ມື້ນີ້ມີ​ເລື່ອງ​ແປກ​ສຸດໆມາ​ເວົ້າ​ໃຫ້​ຟັງ ກໍ່ຄື ລູກ​ຕາຍ​ແລ້ວ​ຟື້ນ​ ​ໃນງານປະ​ນະ​ກີດ​ສົບ ຜູ້​ເປັນ​ແມ່​ເລີຍຈັດ​ງານ​ສະຫລອງ​ແທນ

(GMT+08:00) 2012-06-14 16:09:23     cri
ວັນທີ່ 12 ​ທີ່​ຜ່ານມາ ເວັບ​ໄຊຕ່າງປະ​ເທດລາຍ​ງານ​ຂ່າວຜູ້ຊາຍຄົນໜຶ່ງ​ ຊາວ​ອີ​ຍິບ ອາຍຸ 28 ປີ ທີ່​ແພດ​ລະ​ບຸ​ວ່າ​ໄດ້​ເສຍຊີວິດ​ແລ້ວ ​ແຕ່ກັບ​ຄືນມາໃນ​ງານ​ສົບເຮັດໃຫ້​ແມ່​ຂອງ​ລາວ​ຕົກ​ໃຈ​​ແຮ່ງຈົນ​ສະລົບ​ໄປ ຫຼັງຈາກ​ຮູ້​ເມື່ອ​ກໍ່​ເລີຍ​ຈັດ​ງານ​ສະຫຼອງ​ແທນ.

​ເຊີ່ງ​ຜູ້​ຊາຍ​ຄົນນີ້​ມີ​ຊື່​ວ່າ ຮຳ​ດີ ຮາ​ເຟ​ຊ ອັນນູ​ບີ ອາໄສ​ຢູ່​ທາງ​ຕອນ​ໃຕ້​ຂອງ​ແຂວງ​ລັກ​ຊໍ້ ປະເທດ​ອີ​ຍິບ ລາວ​ມີ​ອາການ​ຫົວ​ໃຈ​ວາຍ ​ໃນ​ຕອນເຮັດວຽກ​ ​ເຊີບ​ອາຫານ​ ທີ່ ຮ້ານ​ອາຫານ​ແຫ່ງ​ໜຶ່ງ ຊຶ່ງ​ສ້າງ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ​ໃຫ້​ແກ່​ຄອບຄົວ​ຂອງລາວ​ຫລາຍຈາກ​ນັ້ນທາງ​ຄອບຄົວ​ຈຶ່ງ​ໄດ້​ຈັດ​ພິທີ​ສົບ​ຕາມ​ປະ​ເພນີຂອງ​ສາດສະຫນາ​ອິດສ​ລາມ ແລະ​ກຽມ​ເຮັດ​ພິທີ​ຝັງ​ໃນ​ຕອນ​ແລງ​ຂອງ​ມື້​ວັນສຸກ​ທີ່ 11 ​ທີ່​ຜ່ານມາ ຊຶ່ງ​ແພດ​ໄດ້​ເດິນທາງ​ມາ​ຮ່ວມ​ພິທີ​ນຳເພື່ອ​ມອບ​ໃບ​ມໍລະນະກຳໃຫ້​ແກ່​ຍາດຕິ​ພີ່ນ້ອງ ແຕ່​ວ່າ​ຮູ້ສຶກ​ຜິດ​ສັງເກດ​ວ່າ​ເປັນຫຍັງ​ສົບ​ຄົນ​ຕາຍ​ຈຶ່ງ​ອຸ່ນ ກໍ່​ເລີຍ​ມີການ​ກວດ​ສອບຄືນ​ໃໝ່ ​ຈຶ່ງ​ພົບ​ວ່າຜູ້ຊາຍ​ຄົນນີ້​ທີ່​ໜ້າ​ຈະ​ຕາຍ​ໄປ​ແລ້ວ​ນັ້ນທີ່​ຈິງ​ແລ້ວ​ລາວ​ຍັງມີ​ຊີວິດ​ຢູ່ເຮັດໃຫ້​ແມ່​ຂອງລາວເປັນ​ລົມ​ໝົດ​ສະຕິ​ດ້ວຍ​ຄວາມ​ຕົກ​ໃຈ​ຫລັງ​ຈາກ​ຮູ້​ຂ່າວ ຕໍ່​ມາ​ແພດ​ທີ່​ໄປ​ຮ່ວມ​ງານ ກໍ່ໄດ້​​ປິ່ນປົວ​ຈົນ​ລາວຟື້ນ​ຄືນ​ສະຕິ ແລະ​ງານ​ພິທີ​ສົບຈຶ່ງ​ກາຍ​ເປັນ​ງານ​ລ້ຽງ​ສະຫລອງ​ຮ່ວມ​ກັບ​ແຂກ​ທີ່​ມາ​ຮ່ວມ​ງານ​ແທນ.