມື​ເບື້ອງ​ຊາຍ​ເພື່ອ​ທີ່​ຈະ​ຕິດ​ ໄອ​ພອດ ນາ​ໂນ ​ແບບ​ບໍ່​ຕ້ອງ​ມີ​ສາຍ​ມາ​ຫັດ​ຂໍ້ມື

​ເຊີ່ງ​ລາວ​ຜູ້ນີ້ມີ​ຊື່ວ່າ ​ເດ​ຟ ​ເຣີ​ແບນ ຢູ່​ໃນ​ລັດ ນີວ​ເຈີ​ຊີ ລາວ​ໄດ້​ມີ​ການ​ເຈາະຮ່າງກາຍ​ທີ່​ເອີ້ນກັນ​ໃນ​ພາສາ​ອັງ​ກີດ​ວ່າ Dermal Implant ​ເຊີ່ງ​ເປັນ​ວີ​ທີ່​ຝັງ​ ນ໋ອດ ທີ່​ຕີ​ດ​ໄວ້​ຜີວໜັງຊັ້ນລຸ່ມ​ແລ້ວ​ຍືດ​ເກາະ​ກັບ​ ອະລູມິນຽ​ມ​ໃນຮູບ​ແບບ​ຕ່າງໆ ​ເຊີ່ງໜຸ່ມຜູ້ນີ້​ເພີ່ນ​ໄດ້​ເອົາ​ມາ​ປະຍຸກ​ໃໝ່ ກໍ່ຄື​ປ່ຽນຈາກ​ອະລູມີນຽມ​ເປັນ​ໄອ​ພອດນາ​ໂນ ​ແລະ​ປ່ຽນຈາກນ໋ອດເປັນ​ເຫຼັກກ້າຍືດ​ເກາະ​ກັນເຮັດ​ໃຫ້​ລາວ​ສາມາດຖື​ໄອ​ພອດ ນາ​ໂນ ນີ້​ຕິດ​ໄວ້​ກັບ​ຂໍ້ມື​ຕະຫລອດ​ເວລາ​ເລີຍ.

​ແລະ​ນອກຈາກ​ນີ້ ໜຸ່ມຜູ້ນີ້ລາວ​ໄດ້​ມີ​ການ​ໂພສ ຄຣີບວິ​ດີ​ໂອ ສະ​ແດງ​ວິ​ທີ່​ການ​ຕີ​ດ ຕັ້ງ​ໄອ​ພອດ​ໄວ້​ໃນ​ຂໍ້ມືລົງ​ໃນ​ເວັບ​ໄຊ້ Youtube ນຳ ​ແລະ​ໃສ່​ຊື່​ມັນ​ວ່າ iDermal.