ຜົນ​ສຳ​ລວດບອກ​ວ່າ ຜູ້​ທີ່ໃຊ້ Facebook ຫຼາຍກວ່າ 88% ບໍ່​ມັກ Timeline !

(GMT+08:00) 2012-06-14 16:11:30     cri
 ຫລັງ​ຈາກ​ທີ່ Facebook ປັບ​ປຸງຮູບ​ແບບ​ການ​ສະແດງ​ຜົນ​ຂອງ​ໜ້າ​ໂປ​ຣຟາຍ ​ເປັນ​ແບບ Timeline ກໍ​ເລີ່ມ​ມີ​ສຽງ​ຈົ່ມ​ຈາກ​ຜູ້​ໃຊ້​ຈຳນວນ​ຫຼວງຫຼາຍ​ເລີຍ​ວ່າ ​ບໍ່​ມັກ​ແລະ​ບໍ່​ຕ້ອງ​ການ​ໜ້າ​ໂປ​ໄຟລ໌​ແບບ​ໃໝ່​​ເລີຍ ແລະລ່າ​ສຸດ​ໄດ້​ມີ​ຜົນ​ສຳ​ລວດ​ຈາກ​ທາງ Webroot ອອກ​ມາ​ວ່າ ຜູ້​ໃຊ້ Facebook ສ່ວນ​ໃຫຍ່​ຫລາຍກວ່າ 88% ຮູ້ສຶກ​ສັບສົນ ​ແລະ​ບໍ່ມັກ ​ກັບ​ໜ້າ​ໂປ​ຟາຍ Timeline ເຫດຜົນ​ຫລັກໆ ກໍ​ຄື ກັງ​ວົນ​ກ່ຽວກັບ​ຄວາມ​ເປັນ​ສ່ວນ​ຕົວ ທີ່​ຈະ​ຖືກ​ຄົນ​ອື່ນ​ເຂົ້າ​ມາ​ເບິ່ງ​ໄດ້​ງ່າຍ​ກວ່າ​​ເກົ່າ ແລະ​ໃນຜົນ​ສຳ​ລວດ​ຍັງ​ບອກ​ອີກວ່າ ຜູ້​ໃຊ້​ຫຼາຍກວ່າ 17% ໄດ້​ກັບ​ໄປ​​ໃຊ້ໜ້າ​ໂປຣ​ໄຟ​ລ​ແບບ​ເກົ່າ ຂໍ້​ມູນ​ນີ້ນຳ​ມາ​ຈາກ ​ເວັບ​ໄຊ kapook.com