ເລື່ອງ​ແປກ "ແມ່​ໄກ່​ອອກໄຂ່​ມີ​ຫາງ"ໜ່ວຍທຳ​ອິດ​ຂອງ​ໂລກ

(GMT+08:00) 2012-06-14 16:07:21     cri

    ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານເມື່ອບໍດົນ​ນີ້ວ່າ ມີ​ເລື່ອງປະ​ຫລາດ​ທີ່​​ປະເທດ​ຈີນ ກໍ່ຄືແມ່​ໄກ່​​ໂຕ​ໜຶ່ງ​ໄດ້​ອອກ​ໄຂ່​ປະ​ຫລາດ​ໜ່ວຍໜຶ່ງ ມີ​ສີ່​ງທີ່​ຊວດ​ອອກມາ​ຈາກ​ເນື້ອ​ໄຂ່​ຄ້າຍຄື​ຫາງ ​ເຊີ່ງ​ສ່ວນທີ່​ຊວດ​ອອກ​ມານັ້ນມີ​ຄວາມ​ຍາວ​ແມ່ນ 8.5cm, ແລະ​ໄຂ່​ໜ່ວຍ​ນີ້​ມີ​ຂະໜາດ​ນ້ອຍ​ກວ່າ​ໄຂ່​ໄກ່​ໂດຍ​ທົ່ວ​ໄປ ແລະ​​ເບີ່​ງ​ແລ້ວ​ຄືຈະ​ແຕກ​ໄດ້​ງ່າຍ​ກວ່າ​ໄຂ່​ປົກກະຕິ ແລະ​ເຊື່ອ​ວ່າ​ໜ້າຈະ​ເປັນ​ໄຂ່​​ທຳ​ອິດ​ຂອງ​ໂລກ​ທີ່​ມີ​ຫາງ

    ​ເຊີ່ງ​ຜູ້​ຊ່ຽວຊານຫຼາຍຄົນ ​​ໄດ້ສະແດງ​ທັດ​ນະ​ທີ່ແຕກ​ຕ່າງ​ກັນ​ໄປ ​​ເຊີ່ງບາງຄົນ​ບອກວ່າ  ສາ​ເຫດ​ທີ່​ແມ່​ໄກ່​ອອກ​ໄຂ່​ລັກສະນະ​ນີ້​ ກໍ່ເພາະ​ວ່າ​ ​ເປັນຜົນຈາກ​ຄວາມ​ຄຽດຂອງ​ແມ່​ໄກ່, ສ່ວນຄົນ​ອື່ນຜັດ​ບອກວ່າ ການ​ທີ່​ສັດ​ປີກ​ອອກ​ໄຂ່​ມີ​ສ່ວນຊວດ​ອອກ​ຈາກ​ໄຂ່​ນັ້ນ ​ເປັນ​ເລື່ອງ​ປົກກະຕິ ຄື​ກັບນົກ​ກຳ​ລັງ​ຈະລອກ​ຄາບ, ​ແລະເຫດການ​ນີ້​ເຮັດໃຫ້​ເຈົ້າ​ຂອງ​​ຍັງ​ບໍ່​ຕັດ​ສິນ​ໃຈ​ວ່າ ຈະ​ເຮັດ​ແນວ​ກັບ​ໄຂ່​ໜ່ວຍ​ນີ້.