ແຊນ​ວິດ​ ໃຫຍ່​ທີ່ສຸດ​ໃນ​ໂລກ

(GMT+08:00) 2012-06-14 16:08:16     cri
ເຊີ່ງ​ແຊນວິດນີ້ ​ແມ່ນອັດ​ແໜ້ນ​ໄປ​ດ້ວຍ​ສ່ວນ​ປະສົມ​ຕ່າງໆ ຢ່າງຫລວງຫລາຍ​ຈົນ​ໄດ້​ຊື່​ວ່າ​ເປັນ​ແຊນວິດທີ່​ໃຫຍ່​ທີ່ສຸດ​ໃນ​ໂລກ​ເລີຍ​ ​ເຊີ່ງ​ແຊນ​ວິດ​ຍັກ​ນີ້​ເປັນ​ແຊນວິດຊີ້ນທີ່​ປະກອບ​ໄປ​ດ້ວຍ​ແຮມ​ໜັກ​ເຖິງ 1.445 ກຣາມ ໄສ້​ກອກ​ອິ​ຕາ​ລີ 2 ກິ​ໂລ​ກຣາມ ໄກ່​ງວງ​ແລະ​ເບ​ຄອນ ໄສ້​ກອກ 1 ກິ​ໂລ​ກຣາມ ແລະ​ໄສ້​ກອກ chorizo ອີກ 720 ກຣາມ ສ່ວນ​ຂະໜາດ​ຄວາມ​ສູງຂອງ​ມັນ ​ແມ່ນ 38 ຊັງ​ຕີ​ແມັດ ກວ້າງ 61 ຊັງ​ຕີ​ແມັດ

ສຳລັບ​ຜົນ​ງານ​ແຊນວິດ​ຍັກ​ ຂອງ​ພໍ່ຄົວ​ຊາວ​ອັງ​ກິດນີ້ ​ແມ່ນໄດ້​ຖືກ​ນຳ​ມາ​ອອກ​ໃນ​ລາຍ​ການ Man v. Food Nation ທາງ​ຊ່ອງ Food Network UK.