Facebook Camera ແອບພິ​ເຄ​ເຊີນ ທີ່ຖ່າຍຮູບ​ພາບ ແຕ່ງ​ຮູບພາບ ​ແບບ Instagram ຈາກ​ເຟ​ຊະ​ບຸ໊​ກ

(GMT+08:00) 2012-06-14 16:12:33     cri
ເຊີ່ງ​ລ່າ​ສຸດນີ້ ທາງFacebook ​ໄດ້​ມີ​​ການ​ສົ່ງ Facebook Camera ແອບພິ​ເຄ​ເຊີນ ຖ່າຍຮູບ​ພາບ ແຕ່ງ​ຮູບ​ແບບ Instagram ບາງ​ຄົນ​ອາດ​ຈະ​ຮູ້​ດີ

    ​ເຊີ່ງ​ກ່ອນ​ໜ້າ​ນີ້ Facebook ​ໄດ້ເຂົ້າ​ຊື້ Instagram ດ້ວຍ​ລາ​ຄາ 1 ພັນ​ລ້ານ​ໂດ​ລາ ​ແລະໃນ​ທີ່ສຸດ​ກໍ່​ສຳ​ເລັດ​​ແລ້ວ, ສຳລັບ​ລູກ​ຫລິ້ນ​ຂອງ Facebook Camera ທີ່ມາ​ພ້ອມ​ກັບ​ການ​ແຕ່ງຮູບ​ພາບ, ໂພສຮູບ​ພາບ​ຫລາຍໆ​ພ້ອມກັນ​ໄດ້​ ແລະ​ຍັງ​ສາມາດແທັກ​ຮູບພາບ ລວມ​ໄປ​ເຖິງ​ໃສ່​ຂໍ້ຄວາມ​ຕ່າງໆ ເພື່ອ​ອະທິບາຍ​ກ່ຽວກັບ​ຮູບພາບນັ້ນໆ

     ​​ເຮົາ​ລອງ​ສັງເກດ​ໜ້າ​ຕາ​ຂອງ ​ແອບ​ພິ​ເຄ​ເຊີນ​ໂຕ​ນີ້ ມັນ​ຈະຄ້າຍຄື​ກັບ Instagram ແຕ່​ເຊື່ອ​ຫລື​ບໍ່​ວ່າ​ທີມ​ງານ Instagram ບໍ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ອອກ​ແບບ ແລະ​ພັດທະນາ​​ເລີຍ

    ສຳລັບ​ ແອບພິ​ເຄ​ເຊີນ Facebook Camera ຕອນ​ນີ້​ມີ​ໃຫ້​ໂຫລດ​​ແລ້ວ ​ແຕ່​ວ່າມັນໃຊ້​ໄດ້ພຽງ​ແຕ່ລະບົບ​ປະຕິບັດ​ການ iOS ເທົ່າ​ນັ້ນ ສ່ວນ​ລະບົບ​ອື່ນໆ ຄາດ​ວ່າຈະ​ຕິດຕາມ​ກັນມາ​ພາຍຫຼັງ ​ເອົາ​ເປັນ​ວ່າ​ໃຜ​ທີ່​ໃຊ້​ລະບົບ​ອື່ນທີ່​ບໍ່​ແມ່ນ iOS ຕອນ​ນີ້ຕ້ອງອົດ​ໃຈ​ລໍ​ຖ້າ​ກັນ​ຈັກໜ້ອຍໜື່ງ​ເດີ້.