ພໍ່ປູ່ຄົນ​ອົດສະ​ຕາລີ້ ອາຍຸ​95 ຍັງ​ແຂງ​ແຮງ​ອອກເດິນທາງ​ໄປ​ຮອບ​ໂລກ

(GMT+08:00) 2012-06-14 16:10:13     cri
 ພໍ່​ປູ່​ຄົນ​ນີ້​ມີ​ຊື່​ວ່າ ຄີດ ໄລທ໌ ຊາວ​ ອົດສະ​ຕາລີ້ລາວ​ໄດ້​ຕັດ​ສິນ​ໃຈ​ຈະ​ເລີ່ມ​ອອກເດິນທາງໃນ​ຕອນ​ທີ່​ອາ​ຍຸ 85 ປີ​ແລ້ວ ​ເຊີ່ງ​ພໍ່​ປູ່ບອກວ່າເລື່ອງ​ອາ​ຍຸ​ບໍ່​ແມ່ນ​ເລື່ອງ​ສຳຄັນ​ ຖ້າ​ຮ່າງກາຍ​ຍັງ​ແຂງ​ແຮງ ​ແລະ​ຄວາມ​ຝັນ​ຍັງມີ ກໍ​ຖື​ວ່າ​ຍັງມີ​ສິດ​ແບກກະ​ເປົາ​ແລ້ວ​ອອກເດິນທາງ​ໄດ້​ຕໍ່​ໄປ

    ​ເຊີ່ງ​ພໍ່​ປູ່​ຄີດ​ເພີ່ນ​ໄດ້​ບອກ​ວ່າລາວ​ເລີ່ມ​ອອກເດິນທາງ​ນັບ​ຕັ້ງ​ແຕ່ແມ່​ຕູ້​ຄູ່​ຊີວິດ​ໄດ້​ເສຍຊີວິດ​ໃນ​ຕອນ 10 ປີ​ກ່ອນພູ້ນ ​ແລະເມື່ອພໍ່ປູ່ເພີ່ນ​ໄດ້​ຢູ່​ຕົວ​ຄົນ​ດຽວ​ແລ້ວ ກໍ​ເລີຍ​ຂາຍ​ເຮືອນ​ແລ້ວ​ເກັບ​ເງີນ​ໄວ້ສ່ວນໜຶ່ງ ​ແລະ​ອີກ​ສ່ວນໜຶ່ງ​ແມ່ນ​ແບ່ງ​ເປັນກ້ອນ​ໄວ້ສຳລັບ​ການເດິນທາງ​ໄປ​ຮອບ​ໂລກ ຈາກ​ນັ້ນລາວ​ກໍ​ໃຊ້​ຊີວິດ​ທີ່​ຄື​ກັບ​ນັກ​ເດິນທາງ ຢາກ​ໄປ​​ໃສ​ກໍ​ຈອງປີ້ຍົນ​ໄປ​ທ່ຽວ​ໂລດບໍ່​ໄດ້​ຍາກ, ​ເຊີ່ງ​ວ່າ 10 ປີ​ທີ່​ພໍ່​ປູ່​ຜູ້ນີ້ໃຊ້​ຊີວິດ​​ເປັນ​ນັກ​ເດິນທາງ​ນັ້ນລາວ​ໄດ້​ໄປ​ມາ​ແລ້ວ ຫຼາຍກວ່າ 23 ປະເທດ 109 ເມືອງ​ ສ່ວນ​ປະ​ເທດ​ທີ່​ລາວ​ມັກ​ນັ້ນ​ແມ່ນ ປະ​ເທດ​ແອັສປາຍ

    ​ແລະ​ໃນ​ປະ​ຈຸ​ບັນນີ້ ພໍ່ປູ່​ຜູ້ນີ້ກໍ່ຍັງ​ບໍ່ຢຸດ​ໃນ​ການ​ເປັນ​ນັກ​ເດີນທາງ​ເທື່ອເພາະ​ດຽວນີ້​ເພີ່ນ​ມີ​ແຜນ​ທີ່​ຈະ​ໄປຫຼີ້ນ ເອີລົບ ປະມານ​ເດືອນໜ້ານິລະ, ​ເຊີ່ງ​ເພີ່ນ​ບອກ​ຖີ້ມທ້າຍ​ອີກ​ວ່າ ​ເກີດ​ມາ​ຊາດ​ດຽວຕ້ອງ​ໃຊ້​ຊີວິດ​​ໃຫ້​ກຸ້ມ​ຄ່າ!.